ວິທີການຫມູນໃຊ້ເຄື່ອງເອເລັກໂຕຣນິກ ແລະແບັດເຕີຣີໃນອອສເຕຣເລັຍ

Australia Explained - E-Waste Recycling

The term e-waste implies no value. But used e-products contain materials, such as metals, which can be reused if appropriately recycled. Source: Moment RF / Javier Zayas Photography/Getty Images

ຂອງໃຊ້ທົ່ວໄປ ໃນຄົວເຮືອນຫຼາຍຊະນິດ ເຊັ່ນ: ໂທລະສັບມືຖື, ໂທລະທັດ, ຄອມພິວເຕີ, ເຄື່ອງໃຊ້ ແລະອຸປະກອນເອເລັກໂຕຣນິກອື່ນໆ, ລວມທັງ ແບັດເຕີຣີຂອງພວກເຂົາ, ມີວັດຖຸມີຄ່າ ທີ່ສາມາດນຳກັບມາໃຊ້ໃໝ່ (Repurpose) ສໍາລັບຜລິດຕະພັນໃຫມ່. ເຄື່ອງເອເລັກໂຕຣນິກ ທີ່ເຮົາບໍ່ໄດ້ໃຊ້ ຫຼືຕ້ອງການອີກຕໍ່ໄປ, ແມ່ນຖືວ່າ ເປັນສິ່ງເສດເຫຼືອ ທາງອີເລັກໂຕຣນິກ. ໃນທົ່ວອອສເຕຣເລັຍ, ມີໂຄງການ ຂອງຣັຖບານ ທີ່ຈະອໍານວຍຄວາມສະດວກ ໃຫ້ແກ່ການກໍາຈັດ ແລະການນໍາໃຊ້ສິ່ງເສດເຫຼືອ ອີເລັກໂຕຣນິກ ທີ່ປອດພັຍໂດຍບໍ່ມີຄ່າໃຊ້ຈ່າຍ.


ຈຸດສໍາຄັນ
  • ໃນອອສເຕຣເລັຍ, ທ່ານສາມາດກໍາຈັດສິ່ງຂອງ ເອເລັກໂຕຣນິກ ທີ່ບໍ່ຕ້ອງການ ດ້ວຍການເອົາໄປຖິ້ມ ທີ່ຈຸດເກັບກໍາສິ່ງເສດເຫຼືອ e-waste ແລະ Recycling ທີ່ກຳໜົດ…..ໄດ້ຟຣີ.
  • • ແບດເຕີຣີ Lithium-ion ຕ້ອງໃຫ້ມີການຈັດການ ທີ່ແຕກຕ່າງຈາກແບດເຕີຣີ ທົ່ວໄປ.
  • • ທ່ານສາມາດຫາ ການບໍຣິການ ແລະຈຸດຮັບສິ່ງເສດເຫຼືອ ໃນພື້ນທີ່ຂອງທ່ານ ເພື່ອກໍາຈັດໂທລະທັດເກົ່າຂອງທ່ານ, ຄອມພິວເຕີ, ໂທລະສັບມືຖື, ຫຼືອຸປະກອນເອເລັກໂຕຣນິກອື່ນໆ ໄດ້ທີ່:recyclingnearyou.com.au
ລາຍງານສິ່ງເສດເຫຼືອແຫ່ງຊາດ () ສະບັບຫຼ້າສຸດ ສະແດງໃຫ້ເຫັນວ່າ ອອສເຕຣເລັຍຜລິດສິ່ງເສດເຫຼືອ ທາງເອເລັກໂຕຣນິກ 531,000 ໂຕນ ໃນໄລຍະປີ 2020-2021.

