ປັນຫາ Squatters ໃນ Lismore.

LISMORE HOUSING CRISIS FEATURE

ຜູ້ຄົນທີ່ອາສັຍຢູ່ໃນບ້ານເຮືອນທີ່ວ່າງເປົ່າ (Squatters) ແລະໄດ້ຮັບຄວາມເສັຍຫາຍຈາກນ້ຳ ໃນ Lismore. Source: AAP / ELISE DERWIN/AAPIMAGE

ຜູ້ຄົນທີ່ອາສັຍຢູ່ໃນບ້ານເຮືອນທີ່ວ່າງເປົ່າ (Squatters) ແລະໄດ້ຮັບຄວາມເສັຍຫາຍຈາກນ້ຳ ໃນເຂດ Northern Rivers ຂອງຣັດ New South Wales ກ່າວວ່າຈະຢູ່ຕໍ່ໄປ ເຖິງແມ່ນວ່າ ນາຍົກຣັຖມົນຕີຂອງຣັດ ໄດ້ເວົ້າວ່າ ຈະທໍາລາຍບ້ານເຮືອນເຫຼົ່ານັ້ນກໍຕາມ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ປັນຫາ Squatters ໃນ Lismore.

ທີ່ອາສັຍຢູ່ໃນບ້ານເຮືອນທີ່ວ່າງເປົ່າ (Squatters) ແລະໄດ້ຮັບຄວາມເສັຍຫາຍຈາກນ້ຳ ໃນເຂດ Northern Rivers ຂອງຣັດ New South Wales ກ່າວວ່າຈະຢູ່ຕໍ່ໄປ ເຖິງແມ່ນວ່າ ນາຍົກຣັຖມົນຕີຂອງຣັດ ໄດ້ເວົ້າວ່າ ຈະທໍາລາຍບ້ານເຮືອນເຫຼົ່ານັ້ນ.

ເຈົ້າຫນ້າທີ່ກ່າວວ່າ ຜູ້ຄົນໃນທ້ອງຖິ່ນ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບການອາສັຍຢູ່ຂອງເຂົາເຈົ້າ-ແຕ່ຜູ້ຄົນເວົ້າວ່າ ເຂົາເຈົ້າບໍ່ມີທາງເລືອກອື່ນ ທ່າມກາງວິກິດການຄວາມສາມາດ ໃນການຈ່າຍຄ່າທີ່ຢູ່ອາສັຍ ທີ່ເປັນຢູ່ແລ້ວ.

Deborah Groarke ລາຍງານ.

"ຈຸດສົນໃຈຂອງພວກເຮົາໃນຕອນນີ້ ຄືການກັບຄືນສູ່ສະພາບປົກກະຕິ ແລະດໍາເນີນການປະເມີນຄວາມເສັຍຫາຍ. ພວກເຮົາ ມີຫນ່ວຍງານຫລາຍຫນ່ວຍ ທີ່ຈະໃຫ້ແນ່ໃຈວ່າ ພວກເຮົາຈະປະເມີນຄວາມເສັຍຫາຍ. ແລະພວກເຮົາ ສາມາດອອກການແຈ້ງເຕືອນ ການກັບຄືນມາຢ່າງປອດພັຍໄດ້."

ນັ້ນຄືໂຄສົກ ຈາກຫນ່ວຍງານບໍຣິການສຸກເສີນຂອງຣັດ (the State Emergency Service), ທີ່ຢືນຢັນວ່າ ບັດນີ້ ຄໍາສັ່ງສຸດທ້າຍ ທີ່ໃຫ້ຜູ້ຄົນຍ້າຍອອກຈາກເຂດ ໄດ້ຖືກຍົກເລີກ ສໍາລັບພາກເຫນືອຂອງNew South Wales-ແລະປະຊາຊົນ ແລະເຈົ້າຂອງທຸຣະກິດ ສາມາດກັບຄືນບ້ານໄດ້.

ແຕ່ບ່ອນທີ່ຈະເອີ້ນວ່າບ້ານ ກໍເປັນຄໍາຖາມ ສໍາລັບຜູ້ອາສັຍບາງຄົນ-ເຊັ່ນ Josh.

