ຈຸດສຳຄັນ
- ຖ້າທ່ານໄດ້ຮັບໃບສັ່ງຢາຈາກທ່ານຫມໍ, ທ່ານຕ້ອງໄປຫາຮ້ານຂາຍຢາເພື່ອເບີກຊື້ຢາ.
- ຫມໍຢາ ຍັງສາມາດກວດສຸຂະພາບບາງຢ່າງ ລວມທັງການກວດຄວາມດັນເລືອດ ແລະບາງຄັ້ງ ກໍສາມາດສັກວັກຊີນພູມຕ້ານທານໄດ້.
- ໂຄງການຊ່ອຍເຫລືອທາງຢາ ຂອງອອສເຕຣເລັຍ (PBS) ແມ່ນເງິນທຶນຊ່ອຍເຫລືອ ທີ່ອອກແບບເພື່ອໃຫ້ເຂົ້າເຖິງຢາຫລາຍຊະນິດ ໃນລາຄາທີ່ຖືກກວ່າ-ແລະເພື່ອຈະໄດ້ຮັບເງິນຊ່ວຍເຫຼືອ, ຜູ້ປ່ວຍ ຕ້ອງເປັນຜູ້ອາສັຍຢູ່ອອສເຕຣເລັຍ ແລະມີບັດ Medicare ທີ່ຍັງໃຊ້ການໄດ້ (ບໍໄດ້ໝົດອາຍຸ).
ຖ້າທ່ານເຈັບປ່ວຍ ແລະທ່ານຫມໍສັ່ງຢາ ຂັ້ນຕອນຕໍ່ໄປ ແມ່ນໄປຫາຮ້ານຂາຍຢາໃນທ້ອງຖິ່ນ ເພື່ອເບີກຊື້ຢາຕາມໃບສັ່ງຫມໍ.
ຫມໍຢາ ໃນທ້ອງຖິ່ນຂອງທ່ານ ສາມາດຈ່າຍຢາຕາມຄໍາສັ່ງ ພ້ອມທັງເປັນແຫຼ່ງຂອງຄໍາແນະນໍາດ້ານສຸຂະພາບ ແລະ ຜລິດຕະພັນ ແລະ ບໍຣິການດ້ານສຸຂະພາບອື່ນໆ. ມັນສໍາຄັນທີ່ຈະເຂົ້າໃຈວ່າ ລະບົບຢາຂອງອອສເຕຣເລັຍ ດໍາເນີນງານແນວໃດ, ເພື່ອວ່າທ່ານ ຈະຮູ້ວ່າຈະຄາດຫວັງຫຍັງ ເມື່ອໄປທີ່ຮ້ານຂາຍຢາ.
Lena Mansour ເປັນນາຍໝໍຢາໃນ Melbourne ຜູ້ມີປະສົບການ ໃນການທໍາງານ ທັງໃນປະເທດ Egypt ແລະອອສເຕຣເລັຍ.ນາງໄດ້ເຫັນດ້ວຍຕົວເອງ ເຖິງຄວາມແຕກຕ່າງ ໃນວິທີ ທີ່ຮ້ານຂາຍຢາດໍາເນີນງານຢູ່ທີ່ນີ້ ເມື່ອທຽບໃສ່ກັບຕ່າງປະເທດ.
"ຜູ້ຄົນທີ່ມາຈາກພື້ນຖານທີ່ແຕກຕ່າງກັນ ມີຄວາມເຂົ້າໃຈທີ່ແຕກຕ່າງກັນ ກ່ຽວກັບວິທີການທຳງານຂອງລະບົບ. ບາງຄົນ ບໍ່ຮູ້ເຖິງອົງປະກອບບາງຢ່າງ-ຍົກຕົວຢ່າງ ຢາປິ່ນປົວມີວັນໝົດອາຍຸ ຊຶ່ງອາດເປັນຫນຶ່ງປີ ຫລືຫົກເດືອນນັບແຕ່ວັນທີ່ອອກໃບສັ່ງ, ຂຶ້ນຢູ່ກັບຊະນິດຂອງຢາ," Ms Mansour ກ່າວ.
