ຈຸດສຳຄັນ
- ໜູ ມັກຈະເປັນໂຕບຸກລຸກເຮືອນ ໃນລະດູຫນາວ ແຕ່ປວກ ສາມາດເຄື່ອນໄຫວໄດ້ຕລອດປີ ແລະສາມາດສົ່ງຜົນກະທົບ ທີ່ມີລາຄາແພງຫຼາຍ.
- ການຮັກສາເຮືອນຂອງທ່ານ ໃຫ້ສະອາດ ແລະເປັນລະບຽບ, ກໍາຈັດສະພາບທີ່ເອື້ອອຳນວຍ ແລະທາງເຂົ້າຂອງ ສັດແລະແມງໄມ້ ແມ່ນຂັ້ນຕອນງ່າຍໆ ໃນການປ້ອງກັນການບຸກລຸກ..
- • ໃຊ້ສະເພາະສານເຄມີ ທີ່ມີຢູ່ຕລາດເທົ່ານັ້ນ ແລະ ຈ້າງຜູ້ດໍາເນີນການຄວບຄຸມສັດແລະແມງໄມ້ ທີ່ມີໃບອະນຸຍາດ.
ບໍ່ຄວນເບິ່ງຂ້າມ ການປົກປ້ອງເຮືອນຂອງທ່ານ ຈາກສັດແລະແມງໄມ້ໃນລະດູຫນາວ. ແມ່ນແຕ່ສໍາລັບແມງໄມ້ເຊັ່ນ ຍຸງ ທີ່ຕາມປົກກະຕິແລ້ວ ຈະມີຫຼາຍໃນເດືອນທີ່ອົບອຸ່ນ.
ແມງໄມ້ ເປັນສິ່ງທີ່ໜ້າລຳຄານຫຼາຍກວ່າ.
Cameron Webb, Μedical Entomologist ແລະ ຮອງສາສດາຈານ ທີ່ New South Wales Health Pathology ແລະ University of Sydney
"ພວກເຮົາມີຍຸງປະມານ 300 ຊະນິດທົ່ ວອອສເຕຣເລັຍ," Dr Webb ກ່າວ.
"ບາງຊະນິດ ສ່ວນຫລາຍຈະຫາຍໄປ ໃນເດືອນ ທີ່ຫນາວເຢັນຂອງປີ, ແຕ່ຍັງມີບາງຊະນິດທີ່ຍັງມີຢູ່. ແລະຕາມປົກກະຕິແລ້ວ ມັນເປັນຍຸງທີ່ຢູ່ໃນເຂດເມືອງ ບ່ອນທີ່ມັນສາມາດໃຊ້ນ້ຳຢູ່ອ້ອມຮອບເຮືອນຂອງເຮົາ"
ແມ່ນແຕ່ໃນເດືອນທີ່ຫນາວເຢັນ, ຍຸງກໍຍັງສາມາດພົບໄດ້ ພາຍໃນເຮືອນ, ແລະແມ່ນແລ້ວ, ບາງເທື່ອມັນກໍກັດເຮົາຄືກັນ.
ມີວິທີການງ່າຍໆ ໃນການປ້ອງກັນຍຸງ ເຊັ່ນ ການກໍາຈັດນໍ້າທີ່ຄ້າງຢູ່ຫລັງບ້ານ ແລະຕິດຕັ້ງຕາໜ່າງໃນປ່ອງຢ້ຽມ ແລະຖັງເກັບນໍ້າຝົນ.

Cockroaches take advantage of the warm, humid conditions inside your home. Credit: RapidEye/Getty Images
"ແຕ່ ຍຸງອາດສ້າງຄວາມລຳຄານ ຫຼາຍກວ່າຈະອັນຕະຣາຍ ຕໍ່ສຸຂະພາບ. ພວກມັນຈະມີຢູ່ອ້ອມເຮືອນ, ເຮົາຈະເຫັນພວກມັນ ຢູ່ພາຍໃນເຮືອນ, ພວກມັນຈະກັດ, ແຕ່ຄວາມສ່ຽງ ຕໍ່ການແພ່ເຊື້ອໂຣກບາງຢ່າງ ທີ່ສາມາດເຮັດໃຫ້ເຮົາເຈັບປ່ວຍໄດ້ນັ້ນ ຫລຸດລົງຫຼາຍ," Dr Webb ກ່າວ.
