ຜູ້ຂາດທີ່ຢູ່ອາສັຍ ກັບຄວາມຮ້ອນໃນ ອອສເຕຣເລັຍ.
ມັນເປັນລະດູຮ້ອນທີ່ຮ້ອນ ແລະອົບເອົ້າ ທົ່ວ-ແລະໃນຫລາຍບ່ອນ,ການເລີ່ມຕົ້ນຢ່າງເປັນທາງການຂອງລະດູໃບໄມ້ຫຼົ່ນ ກໍຍັງບໍ່ໄດ້ເຢັນຫຼາຍປານໃດ.
ສຳລັບຄົນສ່ວນຫລາຍ, ນັ້ນເປັນຂໍ້ແກ້ຕົວ ທີ່ຈະມຸ້ງຫນ້າໄປທີ່ຊາຍທະເລ ເພື່ອໃຫ້ເຊົາຮ້ອນ.
ແຕ່ວ່າ ນັ້ນບໍ່ແມ່ນທາງເລືອກ ສໍາລັບຄົນທີ່ປະສົບກັບການຂາດທີ່ຢູ່ອາສັຍ.
ເພື່ອຊ່ວຍແກ້ບັນຫານີ້, ທີມງານນັກຄົ້ນຄວ້າ ໄດ້ສ້າງ 'ສູນຄວາມເຢັນ (Cooling Hub)' ບ່ອນທໍາອິດ ຂອງອອສເຕຣເລັຍ...ດັ່ງທີ່ຂ່າວ SBS ນຳມາສເນີ:
ເມື່ອຄວາມຮ້ອນອົບເອົ້າ ໃນລະດູຮ້ອນມາຮອດ, ຊາວອອສເຕຣເລັຍຫລາຍຄົນ ໄດ້ມຸ້ງຫນ້າ ໄປຫາຫາດຊາຍທະເລ ເພື່ອໃຫ້ເຢັນລົງ, ແຕ່ສໍາລັບ ຜູ້ທີ່ປະສົບກັບການຂາດທີ່ພັກອາສັຍ, ນັ້ນບໍ່ໄດ້ແມ່ນທາງເລືອກ.
ຄົນທີ່ຂາດທີ່ຢູ່ອາສັຍ ແລະຜູ້ທີ່ສ່ຽງຕໍ່ການຂາດທີ່ຢູ່ອາສັຍ ແມ່ນກຸ່ມທີ່ມີຄວາມສ່ຽງຫຼາຍທີ່ສຸດ ເມື່ອເວົ້າເຖິງ ຜົນກະທົບທີ່ຮ້າຍແຮງ ຂອງຄື້ນຄວາມຮ້ອນ.
ລະດູຮ້ອນນີ້, ທີມນັກຄົ້ນຄວ້າ ໄດ້ຮ່ວມມືກັນສ້າງສູນເຢັນເຄື່ອນທີ່ ແຫ່ງທໍາອິດຂອງປະເທດ.
Timothy English ຫົວໜ້ານັກຄົ້ນຄ້ວາ ຂອງໂຄງການກ່າວວ່າ ຜູ້ຄົນຮູ້ສຶກແປກໃຈ ເມື່ອລາວບອກພວກເຂົາເຈົ້າວ່າ ຄື້ນຄວາມຮ້ອນ ຂ້າຄົນຫຼາຍກວ່າ ພັຍທັມມະຊາດອື່ນໆ, ຍ້ອນວ່າມັນເປັນທັມມະຊາດ ທີ່ເບິ່ງບໍ່ເຫັນ ເມື່ອທຽບກັບແຜ່ນດິນໄຫວ ແລະນໍ້າຖ້ວມ.
"ເມື່ອເວົ້າເຖິງແຜ່ນດິນໄຫວ, ນ້ຳຖ້ວມ ແລະສິ່ງຕ່າງໆ, ພວກເຂົາສາມາດ ວາດພາບໄດ້ ດ້ວຍຄວາມຊັດເຈນຫຼາຍ. ແຕ່ສໍາລັບຄວາມຮ້ອນ, ທ່ານສາມາດສະແດງໃຫ້ເຫັນຄື້ນຄວາມຮ້ອນບາງຢ່າງ ທີ່ອອກມາຈາກພື້ນຫົນທາງປູຢາງ, ມັນກໍພຽງເທົ່ານັ້ນ. ດັ່ງນັ້ນ, ມັນບໍ່ສາມາດສ້າງຄວາມຕົກໃຈໄດ້. ດັ່ງນັ້ນ, ເມື່ອຂ້ອຍເວົ້າວ່າ ຄື້ນຄວາມຮ້ອນ ຂ້າຄົນຫຼາຍກວ່າພັຍທັມມະຊາດອື່ນໆ, ຜູ້ຄົນກໍຈະເວົ້າວ່າ 'ແທ້ເບາະ, ບໍ່ມີທາງ' ແຕ່ວ່າ ມັນເປັນແບບນັ້ນ ແລະມັນສ້າງຄວາມເຄັ່ງຕຶງຕໍ່ຮ່າງກາຍ."
