ການປ່ຽນແປງຫຼັງວັນທີ 1 ກໍລະກົດ.

QUESTION TIME

Jim Chalmers ຣັຖມົນຕີກະຊວງການຄັງອະທິບາຍ ໃນຣັຖສະພາ. Credit: LUKAS COCH/AAPIMAGE

ສໍາລັບຊາວອອສເຕຣເລັຍ ທີ່ດີ້ນລົນກັບຄ່າຄອງຊີບ, ຍັງມີຂ່າວທີ່ໜ້າຍິນດີັ ເພາະຫຼັງຈາກວັນທີ 1 ກໍລະກົດ ແມ່ນການເລີ່ມຕົ້ນ ຂອງສົກປີການເງິນໃຫມ່, ແລະມາດຕະການໃຫມ່ຫຼາຍຮູບແບບ ກໍຈະມີຜົນບັງຄັບໃຊ້ ເຊັ່ນ: ຄ່າໃຊ້ຈ່າຍພະລັງງານ, ສະຖານທີ່ສະແດງດົນຕີສົດ-ແລະບ່ອນທີ່ ທ່ານສາມາດຊື້ ກອກຢາໄຟຟ້າ (Vape) ໄດ້.


ການປ່ຽນແປງຫຼັງວັນທີ 1 ກໍລະກົດ.

ວັນທີ 1 ກໍລະກົດ ແມ່ນການເລີ່ມຕົ້ນ ຂອງສົກປີການເງິນໃຫມ່, ແລະມາດຕະການໃຫມ່ຫຼາຍຮູບແບບ ກໍຈະມີຜົນບັງຄັບໃຊ້.

ດັ່ງທີ່ Ruth McHugh-Dillon ແລະ Madina Jaffari ລາຍງານ, ການປ່ຽນແປງ ຈະມີຜົນກະທົບ ຕໍ່ບັນຫາຕ່າງໆກັນ: ຄ່າໃຊ້ຈ່າຍພະລັງງານ, ສະຖານທີ່ສະແດງດົນຕີສົດ-ແລະບ່ອນທີ່ ທ່ານສາມາດຊື້ ກອກຢາໄຟຟ້າ (Vape) ໄດ້.

ສໍາລັບຊາວ ທີ່ດີ້ນລົນກັບຄ່າຄອງຊີບ, ຍັງມີຂ່າວທີ່ໜ້າຍິນດີັ.

ນັບແຕ່ວັນທີນຶ່ງ ເດືອນກໍລະກົດ, ຊາວອອສເຕຣເລັຍທຸກຄົນ ຈະໄດ້ຮັບການຫຼຸດຢ່ອນພາສີ, ລະຫວ່າງ 345 ໂດລາ ຫາປະມານ ສີ່ພັນຫ້າຮ້ອຍໂດລາ ($4,529).

ຄິດສເລັ່ຍ ຈະຢູ່ທີ່ ເກືອບ $1,900 ($1,888).

Jim Chalmers ຣັຖມົນຕີກະຊວງການຄັງອະທິບາຍ.

"ນັບແຕ່ມື້ອື່ນ, ຜູ້ເສັຍພາສີທຸກຄົນ ຈະໄດ້ຮັບການຫຼຸດຢ່ອນພາສີ. ທຸກໆຄົວເຮືອນ ຈະໄດ້ຮັບການບັນເທົາຄ່າພະລັງງານ. ຊາວອອສເຕຣເລັຍ ຫຼາຍລ້ານຄົນ ທີ່ໄດ້ຮັບຄ່າຈ້າງຂັ້ນຕ່ຳ ຈະໄດ້ຮັບຄ່າຈ້າງເພີ່ມຂຶ້ນ, ຢາຈະມີລາຄາຖືກລົງ, ແລະຕ້ອງໄດ້ຮັບຄ່າຈ້າງ ເພີ່ມອີກສອງອາທິດ ໃນການລາວຽກເພື່ອລ້ຽງລູກ (Parental leave). ທັງນີ້, ແມ່ນກ່ຽວກັບການເຮັດໃຫ້ ຊາວອອສເຕຣເລັຍ ມີລາຍໄດ້ຫລາຍຂຶ້ນ, ແລະເກັບສິ່ງທີ່ເຂົາເຈົ້າໄດ້ຮັບ ຫລາຍກວ່າເກົ່າ."