Rebecca Gilling ຜູ້ອໍານວຍການໃຫຍ່ ຂອງ ອະທິບາຍວ່າ "ນັ້ນຫມາຍຄວາມວ່າ ຊາວອອສເຕຣເລັຍໂດຍທົ່ວ ໄປຜລິດໃນປະຣິມານ ເກີນກວ່າ 20 ກິໂລຕໍ່ຄົນ, ເກີນກວ່າ ອັດຕາສເລັ່ຍທົ່ວໂລກ ປະມານ ເຈັດກິໂລຕໍ່ຄົນ."

"ປະມານ 54% ຂອງສິ່ງນັ້ນ ຖືກສົ່ງໄປໝູນໃຊ້ຄືນໃຫມ່ ແລະ ໃນນັ້ນ, ປະມານ 35% ຂອງວັດສະດຸເຫຼົ່ານັ້ນໄດ້ຖືກກູ້ຄືນ."

ແບັດເຕີຣີເປັນສິ່ງເສດເຫຼືອ ແມ່ນສິ່ງທີ່ບໍ່ດີທີ່ສຸດ ສໍາລັບຜົນກະທົບຂອງມັນ ເມື່ອຖືກຖິ້ມໄວ້ໃນ ຖັງຂີ້ເຫຍື່ອແຄມທາງທັມມະດາ (Regular Kerbside bins).

ມີການຄາດຄະເນວ່າ 90 ເປີເຊັນຂອງແບັດເຕີຣີທີ່ໃຊ້ແລ້ວ ຂອງອອສເຕຣເລັຍ ຈົບລົງດ້ວຍການຖືກຝັງດິນ, ເຮັດໃຫ້ສານພິດ ເຂົ້າໄປໃນດິນແລະທາງນ້ຳ ຂອງພວກເຮົາ.
解「識」澳洲 - 電子垃圾回收
ເມື່ອແບດເຕີຣີ ຖືກບີບອັດ ແລະຖືກທໍາລາຍໃນຣົດເກັບຂີ້ເຫຍື່ອ ແລະບ່ອນໄຈ້ຂີ້ເຫຍື່ອ, ພວກມັນສາມາດກໍ່ໃຫ້ເກີດໄຟໄຫມ້ໄດ້ ແລະ ເຮັດໃຫ້ຊີວິດ ແລະສະພາບແວດລ້ອມມີຄວາມສ່ຽງ. Credit: PhotoAlto/Milena Boniek/Getty Images
ແຕ່ເມື່ອຖືກກໍາຈັດຢ່າງຖືກຕ້ອງ, 95 ເປີເຊັນຂອງສ່ວນປະກອບຂອງແບັດເຕີຣີ ສາມາດນໍາມາໃຊ້ຄືນເປັນຜລິດຕະພັນໃຫມ່ໄດ້.

ເຈົ້າຫນ້າທີ່ຣັດຕ່າງໆ ໄດ້ຮ່ວມມືກັບ B-cycle, ເປັນໂຄງການ ທີ່ສນັບ ສນູນໂດຍຣັຖບານ, ຊຶ່ງມີຈຸດຖິ້ມແບດເຕີຣີ ທີ່ໃຊ້ໃນຄອບຄົວ ຢູ່ສູນການໝູນໃຊ້ຊຸມຊົນ (Community Recycling Centres) ແລະຮ້ານຂາຍຍ່ອຍຕ່າງໆ.

