ການກຽມການສມັກວຽກ: ຄຳແນະນຳເພື່ອຄວາມສຳເລັດ.

Shot of a young businessman going through paperwork while on a call at work

Applying for a job takes time and energy. Credit: Moyo Studio/Getty Images

ເມື່ອເຫັນໂຄສະນາ ສໍາລັບວຽກທີ່ທ່ານສົນໃຈ, ການເຂົ້າໃຈຂັ້ນຕອນຕໍ່ໄປ ເປັນສິ່ງສໍາຄັນຫຼາຍ. ການກະກຽມເອກະສານ ທີ່ຈໍາເປັນ ແລະການເຂົ້າໃຈຄວາມຕ້ອງການຂອງນາຍຈ້າງ ຈະເພີ່ມຄວາມເປັນໄປໄດ້ຂອງທ່ານ ໃນການໄດ້ຕໍາແຫນ່ງນັ້ນ.


ຈຸດສຳຄັນ
  • ປວັດການເຮັດວຽກຫຍໍ້ (Resume) ຂອງທ່ານ, ການສຶກສາ ແລະທັກສະ, ແລະເນັ້ນຄວາມສໍາເລັດຂອງທ່ານ.
  • ປັບແຕ່ງ ປວັດການເຮັດວຽກຫຍໍ້ (Resume) ຂອງທ່ານ ແລະ ໃບສມັກຂອງທ່ານໃຫ້ເຂົ້າຕໍ່ບົດບາດສເມີ.
  • ຊອກຫາວິທີ ທີ່ຈະສະແດງໃຫ້ເຫັນ ທັກສະ ແລະປະສົບການຂອງທ່ານ ໃນການສມັກຂອງທ່ານ ແລະການສໍາພາດວຽກຂອງທ່ານ.
ການສມັກວຽກ ຕ້ອງໃຊ້ເວລາ ແລະພະລັງງານ, ໂດຍສະເພາະໃນເວລາທີ່ທ່ານກໍາລັງເລີ່ມຕົ້ນອາຊີບຂອງທ່ານໃນອອສເຕຣເລັຍ.

ນາຍຈ້າງສ່ວນຫຼາຍ ຕ້ອງການຫຼັກຖານທີ່ເປັນລາຍລັກອັກສອນ ກ່ຽວກັບປວັດການເຮັດວຽກ ແລະທັກສະຂອງທ່ານ – ແລະນັ້ນ ແມ່ນກ່ອນທີ່ທ່ານຈະໄດ້ຖືກສໍາພາດ.

ວິທີການອ່ານໂຄສະນາວຽກ

ເມື່ອເບິ່ງການໂຄສະນາວຽກ, ມັນເປັນສິ່ງສໍາຄັນ ທີ່ຈະກວດເບິ່ງວ່າອຸດສາຫະກັມທີ່ທ່ານເລືອກ ມີຄວາມຕ້ອງ ພິເສດຫຍັງຫຼືບໍ່.

Mandy Ratcliffe, ຜູ້ຈັດການການບໍຣິການ ຂອງ AMES Australia, ກ່າວວ່າ "ພວກເຂົາເຈົ້າອາດຕ້ອງມີການກວດສອບປວັດຂອງທ່ານກັບຕໍາຫຼວດ. ພວກເຂົາເຈົ້າ ອາດຕ້ອງການກວດສອບອະນຸຍາດເຮັດວຽກກັບເດັກ ນັ້ນຂຶ້ນກັບວຽກທີ່ພວກເຂົາກໍາລັງສມັກ."

ຂັ້ນຕອນທີ່ສໍາຄັນຕໍ່ໄປ ແມ່ນເຮັດໃຫ້ແນ່ໃຈວ່າ ທ່ານອ່ານການໂຄສະນາວຽກງານຢ່າງລະອຽດ.
ມັນບອກຫຍັງແນ່ ກ່ຽວກັບບົດບາດຂອງວຽກ? ທ່ານມີຄຸນສົມບັດ ທີ່ນາຍຈ້າງຕ້ອງການບໍ່?

ກ່ອນອື່ນ, ສິ່ງສໍາຄັນຄືືຕ້ອງອ່ານລາຍລະອຽດ ເພື່ອໃຫ້ທ່ານຮູ້ວ່າ ມັນເປັນລະດັບທີ່ເຫມາະສົມສໍາລັບທ່ານ.ແລ້ວຊອກຫາຄໍາສໍາຄັນ, Natalie Peart ຈາກ Jobspeak Academy ແນະນໍາ. ນາງຝຶກອົບຮົມຜູ້ຊ່ຽວຊານລະດັບສາກົນ ໃນການສ້າງອາຊີບ ໃນອອສເຕຣເລັຍ.

