ລູກຫຼານຂອງທ່ານ ຖືກກັ່ນແກ້ງ (Bullying) ຢູ່ໂຮງຮຽນ ຫລືຢູ່ໃນອິນເຕີເນັດບໍ່? ຂັ້ນຕອນສໍາຄັນ ທີ່ທ່ານຕ້ອງເຮັດ.

Australia Explained - Bullying

Bullying typically targets those perceived to be different in some way, including looks, speech, background, religion, race, culture, and body size, says Dr Deborah Green of the University of South Australia. Credit: Maskot/Getty Images/Maskot

ຜູ້ຊ່ຽວຊານກ່າວວ່າ ການຮັບມືກັບພຶດຕິກັມ ການກັ່ນແກ້ງ(Bullying) ບໍ່ໄດ້ເປັນເລື່ອງງ່າຍ ແຕ່ຈໍາເປັນສເມີ, ເພາະຄວາມເສັຍຫາຍທີ່ເກີດຂຶ້ນ ສາມາດສົ່ງຜົນກະທົບ ຕໍ່ເດັກນ້ອຍ ເປັນເວລາຫລາຍປີ. ເພື່ອໃຫ້ຄໍາແນະນໍາຫຼ້າສຸດ ກ່ຽວກັບການສນັບສນູນເດັກນ້ອຍ ທີ່ປະສົບກັບການກັ່ນແກ້ງ (Bullying) ຢູ່ໂຮງຮຽນ ຫຼືທາງອິນເຕີເນັດ, ພວກເຮົາປຶກສາກັບຜູ້ຊ່ຽວຊານ ດ້ານການສຶກສາ, ຈິດຕະວິທຍາ ແລະການຮັບມືກັບການກັ່ນແກ້ງ (Bullying) ທາງອິນເຕີເນັດ.


ຈຸດສຳຄັນ:
  • ການກັ່ນແກ້ງ (Bullying) ອາດກ່ຽວຂ້ອງກັບ ຕັ້ງແຕ່ຄົນຫນຶ່ງຂຶ້ນໄປ, ແລະຂຶ້ນຢູ່ກັບສະຖານະການ. ສິ່ງທີ່ຖືກເຫັນວ່າ ເປັນການຢອກລໍ້ ໃນວັຍຮຽນທີ່ 'ບໍ່ເປັນອັນຕະຣາຍ' ກໍສາມາດເປັນການກັ່ນແກ້ງ (Bullying) ຄືກັນ.
  • • ໂຮງຮຽນ ມີຂັ້ນຕອນສໍາລັບການປ້ອງກັນ ແລະຕອບຮັບ ການກັ່ນແກ້ງ (Bullying).
  • • ການກັ່ນແກ້ງທາງອິນເຕີເນັດ (Cyberbullying) ສາມາດລາຍງານໄດ້ ໃນອອສເຕຣເລັຍ.
Dr Deborah Green ຈາກຜແນກ Education Futures ຂອງມະຫາວິທະຍາໄລ South Australia ກ່າວວ່າ ຫນຶ່ງໃນສີ່ ຂອງນັກຮຽນປີ 4 ຫາປີ 9 ໃນອອສເຕຣເລັຍ ຖືກກັ່ນແກ້ງທຸກອາທິດ.

ເຖິງຢ່າງໃດກໍຕາມ, ເດັກທຸກວັຍ ສາມາດຕົກເປັນເປົ້າຫມາຍຂອງພຶດຕິກັມ ການກັ່ນແກ້ງ (Bullying) ແລະມີຜົນກະທົບອັນຍາວນານ ຕໍ່ທັງເຫຍື່ອ ແລະສັງຄົມ.