ເຖິງແມ່ນວ່າ ການຖິ້ມແບັດເຕີຣີທີ່ຕາຍແລ້ວ ຢູ່ໃນສະຖານທີ່ ທີ່ຖືກກໍານົດໄວ້, ມີຫນຶ່ງມາດຕະການຄວາມປອດພັຍງ່າຍໆ ທີ່ທ່ານຄວນຈະໃຊ້ ເພື່ອຫຼີກເວັ້ນ ຄວາມສ່ຽງທີ່ຈະເກີດໄຟໄຫມ້.
ເມື່ອບໍ່ດົນມານີ້ ພວກເຮົາໄດ້ເຫັນຫລັກຖານ ຂອງການເກີດໄຟໄໝ້ຫຼາຍເທື່ອ ຢູ່ສູນ Recycling Centres.
Rebecca Gilling, CEO of Planet Ark
ທ່ານນາງ Gilling ອະທິບາຍວ່າ "ສະນັ້ນ, ພວກເຮົາຂໍຊຸກຍູ້ ໃຫ້ຜູ້ຄົນເອົາ Recycling Centres ຕິດໃສ່ຂົ້ວ (Terminals-ສອງສົ້ນທີ່ມີເຄື່ອງຫມາຍ + ແລະ -), ຊຶ່ງຈະຊ່ວຍຫຼີກເວັ້ນ ບໍ່ໃຫ້ມັນກໍ່ໃຫ້ເກີດໄຟໄຫມ້."

ມີຂໍ້ຍົກເວັ້ນບາງຢ່າງ ສໍາລັບແບັດເຕີຣີ ທີ່ມີສິດໃນ ໂຄງການ B-cycle recycling, ລວມທັງແບັດເຕີຣີ lithium ຊຶ່ງທີ່ເປັນທີ່ຮູ້ຈັກທົ່ວໄປ ສໍາລັບການນໍາໃຊ້ ຂອງພວກມັນ ໃນຣົດຖີບໄຟຟ້າ ແລະ scooters.

ແຕ່ສາດສະດາຈານ ຂອງ School of Science ທີ່ມະຫາວິທະຍາໄລ RMIT, Tianyi Ma, ອະທິບາຍວ່າ, Lithium-ion batteries ຖືກນໍາໃຊ້ໃນອຸປະກອນປະຈໍາວັນ ຫລາຍກວ່າທີ່ເຮົາຄຶດ.

"ຈາກຂນາດນ້ອຍເຖິງຂນາດໃຫຍ່, ຂນາດນ້ອຍເຊັ່ນ: ໂທຣະສັບມືຖື, Laptops, ແທັບເລັດແລະກ້ອງດິຈິຕອນ, ແລະຂນາດໃຫຍ່ເຊັ່ນ EVs - ຣົດໄຟຟ້າ - ຣົດ, ຣົດຈັກ, ແລະແມ່ນແຕ່ຂນາດໃຫຍ່ເຊັ່ນບ່ອນເກັບຮັກສາພະລັງງານເຊັ່ນ: ບ່ອນເກັບຮັກສາພະລັງງານ grid ໃນຟາມແສງຕາເວັນ."
Australia Explained - E-Waste Recycling
ຍັງພົບ Lithium-ion batteries ໃນທະນາຄານໄຟຟ້າ (Power banks) ແລະເຄື່ອງຫຼິ້ນ ແລະມາໃນຮູບຊົງແລະຂນາດທີ່ແຕກຕ່າງກັນ. ຖ້າແບດເຕີຣີມີ "Li" ຫຼື “Lithium” ພິມຢູ່, ທ່ານສາມາດສົມມຸດໄດ້ຢ່າງປອດພັຍວ່າມັນເປັນແບດເຕີຣີ Lithium-ion Source: Moment RF / Kypros/Getty Images
ຄວາມສ່ຽງທີຫນຶ່ງ ກັບແບັດເຕີຣີລີ Lithium-ion ແມ່ນຄວາມສ່ຽງທີ່ຈະເກີດໄຟໄໝ້, ເນື່ອງຈາກ Lithium ເອງເປັນໂລຫະ ທີ່ລະເບີດໄດ້ງ່າຍ.

ເມື່ອໄດ້ຮັບຄວາມເສັຍຫາຍ ພວກມັນສາມາດເຮັດໃຫ້ລະເບີດ ຢ່າງຮຸນແຮງຂອງ cells ແບັດເຕີຣີ, ປ່ອຍແກັສພິດ, ແກັສໄຟ ແລະແກັສລະເບີດ, ແລະໄຟທີ່ຮຸນແຮງ ຊຶ່ງມອດໄດ້ຍາກ.