"ເມື່ອເຮົາເວົ້າກ່ຽວກັບຄໍາສໍາຄັນ, ເຮົາຫມາຍເຖິງລັກສະນະທີ່ວຽກຕ້ອງການ. ທັກສະ, ຄຸນສົມບັດ ແລະປະສົບການທີ່ວຽກຕ້ອງການ." ນາງກ່າວ.

"ແລ້ວເລີ່ມຄິດຫາວິທີ ທີ່ຈະສະແດງໃຫ້ເຫັນວ່າ ທ່ານມີທັກສະເຫຼົ່ານັ້ນ. ມັນບໍ່ພຽງພໍ ທີ່ຈະເວົ້າວ່າ ທ່ານມີທັກສະ. ທ່ານຕ້ອງພິສູດມັນ ການຍົກຕົວຢ່າງຕອນທີ່ທ່ານໃຊ້ມັນ."

ທ່ານຕ້ອງໃຫ້ຕົວຢ່າງເຫຼົ່ານີ້ ໃນປວັດການເຮັດວຽກຫຍໍ້ (Resume) ແລະຈົດຫມາຍປົກໜ້າ (Cover Letter) ຂອງທ່ານ.

Australia Explained - Job Applications
The quickest way an employer can learn about you is by reading your curriculum vitae (cv) or resume. Source: Moment RF / Narisara Nami/Getty Images

ປວັດການເຮັດວຽກຫຍໍ້ (Resume) ຂອງທ່ານ

ວິທີທີ່ໄວທີ່ສຸດ ທີ່ພວກເຂົາສາມາດຮຽນຮູ້ກ່ຽວກັບທ່ານ ແມ່ນໂດຍການອ່ານ ປວັດຂອງທ່ານ (curriculum vitae - CV) ຫຼື ປວັດການເຮັດວຽກຫຍໍ້ຂອງທ່ານ (Resume)

ນີ້ແມ່ນ ເອກະສານສອງ ຫຼືສາມຫນ້າ ທີ່ສະແດງປວັດການເຮັດວຽກ, ການສຶກສາ, ທັກສະ ແລະຄວາມສໍາເລັດຂອງທ່ານ. ມັນເປັນໂອກາດ ທີ່ຈະເນັ້ນຈຸດແຂງຂອງທ່ານ.

ບໍ່ມີກົດເກນທີ່ເຄັ່ງຄັດ ໃນເລື່ອງການຂຽນ ປວັດການເຮັດວຽກຫຍໍ້ (Resume), ທ່ານອາດຈະຂຽນຫຼາຍສະບັບ.
ປວັດການເຮັດວຽກຫຍໍ້ (Resume) ທີ່ຂ້ອຍເຄີຍເຫັນ ແມ່ນການປັບແຕ່ງໃຫ້ເໝາະສົມກັບບົດບາດ.
Ravi Moerman, People and Culture professional
ພຍາຍາມ ໃຊ້ພາສາດຽວກັນທີ່ປາກົດຢູ່ໃນການໂຄສະນາວຽກ. ນີ້ອາດຈະເປັນຄໍາສໍາຄັນ, ສໍານວນ ແລະອ້າງອີງ.

ບໍ່ຈໍາເປັນຕ້ອງໃສ່ຮູບໃນ Profile, ວັນເກີດ ຫຼືເຊື້ອຊາດ.

ອີງຕາມ People and Culture professional, Ravi Moerman " ຂໍ້ມູນເຫຼົ່ານັ້ນ ບໍ່ກ່ຽວຂ້ອງກັບຂັ້ນຕອນການຈ້າງງານ ແລະອາດເຮັດໃຫ້ທ່ານຖືກເລືອກປະຕິບັດ."

ໃນອອສເຕຣເລັຍ, ມັນບໍ່ຖືກກົດຫມາຍ ທີ່ຈະຖາມກ່ຽວກັບອາຍຸ, ສາສນາ, ຄວາມສາມາດທາງຮ່າງກາຍ ຫລືເພດ ໃນຂັ້ນຕອນການຈ້າງງານສ່ວນຫລາຍ.

