ວິກິດຄວາມອຶດຫິວຂອງນັກຮຽນໃນອອສເຕຣເລັຍ.
ລາຍງານໃຫມ່ ໄດ້ເປີດເຜີຍວິກິດຄວາມອຶດຫິວ ທີ່ເພີ່ມຂຶ້ນໃນໂຮງຮຽນ ຂອງອອສເຕຣເລັຍ, ເນື່ອງຈາກຄວາມທ້າທາຍດ້ານຄ່າຄອງຊີບ ບັງຄັບໃຫ້ພໍ່ແມ່ຫລາຍຄົນ ສົ່ງເດັກນ້ອຍໄປໂຮງຮຽນ ໂດຍບໍ່ມີອາຫານ.
ລາຍງານຈາກ Eat Up Australia ເປີດເຜີຍວ່າ ຫນຶ່ງໃນສີ່ຄົນ ຂອງນັກຮຽນ ຂອງໂຮງຮຽນ ທີ່ໄດ້ຮັບການສນັບສນູນ ໂດຍອົງການ ການກຸສົນ ກໍາລັງອາສັຍການກິນເຂົ້າທ່ຽງ ຂອງໂຮງຮຽນຟຣີ ໃນຕອນນີ້- ຊຶ່ງເພີ່ມຂຶ້ນ ໃນສາມປີ.
Camille Bianchi ມີລາຍລະອຽດ.
ໃນປີ 2025, ເດັກນ້ອຍຫນຶ່ງ ໃນສີ່ຄົນ ຂອງໂຮງຮຽນ ທີ່ສນັບສນູນໂດຍອົງການ ການກຸສົນ ສໍາລັບອາຫານທ່ຽງຂອງໂຮງຮຽນ-Eat Up Australia-ກໍາລັງເຂົ້າເຖິງອາຫານທ່ຽງ ຂອງໂຮງຮຽນຟຣີ.
ໃນປີ 2022, ນັກຮຽນຫນຶ່ງໃນຫ້າຄົນ ໄດ້ໃຊ້ບໍຣິການນີ້.
ແລະການເພີ່ມຂຶ້ນນີ້ ສະແດງເຖິງບັນຫາສໍາຄັນ: ຈໍານວນຄົວເຮືອນໃນອອສເຕຣເລັຍ ທີ່ນັບມື້ນັບມີຫລາຍຂຶ້ນ ກໍາລັງປະເຊີນ ກັບຄວາມບໍ່ຫມັ້ນຄົງ ທາງອາຫານ.
Lyndon Galea, ຜູ້ກໍ່ຕັ້ງຂອງ Eat Up Australia, ກ່າວວ່າ ຄ່າເຊົ່າເຮືອນ, ຄ່າໃຊ້ຈ່າຍ ແລະອັດຕາດອກເບັ້ຍ ສົ່ງຜົນກະທົບຢ່າງຫຼາຍ ຕໍ່ຄອບຄົວ.
"ພວກເຮົາ ມັກຈະໄດ້ຍິນວ່າ ຄອບຄົວເຫຼົ່ານີ້ ທີ່ພໍ່ແມ່ງົດອາຫານ ກ່ອນມັນຈະໄປເຖິງຂັ້ນ ທີ່ເດັກນ້ອຍຕ້ອງອົດເຂົ້າ. ແຕ່ຫນ້າເສັຍໃຈ ທີ່ເດັກນ້ອຍ ຫລາຍກວ່າທີ່ເຮົາເຄີຍເຫັນມາກ່ອນ ທີ່ມາໂຮງຮຽນ ໂດຍບໍ່ມີອາຫານຈາກບ້ານ ຫລືມີອາຫານພຽງເລັກນ້ອຍ, ພວກເຮົາຕ້ອງ ສນັບສນູນສິ່ງນັ້ນ."