ເພື່ອຫຼີກເວັ້ນຄວາມສ່ຽງ, ໃຫ້ໃຊ້ມາດຕະການປ້ອງກັນ ທີ່ແນະນໍາ.

Prof Ma ແນະນໍາວ່າ "ກ່ອນອື່ນຫມົດ, ໃຫ້ເກັບ lithium-ion battery ໄວ້ໃນບ່ອນທີ່ເຢັນ, ແຫ້ງ ແລະຢູ່ໃນກ່ອງບັນຈຸ ທີ່ບໍ່ນໍາໄຟຟ້າ ເພື່ອປ້ອງກັນການລັດວົງຈອນ ຂອງແບັດເຕີຣີ."

ທ່ານກ່າວຕື່ມວ່າ "ຮ້ານຂາຍເຄື່ອງ ເອເລັກໂຕຼນິກ ແລະບໍຣິການຄຸ້ມຄອງສິ່ງເສດເຫຼືອ ໃນທ້ອງຖິ່ນຫຼາຍແຫ່ງ ສເນີໃຫ້ບໍຣິການ ກຳຈັດແບດເຕີຣີ ເພື່ອການນຳໃຊ້ຄືນໃຫມ່.”

ຮ້ານທີ່ເຂົ້າຮ່ວມໄດ້ແກ່: ,  ,  ,    ແລະ .

ເມື່ອແບັດເຕີຣີ lithium ສາມາດຖອດອອກໄດ້ຢ່າງປອດພັຍຈາກຜລິດ ຕະພັນດ້ວຍມື, ຂົ້ວຂອງມັນ (Terminals) ຄວນຖືກ ຕິດໄວ້ດ້ວຍກັບ tape ທີ່ບໍ່ນຳໄຟຟ້າ (non-conductive) ເຊັ່ນ sticky tape ໃສກ່ອນທີ່ຈະສົ່ງ ໄປບ່ອນຫມູນໃຊ້ຄືນ ທີ່ກໍານົດໄວ້.

Prof Ma ເນັ້ນວ່າຄວາມປອດພັຍ ແມ່ນສໍາຄັນທີ່ສຸດ ເມື່ອຮັບມືກັບແບດເຕີຣີ ທີ່ເສັຍຫາຍ.

ໃນທົ່ວອອສເຕຣເລັຍ, ມີຫຼາຍແຜນການຄຸ້ມຄອງ ຜລິດຕະພັນ ສໍາລັບການນໍາໃຊ້ ອຸປະກອນເອເລັກໂຕຣນິກຄືນໃຫມ່.

ພາຍໃຕ້ແຜນການເຫຼົ່ານີ້, ຜູ້ຜລິດ ແລະຜູ້ນໍາເຂົ້າຜລິດຕະພັນ ດັ່ງກ່າວຈະຕ້ອງຈັດຫາທຶນ ສຳລັບບຄວາມພະຍາຍາມ ໃນການຫມູນໃຊ້ຄືນ.
Australia Explained - E-Waste Recycling
ທ່ານຮູ້ບໍວ່າ e-scooters ແລະ bikes ໃຊ້ແບັດເຕີຣີ lithium-ion? ແບັດເຕີຣີ ເຫຼົ່ານີ້, ຫຼື ແບັດເຕີຣີທຸກຢ່າງ, ບໍ່ຄວນຖິ້ມຖັງຂີ້ເຫຍື່ອ ໃນຄົວເຮືອນ ຫຼື recycling bins ຂອງທ່ານ. Credit: Solskin/Getty Images
Rebecca Gilling ຈາກ Planet Ark ອະທິບາຍວິທີ ທີ່ທ່ານສາມາດຖີ້ມໂທຣະທັດ ແລະຄອມພິວເຕີເກົ່າຂອງທ່ານ ເພື່ອການໝູນໃຊ້ຄືນໃໝ່ (Recycling) ຟຣີ, ພາຍໃຕ້ໂຄງການ the .