ສູນຄວາມເຢັນ (Cooling Hub) ເປັນໂຄງການຮ່ວມກັນ ລະຫວ່າງ the University of Sydney, ໂຮງຫມໍ St Vincent's Hospital, University of Technology Sydney, Queensland University of Technology ແລະ the City of Sydney.
ສູນຄວາມເຢັນ (Cooling Hub) ເຄື່ອນທີ່ ໄດ້ຖືກຕັ້ງຂຶ້ນ ໃນມື້ທີ່ອາກາດຮ້ອນ ຢູ່ສວນສາທາຣະນະ ໃນເມືອງໃກ້ກັບບ່ອນທີ່ຊຸມຊົນ ທີ່ບໍ່ມີທີ່ຢູ່ອາສັຍ, ມີການແຈກຢາຍອາຫານ, ພັດລົມ, ນ້ຳເຢັນ ແລະທີ່ສໍາຄັນທີ່ສຸດ, spray ຂວດສໍາລັບສີດນ້ຳ ເພື່ອຄວາມເຢັນ.
Timothy English ເວົ້າຕື່ມອີກ.
"ຢູ່ສູນຄວາມເຢັນ (Cooling Hub) ພວກເຮົາມີນ້ຳເຢັນໃຫ້ດື່ມ, ແຕ່ຍັງມີນ້ຳເຢັນ ທີ່ຈະສີດໃສ່ຜິວຫນັງ, ແລະນອກນັ້ນ ຍັງມີພັດລົມອຸດສາຫະກັມຂນາດໃຫຍ່ ທີ່ສ້າງການໄຫຼວຽນຂອງອາກາດ, ແລະນີ້ ຈະເພີ່ມການສູນເສັຍຄວາມຮ້ອນ ແລະມັນເປັນວິທີ ທີ່ດີທີ່ສຸດ ທີ່ພວກເຮົາສາມາດຮັກສາຄວາມເຢັນໄດ້. ເມື່ອເຫື່ອ ແລະນ້ຳໃນຜິວຫນັງແຫ້ງ, ມັນເປັນວິທີ ທີ່ດີທີ່ສຸດທີ່ພວກເຮົາສາມາດ ຮັກສາຄວາມເຢັນ, ເຫັນໄດ້ວ່າ ການເຮັດເຊັ່ນນີ້ ຈະເປັນທາງອອກ ທີ່ຮອງຈາກການ ຈ່າຍຄ່າຊື້ເຄື່ອງປັບອາກາດ ເພື່ອຫຼຸດອຸນຫະພູມລົງ."
ລາວເວົ້າວ່າ ຄົນທີ່ບໍ່ມີທີ່ຢູ່ອາສັຍ ແມ່ນມີຄວາມສ່ຽງເປັນພິເສດ-ແຕ່ຄົນທີ່ອາສັຍຢູ່ໃນເຮືອນ ທີ່ບໍ່ມີເຄື່ອງປັບອາກາດອາດ ກໍມີຄວາມສ່ຽງເຊັ່ນກັນ.
"ພວກເຂົາເຈົ້າ ແມ່ນມີຄວາມສ່ຽງຫຼາຍ ເພາະວ່າພວກເຂົາເຈົ້າ ໄດ້ສໍາຜັດກັບປັດຈັຍພາຍນອກ ຫຼາຍກວ່າຜູ້ທີ່ເຮັດວຽກຢູ່ໃນຫ້ອງການ ຫຼືຜູ້ທີ່ຢູ່ໃນເຮືອນຂອງເຂົາເຈົ້າ ເພາະເຂົາມີບ່ອນຫຼົບຄວາມຮ້ອນ. ນອກຈາກນັ້ນ, ຍັງມີເຮືອນພັກສັງຄົມ(Social Housing) ບາງບ່ອນ, ພວກເຂົາເຈົ້າ ບໍ່ມີເຄື່ອງປັບອາກາດໃນເຮືອນພັກສັງຄົມ (Social Housing) ເຫຼົ່ານັ້ນ. ເວົ້າແບບບໍ່ມີຫຼັກຖານ ທີ່ບາງຄົນເວົ້າວ່າ ເຂົາເຈົ້າຈໍາເປັນຕ້ອງອອກຈາກເຮືອນຂອງເຂົາເຈົ້າ ເພື່ອອອກມາຊອກຫາບ່ອນຫຼົບຄວາມຮ້ອນ ເພາະເຂົາເຈົ້າຄິດວ່າ ພາຍໃນເຮືອນສັງຄົມ (Social Housing) ຂອງເຂົາເຈົ້ານັ້ນ ມັນຮ້ອນກວ່າ"
Adam Abbi ຢູ່ໃນສະຖານະການນັ້ນ-ລາວອາສັຍ ຢູ່ໃນເຮືອນຂອງສັງຄົມ (Social Housing) ແຕ່ບໍ່ມີວິທີ ທີ່ຈະເຮັດໃຫ້ເຢັນລົງ, ລາວ ແລະຫມາເຖົ້າຂອງລາວ ໄດ້ມຸ້ງຫນ້າໄປຫາສູນຄວາມເຢັນ.