ບໍ່ສາມາດເວົ້າເຊັ່ນດຽວກັນ ສໍາລັບແມງສາບ, ຊຶ່ງເຮັດໃຫ້ອາຫານ ແລະພື້ນເປິະເປື້ອນ.
ແມງສາບຈະເລີນເຕີບໂຕ ເມື່ອເຮົາມີຂີ້ເຫຍື້ອສະສົມ ຫຼືມີສິ່ງເສດເຫຼືອ ໃນເຮືອນ ທີ່ພວກມັນສາມາດກິນໄດ້.Medical entomologist Cameron Webb
Dr Webb ກ່າວວ່າ ການຫລຸດຜ່ອນສະພາບການທີ່ເອື້ອອຳນວຍ ສໍາລັບ ສັດແລະແມງໄມ້ ສາມາດຊ່ວຍປ້ອງກັນ ການແພ່ລະບາດຂອງໂຣກໂດຍແມງສາບ ຫຼືສັດແລະແມງໄມ້ອື່ນໆ.
"ແຕ່ບາງເທື່ອຢາຂ້າແມງໄມ້ ກໍສໍາຄັນແທ້ໆ, ແລະທ່ານຄວນໃຊ້ຜລິດພັນ ທີ່ມີຢູ່ໃນຮ້ານຂາຍເຄື່ອງມື ຫລືຮ້ານຄ້າ ໃນທ້ອງຖິ່ນຂອງທ່ານເທົ່ານັ້ນ ຫລືຫຼືຈ້າງຜູ້ຊ່ຽວຊານໃ ນການປະຕິບັດເຫລົ່ານັ້ນ."
David Gay ຢູ່ໃນອຸດສະຫະກັມການຄວບຄຸມ ສັດແລະແມງໄມ້ ເປັນເວລາ 30 ປີແລ້ວ.
ລາວເວົ້າວ່າ ເຮືອດ ແມ່ນນຶ່ງໃນແມງຕ່າງໆ ທີ່ເຫັນໄດ້ຕລອດປີ ທັງໃນບ່ອນພັກອາສັຍສ່ວນໂຕ ແລະບ່ອນພານິດ.
"ເຮືອດ ທີ່ໃຫຍ່ເຕັມທີ່ ອາດຈະມີຄວາມຄ້າຍຄືກັນກັບໃນໝາກແອັບເປິນ. ສະນັ້ນ, ມັນຈຶ່ງເຫັນໄດ້ງ່າຍ. ແຕ່ຫນ້າເສັຍດາຍ ທີ່ໄຂ່ ແລະໂຕອ່ອນຂອງມັນນັ້ນ ນ້ອຍຫລາຍ.”

“If you have an insect pest, you don't have to reach for insecticides and chemicals immediately because particularly their use outdoors can have impacts on beneficial insects that may also be active during cooler months,” Dr Webb says. Credit: Philippe TURPIN/Getty Images/Photononstop RF
ໃນກໍຣະນີສ່ວນໃຫຍ່, ມັນຈະຖືກນໍາເຂົ້າມາໃນບ້ານຂອງທ່ານ ໂດຍທ່ານບໍ່ຮູ້ຕົວ, ຈາກການເດີນທາງ, ການພັກເຊົາ, ຫລືແຂກຂອງທ່ານ, ຊຶ່ງອາດນໍາໄປສູ່ການລະບາດ, ເພາະມັນບໍ່ໄດ້ເປັນເລື່ອງງ່າຍທີ່ຈະເຫັນໄດ້.