"ການກັ່ນແກ້ງ (Bullying) ໄດ້ຖືກລາຍງານວ່າ ເຮັດໃຫ້ສັງຄົມ ເສັຍເງິນ2.3 ລ້ານໂດລາ, ຊຶ່ງເກີດຂຶ້ນ ໃນຂນະທີ່ເດັກນ້ອຍຢູ່ໂຮງຮຽນ ແລະ 20 ປີຫລັງຈາກເຂົາເຈົ້າໄດ້ຮຽນຈົບ," Dr Greenອະທິບາຍ ໂດຍອ້າງເຖິງຄ່າໃຊ້ຈ່າຍ ສໍາລັບຄວາມຕ້ອງການ ທາງການແພດຂອງເຫຍື່ອ.

"ການກັ່ນແກ້ງ (Bullying) ໄດ້ຖືກລາຍງານວ່າ ເຮັດໃຫ້ສັງຄົມ ເສັຍເງິນ2.3 ລ້ານໂດລາ, ຊຶ່ງເກີດຂຶ້ນ ໃນຂນະທີ່ເດັກນ້ອຍຢູ່ໂຮງຮຽນ ແລະ 20 ປີຫລັງຈາກເຂົາເຈົ້າໄດ້ຮຽນຈົບ," Dr Greenອະທິບາຍ ໂດຍອ້າງເຖິງຄ່າໃຊ້ຈ່າຍ ສໍາລັບຄວາມຕ້ອງການ ທາງການແພດຂອງເຫຍື່ອ.

Australia Explained - Bullying
In recent research, Australian children reported that hurtful teasing was the most common bullying behaviour that they experienced, followed by having hurtful lies told about them. Credit: FatCamera/Getty Images

ການກັ່ນແກ້ງ (Bullying) ແລະການກັ່ນແກ້ງທາງອິນເຕີເນັດ (Cyberbullying) ແມ່ນຫຍັງ?

ພຶດຕິກັມ ການກັ່ນແກ້ງ (Bullying) ບໍ່ກົງໄປກົງມາທຸກຢ່າງ, ແມ່ນແຕ່ການຢອກລໍ້ຫຼິ້ນ ໃນໝູ່ເດັກນ້ອຍ ກໍສາມາດເກີນຂອບເຂດໄດ້, Dr Green ກ່າວ.

"ຖ້າເຮົາຄໍາຈຳກັດຄວາມ (Definition) ຂອງການກັ່ນແກ້ງ ຂອງອອສເຕຣເລັຍໃນປະຈຸບັນ, ມັນໝາຍເຖິງ "ການໃຊ້ອໍານາດ ໃນທາງທີ່ຜິດຢ່າງຕໍ່ເນື່ອງ ແລະຈົງໃຈ ໃນຄວາມສໍາພັນ ໂດຍຜ່ານພຶດຕິກັມທາງວາຈາ, ຮ່າງກາຍ ແລະ/ຫຼື ທາງສັງຄົມ ຊ້ຳແລ້ວຊ້ຳອີກ ທີ່ຕັ້ງໃຈຈະກໍ່ໃຫ້ເກີດອັນຕະຣາຍ ບໍ່ວ່າຈະເປັນທາງຮ່າງກາຍ, ສັງຄົມ ຫຼືທາງຈິດໃຈ"

ອົງປະກອບຂອງເຈດຕະນາ, ອໍານາດ, ແລະການກະທຳຊ້ຳອີກ ຄືສິ່ງທີ່ແຕກຕ່າງ ຈາກການຢອກລໍ້ ແລະການເປັນຄົນໂຫດຮ້າຍ, ນາງອະທິບາຍ.

"ແຕ່ເຮົາຕ້ອງລະມັດລະວັງຫນ້ອຍຫນຶ່ງ ເພາະເມື່ອການປະພຶດແບບນັ້ນ ກໍ່ໃຫ້ເກີດຄວາມເສັຍຫາຍ ຕໍ່ຄົນທີ່ກໍາລັງປະສົບກັບມັນ ແລະມັນຍັງດໍາເນີນຕໍ່ໄປ, ມັນຈະເກີນຂອບເຂດ ແລະກາຍເປັນການກັ່ນແກ້ງ."