ສະຖານະການທົ່ວໄປອີກຢ່າງຫນຶ່ງ ແມ່ນຄົນໄຂ້ທີ່ຂໍຢາ ທີ່ເຂົາເຈົ້າເຄີຍໄດ້ໃບສັ່ງ ໂດຍທ່ານຫມໍ ຈາກນອກປະເທດ.
“ໃນກໍຣະນີເຊັ່ນນັ້ນ ຂ້າພະເຈົ້າອະທິບາຍໃຫ້ເຂົາເຈົ້າຮູ້ວ່າ ຢານີ້ບໍ່ສາມາດຈັດຫາໂດຍໝໍຢາໄດ້ ຍົກເວັ້ນແຕ່ ເມື່ອຄົນໄຂ້ເຂົ້າມາພ້ອມດ້ວຍໃບສັ່ງຢາ ທີ່ຂຽນໂດຍທ່ານຫມໍ ຢູ່ໃນອອສເຕຣເລັຍ." Lena ອະທິບາຍ.
ຢາຕາມໃບສັ່ງຂອງໝໍ
ໃນອອສເຕຣເລັຍ ມີພຽງແຕ່ທ່ານຫມໍທີ່ຈົດທະບຽນເທົ່ານັ້ນ ທີ່ສາມາດອອກໃບສັ່ງຢາໄດ້, ຊຶ່ງສາມາດເບີກຊື້ໄດ້ ທີ່ຮ້ານຂາຍຢາ.
"ໃບສັ່ງຢາບາງຢ່າງ ຈະຂຽນດ້ວຍລາຍມືທ່ານຫມໍ, ບາງຢ່າງ ຈະຖືກສ້າງຂຶ້ນ ແລະພິມດ້ວຍຄອມພິວເຕີ, ແລະບາງຢ່າງ ຈະມາເປັນເອກະສານອີເລັກໂທຣນິກ. ໃບສັ່ງຢາອີເລັກໂຕຣນິກ ຈະເປັນລະຫັດທີ່ທ່ານຫມໍ ສາມາດສົ່ງໄປທາງໂທຣະສັບມືຖື ຫຼືອີເມລໄດ້." Tom Andrew ເຈົ້າ ຂອງ Captain Stirling Pharmacy ທີ່ Perth ອະທິບາຍ.

E-scripts are accessible on your phone Credit: Yong Hwee Goh
ນາຍໝໍຢາ ອາດມີທັງຢາຊະນິດດຽວກັນທັງຊະນິດທີ່ມີຊື່ ແລະ ຢາຊະນິດສາມັນ (Generic versions) ທີ່ມີລາຄາຖືກກວ່າ, ຊຶ່ງມີສ່ວນປະກອບທີ່ຄືກັນກັບຢາທີ່ມີຊື່ (Brand) ແລະ ໄດ້ຮັບການທົດສອບ ແລະ ໄດ້ຮັບອະນຸມັດຈາກໜ່ວຍງານຄວບຄຸມຂອງ ຣັຖບານ.
ພາຍໃນຮ້ານຂາຍຢາ ຈະມີບ່ອນຈ່າຍຢາທີ່ໝໍຢາຈະຈ່າຍຢາ. ສ່ວນຫລາຍແລ້ວ ມັນຈະເປັນບ່ອນທີ່ກໍານົດໄວ້ ແລະມີປ້າຍຕິດໄວ້. Mr Andrew ກ່າວ.
“ນາຍໝໍຢາ ຫຼືພະນັກງານອາດຈະຕ້ອງກວດເບິ່ງລາຍລະອຽດບາງຢ່າງກັບຜູ້ປ່ວຍກ່ອນຈະຈ່າຍຢາ. ລາຍລະອຽດບາງຢ່າງອາດງ່າຍໆ ເຊັ່ນ ທີ່ຢູ່, ວັນເກີດ ຫຼືສະຖານະພາບ Medicare. ລາຍລະອຽດອື່ນໆບາງຢ່າງອາດລວມເຖິງນໍ້າຫນັກໃນປະຈຸບັນ - ໂດຍສະເພາະກັບເດັກນ້ອຍ ບໍ່ວ່າຈະເປັນຢາໃຫມ່ຫຼືບໍ່ ແລະຜູ້ປ່ວຍອາດຕ້ອງການແບຣນໃດນຶ່ງ”
ຈາກນັ້ນທ່ານຫມໍຢາຈະກຽມຢາ ເພື່ອໃຫ້ແນ່ໃຈວ່າ ການໃຊ້ຢາທີ່ຖືກຕ້ອງສໍາລັບຜູ້ປ່ວຍ.