ໜູ... ໂຕບຸກລຸກໃນລະດູຫນາວ
ສະພາບອາກາດ ທີ່ແຕກຕ່າງກັນຂອງອອສເຕຣເລັຍ ແມ່ນເໝາະສົມຕໍ່ສັດແລະແມງໄມ້ ທີ່ແຕກຕ່າງກັນ ຕລອດທົ່ວຣັດ ແລະເຂດປົກຄອງ.
ໃນເຂດຮ້ອນທາງພາກເຫນືອ, ບັນຫາແມງໄມ້ ມັກຈະມີຫລາຍຂຶ້ນ ຕລອດປີ ເພາະອາກາດທີ່ອົບອຸ່ນ.
ໃນທາງກົງກັນຂ້າມ, ໜູເປັນຜູ້ບຸກລຸກ ທີ່ພົບຫລາຍທີ່ສຸດ ໃນສ່ວນອື່ນໆຂອງປະເທດ, ບ່ອນທີ່ອາກາດຫນາວເຢັນ ຕາມປົກກະຕິແລ້ວ ຈະຊຸກຍູ້ໃຫ້ມັນເຂົ້າໄປໃນເຮືອນ, ເພີ່ມກິດຈະກັມຂອງມັນ ໃນບ້ານ, Mr Gay ກ່າວ.
"ໃນຣັດທາງໃຕ້ ເຊັ່ນ Victoria, SouthAustralia, ຫຼື Western Australia ແລະບາງສ່ວນຂອງ New South Wales, ໃນລະດູຫນາວ, ໜູມັກຈະເປັນບັນຫາທີ່ຄ້າຍຄືກັນ "

“We see a really big growth of rodents around where people have chickens and do composting because there’s a lot of food that brings them to the area,” says AEPMA’s Rob Boschma. Source: Moment RF / Lea Scaddan/Getty Images
"ແຕ່ເມື່ອອາກາດເຢັນລົງ, ມັນມັກຈະເຂົ້າໄປໃນເຮືອນ ແລະເມື່ອມັນເຂົ້າໄປໃນເຮືອນແລ້ວ, ມັນກໍອົບອຸ່ນ ແລະມີອາຫານ, ສ່ວນຫລາຍແລ້ວ ມັນຈະບໍ່ອອກໄປເອງ," ລາວ ອະທິບາຍ.
ການຄວບຄຸມສັດແລະແມງໄມ້ມືອາຊີບ
ເມື່ອທ່ານໂທຫາຜູ້ຊ່ຽວຊານ ເພື່ອຈັດການກັບ ສັດແລະແມງໄມ້, ມັນສໍາຄັນທີ່ຈະໃຫ້ແນ່ໃຈວ່າ ເຂົາມີໃບອະນຸຍາດຮັບຮອງ.
ສະມາຄົມຜູ້ຈັດການ ສັດແລະແມງໄມ້ ສະພາບແວດລ້ອມ ຂອງອອສເຕຣເລັຍ (The ), ເປັນອຸດສະຫະກັມສູງສຸດ ສໍາລັບຜູ້ຈັດການ ສັດແລະແມງໄມ້ ມືອາຊີບ ທີ່ເຮັດວຽກໃນສະພາບແວດລ້ອມໃນເມືອງ.
ສະມາຊິກ ຂອງຄນະກັມມະການ AEPMA, Rob Boschma ກ່າວວ່າ ເມື່ອຜູ້ຄົນສັງເກດເຫັນວ່າ ເຂົາມີບັນຫາເລື່ອງໜູ, ອາດມີໜູຫລາຍກວ່າທີ່ເຂົາຮູ້ ຢູ່ໃນບ້ານຂອງເຂົາ.
"ເມື່ອຜູ້ຄົນໂທຫາ ກ່ຽວກັບຄວາມກັງວົນກ່ຽວກັບໜູ, ເຂົາມັກຈະເຫັນໜູສອງສາມເທື່ອ ແລະຄິດວ່າມັນແມ່ນໂຕດຽວກັນ.