ເຊັ່ນດຽວກັບການກັນແກ້ງ ທາງອິນເຕີເນັດ (Cyberbullying), ຊຶ່ງອາດມີຕັ້ງແຕ່ ຄວາມຄິດເຫັນທີ່ບໍ່ດີ ຈົນເຖິງຮູບແບບທີ່ຮ້າຍແຮງກວ່າ.

Australia Explained - Bullying
Cyberbullying may escalate to fake impersonating accounts, threats of violence and even sexually explicit content generated using AI (Artificial Intelligence) technologies. Credit: fcafotodigital/Getty Images

ລາຍງານການກັ່ນແກ້ງ ທາງອິນເຕີເນັດ (Online bullying)

Paul Clark ເປັນຜູ້ຈັດການບໍຣິຫານ ຂອງ Education, Prevention, and Inclusion ທີ່ຄນະກັມມາທິການ eSafety, ຫນ່ວຍງານຂອງ ທີ່ຊ່ວຍໃຫ້ຊາວອອສເຕຣເລັຍ ປະສົບກັບການກັ່ນແກ້ງ ຫຼືການລ່ວງລະເມີດ ທາງອອນລາຍ.

ລາວອະທິບາຍວ່າ ເມື່ອຜູ້ກວດສອບຂອງ eSafety ໄດ້ຮັບລາຍງານກ່ຽວກັບການກັ່ນແກ້ງທາງອິນເຕີເນັດ (Online bullying), ເຂົາເຈົ້າຈະທົບທວນທັງເນື້ອຫາ (Content) ແລະບໍຣິບົດ (Context) ຂອງເຫດການນັ້ນໃນການຕັດສິນໃຈ.

"ຂ້າພະເຈົ້າ ສາມາດໃຫ້ຕົວຢ່າງເຊັ່ນ ບ່ອນທີ່ມີເດັກຄົນຫນຶ່ງ ທີ່ພວກເຮົາຊ່ວຍເຫຼືອ ທີ່ພໍ່ແມ່ລາຍງານຂໍ້ຄວາມຕ່າງໆ, ແລະບັນຊີທີ່ບໍ່ມີຊື່ ທີ່ໄດ້ເວົ້າເຍາະເຍີ້ຍ ຄວາມຮັກຂອງລູກຊາຍຂອງເຂົາເຈົ້າ ທີ່ມີຕໍ່ຣົດເມ. ຖ້າເບິ່ງແບບເຜີນໆ, ເລື້ອງເຊັ່ນນັ້ນເບິ່ງຄືວ່າເລັກນ້ອຍ, ແຕ່ບໍຣິບົດ (Context) ເປັນສິ່ງສໍາຄັນ. ແລະເດັກຊາຍຄົນນີ້ ດໍາລົງຊີວິດຢູ່ກັບຄວາມພິການ ແລະກຳລັງປະສົບກັບຮູບແບ[ຂອງການກັ່ນແກ້ງທາງອິນເຕີເນັດໃນວົງກວ້າງ.

"ສະນັ້ນ, ຜູ້ກວດສອບຂອງເຮົາ ຈຶ່ງພິຈາຣະນາວ່າ ເປັນເປັນໄປຕາມເກນ ສໍາລັບການປະຕິບັດ ແລະໄດ້ດໍາເນີນການ ເພື່ອໃຫ້ມັນຖືກກໍາຈັດອອກໄປໄດ້ສໍາເລັດ."

ຄວາມພະຍາຍາມ ໃນການປ້ອງກັນ

Dr Green ທໍາງານຮ່ວມກັບ Dr Carmel Taddeo ໃນໂຄງການຄົ້ນຄວ້າ ສໍາລັບທີມ , ຊຶ່ງເປັນໂຄງການລິເລີ່ມຂອງຣັຖບານທົ່ວອອສເຕຣເລັຍ ທີ່ສົ່ງເສີມຊຸມຊົນ ຂອງໂຮງຮຽນ ໃນການປ້ອງກັນ ການກັ່ນແກ້ງ (Bullying).

Australia Explained - Bullying
School policies vary, but every school is expected to have bullying prevention strategies, reporting procedures, and provide support to affected students. Source: Moment RF / Natalia Lebedinskaia/Getty Images
Dr Taddeo ສລຸບແນວທາງປະຕິບັດທົ່ວໄປ ເມື່ອມີການລາຍງານ ກ່ຽວກັບການກັ່ນແກ້ງ (Bullying) ຢູ່ໂຮງຮຽນ.

"ໂດຍທົ່ວໄປແລ້ວ ,ຂໍ້ມູນຈະຖືກຮວບຮວມ ແລະບັນທຶກໄວ້ ເພື່ອກຳ ໜົດ ວິທີທີ່ດີທີ່ສຸດ ໃນການແຊກແຊງ ແລະສິ່ງທີ່ຈໍາເປັນ ເພື່ອຄວາມປອດພັຍ ແລະຄວາມເປັນຢູ່ທີ່ດີຂອງນັກຮຽນ, ແລະນັກຮຽນ ອາດຖືກສົ່ງຕໍ່ ໄປທີ່ຜູ້ຊ່ຽວຊານ ເພື່ອຮັບການສນັສນູນ ແລະບໍຣິການ."

ສິ່ງທີ່ພໍ່ແມ່ ແລະຜູ້ດູ ແລສາມາດເຮັດໄດ້.

ການນັດຫມາຍກັບຜູ້ນໍາຂອງໂຮງຮຽນ ຫລືຮ້ອງຮຽນເປັນທາງການ ກັບໂຮງຮຽນ, ເປັນທາງເລືອກ ທີ່ພໍ່ແມ່ແລະຜູ້ດູແລສາມາດເຮັດໄດ້ ຖ້າຫາກເຂົາເຈົ້າບໍ່ພໍໃຈ ກັບວິທີແກ້ໄຂປັນຫາທີ່ສເນີ ຫລືພຶດຕິກັມ ທີ່ກັ່ນແກ້ງ (Bullying) ຍັງຄົງດໍາເນີນຕໍ່ໄປ.

" ບັດນີ້, ຖ້ານັກຮຽນ ຫຼືພໍ່ແມ່-ຜູ້ເບິ່ງແຍງ ບໍ່ພໍໃຈກັບຂັ້ນຕອນທີ່ໂຮງຮຽນດຳເນີນການ, ພວກເຂົາສາມາດໂທຫາສາຍຈັດການ ຂໍ້ຮ້ອງຮຽນ ຂອງກະຊວງສຶກສາໄດ້."

"ການກັ່ນແກ້ງ (Bullying) ກໍສາມາດເປັນສິ່ງຜິດກົດຫມາຍ ແລະເວບໄຊ້ ກົດຫມາຍຂອງຊາວຫນຸ່ມ ອອສເຕຣເລັຍ () ສາມາດໃຫ້ຄໍາແນະນໍາ ທາງກົດຫມາຍທີ່ເປັນປໂຍດ, ຟຣີ ແລະເປັນຄວາມລັບ ກ່ຽວກັບຫົວຂໍ້ນີ້ແກ່ຊາວໜຸ່ມ," Dr Taddeo ກ່າວຕື່ມ.

Australia Explained - Bullying
If your child is engaging in bullying behaviours, ask them to explain the why without assigning labels, decide on appropriate consequences and explore opportunities at school and beyond for building their social and emotional skills, Dr Taddeo advises. Credit: triloks/Getty Images
ຂັ້ນຕອນທໍາອິດ ສໍາລັບພໍ່ແມ່ ແລະຜູ້ດູແລ ເມື່ອລູກຂອງເຂົາເຈົ້າ ຖືກກັ່ນແກ້ງ (Bullying), ຄືການໃຫ້ຄວາມຫມັ້ນໃຈແກ່ເຂົາເຈົ້າວ່າ ພໍ່ແມ່ຢູ່ທີ່ນັ້ນ ເພື່ອສນັບສນູນພວກເຂົາ.

