ເງິນຊ່ອຍເຫຼືອຂອງຣັຖບານ ຈະສນັບສນູນທ່ານແນວໃດ

CENTRELINK STOCK

Services Australia delivers payments on behalf of the government via programs such as Centrelink. Credit: DARREN ENGLAND/AAPIMAGE

ຣັຖບານອອສເຕຣເລັຍ ມີລະບົບຄວາມປອດພັຍສັງຄົມ ທີ່ໃຫ້ຄວາມຊ່ອຍເຫລືອຫລາຍຢ່າງ ແກ່ຜູ້ທີ່ມີສິດ. ຕາມຈິງແລ້ວ, ຄົນສ່ວນຫລາຍ ຈະໄດ້ຮັບເງິນ ຈາກຣັຖບານ ໃນບາງຊ່ວງໃນຊີວິດຂອງເຂົາເຈົ້າ. ກົດທີ່ເຄັ່ງຄັດ ຈະກໍານົດວ່າ ໃຜສາມາດໄດ້ຮັບເງິນຊ່ອຍເຫຼືອເຫລົ່ານີ້ ແລະຈະໄດ້ຮັບຫລາຍປານໃດ. ໃນບົດນີ້ ຂອງ Australia Explained, ເຮົາຈະອະທິບາຍ ເລື້ອງເງິນຊ່ອຍເຫຼືອຂອງຣັຖບານ ທີ່ທ່ານອາດມີສິດໄດ້ຮັບ.


ຈຸດສຳຄັນ
  • ເງິນຊ່ອຍເຫຼືອຂອງຣັຖບານຖືກອອກແບບສໍາລັບທຸກຂັ້ນຕອນໃນຊີວິດ.
  • Services Australia ສົ່ງເງິນ ໃນນາມຣັຖບານຜ່ານ Centrelink
  • ເງື່ອນໄຂທີ່ເຄັ່ງຄັດ ແລະໄລຍະເວລາລໍຖ້າ ແມ່ນຖືກນຳມາພິຈາຣະນາໃນການຈ່າຍເງິນ.
  • ຜູ້ທີ່ມີວີຊາຄຸ້ມຄອງ (Protection Visa) ຫລືວີຊາມະນຸດສະທັມ (Humanitarian Visa) ສາມາດເຂົ້າເຖິງເງິນສນັບສນູນໄດ້ຄືກັນກັບຊາວອອສເຕຣເລັຍ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

Services Australia ເປັນ ໂຕແທນທີ່ສົ່ງເງິນ Centrelink ໃຫ້ແກ່ຊາວອອສເຕຣເລັຍ ທີ່ມີສິດ ແທນຣັຖບານ. ເຂົາເຈົ້າຍັງຮັບຜິດຊອບ ຕໍ່ການຈ່າຍຄ່າ Medicare ແລະຄ່າບໍາລຸງລ້ຽງລູກ.

"ເກືອບທຸກຄົນໃນອອສເຕຣເລັຍ ຈະມີສ່ວນກ່ຽວຂ້ອງກັບເຮົາ ໃນຈຸດໃດຈຸດຫນຶ່ງ ໃນຊີວິດຂອງເຂົາເຈົ້າ," ທ່ານ Hank Jongen ຜູ້ອໍານວຍການ ໃຫຍ່ ຂອງ Services Australia ກ່າວ.

ການຈ່າຍເງິນສນັບສນຸນສ່ວນຫຼາຍ ມີເກນຄຸນສົມບັດ ທີ່ເຄັ່ງຄັດ ເຊິ່ງລວມເຖິງ ເງື່ອນໄຂການຢູ່ອາສັຍ. ໃນຫຼາຍກໍຣະນີ ທ່ານຕ້ອງເປັນພົນລະເມືອງຂອງປະເທດອອສເຕຣເລັຍ ຫຼື ຜູ້ອາສັຍຢູ່ຢ່າງຖາວອນ.

ລາຍໄດ້, ຊັບສິນ ແລະບັນຊີທະນາຄານຂອງທ່ານ ຈະຖືກນຳມາພິຈາຣະນາ ເມື່ອປະເມີນຄຸນສົມບັດຂອງທ່ານ ແລະວ່າ ທ່ານຈະໄດ້ຮັບເງິນຊ່ອຍເຫຼືອ ຫລາຍປານໃດ.