"ດັ່ງທີ່ເປັນຢູ່ຕອນນີ້, ນີ້ຄືບ້ານເຮືອນຂອງພວກເຮົາ-ແລະພວກເຮົາດູແລມັນເປັນຢ່າງດີ ແລະພະຍາຍາມເຮັດສິ່ງທີ່ຖືກຕ້ອງ ໂດຍຊຸມຊົນ."

Josh ເປັນຄົນຫນຶ່ງ ໃນຈໍານວນ 40 ຄົນທີ່ອາສັຍຢູ່ໃນເຮືອນວ່າງ ໃນເມືອງ Lismore ຢູ່ພາກເຫນືອຂອງ New South Wales ທີ່ໄດ້ຮັບຄວາມເສັຍຫາຍ ຈາກນ້ຳຖ້ວມ ແລະປັດຈຸບັນຣັຖບານ New South Wales ທີ່ເປັນເຈົ້າຂອງ.

Tyson Middleton ແລະແມ່ຂອງລາວ ກໍເປັນໃນບັນດາ ຜູ້ຄົນເຫຼົ່ານັ້ນຄືກັນ.

"ມັນໄດ້ປ່ຽນຊີວິດຂອງຂ້ອຍ ແລະຂອງແມ່ຂ້ອຍຢ່າງຫລາຍ. ໃນທີ່ສຸດ ພວກເຮົາຮູ້ສຶກປອດພັຍ ແລະເອີ້ນບ່ອນຫນຶ່ງວ່າບ້ານ-ໃນຕອນນີ້. ມັນເປັນເວລາປະມານຫນຶ່ງປີເຄິ່ງແລ້ວ ທີ່ພວກເຮົາ ຮູ້ສຶກປອດພັຍແບບນີ້."

ແຕ່ Chris Minns ບໍ່ໄດ້ເຫັນແນວນັ້ນ.

ລາວກ່າວວ່າ ຣັຖບານໄດ້ໃຊ້ເງິນ 900 ລ້ານໂດລາ ເພື່ອຊື້ບ້ານເຮືອນຄືນ ໃນເຂດ Northern Rivers-ແລະມັນບໍ່ປອດພັຍ ສໍາລັບຜູ້ທີ່ຈະອາສັຍຢູ່ໃນບ້ານເຮືອນບາງແຫ່ງ ໃນເມືອງ Lismore.

"ພວກເຮົາ ໄດ້ຊື້ເຮືອນເຫລົ່ານັ້ນ ເພື່ອວ່າພວກເຮົາ ຈະສາມາດຮັກສາຊຸມຊົນໃຫ້ປອດພັຍ ເພື່ອບໍ່ໃຫ້ໃຜອາສັຍຢູ່ທີ່ນັ້ນ. ສະນັ້ນ ການໃຫ້ Squatters ຍ້າຍເຂົ້າມາຢູ່ ຫລັງຈາກເຮືອນເຫຼົ່ານັ້ນ ຖືກຊື້ໂດຍຣັຖບານແລ້ວ....ເປັນທີ່ຍອມຮັບບໍ່ໄດ້...ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ ທີ່ຈະມີຜູ້ຄົນຢ່າງຫລວງຫລາຍ ຍ້າຍມາຢູ່ໃນບໍຣິເວນ ທີ່ນ້ຳສາມາດຖ້ວມໄດ້, ຍັງມີອັນຕະລາຍ, ແລະໃຫ້ຜູ້ອາສາສມັກຂອງ SES ໄປກວດກາເບິ່ງບ້ານເຮືອນເຫລົ່ານັ້ນ, ກວດກາເບິ່ງຊຸມຊົນເຫລົ່ານັ້ນ, ເພື່ອໃຫ້ເຂົາເຈົ້າປອດພັຍ."

ນາຍົກຣັຖມົນຕີຂອງຣັດກ່າວວ່າ ບັດນີ້ເຮືອນເຫລົ່ານັ້ນຈະຖືກມ້າງ.