ໃບສັ່ງຢາສ່ວນຫລາຍ ຈະຖືກຈັດໃຫ້ໄດ້ພາຍໃນຫ້າ ເຖິງສາມສິບນາທີ. ສໍາລັບໃບສັ່ງຢາໃຫມ່ ແລະຄົນໄຂ້ຄົນໃຫມ່ ອາດໃຊ້ເວລາດົນກວ່າ ການເບີກຢາສໍາລັບຄົນໄຂ້ທົ່ວໄປ ທີ່ໄດ້ໃຊ້ຢາແບບດຽວກັນ ເປັນເວລາດົນນານ." Mr Andrew ກ່າວ.
ການຈຳແນກຊະນິດຂອງຢາ
ຢາທັງຫມົດ ໃນອອສເຕຣເລັຍຖືກຈັດເປັນສານພິດ. ແລະຢາແຕ່ລະຊະນິດ ຈະຖືກຈັດໄວ້ໃນຕາຕະລາງ, ອີງຕາມລະດັບຄວາມປອດພັຍສຳລັບຜູ້ປ່ວຍ.
ຢາທັງຫມົດ ໃນອອສເຕຣເລັຍຖືກຈັດເປັນສານພິດ. ແລະຢາແຕ່ລະຊະນິດ ຈະຖືກຈັດໄວ້ໃນຕາຕະລາງ, ອີງຕາມລະດັບຄວາມປອດພັຍສຳລັບຜູ້ປ່ວຍ.
“ຢາທີ່ບໍ່ໄດ້ຖືກກໍານົດໄວ້ ມີຈຳໜ່າຍຢູ່ນອກຮ້ານຂາຍຢາ ໃນສະຖານທີ່ຕ່າງໆເຊັ່ນ ຮ້ານຂາຍສິນຄ້າ, ຮ້ານຂາຍເຄື່ອງສະດວກຊື້ ແລະສະຖານີຂາຍນໍ້າມັນ. ຢາໃນຮ້ານຂາຍຢາ ທີ່ຮູ້ຈັກກັນວ່າຕາຕະລາງທີ 2, ຖືກຈໍາກັດໃຫ້ຂາຍຢູ່ໃນຮ້ານຂາຍຢາ ແຕ່ບໍ່ຈໍາເປັນຕ້ອງມີໃບສັ່ງຢາ. ໃນຫຼາຍຣັດ, ຍົກເວັ້ນ Western Australia, ເຂົາເຈົ້າສາມາດເລືອກໄດ້ດ້ວຍຕົວເອງ ໂດຍສາທາຣະນະຊົນ ແຕ່ຢູ່ໃນຂອບເຂດຂອງການຄວບຄຸມ ໂດຍນາຍໝໍຢາ.” Yong Hwee Goh ໝໍຢາທີ່ Perth ອະທິບາຍ.
"ຢາສະເພາະ ໝໍຢາ (Pharmacist-Only Medicines)–ຕາຕະລາງ 3, ບໍ່ຈໍາເປັນຕ້ອງມີໃບສັ່ງຢາ ແຕ່ຕ້ອງຢູ່ພາຍໃຕ້ຄໍາແນະນໍາ ແລະການຄວບຄຸມຂອງໝໍຢາເທົ່ານັ້ນ. ເພາະວ່າ ມັນສາມາດສ່ຽງຕໍ່ການມີຜົນກະທົບຂ້າງຄຽງ ແລະອາດໃຊ້ໃນທາງທີ່ຜິດ. ຕົວຢ່າງລວມເຖິງ ຢາແກ້ພູມແພ້ (Antihistamines) ທີ່ມີຕົວຢາແຮງ ເຊິ່ງອາດເຮັດໃຫ້ເກີດອາການຫິວນອນ, ຜລິດຕະພັນທີ່ມີ Pseudoephedrine, ຢາບັນເທົາໂຣກຫອບຫືດແລະອື່ນໆອີກ. ຢາຕາມໃບສັ່ງໝໍ–ຕາຕະລາງ 4 ກຳໜົດໃຫ້ມີໃບສັ່ງຢາ ກ່ອນທີ່ຈະຈ່າຍຢາ ແລະຕ້ອງຊື້ຢູ່ຮ້ານຂາຍຢາເທົ່ານັ້ນ."