"ໂດຍທີ່ເຄີຍໄດ້ກວດເບິ່ງເຮືອນຫລາຍຫລັງ ເປັນເວລາຫລາຍປີ, ເກືອບບໍ່ມີຫລັງຄາເຮືອນຫຼັງໃດ ທີ່ທ່ານເຂົ້າໄປ, ບໍ່ວ່າຈະເປັນເຮືອນໃຫມ່ ຫລືເກົ່າ, ທີ່ບໍ່ມີຫລັກຖານຂອງໜູ.

Members of the Australian Environmental Pest Managers Association are licensed and insured to conduct pest control operations. Credit: Group4 Studio/Getty Images
ມາດຕະການປ້ອງກັນເຊັ່ນ ການປິດຮູ ແລະທາງເຂົ້າເຮືອນອື່ນໆ ແລະກໍາຈັດແຫຼ່ງອາຫານສໍາລັບໜູ ເປັນຂັ້ນຕອນສໍາຄັນທີ່ສຸດທີ່ທ່ານສາມາດເຮັດໄດ້ ເພື່ອປ້ອງກັນການແພ່ລະບາດ ຫຼືຢ່າງຫນ້ອຍກໍຫລຸດຈໍານວນຂອງມັນ.
Mr Boschma ອະທິບາຍເຖິງ ເງື່ອນໄຂທົ່ວໄປ ໃນເຮືອນທີ່ດຶງດູດໜູ ທີ່ຜູ້ຄົນຄວນຮູ້.
ເຄືອໄມ້ ແລະພຸ່ມໄມ້ທີ່ຕິດກັບເຮືອນ, ພື້ນຫ້ອງ, ສະນັ້ນຢູ່ໃຕ້ເຮືອນບ່ອນທີ່ມີຊ່ອງວ່າງ ແລະຮູທີ່ປ່ອຍໃຫ້ໜູເຂົ້າມາໄດ້ງ່າຍ. ສິ່ງອື່ນໆເຊັ່ນບ່ອນຫລົບພັຍ, ບ່ອນຖິ້ມຂີ້ເຫຍື້ອ.AEPMA Board member Rob Boschma
"ແລະ ຖ້າຫາກທ່ານ ມີຝຸ່ນຄອກ (Compost), ຖ້າຫາກທ່ານສາມາດອັດຝາມັນໄວ້ ເຊັ່ນຝຸ່ນຄອກ (Compost) ທີ່ຍົກສູງຈາກພື້ນດິນ"
ໃຫ້ຈັບຕາເບິ່ງປວກ
Mr Boschma ກ່າວວ່າອຸດສະຫະກັມ ການຄວບຄຸມ ສັດແລະແມງໄມ້ກໍາລັງເຫັນ ສັດແລະແມງໄມ້ ທີ່ພົບເຫັນທົ່ວໄປ ໃນຕອນຕໍ່ກັນຂອງລະດູ, ຮວມທັງມົດ ແລະແມງມຸມ, ທີ່ພົບເຫັນຫຼາຍຂຶ້ນໄປໃນລະດູ ຫນາວ.
ບໍ່ວ່າຈະເປັນລະດູການໃດກໍຕາມ, ປວກເປັນແມງ ທີ່ແພ່ຫຼາຍ ທີ່ເຮັດໃຫ້ເຈົ້າຂອງເຮືອນ ທົ່ວອອສເຕຣເລັຍຕື່ນໂຕ.
ເຖິງແມ່ນວ່າ ບໍ່ເປັນອັນຕະຣາຍຕໍ່ສຸຂະພາບ, ແຕ່ຜົນກະທົບຂອງມັນກໍມີລາຄາແພງ.