ມີຊັບພະຍາກອນ ແລະແມ່ແບບທາງ ອອນໄລນ໌ຢ່າງຫຼວງຫຼາຍ, ແລະການບໍຣິການສນັບສນູນຜູ້ຍົກຍ້າຍຖິ່ນຖານເຊັ່ນ: AMES Australia ແລະ Migrant Resource Centres ຍັງສາມາດຊ່ວຍໃຫ້ທ່ານຂຽນ ປວັດການເຮັດວຽກຫຍໍ້ (Resume) ຂອງທ່ານ.

ການຂຽນຈົດຫມາຍປົກໜ້າ

ນາຍຈ້າງຍັງມັກຈະຂໍ ' (Cover Letter)' ຫນ້າດຽວ. ນີ້ແມ່ນໂອກາດຂອງທ່ານທີ່ຈະອະທິບາຍ ວ່າເປັນຫຍັງທ່ານຈຶ່ງສມັກ ແລະໃຫ້ເຫດຜົນທີ່ຫນ້າເຊື່ອວ່າ ເປັນຫຍັງ ທ່ານຈຶ່ງເຫມາະສົມກັບຕໍາແຫນ່ງນີ້.

ຜູ້ຮັບສມັກເຫັນຈົດຫມາຍປົກໜ້າມາຫຼາຍແລ້ວ, ດັ່ງນັ້ນ, ທ່ານຕ້ອງດຶງດູດຄວາມສົນໃຈຂອງເຂົາເຈົ້າ.

ທ່ານ Moerman ກ່າວວ່າ "ພວກເຮົາ ບໍ່ມັກທີ່ຈະເຫັນຈົດຫມາຍປົກໜ້າ (Cover Letter) ແບບທົ່ວໄປ.ບາງເທື່ອມັ ນເປັນເລື້ອງງ່າ ຍທີ່ຈະສົ່ງຈົດຫມາຍປົກໜ້າ (Cover Letter) ແບບທົ່ວໄປ, ບາງທີ ອາດຈະປ່ຽນບາງສິ່ງບາງຢ່າງ. ແຕ່ຫາກທ່ານປັບແຕ່ງ ແລະອ້າງອີງພາສາດຽວກັນ ທີ່ໃຊ້ໃນການໂຄສະນາວຽກ ຫຼາຍເທົ່າໃດ ມັນກໍຍິ່ງບອກກັບຜູ້ອ່ານວ່າ 'ຂ້ອຍໄດ້ລົງທຶນ ໃນການສມັກວຽກນີ້ ແລະຂ້ອຍໄດ້ໃຊ້ເວລາກັບມັນ'."

ເງື່ອນໄຂການຄັດເລືອກແມ່ນຫຍັງ?

ມັນຍັງເປັນເລື່ອງທັມມະດາສໍາລັບນາຍຈ້າງ ທີ່ຈະຂໍໃຫ້ທ່ານຕອບຄໍາຖາມ, ຫຼື ເງື່ອນໄຂການຄັດເລືອກ (Selection Criteria). ທ່ານສາມາດອະທິບາຍ ຄຸນສົມບັດຂອງທ່ານ ແລະໃຫ້ຕົວຢ່າງຂອງທັກສະຂອງທ່ານບໍ່?

ແລະທ້າຍສຸດ....

ອ່ານພິສູດອັກສອນ (Proofread) ທຸກຢ່າງ ແລະມີຄົນອື່ນຊ່ອຍອ່ານ ໃບສມັກຂອງທ່ານ, ບໍ່ວ່າພາສາອັງກິດຂອງທ່ານຈະດີປານໃດ.

ໃຫ້ແນ່ໃຈວ່າ ລາຍລະອຽດສ່ວນຕົວຂອງທ່ານຖືກຕ້ອງ ແລະທ່ານສົ່ງໃບສມັກຂອງທ່ານກ່ອນເວລາ.

Australia Explained - Job Applications
You may practice answering questions with a friend to best prepare for a job interview. Credit: fotostorm/Getty Images

ການກະກຽມສໍາລັບການສໍາພາດ

ເຖິງແມ່ນວ່າ ທຸກຄົນຈະພະຍາຍາມທີ່ດີທີ່ສຸດ, ມີແຕ່ຜູ້ສມັກທີ່ເຫມາະສົມທີ່ສຸດເທົ່ານັ້ນ ທີ່ຈະຖືກສໍາພາດໂດຍນາຍຈ້າງ. ສໍາລັບການກະກຽມຂັ້ນຕໍ່ໄປນີ້, ແມ່ນສໍາຄັນ.

“ທ່ານຈະຕ້ອງອ່ານໂຄສະນາວຽກອີກ, ເພາະວ່າ ມັນມີຂໍ້ມູນທັງຫມົດ ທີ່ຜູ້ຮັບສມັກຕ້ອງການຈາກທ່ານ,” Natalie Peart ກ່າວ.

