ປັນຫາອາຫານເສີມ ໃນປະເທດຍີ່ປຸ່ນ.
(Red Yeast) ແມ່ນມີສ່ວນ ກ່ຽວກັບການເສັຍຊີວິດ ແລະການເຂົ້າໂຮງຫມໍ.
ມັນໄດ້ກະຕຸ້ນ ໃຫ້ມີການເອີ້ນຄືນຜລິດຕະພັນ ໃນປະເທດຍີ່ປຸ່ນ ແລະຕ່າງປະເທດ.
Biwa Kwan ລາຍງານ.
ການຂໍໂທດຈາກບໍຣິສັດ ທີ່ຢູ່ເບື້ອງຫຼັງອາຫານເສີມສຸຂະພາບ ຂອງຍີ່ປຸ່ນ ທີ່ຖືກເອີ້ນຄືນ ທີ່ກ່ຽວຂ້ອງກັບການເສັຍຊີວິດ ແລະການເຂົ້າໂຮງຫມໍ.
Akihiro Kobayashi ເປັນປະທານບໍຣິສັດ Kobayashi Pharmaceutical.
"ພວກເຮົາຂໍໂທດຢ່າງເລິກເຊິ່ງ ທີ່ເຮັດໃຫ້ເກີດຄວາມເຈັບປວດ ແລະຄວາມກັງວົນ ຕໍ່ຫຼາຍຄົນ ເນື່ອງຈາກບັນຫາຂອງໂຣກຫມາກໄຂ່ຫຼັງ ທີ່ເກີດຈາກການເອົາ ຜລິດຕະພັນຂອງພວກເຮົາ "benikoji (ເຊື້ອແປ້ງເຂົ້າແດງ (Red Yeast Rice)," ເຊິ່ງໄດ້ກາຍເປັນບັນຫາທາງສັງຄົມ."
ໃນສິ່ງທີ່ເຊື່ອວ່າ ເປັນການເອີ້ນຄືນ ອາຫານເສີມ ທີ່ຜລິດໃນປະເທດ ທີ່ສໍາຄັນຄັ້ງທໍາອິດ. ໃນອາທິດຜ່ານມາ (22 ມີນາ) ບໍຣິສັດ ໄດ້ປະກາດການເອີ້ນຄືນ ຜລິດຕະພັນ ດ້ວຍຄວາມສມັກໃຈ ສໍາລັບສາມຜລິດຕະພັນອາຫານເສີມ ເພື່ອສຸຂະພາບ. (Benikoji ColesteHelp, NaishiHelp Plus Cholesterol and Natto-kinase Sarasara Tsubu GOLD).
ຕັ້ງແຕ່ ກາງເດືອນມັງກອນທີ່ຜ່ານມາ ທາງບໍຣິສັດ ໄດ້ຮັບລາຍງານ-ລວມທັງຈາກແພດ-ວ່າຄົນທີ່ກິນຜລິດຕະພັນນັ້ນ ໄດ້ໄປເຂົ້າໂຮງໝໍ ດ້ວຍບັນຫາຫມາກໄຂ່ຫຼັງ.
Mr Kobayashi ກ່າວວ່າ ບໍຣິສັດ ໄດ້ປະຕິບັດຕາມແນວທາງຂອງບໍຣິສັດ ແລະຄຳແນະນຳທາງດ້ານກົດຫມາຍ ກ່ອນທີ່ຈະອອກການເອີ້ນຄືນຜລິດຕະພັນຂອງຕົນ, ແຕ່ທ່ານກ່າວວ່າ ບໍຣິສັດຄວນຈະປະຕິບັດໄວກວ່ານີ້.
"ພວກເຮົາ ກໍາລັງເຮັດຢ່າງສຸດຄວາມສາມາດ ເພື່ອອະທິບາຍຂອບເຂດຂອງສະຖານະການຢ່າງຄົບຖ້ວນ, ປ້ອງກັນຄວາມເສັຍຫາຍເພີ່ມເຕີມ ແລະກວດສອບສາເຫດຂອງມັນ ແລະໃຫ້ຄໍາຕອບຢ່າງຈິງໃຈຕໍ່ລູກຄ້າ, ລວມທັງ ການອະທິບາຍແລະການຮັບປະກັນຢ່າງລະອຽດ, ແລະປັບປຸງລະບົບການຄວບຄຸມ ຄຸນນະພາບ,ຮັບຟັງຂໍ້ມູນ ຂອງຜູ້ຊ່ຽວຊານຢ່າງລະອຽດ."
ເປັນການວາງຂາຍໃນຕລາດ ເພື່ອຫຼຸດລະດັບ ຄໍເລສເຕີຣອລ, ອາຫາານເສີມມີສ່ວນປະກອບທີ່ເອີ້ນວ່າ "benikoji" -ເປັນເຂົ້າໝັກ ທີ່ມີເຊື້ອແປ້ງແດງ (Red Yeast)," ທີ່ນໍາໃຊ້ໃນປະເທດຍີ່ປຸ່ນ ໃນການປຸງແຕ່ງອາຫານ ແລະການເກັບຮັກສາອາຫານ, ລວມທັງໃນການຜລິດເຫຼົ້າເຂົ້າ.