"ມື້ນີ້ ຂ້ອຍບໍ່ມີບ່ອນໄປ ເພາະວ່າພວກເຂົາຈະໃຫ້ຂ້ອຍ ໄປຢູ່ໃນບ່ອນພັກຊົ່ວຄາວ ໃນຂນະທີ່ ທຸກຢ່າງຖືກສ້ອມແປງ ແຕ່ພວກເຂົາຍັງບໍ່ທັນໄດ້ເຮັດເທື່ອ. ດັ່ງນັ້ນ,ຂ້ອຍບໍ່ມີບ່ອນໄປ, ແລະມື້ນີ້ ແມ່ນມື້ທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີ ແລະທີ່ນີ້ຂ້ອຍຢູ່ໃນສູນຄວາມເຢັນໃນ Surry Hills, ໃນ Ward Park, ແລະຂ້ອຍມີຄວາມສຸກ ແລະຂອບໃຈຫຼາຍ ຈົນຂ້ອຍບໍ່ສາມາດບອກທ່ານໄດ້. ຂ້ອຍບໍ່ຢ້່ານຮ້ອນປານໃດ ເພາະຂ້ອຍມາຈາກ Queensland, ເຈົ້າພຽງແຕ່ນັ່ງຢູ່ທີ່ນັ້ນ ແລະເຫື່ອເຈົ້າກໍອອກໂດຍບໍ່ມີເຫດຜົນ. ແຕ່ຫມາຂອງຂ້ອຍ––ນາງອາຍຸ17ປີ ນາງຈໍາເປັນຕ້ອງສະບາຍ ແລະເຢັນ."
Alan Patrick McLeod ໄດ້ປະສົບກັບການຂາດທີ່ຢູ່ອາສັຍ ເປັນເວລາສິບແປດເດືອນ.
ສູນຄວາມເຢັນ ໄດ້ໃຫ້ການພັກຜ່ອນແກ່ລາວ.
"ຮູ້ສຶກຄ້າຍກັບວ່າ ຂ້ອຍຢູ່ຫາດຊາຍທະເລ, ແລະມີສ່ວນຮ່ວມ ກັບພະນັກງານບາງຄົນເຊັ່ນກັນ. ອັດຕາການເຕັ້ນຂອງຫົວໃຈ ແລະທຸກຢ່າງຊ້າລົງ, ຂ້ອຍຜ່ອນຄາຍ ແລະໃນທັນໃດນັ້ນ ພວກເຮົາກໍຫຼິ້ນນໍ້າ. ມັນເປັນສະຖານທີ່ ທີ່ສວຍງາມ, ສວຍງາມຫຼາຍ."
Timothy English ກ່າວວ່າ ຜູ້ຄົນຕ້ອງເຂົ້າໃຈ ເຖິງອັນຕະຣາຍຂອງສະພາບອາກາດຮ້ອນ:
"ຂ້າພະເຈົ້າເຄີຍສໍາພາດທາງວິທະຍຸ ແລະບາງຄໍາຕອບແມ່ນ, 'ມັນແມ່ນເລື້ອງທັມມະດາ, ມັນຮ້ອນ, ມັນແມ່ນສິ່ງປົກກະຕິ ໃນອອສເຕຣເລັຍ, ມັນຮ້ອນ'.ຂ້າພະເຈົ້າຄິດວ່າ ມັນປ້ອນເຂົ້າໄປໃນການ ທີ່ຂາດຄວາມຮູ້ວ່າ ຄວາມຮ້ອນນັ້ນອັນຕະຣາຍພຽງໃດ."
Mr English ຫວັງວ່າ ໂຄງການນີ້ ຈະບໍ່ມີພຽງແຕ່ໃນທົ່ວປະເທດເທົ່ານັ້ນ, ແຕ່ຢູ່ໃນລະດັບສາກົນນຳອີກ.
ເນື້ອເລື່ອງໂດຍ ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