ຄ່າແຮງງານຂັ້ນຕ່ຳ ແລະຄ່າແຮງງານຕາມກົດໝາຍ (Award wages) ຈະເພີ້ມຂຶ້ນ 3.75 ເປີເຊັນ.

ຈໍານວນເງິນ ທີ່ນາຍຈ້າງຕ້ອງສົມທົບ ເຂົ້າໃນເງິນບຳນານຂອງລູກຈ້າງ ເພີ່ມຂຶ້ນຈາກ 11 ເປີເຊັນ ເປັນ 11.5

ຄົວເຮືອນໃນທົ່ວປະເທດ ຈະໄດ້ຮັບສ່ວນຫຼຸດ 300 ໂດລາຈາກຄ່າພະລັງງານ, ໂດຍຈະໃຊ້ 75 ໂດລາ ໃນແຕ່ລະໄຕຣມາສ ແລະການບັນເທົາທຸກເພີ່ມເຕີມ ສໍາລັບບາງຣັດ.

ທຸຣະກິດຂນາດນ້ອຍ ຈະໄດ້ຮັບ $325.

ມັນເປັນການບັນເທົາ ທີ່ຫວັງວ່າ ຈະບໍ່ກໍ່ໃຫ້ເກີດ ສະພາບເງິນເຟີ້-ຊຶ່ງປະຈຸບັນນີ້ ກໍາລັງຢູ່ທີ່ 4 ເປີເຊັນ.

"ທັງຫມົດນີ້ ແມ່ນກ່ຽວກັບການເຮັດໃຫ້ແນ່ໃຈວ່າ ຄ່າຄອງຊີບຂອງພວກເຮົາ ແມ່ນມີຄວາມຫມາຍ ແລະມີຄວາມສໍາຄັນ ແຕ່ກໍມີຄວາມຮັບຜິດຊອບເຊັ່ນດຽວກັນ, ໃນການຕໍ່ສູ້ກັບເງິນເຟີ້ນີ້."

ກ່ຽວກັບຢາຮັກສາໂຣກ, ຢາທີ່ໄດ້ລະບຸໄວ້ໃນ the Pharmaceutical Benefits Scheme ຫຼື PBS, ຈະຖືກຈຳກັດໄວ້ທີ່ ລາຄາສູງສຸດ $31.60

ແລະຮ້ານຂາຍຢາ ຍັງຈະກາຍເປັນບ່ອນດຽວເທົ່ານັ້ນ ທີ່ຊາວອອສເຕຣເລັຍ ສາມາດຊື້ Vape ໄດ້ຢ່າງຖືກຕ້ອງຕາມກົດຫມາຍ.

ຈະຕ້ອງມີໃບສັ່ງຢາ ຈາກນາຍໝໍ ຕັ້ງແຕ່ເດືອນກໍລະກົດ ຈົນເຖິງເດືອນຕຸລາ.

ຫຼັງຈາກນັ້ນ, ພວກເຂົາເຈົ້າຈະມີຈຳຫນ່າຍ ໂດຍພະນັກງານຮ້ານຂາຍຢາ-ເຖິງແມ່ນວ່າ ຫຼາຍສາຂາຂອງຮ້ານຂາຍຢາ (Franchises) ທີ່ໃຫຍ່ທີ່ສຸດຂອງອອສເຕຣເລັຍ, ຮວມເຖິງ Terry White ແລະ Price line, ໄດ້ຕໍ່ຕ້ານ ການປ່ຽນແປງ ແລະກ່າວວ່າ ພວກເຂົາເຈົ້າ ຈະບໍ່ຂາຍກອກຢາໄຟຟ້າ (Vapes) ເລີຍ.

ຣັຖມົນຕີ ກະຊວງສາທາຣະນະສຸກ, Mark Butler, ກ່າວວ່າ ມັນເປັນການຕັດສິນໃຈ ຂອງຮ້ານຂາຍຢາແຕ່ລະບໍຣິສັດ.

ວັນທີ 1 ກໍລະກົດ ກໍຈະເຫັນການບັງຄັບໃຊ້ ຫີນວິດສະວະກັມ(Engineered stone) ເປັນຄັ້ງທໍາອິດໃນໂລກ.

Roger Singh ເປັນຜູ້ນໍາດ້ານ ຝຸ່ນແລະໂຣກ ຈາກການເຮັດວຽກ (Dust and Occupational Diseases) ທີ່ Shine Lawyers.