ນັກວິທະຍາສາດກ່າວວ່າ ຂະບວນການຫມັກ ແມ່ນກ່ຽວຂ້ອງກັບຄວາມສ່ຽງ ໃນການຜລິດ ລະດັບຂອງ Citrinin ທີ່ບໍ່ປອດພັຍ- Citrinin ແມ່ນສານພິດ ທີ່ເຮັດໃຫ້ຫມາກໄຂ່ຫຼັງ ຜິດປົກກະຕິ.
ບໍຣິສັດ Kobayashi Pharmaceutical ກ່າວວ່າ ການສືບສວນເບື້ອງຕົ້ນ ບໍ່ໄດ້ກວດພົບສານ Citrinin ໃດໆ, ແຕ່ມັນໄດ້ລະບຸສານ ທີ່ໄດ້ບໍ່ຕັ້ງໃຈ ໃນຊຸດຜລິດຕະພັນທີ່ເອີ້ນວ່າ "puberulic acid" ທີ່ສາມາດຜລິດໄດ້ຈາກເຊື້ອເຫັດສີຟ້າ.
ບໍຣິສັດກ່າວວ່າ ມັນບໍ່ຊັດເຈນວ່າ ສານນັ້ນມີຜົນກະທົບແນວໃດຕໍ່ຮ່າງກາຍຂອງມະນຸດ.
ຈົນຮອດຕອນນີ້, ບໍຣິສັດກ່າວວ່າ ຕົນໄດ້ຕອບຄຳຖາມປະມານ 30 ເປີເຊັນ ຂອງການສອບຖາມຢ່າງຫລວງຫລາຍ ທີ່ຕົນໄດ້ຮັບຈາກຜູ້ບໍຣິໂພກທີ່ກ່ຽວຂ້ອງ.
ກະຊວງສາທາຣະນະສຸກ ກໍໄດ້ຕັ້ງສາຍດ່ວນສຸກເສີນອີກດ້ວຍ.
ທາງກະຊວງ ໄດ້ຊຸກຍູ້ໃຫ້ຜູ້ຄົນ, ໂດຍສະເພາະຜູ້ທີ່ມີຫມາກໄຂ່ຫລັງທີ່ອ່ອນແອ, ໃຫ້ຫລີກເວັ້ນຈາກ beni-koji.
ກະຊວງບອກວ່າ ມີການອອກປະກາດເອີ້ນຄືນອີກ 40 ຜລິດຕະພັນ ຈາກບໍຣິສັດ ອື່ນໆທີ່ມີ beni-koji, ລວມທັງ: miso paste, crackers, sake, ເຂົ້າຈີ່ ແລະນ້ຳ ສລັດ.
ຜູ້ບໍຣິໂພກເຫຼົ່ານີ້ກ່າວວ່າ ພວກເຂົາເຈົ້າມີຄວາມກັງວົນ.
"ຂ້ອຍບໍ່ກິນຜລິດຕະພັນຢາ Kobayashi, ແຕ່ຂ້ອຍກິນຢາເສີມ ເພື່ອສຸຂະພາບອື່ນໆ ແລະຂ້ອຍກັງວົນຫຼາຍວ່າ ຜລິດຕະພັນເຫຼົ່ານີ້ ມີບັນຫາໃດໆຫຼືບໍ່."
"ເຫດການນີ້ ເກີດຂຶ້ນໄດ້ແນວໃດ ແລະຈະມີມາດຕະການໃດແດ່? ບັນຫາເຫຼົ່ານີ້ຕ້ອງການຄຳອະທິບາຍ ຢ່າງລະອຽດຈາກຣັຖບານ."
ເຈົ້າຫນ້າທີ່ສາທາຣະນະສຸກ ໄດ້ບຸກຄົ້ນໂຮງງານໃນໂອຊາກາ ບ່ອນຜລິດສິນຄ້າທີ່ຖືກເອີ້ນຄືນນັ້ນ.
ຜລິດຕະພັນດັ່ງກ່າວ ຍັງໄດ້ຖືກສົ່ງອອກໄປຍັງປະເທດຕ່າງໆ-ລວມເຖິງ ໄຕ້ຫວັນແລະສິງກະໂປ-ຊຶ່ງມີການເອີ້ນຄືນຕື່ມອີກ.
ທ່ານ Yoshimasa Hayashi ຫົວຫນ້າເລຂາທິການຄນະຣັຖມົນຕີ ຂອງຍີ່ປຸ່ນກ່າວວ່າຣັຖບານຍັງເຮັດວຽກ ຮ່ວມກັບຫນ່ວຍງານຕ່າງໆທົ່ວໂລກ ເພື່ອເຕືອນຜູ້ບໍຣິໂພກ ທີ່ອາດໄດ້ຊື້ຜລິດຕະພັນ ທີ່ໄດ້ຮັບຜົນກະທົບນັ້ນ.