ອອສເຕຣເລັຍ ມີໂຄງການຊ່ອຍເຫລືອທາງຢາ, ຫລື Pharmaceutical Benefit Scheme (PBS), ຊຶ່ງເປັນເງິນທຶນຊ່ອຍເຫລືອ ທີ່ອອກແບບເພື່ອໃຫ້ເຂົ້າເຖິງຢາຫລາຍຊະນິດ ໃນລາຄາທີ່ຖືກກວ່າ ແລະໃນການຈະໄດ້ຈະໄດ້ຮັບເງິນຊ່ອຍເຫລືອນັ້ນ ທ່ານຕ້ອງເປັນຜູ້ອາສັຍຢູ່ອອສເຕຣເລັຍແລະມີບັດ Medicare ທີ່ຍັງໃຊ້ການໄດ້ (ບໍໄດ້ໝົດອາຍຸ).

Pharmacist Lena Mansour - Image supplied. Pharmacist Tom Andrew – Image supplied. Pharmacist Yong Hwee Goh - Image supplied.
“ຖ້າຫາກຜູ້ປ່ວຍ ມີ ບັດການຊ່ອຍເຫຼືອຈາກຣັຖບານ, ແລ້ວຢາທີ່ຖືກຄອບຄຸມໂດຍ PBS ຈະມີລາຄາສູງສຸດທີ່ $7.70 ຕໍ່ເທື່ອ. ການສັ່ງຈ່າຍຢານັ້ນ ອາດເປັນສຳລັບ ຫນຶ່ງ ຫລືສອງເດືອນ. ສໍາລັບຄົນໄຂ້ທົ່ວໄປ ຈໍານວນສູງສຸດ ກໍຈະແມ່ນ 31.60 ໂດລາ. ນັ້ນຫມາຍຄວາມວ່າ ລາຄາຂອງຢາ ອາດຈະເທົ່າທຽມກັນ ໃນຮ້ານຂາຍຢາທຸກບ່ອນ, ບໍ່ວ່າຈະຢູ່ໃນເມືອງຫລືຢູ່ໃນເມືອງຊົນນະບົດ ທີ່ຫ່າງໄກກໍຕາມ."
ອອສເຕຣເລັຍ ຍັງມີຂໍ້ຕົກລົງ ເລື່ອງການດູແລສຸຂະພາບ ກັບຫລາຍປະເທດ. ນີ້ຫມາຍຄວາມວ່າ ເຖິງແມ່ນວ່າຜູ້ປ່ວຍ ບໍ່ມີບັດ Medicareຂອງອອສເຕຣເລັຍ, ແຕ່ອາດຍັງສາມາດຊື້ຢາໄດ້ ໃນອັດຕາເງິນທຶນຊ່ອຍເຫລືອ PBS.
ບໍ່ແມ່ນຢາທຸກຊະນິດ ຈະຖືກຄອບຄຸມໂດຍ PBS ໃນອອສເຕຣເລັຍ.
ຢາເຫຼົ່ານີ້ ຈະຖືກສັ່ງຈ່າຍໃນຖານະໃບສັ່ງຢາສ່ວນຕົວ (Private Script). Medicare ບໍ່ໄດ້ຄອບຄຸມໃບສັ່ງຢາສ່ວນຕົວ. ດັ່ງນັ້ນ ລາຄາຈະແຕກຕ່າງກັນໃນແຕ່ລະຮ້ານຂາຍຢາ. ເຖິງແມ່ນວ່າເຂົາເຈົ້າ ອາດບໍ່ມີບັດMedicare ໃນການຊ່ອຍເຫລືອຄ່າຢາ, ແຕ່ຜູ້ທີ່ມີປະກັນພັຍສຸຂະພາບສ່ວນຕົວ (Private Health Insurance) ຈະພົບວ່າບໍຣິສັດປະກັນພັຍສ່ວນຫລາຍ ຈະຊ່ອຍຄ່າໃຊ້ຈ່າຍນັ້ນ. Mr Andrew ກ່າວ.