ມັນກິນທາດທີ່ພົບໃນໄມ້. ດັ່ງນັ້ນ, ຖ້າຫາກການລະບາດບໍ່ຖືກພົບເຫັນ,ມັນຈະສາມາດ ກໍ່ໃຫ້ເກີດຄວາມເສັຍຫາຍຫລາຍ ຕໍ່ຕຶກໄມ້ໃນທີ່ຢູ່ອາສັຍ.
"ເມື່ອປວກເຂົ້າໄປໃນອາຄານ, ມັນຈະທໍາລາຍຄຸນຄ່າ ຂອງສະຖານທີ່ນັ້ນ. ສິ່ງທີ່ເຮັດໃຫ້ມັນທ້າທາຍຫລາຍ ແມ່ນວ່າ ມັນຍາກທີ່ຈະສັງເກດເຫັນ. ປວກຈະຢູ່ໃຕ້ພື້ນເຮືອນ ຫຼືໃນຊ່ອງຝາ.
ຈຸດເລີ່ມຕົ້ນທີ່ແນ່ນອນຂອງການລະບາດຂອງປວກ ບໍ່ສາມາດຮູ້ໄດ້....ມີແຕ່ການຄາດຄະເນວ່າ ຄົນສ່ວນຫຼາຍອາດມີປວກຢູ່ໃນເຮືອນຢ່າງຫນ້ອຍຫ້າປີ ກ່ອນທີ່ເຂົາເຈົ້າຈະພົບເຫັນມັນ.

Termites can eat away wooden structures in and around your home. Credit: bruceman/Getty Images
ສໍາລັບຜູ້ເຊົ່າເຮືອນ, ກົງກັນຂ້າມກັບການລະບາດ ທີ່ເກີດຈາກສະພາບການໃຊ້ຊີວິດຂອງເຂົາ, ບັນຫາເລື້ອງປວກ ທີ່ຕາມປົກກະຕິແລ້ວ ແມ່ນຄວາມ ຮັບຜິດຊອບຂອງເຈົ້າຂອງເຮືອນໃນການແກ້ໄຂ.
ບໍ່ວ່າຈະເປັນກໍຣະນີໃດກໍຕາມ, Mr Boschma ແນະນໍາ ໃຫ້ສົນທະນາກັບຜູ້ຈັດການເລື່ອງຊັບສິນຂອງທ່ານ ເມື່ອຕ້ອງຈັດການ ກັບການບຸກລຸກ ຂອງສັດແລະແມງໄມ້.
"ມັນຂຶ້ນຢູ່ກັບສະຖານະການ. ແຕ່ບໍ່ວ່າຈະເປັນແນວໃດກໍຕາມ, ທ່ານຄວນເວົ້າລົມ ກັບຜູ້ຈັດການເລື່ອງຊັບສົມບັດ ແລະໃຫ້ແນ່ໃຈວ່າ ທຸກຝ່າຍໄດ້ຕົກລົງກັນ ໃນສິ່ງໃດກໍຕາມທີ່ຖືກມອບຫມາຍ.
ຢາ ກຳຈັດສັດຕູພືດ ມີສານປະກອບທີ່ອາດເປັນອັນຕະຣາຍຕໍ່ມະນຸດ ແລະ ອາການຂອງພິດ ຈາກຢາປາບກຳຈັດສັດຕູພືດແລະແມງໄມ້ ຈະເກີດຂຶ້ນພາຍໃນສອງມື້ ຫຼັງຈາກການສຳຜັດ.
ຖ້າຫາກທ່ານຖືກພິດ ຈາກຢາປາບສັດຕູພືດ, ຫລືສົງສັຍວ່າ ຖືກພິດຈາກຢາປາບສັດຕູພືດ, ທ່ານຄວນໂທຫາ ສູນກາງຂໍ້ມູນເລື່ອງຢາພິດ ທີ່ 131126.
ໃນກໍຣະນີສຸກເສີນ ໂທຫາ (000) ສໍາລັບຣົດສຸກເສີນ.
ເນື້ອເລື່ອງໂດຍ Zoe Thomaidou ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