"ຂ້າພະເຈົ້າໄດ້ຕັດສິນໃຈຮ່ວມກັບ the Reconstruction Authority ວ່າພວກເຮົາ ຈະທໍາລາຍເຮືອນເຫລົ່ານັ້ນ. ພວກເຮົາ ຈະໃຫ້ແນ່ໃຈວ່າ ຊຸມຊົນເຫລົ່ານັ້ນປອດພັຍ ແລະເຮົາ ບໍ່ສາມາດຕັດສິນໃຈ ທີ່ອົດທົນຕໍ່ໄປ ທີ່ຜູ້ຄົນຕົກຢູ່ໃນອັນຕະຣາຍ ເມື່ອຜູ້ເສັຍພາສີໃນ New South Wales ໄດ້ໃຊ້ເງິນຫລາຍລ້ານໂດລາ ເພື່ອເຮັດໃຫ້ຊຸມຊົນປອດພັຍຫລາຍຂຶ້ນ."

Josh ເວົ້າວ່າ ລາວແປກໃຈ ກັບການປະກາດນັ້ນ.
"ຫວັງວ່າ ຈະຮັກສາຂໍ້ຕົກລົງ ທີ່ພວກເຮົາມີ ກັບ Reconstruction Authority ແລະຕໍາຫລວດ, ແລະການເຈຣະຈາ ທີ່ພວກເຮົາມີ ກັບເຂົາເຈົ້າ. ສະນັ້ນ, ຂ້າພະເຈົ້າຈຶ່ງບໍ່ຮູ້ວ່າເປັນຫຍັງ ນາຍົກຣັຖມົນຕີ ຈຶ່ງໄດ້ອອກຖແລງການເຫລົ່ານັ້ນ. ເບິ່ງຄືວ່າ ລາວບໍ່ຮູ້ວ່າ ຄວາມເປັນຈິງມັນເປັນແນວໃດ ແລະວ່າຍັງມີຫລາຍຄົນ ທີ່ຍັງອາສັຍຢູ່ ແລະເປັນເຈົ້າຂອງບ້ານເຮືອນຂອງຕົນເອງ ຢູ່ໃນບໍຣິເວນ ທີ່ນ້ຳສາມາດຖ້ວມນີ້."

ການຂັດແຍ້ງ ໄດ້ທະວີຄວາມຮຸນແຮງຂຶ້ນ ໂດຍທີ່ ທັງນາຍົກຣັຖມົນຕີ ແລະ Housing Minister, Rose Jackson ໄດ້ກ່າວຫາ ກຸ່ມທີ່ອາສັຍຢູ່ນັ້ນວ່າ ເປັນນັກເຄື່ອນໄຫວມືອາຊີບ-ແລະພະຍາຍາມ ທີ່ຈະລັດຄິວຂອງການສມັກ ຂໍເຮືອນຣັຖບານ.

Paul Scully, ຣັຖມົນຕີກະຊວງວາງແຜນ (Planning Minister) ຍັງໄດ້ກ່າວອີກວ່າ ຜູ້ຄົນທີ່ອາສັຍຢູ່ໃນເຮືອນວ່າງ (Squatters) ບໍ່ໄດ້ສວຍໂອກາດ ຈາກທາງເລືອກທີ່ມີໃຫ້ເຂົາເຈົ້າ.

"ຄົນເຫຼົ່ານີ້ ກໍາລັງຍຶດເຮືອນເຫຼົ່ານັ້ນ ຢ່າງຜິດກົດຫມາຍ. ເຂົາເຈົ້າ ໄດ້ຮັບການສເນີຄວາມຊ່ວຍເຫລືອ ໃນຫລາຍໂອກາດ ທີ່ເຂົາເຈົ້າອາດມີສິດໄດ້ຮັບ. ຣັຖບານ ຍັງພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອ ແກ່ຜູ້ທີ່ຕ້ອງການ. ແຕ່ໃນກໍຣະນີ ທີ່ມີຜູ້ຄົນທີ່ສວຍໂອກາດ ຕອນຄົນອື່ນຕ້ອງໄດ້ອອກຈາກເຮືອນຂອງເຂົາເຈົ້າ ແລະໄດ້ຖືກຊື້ຄືນ ເພາະອັນຕະລາຍຂອງເຂດນັ້ນ, ພວກເຮົາ ຈະບໍ່ອົດທົນ ກັບການຍຶດຄອງສະຖານທີ່ ຢ່າງຜິດກົດຫມາຍ."