"ມັນເປັນຍ້ອນ ຜູ້ຄົນທີ່ຖິ້ມໂທຣະທັດ ແລະຄອມພິວເຕີເກົ່າ ແລະສ່ວນປະກອບຄອມພິວເຕີ, ອຸປະກອນເສີມ, ຕາມປົກກະຕິແລ້ວ ຢູ່ສູນເກັບກູ້ຂອງເທດສະບານ ໃນທ້ອງຖິ່ນຂອງເຂົາເຈົ້າ.

"ເກືອບທຸກເຂດເທດສະບານ, ຈະມີສິ່ງອໍານວຍຄວາມສະດວກ ສໍາລັບຊາວບ້ານ ທີ່ຈະຖິ້ມຊິ້ນສ່ວນອຸປະກອນເຫຼົ່ານັ້ນ"

"ແລະປະຊາຊົນ ສາມາດຫມັ້ນໃຈໄດ້ວ່າ ໃນຖານະທີ່ເປັນສ່ວນຫນຶ່ງຂອງແຜນການໝູນໃຊ້ໂທລະທັດ ແລະ ຄອມພິວເຕີແຫ່ງຊາດ (the National Television and Computer recycling Scheme) ຮັບປະກັນວ່າ ຄວາມເປັນສ່ວນຕົວຂອງພວກເຂົາ ຈະໄດ້ຮັບການປົກປ້ອງ ໂດຍການລຶບຂໍ້ມູນທັງຫມົດ ອອກຈາກສິ່ງຂອງເຫຼົ່ານັ້ນ ກ່ອນທີ່ພວກເຂົາ ຈະຖືກສົ່ງອອກໄປເພື່ອການນຳມາໃຊ້ໃຫມ່, ສ້ອມແປງ ຫຼື ການຫມູນໃຊ້ຄືນໃຫມ່."

ເຖິງຢ່າງໃດກໍຕາມ, ມັນເປັນສິ່ງສໍາຄັນ ທີ່ຈະຈື່ໄວ້ວ່າ ບໍ່ແມ່ນຈຸດຮັບວັດ ຖຸ ທັງຫມົດ ແມ່ນສ່ວນຫນຶ່ງຂອງແຜນການ, ດັ່ງນັ້ນ ອາດຈະຈ່າຍຄ່າທໍານຽມໃນບາງສະຖານທີ່. ເປັນການດີທີ່ສຸດ ທີ່ຈະກວດສອບກັບເທດສະບານ ທ້ອງຖິ່ນຂອງທ່ານ.
Australia Explained - E-Waste Recycling
ຣັຖບານອອສເຕຣເລັຍ ດໍາເນີນໂຄງການການຫມູນໃຊ້ຄືນ ໂດຍບໍ່ເສັຍຄ່າ ໃຫ້ຜູ້ບໍຣິໂພກສໍາລັບໂທລະທັດ ແລະຄອມພິວເຕີ, ລວມທັງເຄື່ອງພິມ, ພາກສ່ວນຄອມພິວເຕີແລະ ສ່ວນປະກອບອື່ນໆ Source: Moment RF / Schon/Getty Images
ມາດຕະການດຽວກັນ ກໍຖືກນໍາໃຊ້ສໍາລັບໂທຣະສັບມືຖື ທີ່ຖືກນໍາມາໃຊ້ຄືນໃຫມ່ ພາຍໃຕ້ໂຄງການ ທີ່ໄດ້ຮັບການຮັບຮອງຈາກຣັຖບານ.

Louise Hyland ເປັນ CEO ຂອງ the Australian Mobile Telecommunications Association, ຊຶ່ງເປັນໜ່ວຍງານສູງສຸດ ທີ່ດໍາເນີນໂຄງການນຳໃຊ້ຄືນໃຫມ່ ທີ່ນໍາໂດຍອຸດສາຫະກັມ.