Pharmacists offer a large range of healthcare services and products. Credit: Yong Hwee Goh
ໝໍຢາ ຍັງສາມາດໃຫ້ບໍຣິການດ້ານສຸຂະພາບອື່ນໆອີກຫຼາຍຢ່າງ.
"ທ່ານຫມໍຢາ ມັກເປັນຜູ້ຕິດຕໍ່ຫຼັກສໍາລັບຜູ້ປ່ວຍໃນຊຸມຊົນ ແລະສາມາດຊ່ວຍກວດ ແລະຮັກສາອາການຕ່າງໆ ເຊັ່ນ ໄຂ້ຫວັດ, ອາການພູມແພ້, ເຈັບຫົວ, ຂີ້ກາກ, ຜິວຫນັງອັກເສບ, ສິວ, ທາງເດີນປັດສາວະ ແລະ ການຕິດເຊື້ອບາງຢ່າງ—ເຫຼົ່ານີ້ເປັນຕົ້ນ” Yong Hwee ອະທິບາຍ.
“ທ່ານຫມໍຢາ ສາມາດດໍາເນີນການທົບທວນຢາປະຈໍາບ້ານ ຕາມການແນະນໍາຈາກທ່ານຫມໍຂອງຜູ້ປ່ວຍ - GP. ຂັ້ນຕອນນີ້ ຊ່ວຍລະບຸບັນຫາທີ່ຜູ້ປ່ວຍອາດມີ ກ່ຽວກັບຢາ ແລະຄໍາແນະນໍາຂອງໝໍຢາຕໍ່ GP ຂອງເຂົາເຈົ້າ ເພື່ອການຈັດການເລື່ອງຢາທີ່ດີກວ່າ."
ທ່ານຫມໍຢາຍັງສາມາດສເນີການກວດສຸຂະພາບບາງຢ່າງ, ຮວມເຖິງການກວດສອບ ລະດັບນ້ຳຕານໃນເລືອດໃນ ແລະ ຄວາມດັນເລືອດ, ການກວດໂຣກເລືອດຈາງ ແລະ ການກວດໂຣກເບົາຫວານ.
ໃນບາງຣັດ ແລະເຂດປົກຄອງ, ທ່ານຫມໍຢາ ໄດ້ຮັບອະນຸຍາດໃຫ້ຈັດການເລື່ອງສັກວັກຊີນພູມຕ້ານທານ, ເຊັ່ນ Covid-19 ແລະໄຂ້ຫວັດໃຫຍ່ ແລະຈ່າຍຢາບາງຊະນິດຕາມໃບສັ່ງໝໍ-ເຊັ່ນຢາຄຸມກໍາເນີດ - ໂດຍບໍ່ຈໍາເປັນຕ້ອງໄປຫາທ່ານຫມໍ.
ຖ້າທ່ານມີບັນຫາສຸຂະພາບຊໍາເຮື້ອ ຫຼືຕລອດຊີວິດເຊັ່ນ ຄວາມດັນເລືອດສູງ ທ່ານຫມໍອາດໃຫ້ໃບສັ່ງຢາ ທີ່ສາມາດເບີກຢາຊ້ຳໄດ້ອີກ..