ຫລາຍກວ່າສາມສ່ວນສີ່ ຂອງໂຮງຮຽນ ທີ່ມີສ່ວນຮ່ວມ ໄດ້ລາຍງານວ່າຈໍານວນນັກຮຽນ ທີ່ເຂົ້າເຖິງອາຫານທ່ຽງຟຣີ ໄດ້ເພີ່ມຂຶ້ນ.
Mr Galea ຍັງເວົ້າອີກວ່າ ເມື່ອເດັກນ້ອຍບໍ່ມີອາຫານພໍ, ອາດສົ່ງຜົນເສັຍຢ່າງຫຼາຍ ຕໍ່ຜົນການຮຽນຂອງເຂົາເຈົ້າ.
"ນາຍຄູ ຈະອະທິບາຍເລື່ອງນີ້ ໄດ້ດີທີ່ສຸດດ້ວຍຄໍາເວົ້າທີ່ງ່າຍໆ. ເຂົາເຈົ້າເວົ້າວ່າ ເມື່ອເດັກນ້ອຍ ມີຄວາມຫິວ, ພວກເຂົາບໍ່ສາມາດ ມີສະມາທິໃນການຮຽນ ແລະເມື່ອເດັກນ້ອຍບໍ່ມີສະມາທິ ມັນເກືອບເປັນໄປບໍ່ໄດ້ ທີ່ພວກເຂົາຈະຮຽນຮູ້."
ໂຄງການ School Breakfast 4 Health ຂອງ Foodbank ກໍເຫັນຄວາມຕ້ອງການ ທີ່ເພີ່ມຂຶ້ນຄືກັນ.
ໃນສອງປີທີ່ຜ່ານມາ, ການບໍຣິການ ໄດ້ເຕີບໂຕຂຶ້ນ ເຖິງຫນຶ່ງສ່ວນສາມ-ໂດຍສນັບສນູນເດັກນ້ອຍ ໃນໂຮງຮຽນ 676 ແຫ່ງ.
ເດືອນນີ້ (7 ກຸມພາ), ຣັຖບານ New South Wales ໄດ້ໃຫ້ເງິນທຶນ ຕື່ມອີກ ສໍາລັບອາຫານເຊົ້າຟຣີ ຂອງນັກຮຽນ 88,000 ຄົນ, ຊຶ່ງເປັນສ່ວນຫນຶ່ງ ຂອງການສນັບສນູນ 8 ລ້ານໂດລາສໍາລັບ Foodbank New South Wales ແລະ ACT.
ໃນຕອນນັ້ນ, John Robertson, ຫົວຫນ້າຜູ້ອໍານວຍການໃຫຍ່ ຂອງອົງການ ການກຸສົນ ໄດ້ບອກກັບສື່ວ່າ ການລົງທຶນ ຈະປ່ຽນແປງຊີວິດ.
"ການເພີ່ມໂຄງການນີ້ ໃຫ້ເຖິງ 1000 ໂຮງຮຽນທົ່ວຣັດ ເປັນຄໍາຫມັ້ນສັນຍາ ອັນໃຫຍ່ຫຼວງ ແລະຈະປ່ຽນແປງຊີວິດ. ເປັນເວລາດົນນານແລ້ວ ທີ່ເຮົາໄດ້ຍິນ ນັກການເມືອງທຸກຝ່າຍ ເວົ້າເຖິງຄວາມຈິງທີ່ວ່າ ການສຶກສາ ເປັນກຸນແຈສໍາຄັນ ສໍາລັບເດັກນ້ອຍ ທີ່ຈະປ່ຽນຊີວິດຂອງເຂົາເຈົ້າ. ຖ້າຫາກເຂົາເຈົ້າ ບໍ່ສາມາດສວຍໂອກາດນັ້ນ, ນັ້ນກໍເປັນການລົ້ມເຫລວ."