"ພວກເຮົາຊຸກຍູ້ ໃຫ້ປະຊາຊົນ ໂອນຂໍ້ມູນຂອງພວກເຂົາ ແລ້ວລຶບຂໍ້ມູນ ຈາກໂທຣະສັບເກົ່າ ກ່ອນທີ່ຈະນໍາໄປຖິ້ມໃນບ່ອນ Recycle. ນັ້ນຫມາຍຄວາມວ່າ ທ່ານບໍ່ສູນເສັຍຂໍ້ມູນຂອງທ່ານ."

"ແຕ່ເຖິງແມ່ນວ່າທ່ານບໍ່ໄດ້ເຮັດເຊັ່ນນັ້ນ, ເມື່ອຄົນຖິ້ມໂທຣະສັບຂອງເຂົາເຈົ້າ […] ຂໍ້ມູນກໍຖືກທໍາລາຍ, ໂທຣະສັບມືຖືທັງຫມົດຖືກທໍາລາຍ."

ອຸບປະກອນເສີມຂອງໂທຣະສັບ ແລະອຸປະກອນ ທີ່ກ່ຽວຂ້ອງຍັງສາມາດເອົາຖິ້ມໄດ້ ສໍາລັບການ Recycling ພາຍໃຕ້ໂຄງການນີ້, ຊຶ່ງສເນີທາງເລືອກທາງໄປສະນີ ຫຼືດ້ວຍໂຕທ່ານເອງ ໂດຍບໍ່ມີຄ່າໃຊ້ຈ່າຍ.

ທ່ານ ນາງ Hyland ກ່າວ ວ່າ "ພວກເຮົາຮັບທຸກແບຣນແລະປະເພດຂອງໂທຣະສັບມືຖື, ພ້ອມອຸບປະກອນເສີມ, ເຄື່ອງໃຊ້, Modems, Wearables, ແລະອຸປະກອນເອເລັກໂຕຣນິກຕ່າງໆໃນເຮືອນ.”

"ການ ຫມູນໃຊ້ໂທຣະສັບຜ່ານ mobile muster ນັ້ນຟຣີທຸກຢ່າງ, ທັງ ສະຖານທີ່ເກັບກໍາ 3000 ແຫ່ງ ຂອງພວກເຮົາໃນທົ່ວປະເທດ [...] ຫຼືທ່ານສາມາດຂໍຖົງໄປສະນີ (Post prepaid) ຟຣີ.

"ພຽງແຕ່ເຂົ້າໄປໃນ ເວັບໄຊທ໌ຂອງພວກເຮົາ ທີ່ ແລະໃສ່ລະຫັດ ໄປສະນີ (Postcode) ຂອງທ່ານ."

ແບັດເຕີຣີໂທຣະສັບມືຖື ຍັງຖືກນໍາມາໃຊ້ຄືນໃຫມ່ ໂດຍຜ່ານ Mobile Muster ຖ້າຫາກວ່າ ພວກມັນຍັງຢູ່ໃນອຸປະກອນ. ຖ້າບໍ່ດັ່ງນັ້ນ, ຄວນສົ່ງແບັດເຕີຣີ ສໍາລັບການຫມູນໃຊ້ຄືນ ໂດຍຜ່ານໂຄງການ B-cycle ສະເພາະແບັດເຕີຣີ.