"ໃບສັ່ງຢາ ອາດມີການສັ່ງຊ້ຳທີ່ກຳໜົດໄວ້ ແລະສິ່ງນີ້ ອະນຸຍາດໃຫ້ຜູ້ປ່ວຍສາມາດຊື້ຢາໄດ້ຫລາຍເທື່ອ ໂດຍບໍ່ຕ້ອງໄດ້ຮັບໃບສັ່ງຢາໃຫມ່ທຸກເທື່ອ. ໃນກໍຣະນີນີ້, ທ່ານຫມໍຢາຈະອອກໃບສັ່ງຢາຊ້ຳ ເຊິ່ງຕິດຢູ່ກັບໃບສັ່ງຢາເດີມ. ສຳເນົາທັງສອງສະບັບນີ້ ຕ້ອງຖືກເກັບໄວ້ນໍາກັນ ເພື່ອເປັນໃບສັ່ງຢາທີ່ຖືກຕ້ອງ ສໍາລັບການຈ່າຍຢາແຕ່ລະເທື່ອ." Yong Hwee ກ່າວ.
ໃນບາງສະຖານະການເຊັ່ນ ເມື່ອຢາຊະນິດຫນຶ່ງບໍ່ສາມາດຫາໄດ້ງ່າຍ ຫຼືຈໍາເປັນ ສໍາລັບການໃຊ້ ສະເພາະໃດຫນຶ່ງ, ຮ້ານຂາຍຢາບາງບ່ອນເຊັ່ນ Mr Andrew ກໍສາມາດປະສົມຢາໄດ້.

Inside a compounding pharmacy Credit: Tom Andrew
"ຫລືຢາອາດຢູ່ໃນຮູບແບບຢາ ທີ່ແຕກຕ່າງກັນ ເຊັ່ນນ້ຳຫວານສໍາລັບເດັກນ້ອຍ, ຫລືຢາເປັນແປ້ງສໍາລັບຫມາ. ຢາບາງຊະນິດ ອາດຈໍາເປັນຕ້ອງປະສົມ ເພື່ອຈະໄດ້ປະຣິມານສະເພາະ ສໍາລັບຜູ້ປ່ວຍຄົນນັ້ນ."
ທ່ານຫມໍຢາ ເປັນການບໍຣິການສຸຂະພາບທີ່ສໍາຄັນ
ບໍ່ວ່າທ່ານຈະມີຄວາມກັງວົນກ່ຽວກັບລູກທີ່ເຈັບປ່ວຍ ຫຼືພາວະສຸຂະພາບຊໍາເຮື້ອຂອງທ່ານເອງ ການໄປທີ່ຮ້ານຂາຍຢາດຽວກັນ ແລະຮູ້ຈັກກັບທ່ານຫມໍຢາຂອງທ່ານ ກໍສາມາດຊ່ວຍໃນການຈັດການກັບການດູແລສຸຂະພາບຂອງທ່ານ ແລະຄອບຄົວ.
ຢ່າງທີ່ Lena ອະທິບາຍ, ການເຮັດວຽກເປັນໝໍຢາໃນຊຸມຊົນ ເປັນອາຊີບທີ່ຫນ້າເພິ່ງພໍໃຈ ທີ່ສ້າງຄວາມແຕກຕ່າງ ໃຫ້ແກ່ຊີວິດຂອງຜູ້ຄົນໃນແຕ່ລະວັນ.
"ທ່ານຈະໄດ້ໃຫ້ຄໍາແນະນໍາແກ່ຜູ້ປ່ວຍ ກ່ຽວກັບປັນຫາເລື່ອງສຸຂະພາບຂອງເຂົາເຈົ້າ, ສເນີທາງເລືອກການຮັກສາຕ່າງກັນ ທີ່ເຫມາະສົມທີ່ສຸດສໍາລັບເຂົາເຈົ້າ, ແລະສົ່ງເສີມ ການເລືອກວິຖີຊີວິດທີ່ດີ.” Ms Mansour ກ່າວ.
"ມັນໃຫ້ຄວາມສຸກໃຈ ທີ່ຈະຊ່ອຍເຫລືອຜູ້ອາວຸໂສ ໃນການຈັດລະບຽບການໃຊ້ຢາ ຫລືຊ່ອຍເຫລືອແມ່ ໃຫ້ອອຍລູກທີ່ບໍ່ສະບາຍ ແລະໃນທີ່ສຸດກໍນອນຫລັບພັກຜ່ອນ ຫລັງຈາກເຮັດວຽກມາໝົດມື້."
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.
ເນື້ອເລື່ອງໂດຍ Phil Tucak ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao