ໂຄງການທີ່ຢູ່ອາສັຍໃໝ່ ຂອງ NSW ແລະ VIC.
ດ້ວຍຄວາມສາມາດ ໃນການຈ່າຍຄ່າທີ່ຢູ່ອາສັຍ ຍັງຄົງເປັນປັນຫາ,ສອງຣັດ ທີ່ມີປະຊາກອນຫຼາຍທີ່ສຸດ ແລະມີຣາຄາແພງທີ່ສຸດ ຂອງ-ໄດ້ເປີດເຜີຍແຜນຫຼ້າສຸດຂອງເຂົາເຈົ້າ ເພື່ອແກ້ໄຂວິກິດການນັ້ນ.
ນາຍົກຣັຖມົນຕີ New South Wales, ທ່ານ Chris Minns ໄດ້ປະກາດແຜນການ ທີ່ຈະສ້າງເຮືອນໃຫ້ແກ່ພະນັກງານທີ່ຈໍາເປັນ ຂອງຣັຖບານຂອງຣັດ ໃນອັດຕາອຸດຫນູນ, ໃນຂນະທີ່ ທ່ານນາງ Jacinta Allanນາຍົກຣັຖມົນຕີ Victorian ໄດ້ຢືນຢັນວ່າ ເຮືອນໃຫມ່ຫຼາຍລ້ານຫຼັງ ຈະຖືກສ້າງຂຶ້ນ ໃນອີກບໍ່ຫຼາຍທົດສະວັດ.
Essam Al-Ghalib ລາຍງານ.
ມັນເປັນຂ່າວ ທີ່ບໍ່ຫນ້າແປກໃຈ ສໍາລັບຜູ້ຄົນ: Sydney ແລະ Melbourne ຖືກຈັດຢູ່ໃນອັນດັບ ຂອງການສຶກສາ ລະດັບສາກົນ ວ່າເປັນບ່ອນເກືອບຈະ "ຈ່າຍບໍ່ໄດ້".
ທັງສອງເມືອງ ໄດ້ຖືກຈັດຢູ່ໃນ 10 ອັນດັບທຳອິດ ຂອງສະຖານທີ່ ທີ່ແພງທີ່ສຸດ ໃນການຢູ່ອາສັຍ ຊຶ່ງຖືກລາຍງານຢູ່ໃນ Demographia International Housing Affordability ຂອງ Frontier Centre for Public Policy ຈາກ Chapman University.
ບັດນີ້ ນາຍົກຣັຖມົນຕີ New South Wales, ທ່ານ Chris Minns, ໄດ້ປະກາດແຜນການ ທີ່ຈະເຮັດໃຫ້ສິ່ງຕ່າງໆ ງ່າຍຂຶ້ນຫນ້ອຍຫນຶ່ງ-ຢ່າງຫນ້ອຍ ສໍາລັບພະນັກງານ ທີ່ຈໍາເປັນຂອງຣັດ, ຜູ້ທີ່ຈະໄດ້ຮັບຄ່າເຊົ່າ ໃນລາຄາ ທີ່ໄດ້ຮັບເງິນຊ່ວຍເຫຼືອ.
"Sydney ຖືກຈັດໃຫ້ເປັນເມືອງ ທີ່ມີລາຄາແພງທີ່ສຸດ ແຫ່ງຫນຶ່ງໃນໂລກ. ມັນໄດ້ຖືກຈັດອັນດັບ ຢ່າງຕໍ່ເນື່ອງວ່າ ເປັນເມືອງຫນຶ່ງ ທີ່ມີລາຄາແພງທີ່ສຸດໃນໂລກ ສໍາລັບທີ່ພັກອາສັຍ ແລະດ້ວຍເຫດນັ້ນ ຣັຖບານຈຶ່ງໄດ້ຕັດສິນໃຈ ທີ່ຈະລົງທຶນອັນສໍາຄັນ ໃນການສ້າງທີ່ພັກ ໃຫ້ແກ່ຜູ້ທີ່ເຮັດວຽກກັບຣັຖບານ New South Wales. ສ່ວນຫລາຍແລ້ວ ແມ່ນຄົນຫນຸ່ມ ທີ່ເລີ່ມຕົ້ນອາຊີບຂອງຕົນ ດ້ານການແພດ ຫລືຕໍາຫລວດ ຫລືພະຍາບານ ຫລືຄູສອນ ທີ່ມີເຈດຕະນາທີ່ດີທີ່ສຸດ ທີ່ຈະສລະຊີວິດການທຳງານ ໃຫ້ແກ່ການຮັບໃຊ້ສາທາຣະນະໃນຣັດ."
ທ່ານ Paul Scully, ຣັຖມົນຕີກະຊວງການວາງແຜນກ່າວວ່າ ໜ່ວຍງານພັດທະນາ ທີ່ຢູ່ອາສັຍຂອງຣັຖບານ, Landcom, ຈະໄດ້ຮັບເງິນທຶນ ເພື່ອຊື້ສະຖານທີ່ ເຖິງສີ່ແຫ່ງ ເພື່ອປຸກເຮືອນໃຫມ່ກວ່າ 400 ແຫ່ງ ໃນການໃຫ້ເຊົ່າ ໃນສາມປີຂ້າງຫນ້າ.
"ສິ່ງທີ່ເງິນນີ້ຈະເຮັດ ແມ່ນໃຫ້ເງິນສໍາລັບ Landcom ເພື່ອລະບຸສະຖານທີ່ຕ່າງໆ ເພື່ອພັດທະນາ ສິ່ງເຫຼົ່ານັ້ນ ເພື່ອສືບຕໍ່ ການປຸກສ້າງທີ່ພວກເຂົາເຈົ້າ ກໍາລັງເຮັດຢູ່ແລ້ວ ກັບໂຄງການກໍ່ສ້າງທົດລອງ ຢູ່ໃນຝັ່ງທະເລໃຕ້ ແລະໃນເຂດ Northern Rivers ທີ່ພິສູດໃຫ້ເຫັນແລ້ວວ່າ ປະສົບຜົນສໍາເລັດຫຼາຍ. ນີ້ແມ່ນ ສິ່ງທີ່ Landcom ເຮັດໃນສິ່ງທີ່ Landcom ເຮັດໄດ້ດີທີ່ສຸດ, ເຮັດໃຫ້ແນ່ໃຈວ່າ ມີທີ່ຢູ່ອາສັຍ ສໍາລັບຄົນງານ. ມັນໄດ້ຖືກດຳເນີນການ ມາຕັ້ງແຕ່ປີ 70 ໄດ້ມອບຫຼາຍໂຄງການ ທີ່ເຮັດໃຫ້ຫຼາຍພັນຄົນ ໄດ້ມີທີ່ຢູ່ອາສັຍ."
ເງື່ອນໄຂການມີສິດໄດ້ຮັບ, ລາຍລະອຽດການສມັກ ,ແລະເງິນອຸດຫນູນທີ່ແນ່ນອນ ຈະມີໃຫ້ ເມື່ອໂຄງການທໍາອິດໃກ້ຈະສຳເລັດ.
ທ່ານ Chris Minns ກ່າວວ່າ ຣັຖບານຈະຍັງຄົງເປັນເຈົ້າຂອງທີ່ຢູ່ອາສັຍ ດ້ວຍລາຍໄດ້ ຈາກຄ່າເຊົ່າ ກໍຈະເປັນທຶນ ໃນການຂຍາຍໂຄງການໃນອະນາຄົດ.
"ມີຫນ້ອຍຄົນ ທີ່ໂຊກດີ ທີ່ຈະເຂົ້າເຖິງມັນໄດ້, ແລະນັ້ນຈະດີຫຼາຍ ສໍາລັບພວກເຂົາ. ແຕ່ຖ້າຫາກເຮົາສາມາດເຂົ້າເຖິງຄົນຫນຸ່ມໄດ້ຫລາຍຂຶ້ນ, ເຮົາກໍຈະສາມາດຂຍາຍໂຄງການ ແລະມັນກໍບັນລຸຄວາມສໍາເລັດໄດ້ຢ່າງມີປະສິດທິພາບ. ຂ້າພະເຈົ້າຄິດວ່າ ມັນເປັນການຍາກ ທີ່ຈະເວົ້າວ່າພວກເຮົາບໍ່ຢາກໃຫ້ໂຄງການຢຸດຢູ່ທີ່ນີ້. ພວກເຮົາຢາກເຫັນຜົນກໍາໄລ ຖືກນຳໄປລົງທຶນໃໝ່ ໃນຂັ້ນທີສອງ ແລະຂັ້ນທີສາມຂອງໂຄງການນີ້. ມັນເປັນໄປບໍ່ໄດ້ແທ້ໆ ຖ້າພວກເຮົາເຮັດໃຫ້ມັນເປັນສູນ."
ໃນຂນະດຽວກັນ ຢູ່ຣັດ Victoria, ນາຍົກຣັຖມົນຕີ Jacinta Allan ໄດ້ເປີດເຜີຍ ແຜນການ ທີ່ຈະເພີ່ມບ້ານພັກ 2.5 ລ້ານຫຼັງ ໃນທົ່ວຣັດພາຍໃນປີ 2051.
ທຸກເຂດປົກຄອງທ້ອງຖິ່ນ ຈະມີເປົ້າຫມາຍສະເພາະ.
ທ່ານນາງ Jenna Davey-Burns ນາຍົກເທສມົນຕີຂອງ Kingston ກ່າວວ່າ ສະພາຈະມີການຫາລືກັບຣັດ ກ່ຽວກັບສິ່ງເຫລົ່ານັ້ນ ວ່າຈະເປັນແນວໃດ.
ນາງເວົ້າວ່າ ຫລາຍເທດສະບານ, ເຊັ່ນ Kingston, ໄດ້ໃຊ້ເວລາຫລາຍປີແລ້ວ ກ່ຽວກັບຍຸດທະສາດ ດ້ານທີ່ຢູ່ອາສັຍສະເພາະ ຂອງເຂົາເຈົ້າ.
"ມັນເປັນຂະບວນການຫົກປີແລ້ວ (ສໍາລັບ Kingston). ມັນໃຊ້ເວລາດົນຫຼາຍ ເພາະວ່າພວກເຮົາຕ້ອງການໃຫ້ແນ່ໃຈວ່າ ພວກເຮົາໄດ້ຮັບຄຳປຶກສາ ກັບຊຸມຊົນຂອງພວກເຮົາຢ່າງຖືກຕ້ອງ. ທີມງານວາງແຜນຂອງພວກເຮົາ ໄດ້ເຮັດວຽກຫນັກ ເພື່ອໃຫ້ແນ່ໃຈວ່າ ພວກເຮົາກໍາລັງເບິ່ງປະເພດກໍ່ສ້າງທີ່ຖືກຕ້ອງ. ແລະນັ້ນຄື ສິ່ງທີ່ສໍາຄັນສໍາລັບຂ້າພະເຈົ້າ ໃນຖານະເຈົ້າເມືອງ. ເມື່ອເຮົາເບິ່ງການເພີ່ມຂຶ້ນອາຄານນັ້ນ ເຮົາຢາກເຫັນສະຖານທີ່ເຊັ່ນນີ້ ເປັນບ່ອນຢູ່ຂອງຜູ້ຄົນ, ທີ່ມີແສງສວ່າງທີ່ເໝາະສົມ, ທີ່ຖືກສ້າງຂຶ້ນຢູ່ໃນສະຖານທີ່ ແລະສູນກິດຈະກັມທີ່ເໝາະສົມ.ດັ່ງນັ້ນ, ພວກເຮົາກໍາລັງເຮັດວຽກຢ່າງຫນັກ ເພື່ອໃຫ້ແນ່ໃຈວ່າ ພວກເຮົາ ສາມາດຮອງຮັບການເຕີບໂຕ ທີ່ໃຫຍ່ຂຶ້ນເຫຼົ່ານັ້ນໄດ້."
ໃນຂນະ ທີ່ລາຍລະອຽດ ຍັງຈະຕ້ອງໄດ້ດໍາເນີນການຢູ່, ທ່ານນາຍົກຣັຖມົນຕີກ່າວວ່າ ພາຍໃຕ້ແຜນການສະບັບໃຫມ່ ຂອງຣັຖບານ, ບ້ານປະມານ ສອງລ້ານຫຼັງ ຈະຖືກສ້າງຂຶ້ນໃນ Melbourne, ແລະອີກ 500,000 ຫຼັງ ໃນຂົງເຂດພູມີພາກ.
"ເປົ້າຫມາຍເຫຼົ່ານີ້ ທີ່ພວກເຮົາກໍາລັງເຜີຍແພ່ ແມ່ນຢູ່ໃນແບບຮູບຮ່າງ ເພາະວ່າ ນີ້ແມ່ນການເລີ່ມຕົ້ນ ຂອງການຫາລືກັບສະພາ, ແຕ່ຍັງຕ້ອງຫາລື ກັບຊຸມຊົນທ້ອງຖິ່ນ ກ່ຽວກັບວິທີ ທີ່ພວກເຮົາຈະສາມາດນໍາໃຊ້ ທຸກວິທີທາງ ທີ່ເປັນໄປໄດ້ ເພື່ອສ້າງເຮືອນເພີ່ມເຕີມ ສໍາລັບຊາວVictorian ຫຼາຍຂຶ້ນ, ແຕ່ໂດຍສະເພາະ ແມ່ນຢູ່ໃນສະຖານທີ່ ທີ່ເໝາະສົມ."
ນາຍົກຣັຖມົນຕີກ່າວວ່າ ລາວຢາກຫລີກລ່ຽງ ການກົດດັນ ທີ່ຈະໃຫ້ບ້ານເຮືອນໃຫມ່ ຕົກຢູ່ໃນພຽງຂົງເຂດດຽວ ຫຼືເຂດນອກເມືອງ Melbourne.
"ພວກເຮົາຮູ້ວ່າ ມີພື້ນທີ່ ທີ່ສາມາດປຸກເຮືອນໄດ້ຫຼາຍຂຶ້ນ ເພື່ອໃຫ້ຊາວຫນຸ່ມ Victorian ສາມາດມີໂອກາດ ທີ່ຈະຢູ່ໃກ້ກັບຄອບຄົວ, ຢູ່ໃກ້ກັບບ່ອນທີ່ພວກເຂົາເຕີບໃຫຍ່ຂຶ້ນ. ແຕ່ເຮົາຍັງຮູ້ອີກວ່າ ເຮົາຕ້ອງເຮັດສິ່ງນີ້ ເພາະມັນຊ່ວຍຫຼຸດຄວາມກົດດັນບາງຢ່າງ ອອກຈາກຄອບຄົວ ໃນເຂດນອກເມືອງຂນາດໃຫຍ່ ແລະໃນໂຕເມືອງນຳອີກ. ເຂດການເຕີບໂຕ ທາງນອກເມືອງເຫລົ່ານັ້ນ ໃນເວລານີ້ ກໍາລັງມີການປຸກສ້າງແລ້ວ.ມັນບໍ່ຍືນຍົງ."
Victoria ກໍາລັງປະສົບກັບການເຕີບໂຕ ຂອງປະຊາກອນ ປະຈໍາປີ ທີ່ໃຫຍ່ທີ່ສຸດ ໃນບັນດາຣັດ ຂອງອອສເຕຣເລັຍທັງຫມົດ.
ດັ່ງນັ້ນ Ms Allan ກ່າວວ່າ ແຜນການເຫລົ່ານີ້ ແມ່ນສໍາຄັນ ທີ່ຈະຕອບສນອງ ຄວາມຕ້ອງການທີ່ຈະມີຂຶ້ນ
"ປະຊາກອນ ຂອງ Victoria ກໍາລັງຈະຂຍາຍຕົວ ແລະສືບຕໍ່ຂຍາຍຕົວຢ່າງຫຼວງຫຼາຍ ໃນໄລຍະຫຼາຍທົດສະວັດຂ້າງຫນ້າ ແລະພວກເຮົາຕ້ອງເບິ່ງ ໃນໄລຍະຍາວ ສໍາລັບການປ່ຽນແປງໄລຍະຍາວ ທີ່ກໍາລັງຈະມາເຖິງ ເມືອງ ແລະຣັດຂອງພວກເຮົາ."
Jenna Davey-Burns ກ່າວວ່າ ຜູ້ຄົນບໍ່ຄວນເປັນຫ່ວງວ່າ ເປົ້າຫມາຍເຫລົ່ານັ້ນ ຈະສໍາເລັດແນວໃດ.
"ພວກເຮົາຮູ້ວ່າ ມັນຕ້ອງໃຊ້ເວລາ ສໍາລັບຊຸມຊົນ ທີ່ຈະຮັບເອົາຈໍານວນທີ່ໃຫຍ່ຂຶ້ນເຫຼົ່ານັ້ນ. ແລະຂ້າພະເຈົ້າຮູ້ວ່າ ສໍາລັບບາງຄົນ ມັນອາດເບິ່ງຄືວ່າ ເປັນຫນ້າຢ້ານໃນຕອນຕົ້ນ, ຢູ່ໃນເຈັ້ຍ. ແຕ່ສິ່ງທີ່ພວກເຮົາພະຍາຍາມເຮັດ ຢູ່ທີ່ Kingston ສະແດງໃຫ້ເຫັນວ່າ ຈາກຍຸດທະສາດຂອງບ້ານເຮືອນ, ພວກເຮົາໄດ້ວາງການເຕີບໂຕນັ້ນໄວ້ ໃນສະຖານທີ່ ທີ່ເໝາະສົມ, ອ້ອມຮອບສູນກິດຈະກັມຂອງພວກເຮົາ, ແລະເຮັດໃຫ້ແນ່ໃຈວ່າ ມີບາງຖນົນທີ່ງຽບສງົບ ແລະມີຮົ່ມໄມ້ເຫລົ່ານັ້ນ ເພື່ອວ່າຜູ້ຄົນມີຄວາມຮູ້ສຶກວ່າ ຖນົນຫົນທາງຂອງພວກເຂົາ ຍັງໄດ້ຮັບການປົກປ້ອງຢູ່. ຂ້າພະເຈົ້າຄິດວ່າ Cheltenham ເປັນຕົວຢ່າງທີ່ດີແທ້ໆ ຂອງສິ່ງທີ່ເຮົາໄດ້ເຮັດ."
ເນື້ອເລື່ອງໂດຍ Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