ແຕ່ Andrew George ຈາກກຸ່ມຜູ້ເຊົ່າ Reclaim Our Recovery ກ່າວວ່ານັ້ນບໍ່ເປັນຄວາມຈິງ.

"ມີການຟື້ນຟູນ້ຳຖ້ວມ ຈາກເທິງລົງລຸ່ມ ນັບແຕ່ປີ 2022 ຊຶ່ງຫມາຍຄວາມວ່າ ຫລາຍຄົນບໍ່ ໄດ້ຮັບຄວາມຊ່ອຍເຫລືອ ຈາກຣັຖບານ. ຜູ້ຄົນຍັງຢູ່ໃນບ້ານເຮືອນ ທີ່ຍັງບໍ່ທັນໄດ້ຮັບການຍົກໃຫ້ສູງຂຶ້ນ ແລະເຂົາເຈົ້າກໍມີຄວາມຢ້ານກົວ ຈາກນ້ຳຖ້ວມເມື່ອບໍ່ດົນມານີ້. ຣັຖບານ ໄດ້ປິດເຮືອນຫລາຍຮ້ອຍຫລັງ ທີ່ບໍ່ມີທີ່ດິນທີ່ຈະຍ້າຍໄປ, ແລະມັນກໍເປັນເວລາຫລາຍປີແລ້ວ ທີ່ເຮືອນເຫຼົ່ານັ້ນ ຖືກປະຖິ້ມໃຫ້ວ່າງເປົ່າ. ມັນກໍມີເຫດຜົນ ໃນວິກິດການຂາດທີ່ຢູ່ອາສັຍ ທີ່ຜູ້ຄົນອາສັຍຢູ່ໃນເຮືອນເຫລົ່ານີ້, ແລະໃນຖນົນເສັ້ນນີ້-ຖນົນ Pine Street-ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນສາມາດອາສັຍຢູ່ທີ່ນີ້ ໄດ້ຢ່າງປອດພັຍ."

ນາຍົກຣັຖມົນຕີຂອງຣັດ ໄດ້ຢືນຢັນວ່າ ເຈົ້າຫນ້າທີ່ ໄດ້ຢູ່ໃນຂັ້ນຕອນຂອງການຂັບໄລ່ ຜູ້ຄົນທີ່ອາສັຍຢູ່ (Squatters) ກ່ອນເຫດການສຸກເສີນນ້ຳຖ້ວມ ເທື່ອສຸດທ້າຍໄດ້ເກີດຂຶ້ນ.

"ໂດຍທີ່ຂ້າພະເຈົ້າບໍ່ຮູ້, ຕາມຄວາມຈິງແລ້ວ, ຂ້າພະເຈົ້າບໍ່ຮູ້ວ່າ ຕອນນີ້ພວກເຮົາ ກໍາລັງຢູ່ໃນສານ ເພື່ອພະຍາຍາມດໍາເນີນການຂັບໄລ່ສະມາຊິກບາງຄົນ ຂອງຊຸມຊົນເຫລົ່ານັ້ນ ເມື່ອລົມພະຍຸ Alfred ໄດ້ເກີດຂຶ້ນ ໃນອາທິດຜ່ານມານີ້."

ແຕ່ຜູ້ອາສັຍໃນເຮືອນວ່າງ (Squatters) ເອງ ເວົ້າວ່າ ເຂົາເຈົ້າບໍ່ມີບ່ອນອື່ນທີ່ຈະໄປ.

Tyson Middleton ໄດ້ບອກກັບ SBS ວ່າມີທາງເລືອກຫນ້ອຍໃນເຂດນັ້ນ ສໍາລັບຄອບຄົວ ຄືກັນກັບລາວ, ຜູ້ທີ່ໄດ້ຫນີຈາກສະຖານະການ ຄວາມຮຸນແຮງ ໃນຄອບຄົວ.