Dr Taddeo ໃຫ້ຄໍາແນະນໍາ ທີ່ເປັນປໂຍດ ກ່ຽວກັບວິທີສງົບສະຕິອາຣົມແລະດຳເນີນການ ເດີນຕາມຂັ້ນຕອນການລາຍງານຂອງໂຮງຮຽນ ຢ່າງມີປະສິດທິພາບ, ເລີ່ມຕົ້ນດ້ວຍການຂໍພົບກັບຄູສອນຂອງເດັກ ຫຼື ທີ່ປຶກສາຂອງໂຮງຮຽນ.

"ເມື່ອຕອນພົບກັບເຈົ້າໜ້າທີຂອງໂຮງຮຽນ ມັນເປັນສິ່ງສໍາຄັນ ທີ່ຈະນໍາເອົາບັນທຶກຂອງທ່ານມາພ້ອມ, ອະທິບາຍສິ່ງທີ່ເກີດຂຶ້ນ, ຖາມກ່ຽວກັບ ຂັ້ນຕອນສະເພາະທີ່ຈະເຮັດ ແລະຈະໃຊ້ໄລຍະເວລາເທົ່າໃດ. ຖາມກ່ຽວກັບການເກັບຄວາມລັບ ແລະການສນັບສນູນໃດໆ ທີ່ອາດຈະມີໃຫ້ລູກຂອງເຂົາເຈົ້າ ຖ້າຫາກວ່າເຂົາເຈົ້າເລືອກທີ່ຈະໃຊ້.

"ພ້ອມທັງໃຫ້ຈົດບັນທຶກ ການປະຊຸມທຸກເທື່ອ ທີ່ທ່ານພົບກັບເຈົ້າໜ້າທີ່ ຂອງໂຮງຮຽນ ແລະສືບຕໍ່ຕິດຕໍ່ກັບພວກເຂົາ."

"ພ້ອມທັງໃຫ້ຈົດບັນທຶກ ການປະຊຸມທຸກເທື່ອ ທີ່ທ່ານພົບກັບເຈົ້າໜ້າທີ່ ຂອງໂຮງຮຽນ ແລະສືບຕໍ່ຕິດຕໍ່ກັບພວກເຂົາ."

"ຖ່າຍຮູບຫນ້າຈໍ (Screenshots), ບັນທຶກຂໍ້ມູນຂອງ URL ກ່ອນທີ່ຈະຊ່ວຍໃຫ້ເດັກປິດບັງ ຫຼືບລັອກບັນຊີ (Block the accounts).

"ຖ້າຫາກວ່າທ່ານລາຍງານຕໍ່ຖານ (Platform) ບ່ອນທີ່ການກັ່ນແກ້ງ ກໍາລັງເກີດຂຶ້ນ ແລະຖານ (Platform) ບໍ່ລົງມືປະຕິບັດ, ໂດຍການລາຍງານໃຫ້ esafety.gov.au, ພວກເຮົາມີອໍານາດ ໃນການກຳຈັດເນື້ອຫາ ທີ່ເປັນອັນຕະຣາຍຮ້າຍແຮງຕ່າງໆ."

ໃນກໍຣະນີທີ່ສົງສັຍ ຫລືໄດ້ຮັບການຢືນຢັນ ກ່ຽວກັບການກັ່ນແກ້ງ ທາງອິນເຕີເນັດ (Cyberbullying), Mr Clark ໄດ້ແນະນໍາພໍ່ແມ່ ໃຫ້ຕ້ານທານກັບຄວາມຄຶດ ທີ່ຈະເອົາອຸປະກອນຂອງລູກຫຼານໄປ.