ສໍາລັບອຸປະກອນເອເລັກໂຕຣນິກ ຫຼືເຄື່ອງໃຊ້ໃນຄົວເຮືອນ ປະເພດອື່ນໆ ທີ່ບໍ່ໄດ້ໃຊ້ອີກຕໍ່ໄປ, ທ່ານສາມາດຊອກຫາທາງເລືອກ ການຫມູນໃຊ້ຄືນ ທີ່ເຫມາະສົມ ແລະສະຖານຖິ້ມ ທີ່ໃກ້ທີ່ສຸດຂອງທ່ານໃນເວັບໄຊ ຂອງ Planet Ark:  

ທ່ານນາງ Gilling ອະທິບາຍວ່າ "ຜູ້ຄົນສາມາດໄປທີ່ນັ້ນໄດ້, ພຽງແຕ່ໃສ່ຣະຫັດ postcode ຂອງເຂົາເຈົ້າ, ແລະເລືອກວັດຖຸ ຫຼືສິ່ງຂອງຈາກລາຍການ ຂອງບ່ອນຮັບເຄື່ອງເອເລັກໂຕຣນິກ ແລະພວກເຂົາເຈົ້າ ກໍຈະພົບສະຖານທີ່ ທັງຫມົດໃນເຂດທ້ອງຖິ່ນຂອງພວກເຂົາ."

"ມັນເປັນຊັບພະຍາກອນ ທີ່ມີປໂຍດຫຼາຍ ບໍ່ພຽງແຕ່ສໍາລັບສິ່ງເສດເຫຼືອທາງເອເລັກໂຕຣນິກເທົ່ານັ້ນ, ແຕ່ສໍາລັບວັດສະດຸ ປະເພດອື່ນໆທັງຫມົດ ທີ່ພວກເຂົາເຈົ້າອາດຕ້ອງການ ທີ່ຈະຊອກຫາວິທີແກ້ໄຂການຫມູນໃຊ້ຄືນ ຫຼືແມ່ນແຕ່ການແກ້ໄຂຄືນໃຫມ່."
Australia Explained - E-Waste Recycling
ສິ່ງເສດເຫຼືອ e-waste ສາມາດໄດ້ຮັບຊີວິດໃຫມ່, ເຊັ່ນໃນຖານຫົນທາງ ແລະວັດສະດຸກໍ່ສ້າງ ຫຼືແບັດເຕີຣີໃຫມ່, ໃນະນະທີ່ໂລຫະ ທີ່ມີຄ່າໄດ້ຮັບການກູ້ຄືນຈາກອຸປະກອນທີ່ຖືກຮື້ຖອນ. Credit: Mindful Media/Getty Images
ຈະເຮັດແນວໃດຖ້າອຸປະກອນເອເລັກໂຕຣນິກ ຫຼື ແບດເຕີຣີ ເກີດໄຟໄໝ້

ຖ້າອຸປະກອນຫຼືແບດເຕີຣີ ເລີ່ມມີຄວັນ ຫຼືແປວໄຟ:
  • ຍົກຍ້າຍອອກຈາກພື້ນທີ່ ແລະປິດປະຕູ ຖ້າປອດພັຍທີ່ຈະເຮັດເພື່ອເຮັດໃຫ້ການລາມ ຂອງໄຟຊ້າລົງ ໃຫ້ແນ່ໃຈວ່າ ບໍ່ມີໃຜກັບໄປທາງໃນອາຄານ ດ້ວຍເຫດຜົນໃດໆ. ອາຍແກັສແບັດເຕີຣີ ທີ່ລະບາຍ, ອາຍ ແລະຄວັນ ແມ່ນມີສານພິດສູງ ແລະຕິດໄຟງ່າຍແລະບໍ່ຕ້ອງສູດດົມ.
  • ໂທຫາ Triple Zero (000) ແລະລໍຖ້າຢູ່ບ່ອນທີ່ປອດພັຍ ລໍຖ້າຣົດດັບເພີງ ຈະມາເຖິງ.
  • ຖ້າຜູ້ໃດສຳຜັດກັບ electrolyte, ສິ່ງຂອງທີ່ປິວໃນອາກາດ, ຄວັນຫຼືອາຍ, ຫຼືແປວໄຟ, ໃຫ້ໄປພົບນາຍໝໍໂດຍດ່ວນ.
ເນື້ອເລື່ອງໂດຍ Zoe Thomaidou ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share