"ການຂາດທີ່ຢູ່ອາສັຍ ບໍ່ແມ່ນເລື້ອງມ່ວນ. ມັນເປັນສິ່ງທີ່ຫນ້າຢ້ານກົວ. ຄືກັບການບໍ່ມີບ່ອນໄປ ແລະການຢູ່ໃນ caravan ຫລືຣົດ, ມັນບໍ່ດີເລີຍ. ມັນເຮັດໃຫ້ສຸຂະພາບທາງຈິດໃຈຂອງທ່ານ ອ່ອນເພັຍຫລາຍ."

ການປະກາດ ຂອງນາຍົກຣັຖມົນຕີຂອງຣັດ ໄດ້ເນັ້ນຫນັກເຖິງ ສິ່ງທີ່ຜູ້ສນັບສນູນ ແລະຜູ້ຄົນໃນທ້ອງຖິ່ນກ່າວວ່າ ເປັນບັນຫາທີ່ມີຢູ່ແຕ່ກ່ອນແລ້ວ.

Sally Latter ຈາກ Northern Rivers Tenants Advice and Advocacy Service ໄດ້ກ່າວກ່ອນໜ້ານີ້ວ່າ ຄ່າເຮືອນໃນເຂດນີ້ສູງ ເມື່ອປຽບທຽບໃສ່ກັບລາຄາຂອງບ້ານເຮືອນໃນ New South Wales, ແລະໃນເວລາດຽວກັນ ລາຍໄດ້ຂອງບ້ານເຮືອນ ໃນເຂດນັ້ນກໍຕ່ຳກວ່າຄ່າສເລັ່ຍ.

ຄວາມກົດດັນເລື່ອງຄ່າໃຊ້ຈ່າຍ ເຮັດໃຫ້ເຂດ ນັ້ນເປັນບ່ອນຂອງຜູ້ຄົນທີ່ນອນຢ່າງລຳບາກ ຫລາຍທີ່ສຸດຂອງຣັດ ກ່ອນລົມພະຍຸໄຊຄະໂລນ Alfred, ເຮັດໃຫ້ຜູ້ອາສັຍບາງຄົນ ທີມີທາງເລືອກໜ້ອຍ ທ່າມກາງບັນຫາເລື່ອງຄວາມສາມາດ ໃນການຈ່າຍຄ່າເຮືອນທົ່ວປະເທດ.

ນາຍົກຣັຖມົນຕີຂອງຣັດກ່າວວ່າ ລາວເຂົ້າໃຈວ່າມັ ນເປັນເລື້ອງຍາກຫລາຍຂນາດໃດ-ແຕ່ຢືນຢັນວ່າ Squatters ເຫລົ່ານີ້ ບໍ່ມີສິດທີ່ຈະຢູ່ໃນບ່ອນທີ່ເຂົາເຈົ້າຢູ່.

"ມັນຈໍາເປັນແທ້ໆ ທີ່ພວກເຮົາຈະເຮັດແບບນັ້ນ. ພວກເຮົາ ບໍ່ໄດ້ພະຍາຍາມເຮັດໃຫ້ບັນຫາເລື່ອງບ້ານເຮືອນຢູ່ໃນ Northern Rivers ຮ້າຍແຮງຂຶ້ນ. ພວກເຮົາ ໄດ້ໃຊ້ເງິນຫລາຍລ້ານໂດລາ ສໍາລັບການບໍຣິການ ແກ່ຄົນຂາດທີ່ຢູ່ອາສັຍ ຢູ່ໃນເຂດ Northern Rivers, ພ້ອມທັງ ບ່ອນພັກອາສັຍສຸກເສີນ ແລະບ້ານເຮືອນຣັຖບານ, ຊຶ່ງເປັນສ່ວນຫນຶ່ງຂອງງົບປະມານ ຂອງຣັຖບານ New South Wales. ແຕ່ບັນຫາເລື່ອງບ້ານເຮືອນ ຈະບໍ່ຖືກແກ້ໄຂ ໂດຍການຍ້າຍຜູ້ຄົນໄປຫາແຜ່ນດິນ ທີ່ມີນ້ຳຖ້ວມ. ພວກເຮົາຕ້ອງເຮັດໃຫ້ເດັດຂາດ ກ່ຽວກັບເລື້ອງນີ້."

ເນື້ອເລື່ອງໂດຍ  Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share