"ມັນອາດມີຜົນ ໃຫ້ເດັກນ້ອຍ ຍັບຍັ້ງຈາກການຂໍຄວາມຊ່ວຍເຫຼືອໃນອະນາຄົດ ເພາະພວກເຂົາຢ້ານວ່າ ອຸປະກອນຂອງເຂົາເຈົ້າ ຈະຖືກເອົາໄປຈາກເຂົາ. ດັ່ງນັ້ນ, ພວກເຮົາ ຂໍແນະນໍາໃຫ້ພໍ່ແມ່ສນັບສນຸນລູກ ໂດຍຜ່ານສະຖານະການນໍາກັນ ແລະໃຫ້ແນ່ໃຈວ່າ ພວກເຂົາໄດ້ຮັບການ ສນັບສນູນ ທາງອາຣົມ ແລະຈິດໃຈທີ່ເຂົາຕ້ອງການ."

Australia Explained - Bullying
Children can respond by walking away, using humour to deflect, or ignoring the person exhibiting bullying behaviour, but these are only short-term strategies, Mr Kendall explains. Credit: FangXiaNuo/Getty Images
Jamie Kendall ເປັນທີ່ປຶກສາທີ່ Kids Helpline, ທີ່ໃຫ້ ບໍຣິການດ້ານຄໍາປຶກສາທາງໂທຣະສັບ ແລະອອນໄລນ໌ ຟຣີ ຕລອດ 24 ທຸກມື້ ສຳລັບເດັກນ້ອຍອາຍຸຕັ້ງແຕ່ ຫ້າປີສາມາດເຂົ້າເຖິງໄດ້.

ເພິ່ນຊຸກຍູ້ເດັກນ້ອຍ ໃຫ້ຂໍຄວາມຊ່ອຍເຫລືອຈາກຜູ້ໃຫຍ່ສເມີ ຖ້າຫາກເຂົາເປັນຜູ້ຖືກກັ່ນແກ້ງ ທີ່ດໍາເນີນຕໍ່ໄປ ຫລືມີຜົນເສັຍຕໍ່ຄວາມຮູ້ສຶກຂອງເຂົາເຈົ້າ.

"ການເວົ້າລົມກັບຄົນໃດຄົນຫນຶ່ງ ທັນທີທີ່ມັນເລີ່ມຕົ້ນ ເປັນວິທີທີ່ດີທີ່ສຸດ ທີ່ຈະໄດ້ຮັບການສນັບສນູນ ໃນການຈັດການເລື່ອງນີ້. ເຖິງແມ່ນວ່າ ທ່ານຈະເວົ້າກັບຜູ້ໃຫຍ່ຢູ່ບ້ານ ຫລືຜູ້ໃຫຍ່ທີ່ໄວ້ວາງໃຈໄດ້ວ່າ, 'ຂ້ອຍຮູ້ສຶກໂອເຄ ທີ່ຈະພະຍາຍາມຜ່ານຜ່າມັນດ້ວຍຕົວເອງ ໃນຕອນນີ້. ແຕ່ໃນບາງຈຸດ, ຖ້າຫາກມັນຍັງດໍາເນີນຕໍ່ໄປ, ຂ້ອຍອາດຕ້ອງການຄວາມຊ່ອຍເຫລືອຈາກເຈົ້າ'."

ສໍາລັບຜູ້ໃຫຍ່, ສິ່ງທໍາອິດທີ່ຕ້ອງເຮັດ ແມ່ນໃຫ້ໂອກາດເດັກນ້ອຍ ທີ່ຈະກ່າວເຖິງສິ່ງທີ່ກໍາລັງເກີດຂຶ້ນ.

Mr Kendall ແນະນໍາວິທີ ທີ່ຈະວາງຂອບຂອງການສົນທະນາ, ເມື່ອເຂົາເຈົ້າສົງສັຍວ່າ ມີການກັ່ນແກ້ງ, ແຕ່ເດັກນ້ອຍປະຕິເສດ.