"ທ່ານຈໍາເປັນຕ້ອງຮູ້ເລື່ອງລາວ ກ່ຽວກັບປະສົບການຂອງທ່ານ ເພື່ອໃຫ້ທ່ານສາມາດບອກພວກເຂົາ ເມື່ອທ່ານໄດ້ໃຊ້ທັກສະ ຫຼືເມື່ອທ່ານໄດ້ເຮັດບາງສິ່ງບາງຢ່າງ ທີ່ພວກເຂົາຕ້ອງການ, ແລະທ່ານຈໍາເປັນຕ້ອງຄົ້ນຄວ້າກ່ຽວກັບບໍຣິສັດຫຼືອົງກອນ ແລະເຂົ້າໃຈຄ່ານິຍົມຂອງພວກເຂົາ ແລະທ່ານເຫມາະສົມກັບຄ່ານິຍົມຂອງພວກເຂົາແນວໃດ."

ຝຶກການຕອບຄໍາຖາມກັບຫມູ່ ເຖິງແມ່ນວ່າການສໍາພາດທຸກເທື່ອ ແມ່ນແຕກຕ່າງກັນ ທ່ານສາມາດຊອກຫາຕົວຢ່າງ ຂອງຄໍາຖາມທີ່ຖືກຖາມທົ່ວໄປ ອອນໄລນ໌.

ຄໍາແນະນໍາການສໍາພາດທີ່ດີທີ່ສຸດຂອງ Mandy Ratcliffe ຄື 'ແຕ່ງໂຕເພື່ອຄວາມສຳເລັດ (Dress for Success)'.

"ມັນເປັນສິ່ງສໍາຄັນຫຼາຍ ທີ່ທ່ານຈະແຕ່ງໂຕດີ ເມື່ອທ່ານໄປສໍາພາດ, ແລະທ່ານສະແດງຄວາມໝັ້ນໃຈໃນຕົວທ່ານເອງ ເທົ່າທີ່ທ່ານສາມາດເຮັດໄດ້."

ພວກນາຍຈ້າງ ອອສເຕຣເລັຍໃຫ້ຄຸນຄ່າ ຕໍ່ການສື່ສານທີ່ແທ້ຈິງ.

Ms Peart ກ່າວວ່າ "ການຄົ້ນຄວ້າກ່າວວ່າ ປັດຈັຍການຕັດສິນໃຈ ທີ່ໃຫຍ່ທີ່ສຸດຢ່າງນຶ່ງ ຂອງການຈ້າງຜູ້ ສມັກ ແມ່ນຄວາມເຫມາະສົມ ທາງວັດທະນະທັມ.”

ພວກເຂົາ ຕ້ອງການຮູ້ວ່າ ທ່ານຈະເປັນຄົນທີ່ຈະເຂົ້າກັບທີມງານຂອງພວກເຂົາໄດ້ດີຫຼືບໍ່, ແລະໃນການເຮັດແນວນັ້ນ ພວກເຂົາຈໍາເປັນຕ້ອງເບິ່ງວ່າທ່ານແມ່ນໃຜແທ້.
Natalie Peart, Jobspeak Academy
Portrait of a puzzled man looking at smart phone, sitting at table at home.
A good employer will follow up an interview with a phone call to offer you constructive feedback. Source: iStockphoto / nortonrsx/Getty Images/iStockphoto

ເກມຂອງການລໍຄອຍ

ເຖິງແມ່ນວ່າມັນບໍ່ໄດ້ເກີດຂຶ້ນສເມີໄປ, ນາຍຈ້າງຄວນຮັບຮູ້ການຮັບໃບຄໍາຮ້ອງສມັກຂອງທ່ານທາງອີເມວແລະແຈ້ງຄວາມຄືບໜ້າຕລອດຂະບວນການ.

ຖ້າທ່ານບໍ່ປະສົບຜົນສໍາເລັດ, ທ່ານຄວນໄດ້ຮັບການແຈ້ງໂດຍອີເມວ. ນາຍຈ້າງທີ່ດີຈະຕິດຕາມການສໍາພາດທາງໂທຣະສັບ ເພື່ອໃຫ້ຄໍາຄິດເຫັນທີ່ສ້າງສັນກ່ຽວກັບວຽກ.

ເນື້ອເລື່ອງໂດຍ  Melissa Compagnoni ຂ່າວ SBS News,


ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.



ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌



ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share