Australia Explained - Government Payments
Disability Support Pension ສນັບສນູນ ຜູ້ ທີ່ ບໍ່ສາມາດເຮັດ ວຽກໄດ້ ສະພາບທາງຮ່າງກາຍ, ສະຕິປັນຍາ ຫຼື ຈິດໃຈທີ່ມີແນວໂນ້ມວ່າ ຈະດໍາເນີນຕໍ່ໄປເປັນເວລາຫຼາຍກວ່າສອງປີ Credit: vm/Getty Images

ເງິນສນັບສນູນຕາມໄລຍະຊີວິດຂອງທ່ານ (Payments according to your life stage)

ເພື່ອຊ່ອຍ ໃນການເຂົ້າໃຈ ການຈ່າຍເງິນຫລາຍປະເພດ, Services Australia ໄດ້ແບ່ງແຍກຂໍ້ມູນ ໃນວິທີທີ່ເຂົ້າເຖິງໄດ້. ການຊອກຫາປະເພດເງິນສນັບສນູນ ແມ່ນບໍ່ຍາກ ເຖິງແມ່ນວ່າ ທ່ານບໍ່ແນ່ໃຈວ່າ ທ່ານກໍາລັງຊອກຫາຫຍັງກໍຕາມ, Mr Jongen ກ່າວ.

"ພວກເຮົາ ໄດ້ຈັດໂຄງຮ່າງຂອງມັນ ຕາມສິ່ງສິ່ງທີ່ເຮົາເອີ້ນວ່າ 'ເຫດການໃນຊີວິດ (Life Events)' ແລະມີເຫດການສໍາຄັນຫົກຢ່າງ ໃນຊີວິດທີ່ ຖືກຄອບຄຸມ: ການລ້ຽງດູລູກ, ການຈັດຕຽມການໃຊ້ຊີວິດ, ຜູ້ສູງອາຍຸ, ການເຮັດວຽກ, ການສຶກສາ, ແລະສຸຂະພາບ ແລະຄວາມພິການ," ລາວ ກ່າວ.

ທ່ານສາມາດຄົ້ນຫາ ໃນເວັບໄຊ້ ສໍາລັບປະເພດຕ່າງໆ ທີ່ທ່ານເຊື່ອວ່າ ອາດມີຜົນກະທົບຕໍ່ທ່ານ. ທ່ານຈະພົບເງິນສນັບສນູນປະເພດຕ່າງໆ, ເງື່ອນໄຂການມີສິດ, ອັດຕາການຈ່າຍເງິນໃນປະຈຸບັນ ແລະ ໄລຍະເວລາລໍຖ້າ.

ໄລຍະລໍຖ້າ ຂອງຜູ້ອາສັຍ ທີ່ຫາກໍມາເຖິງ (Newly Arrived Resident’s Waiting Period ຫຼື NARWP) ຫມາຍຄວາມວ່າ ຜູ້ອາສັຍໃຫມ່ ອາດຕ້ອງລໍຖ້າເຖິງສີ່ປີ ກ່ອນເຂົາເຈົ້າຈະໄດ້ຮັບເງິນຈາກ Centrelink.

ທີ່ນີ້ ພວກເຮົາຈະແບ່ງແຍກການຈ່າຍເງິນສນັບສນູນ ຂອງຣັຖບານທົ່ວໄປ, ຊຶ່ງທັງຫມົດ ຖືກສົ່ງມອບໂດຍ Centrelink ຊຶ່ງເປັນສ່ວນຫນຶ່ງຂອງ Services Australia.

ເງິນສນັບສນູນ JobSeeker (JobSeeker Payment)

ຫລາຍຄົນກໍຢາກເຮັດວຽກແທ້ໆ ແຕ່ບໍ່ສາມາດເຮັດໄດ້. ເງິນສນັບສນູນ JobSeeker (JobSeeker Payment) ແມ່ນຄວາມຊ່ວຍເຫຼືອ ທາງດ້ານການເງິນ ທີ່ທ່ານຈະໄດ້ຮັບ ຖ້າທ່ານມີອາຍຸລະຫວ່າງ 22 ປີ ແລະອາຍຸບຳນານ (Age Pension) ຊຶ່ງແມ່ນ 67 ປີ, ແລະກໍາລັງຊອກຫາວຽກ.

ນີ້ຈະເປັນເງິນທີ່ເຫມາະສົມ ທີ່ຈະສມັກຂໍ ຖ້າທ່ານຕົກງານ, ຫຼືເຈັບປ່ວຍ ຫຼືບາດເຈັບຊົ່ວຄາວ.

ອັດຕາການຈ່າຍເງິນ ຂຶ້ນຢູ່ກັບວ່າ ທ່ານເປັນໂສດ ຫລືມີຄູ່ຄອງ-ບໍ່ວ່າຈະແຕ່ງງານ ຫລືອາສັຍຢູ່ ໃນຄວາມສໍາພັນ ຖານະຜົວເມັຍ (de facto relationship)-ແລະວ່າ ທ່ານມີລູກຫລືບໍ່.
Australia Explained - Government Payments
ເງິນສນັບສນູນ JobSeeker (JobSeeker Payment) ແມ່ນຄວາມຊ່ວຍເຫຼືອ ທາງດ້ານການເງິນ ທີ່ທ່ານຈະໄດ້ຮັບ ຖ້າທ່ານມີອາຍຸລະຫວ່າງ 22 ປີ ແລະອາຍຸບຳນານ (Age Pension) ຊຶ່ງແມ່ນ 67 ປີ, ແລະກໍາລັງຊອກຫາວຽກ. Credit: courtneyk/Getty Images
ເບັ້ຍລ້ຽງເຍົາວະຊົນ (Youth Allowance)

ຖ້າຫາກທ່ານມີອາຍຸ 24 ປີ ຫລື ຕ່ຳກວ່າ ແລະກຳລັງສຶກສາເຕັມເວລາ ຫຼືຝຶກງານ, ຫຼືອາຍຸຕໍ່າກວ່າ 22 ປີແລະຊອກຫາວຽກເຮັດ, ທ່ານອາດມີສິດ ໄດ້ຮັບເບັ້ຍລ້ຽງເຍົາວະຊົນ (Youth Allowance).

Austudy ເປັນເງິນອີກປະເພດນຶ່ງ ເພື່ອຊ່ອຍເຫລືອນັກຮຽນເຕັມເວລາ ທີ່ມີອາຍຸ 25 ປີຂຶ້ນໄປ.

ສິດທິປໂຍດທາງພາສີຄອບຄົວ (Family Tax Benefit)

ຖ້າຫາກທ່ານມີຄອບຄົວ ແລະມີລາຍໄດ້ຕໍ່າ. ທ່ານສາມາດ ມີສິດໄດ້ຮັບການສນັບສນູນ ຈາກຣັຖບານ ຈາກສິ່ງທີ່ເອີ້ນວ່າ ສິດທິປໂຍດທາງພາສີຄອບຄົວ (Family Tax Benefit).

ນີ້ຄືເງິນຊ່ອຍເຫລືອຄອບຄົວ ໃນການລ້ຽງດູລູກໆ, Mr Jongen ກ່າວ.

"ອັດຕາການຈ່າຍເງິນສນັບສນູນ ທີ່ທ່ານໄດ້ຮັບ ແມ່ນຂຶ້ນກັບສະພາບການຂອງຄອບຄົວຂອງທ່ານ. ມີອັດຕາ ທີ່ແຕກຕ່າງກັນ ສໍາລັບຄູ່ສາມີພັນລະຍາ, ອັດຕານັ້ນ ຂຶ້ນກັບລະດັບລາຍໄດ້ຂອງຄອບຄົວ, ແລະແນ່ນອນວ່າ ອັດຕາຈະແຕກຕ່າງກັນ ຂຶ້ນຢູ່ກັບຈໍານວນເດັກນ້ອຍ ແລະອາຍຸຂອງເດັກນ້ອຍເຫລົ່ານັ້ນ."

ເງິນບຳນານຜູ້ສູງອາຍຸ (Age Pension).

ຣັຖບານ ຊ່ວຍຜູ້ຄົນໃນທຸກຂັ້ນຕອນຂອງຊີວິດ. Age Pension ຖືກອອກແບບເພື່ອສນັບສນູນ ຜູ້ທີ່ຮອດອາຍຸກິນເງິນເບັ້ຍບໍານານ, ຊຶ່ງໃນອອສເຕຣເລັຍແມ່ນ 67 ປີຂຶ້ນໄປ.

ເພື່ອຈະໄດ້ ເງິນບຳນານ (Age Pension) ໂດຍທົ່ວໄປ ທ່ານຕ້ອງເປັນຜູ້ຕັ້ງຖິ່ນຖານ ໃນອອສເຕຣເລັຍຢ່າງຫນ້ອຍທັງໝົດ 10 ປີ. ແລະຢ່າງຫນ້ອຍຫ້າປີ ທ່ານຈະຕ້ອງຢູ່ທີ່ອອສເຕຣເລັຍ (ໂດຍບໍ່ໄດ້ອອກນອກປະເທດ).
Hank Jongen, General Manager Services Australia
ອັດຕາການຈ່າຍເງິນ ແມ່ນແຕກຕ່າງກັນ ສໍາລັບຄົນໂສດ ແລະຄູ່ຜົວເມັຍ.
Australia Explained - Government Payments
Age Pension ຖືກອອກແບບເພື່ອສນັບສນູນ ຜູ້ທີ່ຮອດອາຍຸກິນເງິນເບັ້ຍບໍານານ, ຊຶ່ງໃນອອສເຕຣເລັຍແມ່ນ 67 ປີຂຶ້ນໄປ. Credit: Fly View Productions/Getty Images

ເງິນບໍານານຊ່ອຍເຫຼືອ ຄວາມພິການ (Disability Support Pension)

ເງິນຊ່ອຍເຫຼືອນີ້ ແມ່ນເງິນສໍາລັບ ຜູ້ທີ່ມີສະພາບທາງຮ່າງກາຍ, ສະຕິປັນຍາ ຫຼື ຈິດໃຈທີ່ມີແນວໂນ້ມວ່າ ຈະດໍາເນີນຕໍ່ໄປເປັນເວລາຫຼາຍກວ່າສອງປີ ແລະ ເຮັດໃຫ້ເຂົາເຈົ້າຢຸດ ຈາກການເຮັດວຽກ. ຍົກຕົວຢ່າງ ຖ້າທ່ານເຈັບປ່ວຍໃນໄລຍະສຸດທ້າຍ.

ເງື່ອນໄຂການມີສິດສມັກຂໍ ແມ່ນເຄັ່ງຄັດ ແລະທ່ານຕ້ອງມີຫລັກຖານ ກ່ຽວກັບລັກສນະຂອງຄວາມພິການທີ່ທ່ານມີ ເພື່ອສະຫນັບສະຫນູນກໍລະນີຂອງທ່ານ.

ເງິນຊ່ອຍເຫຼືອຜູ້ດູແລ (Carer Payment).

ເງິນຊ່ອຍເຫຼືອຜູ້ດູແລ (Carer Payment) ກ່ຽວຂ້ອງກັບເງິນບໍານານສນັບສນູນຄວາມພິການ (Disability Support Pension). ມັນ ສນັບສນູນ ຜູ້ທີ່ໃຫ້ການດູແລເຕັມເວລາ ແລະດູແລຄົນ ທີ່ມີຄວາມພິການ ຫລືເຈັບປ່ວຍທີ່ຮ້າຍແຮງ.

ເບັ້ຍລ້ຽງເພີ່ມເຕີມຜູ້ດູແລ (Carer Allowance) ຈະຊ່ອຍຄ່າໃຊ້ຈ່າຍຕ່າງໆ ເຊັ່ນ ຄ່າຢາ ຫລືຂັບຣົດພາຄົນ ໄປຫາແພດ.

ຂໍ້ກຳໜົດ ກ່ຽວກັບສະຖານະພາບການຢູ່ອາສັຍ ແລະ ວີຊາ (Residency and visa requirements)

ພົນລະເມືອງອອສເຕຣເລັຍ ແລະ ຜູ້ທີ່ອາສັຍຢູ່ຖາວອນ ສາມາດສມັກຂໍ ເງິນສນັບສນູນເຫຼົ່ານີ້ ຜ່ານທາງ Centrelink.

ຖ້າຫາກທ່ານ ຫາກໍຍ້າຍມາ, ພຽງແຕ່ຄົ້ນຫາ ‘Moving to Australia’ ເພື່ອຊອກຫາຂໍ້ມູນ ສໍາລັບຜູ້ຍົກຍ້າຍຖິ່ນຖານ, ຜູ້ອົບພະຍົບ, ຜູ້ອາສັຍໃຫມ່ ແລະຜູ້ຂໍລີ້ພັຍ.
Australia Explained -  Bankruptcy
ກ່ຽວຂ້ອງກັບເງິນບໍານານສນັບສນູນຄວາມພິການ (Disability Support Pension) ແມ່ນເງິນສນັບສນູນຜູ້ເບິ່ງແຍງ (the Carer Payment). ມັນ ສນັບສນູນ ຜູ້ທີ່ໃຫ້ການດູແລເຕັມເວລາ ແລະດູແລຄົນ ທີ່ມີຄວາມພິການ ຫລືເຈັບປ່ວຍທີ່ຮ້າຍແຮງ. Credit: BlessedSelections/Getty Images
Shaheen Whyte ອະທິບາຍວ່າ: ວີຊາປະເພດອື່ນໆບາງປະເພດ ອາດມີສິດໄດ້ຮັບເງິນ. ລາວເປັນເຈົ້າຫນ້າທີ່ ນະໂຍບາຍ ອາວຸໂສ ຂອງ the Refugee Council of Australia.
ຜູ້ທີ່ໄດ້ຮັບວີຊາຄຸ້ມຄອງ (Protection Visas) ຫລືວີຊາມະນຸດສະທັມ (Humanitarian Visas) ສາມາດເຂົ້າເຖິງ Centrelink ແລະບໍຣິການອື່ນໆ, ເຊັ່ນດຽວກັບຜູ້ອາສັຍ ແລະພົນລະເມືອງຄົນອື່ນໆ, ໃນຂນະທີ່ ຜູ້ຂໍລີ້ພັຍຈະບໍ່ສາມາດເຂົ້າເຖິງ Centrelink.
Shaheen Whyte, Senior Policy Officer, Refugee Council of Australia
ບາງຄົນທີ່ຂໍລີ້ພັຍ ອາດເຂົ້າເຖິງການຊ່ອຍເຫລືອ Status Resolution Support Services, ຫຼື SRSS. ນີ້ເປັນໂຄງການ ທີ່ໄດ້ຮັບເງິນທຶນຈາກຣັຖບານ ເພື່ອສົ່ງເສີມ ຜູ້ອົບພະຍົບ ທີ່ມີຄວາມສ່ຽງ ຜູ້ທີ່ກໍາລັງລໍຖ້າຜົນຂອງການຂໍວີຊາ, ຮວມທັງຜູ້ທີ່ຂໍລີ້ພັຍ.

"SRSS ໃຫ້ເງິນໃຊ້ຈ່າຍພື້ນຖານ ເຊິ່ງຈໍາກັດຢູ່ 89 ສ່ວນຮ້ອຍ ຂອງເງິນJobSeeker ຈາກ Centrelink, ແລະຍັງໃຫ້ການສນັບສນູນ ແລະການເຂົ້າເຖິງການບໍຣິການໃຫ້ຄໍາປຶກສາ," Mr Whyte ກ່າວ.

"ຫນ້າເສັຍໃຈ ທີ່ຄົນສ່ວນຫລາຍ ທີ່ຂໍລີ້ພັຍ ບໍ່ມີສິດຈະໄດ້ຮັບ SRSS ເພາະມັນມີເງື່ນໄຂສູງ ໃນການເຂົ້າໂຄງການ. ໂຄງການນີ້ ມີເງື່ອນໄຂທີ່ເຄັ່ງຄັດ ແລະທາງຜແນກກຳໜົດ ໃຫ້ຜູ້ຄົນ ສາມາດສະແດງໃຫ້ເຫັນວ່າ ເຂົາເຈົ້າມີສະພາບສຸຂະພາບ ທາງຮ່າງກາຍ ຫລືທາງຈິດໃຈທີ່ຮ້າຍແຮງ ເພື່ອຈະເຂົ້າຮ່ວມໂຄງການ."

ທ່ານຈະໄດ້ຮັບເງິນຫຼາຍປານໃດ? (How much money will you receive?)

ຖ້າຫາກທ່ານ ມີຄຸນສົມບັດຕາມເງື່ອນໄຂ ແລະໄລຍະລໍຖ້າ, ອັດຕາການສນັບສນູນຂອງທ່ານ ອາດຂຶ້ນຢູ່ກັບສະພາບການສ່ວນຕົວ ແລະການເງິນຂອງທ່ານ.

ຫາກທ່ານຕ້ອງການຊາບວ່າ ທ່ານຈະໄດ້ຮັບເງິນຈຳນວນເທົ່າໃດ, ໃຫ້ຄົ້ນຫາໃນເວັບໄຊ ສໍາລັບໄລຍະຊີວິດທີ່ກ່ຽວຂ້ອງຂອງທ່ານ. ເວັບໄຊຈະແນະນໍາທ່ານ ກ່ຽວກັບອັດຕາເງິນສນັບສນູນປະຈຸບັນ ແລະ ໄລຍະເວລາລໍຖ້າທີ່ມີຜົນບັງຄັບໃຊ້.

ຂໍ້ມູນໃນພາສາຂອງທ່ານ (Information in your language)

ທ່ານສາມາດອ່ານ ຫລືເບິ່ງ ຫລືຟັງຂໍ້ມູນ, ທ່ານຈະພົບວ່າ ພວກເຮົາມີຂໍ້ມູນ ທີ່ແປເປັນຫລາຍກວ່າ 75 ພາສາ. ພຽງແຕ່ຊອກຫາ ພາສາຂອງທ່ານ ໃນແຖວຄົ້ນຫາ (search bar).

ສຳນັກງານ Centrelink ຈະຈັດຫາຜູ້ແປພາສາຟຣີ ເມື່ອທ່ານໄປທີ່ສຳນັກງານ ຫລືໂທຫາ 131202.
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່

ເນື້ອເລື່ອງໂດຍ Melissa Compagnoni   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share