"ໃນວິທີທີ່ຜູ້ໃຫຍ່ ທີ່ໄວ້ວາງໃຈໄດ້ ອາດປະພຶດເຊັ່ນ 'ຂ້ອຍຮູ້ວ່າ ເຈົ້າກໍາລັງບອກຂ້ອຍວ່າ ບໍ່ມີຫຍັງເກີດຂຶ້ນ, ແຕ່ຂ້ອຍຍັງມີຄວາມຮູ້ສຶກວ່າ ຍັງມີບາງຢ່າງຢູ່. ເຈົ້າຈະວ່າແນວໃດ ຖ້າຂ້ອຍຈະໄປລົມກັບນາຍຄູຄົນໃດຄົນຫນຶ່ງ ຂອງເຈົ້າຢູ່ໂຮງຮຽນ? ເພື່ອເບິ່ງວ່າ ມີຫຍັງບໍ່ເກີດຂຶ້ນກັບເຈົ້າ ແລະວ່າເຂົາເຈົ້າ ອາດຮູ້ເລື່ອງຫຍັງຫຼາຍກວ່ານີ້'."

ໃນທີ່ສຸດ, ລາວກ່າວວ່າ, ການຮັບມືກັບການກັ່ນແກ້ງ ຕ້ອງການຄວາມຮ່ວມມືຈາກຜູ້ໃຫຍ່ທີ່ໄວ້ວາງໃຈ ໄດ້ໃນຊີວິດຂອງເດັກນ້ອຍ.

"ສະນັ້ນ, ເຮົາສາມາດທໍາງານເປັນຊຸມຊົນ ເພື່ອຊ່ອຍເຫລືອຊາວຫນຸ່ມ ທີ່ກໍາລັງຖືກກັ່ນແກ້ງ. ບໍ່ຈໍາເປັນຕ້ອງເປັນພຽງແຕ່ເຂົາເຈົ້າ ເວົ້າລົມກັບຄົນດຽວເທົ່ານັ້ນ. ພວກເຮົາ ສາມາດເຮັດວຽກເປັນເຄືອຂ່າຍໄດ້."

Australia Explained - Bullying
Children may not always give an honest answer over bullying, but acknowledging the experience is an empowering step, Mr Kendall explains. “If they can voice it to you themselves, that's going to help them feel more in charge.” Credit: triloks/Getty Images
  • ສໍາລັບລາຍຊື່ ໜ່ວຍງານຂອງໂຮງຮຽນ ແລະນະໂຍບາຍການປ້ອງກັນແລະການຮັບມື ກັບການກັ່ນແກ້ງ ສໍາລັບແຕ່ລະເຂດໃຫ້ໄປທີ່:

  • ສຳລັບຂໍ້ມູນການກັ່ນແກ້ງ ທາງອິນເຕີເນັດ ແລະການສນັບສນູນ ໄປທີ່:


    ສຳລັບຂໍ້ມູນໃນພາສາຕ່າງໆ ໄປທີ່:
     
  •  Kids Helpline ແມ່ນບໍຣິການປຶກສາອອນລາຍ ແລະ ທາງໂທຣະສັບຟຣີຕລອດ 24 ຊົ່ວໂມງທຸກມື້ ສໍາລັບເຍົາວາຊົນ ອາຍຸ 5 ເຖິງ 25 ປີ. ໂທ ຫາ 1800 55 1800 ຫລື ໄປ ທີ່:
    https://kidshelpline.com.au
    ເພື່ອຂໍຄວາມຊ່ອຍເຫຼືອຫຼືໂອ້ລົມກັບທີ່ປຶກສາ


    ເນື້ອເລື່ອງໂດຍ      Zoe Thomaidou      ຂ່າວ SBS News,
    ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

 

Share