"ມັນຈະປົກປ້ອງຊີວິດ ແລະປົກປ້ອງສຸຂະພາບ ແລະຄວາມເປັນຢູ່ທີ່ດີຂອງຊ່າງຝີມື ແລະຄົນງານໃ ນອະນາຄົດຂອງພວກເຮົາ ໃນອອສເຕຣເລັຍ...ຫນ້າເສັຍໃຈ ທີ່ຍັງມີຄົນລຸ້ນຫນຶ່ງ ທີ່ຍັງມີຄວາມເຈັບປວດ ແລະຄວາມທຸກທໍລະມານ ທີ່ຈະຕ້ອງໃຊ້ຊີວິດກັບມັນ."

ໃນ New South Wales, ການປົກປ້ອງໃຫມ່ ສໍາລັບອຸດສາຫະກັມດົນຕີສົດ ໄດ້ຖືກນໍາສເນີ.

ຣັຖມົນຕີ David Harris ກ່າວວ່າ ການປ່ຽນແປງແມ່ນ "ຖືກພິຈາຣະນາຢ່າງລະມັດລະວັງ" ແລະສົມເຫດສົມຜົນ.

"ພວກເຂົາ ຈະແກ້ໄຂບັນຫາ ກ່ຽວກັບລະບຽບການ ຂອງຜູ້ຊົມໃຊ້, ເພື່ອໃຫ້ແນ່ໃຈວ່າ ສະຖານທີ່ ໄດ້ຮັບການປົກປ້ອງ ໃນແງ່ຂອງຜູ້ຄົນທີ່ຊົມໃຊ້ສະຖານທີ່ ແລະການຮ້ອງຮຽນ ກ່ຽວກັບກິດຈະກັມ ທີ່ພວກເຂົາເຮັດ-ເວັ້ນເສັຍແຕ່ ສະຖານທີ່ ຈະປ່ຽນແປງຢ່າງຫຼວງຫຼາຍ ໃນສິ່ງທີ່ພວກເຂົາກໍາລັງເຮັດ."

ວິທີຈັດການຂໍ້ຮ້ອງຮຽນ ເລື້ອງສຽງ ຈະຖືກປັບປຸງ, ໂດຍທີ່ Liquor and Gaming New South Wales ຈະເປັນຜູ້ຮັບຜິດຊອບບັນຫານີ້-ຊຶ່ງທີ່ຜ່ານມາໄດ້ກະຈາຍໄປທົ່ວເຈັດຫນ່ວຍງານ.

"ພວກເຮົາ ກໍາລັງເຮັດໃຫ້ກົດຫມາຍເຫຼົ່ານີ້ ເໝາະສົມສໍາລັບຊຸມຊົນ, ສໍາລັບສະຖານທີ່ຕ່າງໆ-ເພື່ອໃຫ້ເຂົາເຈົ້າມີ ຄວາມໝັ້ນໃຈ-ແລະເພື່ອເຮັດໃຫ້ແນ່ໃຈວ່າ ບາງສິ່ງບາງຢ່າງ ທີ່ພວກເຮົາທຸກຄົນມັກ, ເຊັ່ນດົນຕີສົດ, ສາມາດເຮັດໄດ້ ໃນເຂດນອກເມືອງຂອງພວກເຮົາ ເຊັ່ນດຽວກັນກັບໃນໂຕເມືອງ (CBD) ຂອງພວກເຮົາ ໃນຂນະດຽວກັນ ກໍຮັກສາວິຖີຊີວິດຂອງຜູ້ຄົນ."

ໃນຂນະດຽວກັນ, South Australia ຈະນໍາສເນີ ການປະຕິຮູບການເຊົ່າເຮືອນ ທີ່ເຄັ່ງຄັດຂຶ້ນ, ເຮັດໃຫ້ເຈົ້າຂອງເຮືອນ ຍົກເລີກສັນຍາການເຊົ່າຍາກຂຶ້ນ.

ແລະ Queensland ກໍາລັງດຳເນີນຂັ້ນຕອນ ທີ່ສໍາຄັນ ກ່ຽວກັບ 'ເສັ້ນທາງໄປສູ່ສົນທິສັນຍາ' ຂອງຣັດກັບ First Nations, ພ້ອມດ້ວຍການສອບສວນ Truth Telling and Healing ຂອງຣັດທີ່ກຳລັງຈະເລີ້ມຂຶ້ນ.

ເນື້ອເລື່ອງໂດຍ Ruth McHugh-Dillon and Madina Jaffari ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share