“ພວກເຮົາກໍາລັງໃຫ້ຂໍ້ມູນ ກ່ຽວກັບການລິເລີ່ມ ທີ່ຣັຖບານກໍາລັງເຮັດ ແລະສິ່ງທີ່ພວກເຮົາໄດ້ຮັບຈາກມັນ ແກ່ອົງການອະນາມັຍໂລກ ແລະຣັຖບານຕ່າງປະເທດ-ໂດຍຜ່ານຊ່ອງທາງສໍາລັບການແລກປ່ຽນພັຍພິບັດ. ພວກເຮົາ ຈະສືບຕໍ່ແຈ້ງໃຫ້ຕ່າງປະເທດຊາບ ຢ່າງທັນເວລາ ແລະເຫມາະສົມ; ແລະພະຍາຍາມ ເພື່ອໃຫ້ແນ່ໃຈວ່າ ຄວາມໄວ້ວາງໃຈໃນຜລິດຕະພັນອາຫານຍີ່ປຸ່ນ.”
ທ່ານກ່າວວ່າ ຣັຖບານ ຈະດໍາເນີນການສືບສວນ ແລະວິເຄາະບໍຣິສັດ Kobayashi Pharmaceutical ແລະຜະລິດຕະພັນຂອງບໍຣິສັດ.
ນອກນັ້ນ ຍັງໄດ້ມີການສັ່ງໃຫ້ກວດສອບຄວາມປອດພັຍ ສໍາລັບຜລິດຕະພັນເກືອບ 6,800 ຊະນິດ ທີ່ມາພາຍໃຕ້ລະບົບການໃສ່ຊື່ ແລະລະບຽບການດຽວກັນທີ່ນໍາໃຊ້ກັບຜລິດຕະພັນ beni-koji ທີ່ຖືກເອີ້ນຄືນນັ້ນ.
ໜ່ວຍງານຄວບຄຸມບາງແຫ່ງກ່າວວ່າ ການປ່ຽນແປງໃນປີ 2015 ໄດ້ເຮັດໃຫ້ມາດຕະການຄວບຄຸມ ທີ່ມີຢູ່ ອ່ອນແອລົງ, ແລະພວກເຂົາເຈົ້າກ່າວວ່າ ຕ້ອງມີມາດຕະຖານທີ່ເຂັ້ມງວດຫຼາຍຂຶ້ນ, ໂດຍສະເພາະ ໃນເລື່ອງການໂຄສະນາ ກ່ຽວກັບປໂຍດ ຂອງຜລິດຕະພັນ ແລະຜົນຂ້າງຄຽງ.
ສາດສະດາຈານ Atsushi Osanai ຈາກມະຫາວິທະຍາລັຍ Waseda ກ່າວວ່າ ຕ້ອງດຳເນີນຕາມຂັ້ນຕອນ ເພື່ອຟື້ນຟູຄວາມເຊື່ອຫມັ້ນ ໃນຂະບວນການອະນຸມັດ.
"ໂຮງງານໂອຊາກາ (Osaka) ທີ່ກ່ຽວຂ້ອງ ກັບກໍລະນີນີ້ ໄດ້ຢຸດການຜລິດແລ້ວ...ໃນຖານະເປັນບໍຣິສັດຜະລິດຕະພັນຢາ ບັນຫາດັ່ງກ່າວ ທີ່ເກີດຈາກຜລິດຕະພັນອາຫານ ແລະຜລິດຕະພັນກ່ຽວກັບປາກ ຊີ້ໃຫ້ເຫັນບັນຫາ ໃນການບໍຣິຫານວິກິດການຂອງບໍຣິສັດ. ອາຫານເສີມເຫຼົ່ານີ້ ບໍ່ຈຳເປັນຕ້ອງໃຫ້ມີການອະນຸມັດ ຢ່າງເປັນທາງການ ແລະບໍຣິສັດ ອາດຈະໃສ່ຊື່ຜລິດຕະພັນຂອງເຂົາເຈົ້າ ໂດຍອີງໃສ່ຊື່ສຽງຂອງເຂົາເຈົ້າ. ການຈັດການຄວາມປອດພັຍຢ່າງເຄັ່ງຄັດ ໂດຍບໍຣິສັດ ແມ່ນຫຼັກຖານຂອງລະບົບນີ້. ເຫດການນີ້ ໄດ້ສ້າງຄວາມເສັຍຫາຍ ໃຫ້ແກ່ຄວາມໄວ້ວາງໃຈຂອງປະຊາຊົນໃ ນລະບົບທັງຫມົດ."
ຣັຖບານ ໄດ້ສັ່ງໃຫ້ມີການທົບທວນຄືນ ລະບົບການກຳກັບດູແລ, ໂດຍການລາຍງານ ມີກຳນົດໃນເດືອນພຶດສະພາ.
ເນື້ອເລື່ອງໂດຍ Biwa Kwan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