The Salvation Army ໄດ້ຈັດຫາອາຫານຊຸມຊົນ (Community Meals) ປະມານ 240,000 ຊຸດ ໃຫ້ແກ່ຜູ້ທີ່ຕ້ອງການຄວາມຊ່ອຍເຫຼືອ ໃນແຕ່ລະປີ, ຈາກການຄົ້ນຄວ້າ ໃນປີ 2024 ພົບວ່າ ຊາວອອສເຕຣເລັຍ ສາມລ້ານຄົນ ໃຊ້ຊີວິດ ຕ່ຳກວ່າຂີດຄວາມຍາກຈົນ (the Poverty Line) ແລະ47 ເປີເຊັນ ຖືກບັງຄັບໃຫ້ເລືອກລະຫວ່າງ ການຈ່າຍຄ່າເຊົ່າເຮືອນ, ຈ່າຍຄ່າເຮືອນຕໍ່ທະນາຄານ (Mortgage) ຫລືອາຫານ.
Major Gary Masters ຈາກ the Salvation Army ກ່າວວ່າ ຂໍ້ມູນນັ້ນ ຍັງສະແດງໃຫ້ເຫັນວ່າ ຜູ້ທີ່ອາສັຍຢູ່ໃນຄວາມຍາກຈົນ ຕອນອາຍຸນ້ອຍ ມີແນວໂນ້ມ ເຖິງສາມເທົ່າ ທີ່ຈະມີຄວາມບໍ່ຫມັ້ນຄົງ ທາງການເງິນເມື່ອເປັນຜູ້ໃຫຍ່.
"ຫລັງຈາກສິ່ງຈໍາເປັນໃນບ້ານເຮືອນ, ຜູ້ຄົນມີເງິນ 8 ໂດລາຕໍ່ອາທິດ ໃນການດໍາລົງຊີວິດ. ຈະມີໃຜທີ່ໃຊ້ຊີວິດໄດ້ ດ້ວຍເງິນ 8 ໂດລາຕໍ່ອາທິດ, ເມື່ອທ່ານ ຄິດກ່ຽວກັບຄ່າຮັກສາພະຍາບານ ແລະສິ່ງອື່ນໆ ທີ່ມາພ້ອມກັບມັນ."
ອາທິດນີ້, ທາງອົງການ ໄດ້ເປີດເຜີຍ Social Justice Stocktake (20 ກຸມພາ).
ການສໍາຫລວດ ໄດ້ດໍາເນີນໄປ ໃນທ້າຍປີກາຍນີ້, ໂດຍທີ່ Stocktakeເປີດເຜີຍວ່າ ຄວາມກັງວົນສາມຢ່າງ ຂອງຊາວອອສເຕຣເລັຍ ແມ່ນຄວາມບໍ່ຫມັ້ນຄົງດ້ານທີ່ຢູ່ອາສັຍ (Housing Insecurity), ສຸຂະພາບທາງຈິດໃຈ (Mental Health) ແລະຄວາມຍາກລຳບາກທາງການເງິນ (Financial Hardship).
Mr Masters ກ່າວວ່າ ວິກິດທີ່ເພີ່ມຂຶ້ນ ເປັນຄວາມລົ້ມເຫລວ ຂອງນະໂຍບາຍ, ບໍ່ກ່ຽວກັບບຸກຄົນ.
"ຄວາມໝັ້ນຄົງ ຂອງການປະກັນສັງຄົມ ຂອງເຮົາ ກໍາລັງສ້າງຄວາມລົ້ມເຫລວຕໍ່ຜູ້ຄົນ. ຣັຖບານ Commonwealth ຕ້ອງທົບທວນ ແລະເພີ່ມອັດຕາ ການຊ່ອຍເຫລືອ ເຊັ່ນ JobSeeker ແລະ Youth Allowance ເພີ່ມຂຶ້ນອີກ ເພື່ອວ່າການຕົກງານ ຈະບໍ່ຫມາຍຄວາມວ່າ ຄວາມຍາກຈົນໃນໄລຍະຍາວ."
ເນື້ອເລື່ອງໂດຍ Camille Bianchi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