ອະນາຄົດຂອງຫ້ອງສມຸດ.
ບໍ່ພຽງແຕ່ເປັນບ່ອນຢືມປຶ້ມເທົ່ານັ້ນ, ຫ້ອງສມຸດສມັຍໃຫມ່ ໄດ້ພັດທະນາຕົນເອງ ໃຫ້ເຂົ້າກັບຍຸກ Digital.
ຫ້ອງສມຸດແຫ່ງຫນຶ່ງໃນ Sydney-ທີ່ຖືກເລືອກ ໃຫ້ເປັນຫ້ອງສມຸດ ທີ່ດີທີ່ສຸດໃນໂລກກ່າວວ່າ ຄວາມຕ້ອງການສໍາລັບການບໍຣິການຂອງມັນ ບໍ່ເຄີຍສູງປານນີ້ ມາກ່ອນ.
Peggy Giakoumelos ລາຍງານ.
"ສິ່ງດຽວທີ່ເຈົ້າຕ້ອງຮູ້...ແມ່ນຫ້ອງສມຸດຢູ່ໃສ."
"ເມື່ອມີຄວາມສົງໄສ....ໃຫ້ໄປທີ່ຫ້ອງສມຸດ."
"ຫ້ອງສມຸດເຕືອນຂ້ອຍສເມີວ່າ...ມີສິ່ງດີໆໃນໂລກນີ້."
"ຫ້ອງສມຸດ...ເປັນຜູ້ໃຫ້ຄວາມຮູ້ທັງຫມົດ."
"ໃນພະຍຸຮ້າຍຂອງຂໍ້ມູນທົ່ວໂລກ, ຫ້ອງສມຸດໄດ້ຈັດຫາບ່ອນຈ່ອງໃຫ້ເຮົາ ແລະສອນເຮົາໃຫ້ລອຍນ້ຳ."
ນັ້ນແມ່ນຄຳເວົ້າ ຈາກນັກຄິດ ແລະນັກຂຽນທີ່ໂດ່ງດັງທີ່ສຸດໃນໂລກ ຮວມທັງ Albert Einstein ແລະ J. K. Rowling ທີ່ປະກາດວ່າເຂົາເຈົ້າຮັກຫ້ອງສມຸດ.
Elysa Dennis ເປັນຜູ້ຈັດການເລື່ອງຫ້ອງສມຸດແລະຫ້ອງພິພິດທະພັນຂອງເທດສະບານ Liverpool ໃນ Sydney.
ນາງຮັກຫ້ອງສມຸດຫລາຍ, ນາງໄດ້ສ້າງອາຊີບຈາກຫ້ອງສມຸດ-ບັດນີ້ ນາງຢູ່ທີ່ຫ້ອງສມຸດ Yellamundie [[ye-luh-mun-dee]] ໃນ Liverpool ທີ່ມີຫລາຍວັດທະນະທັມ ຢູ່ພາກຕາເວັນຕົກສຽງໃຕ້ຂອງ Sydney.
"ຫ້ອງສມຸດມີຂນາດໃຫຍ່ ແລະເປັນທີ່ນິຍົມ ຫຼາຍກວ່າທີ່ຜ່ານມາ. ຂ້າພະເຈົ້າຄິດວ່າ ຫ້ອງສມຸດເປັນສະຖານທີ່ປະຊາທິປະໄຕທີ່ສຸດ ທີ່ເທດສະບານ ສາມາດສ້າງໃຫ້ແກ່ຊຸມຊົນ. ຫ້ອງສມຸດ ຕ້ອນຮັບທຸກຄົນ.ທ່ານບໍ່ຈໍາເປັນຕ້ອງມີເຫດຜົນໃດຫນຶ່ງໂດຍສະເພາະ ທີ່ຈະມາຫ້ອງ ສມຸດ. ມີບາງສິ່ງ ທີ່ຈະເຮັດ ຫລືຊອກເບິ່ງ ຫລືເຊື່ອມຕໍ່ ຫລືຮຽນຮູ້ ຢູ່ໃນຫ້ອງສມຸດ ສໍາລັບສະມາຊິກ ທຸກຄົນໃນຊຸມຊົນ."
Yellamundie ແປວ່າຜູ້ເລົ່າເລື່ອງ ໃນພາສາທ້ອງຖິ່ນ Dharug.
ມັນເປັນຕຶກວົງກົມຫລາຍຊັ້ນ ທີ່ມີບ່ອນທໍາງານ, ສ່ວນຂອງເດັກນ້ອຍ, ຫ້ອງພິພິດທະພັນສາທາຣະນະ ແລະປຶ້ມຫລາຍກວ່າສອງກິໂລແມັດ ຮວມເຖິງ ສິ່ງຂອງອື່ນໆ ຢູ່ເທິງຊັ້ນວາງ.
ຫ້ອງສມຸດນີ້ ເປີດໃນປີ 2023, ແລະເປັນເລື້ອງງ່າຍ ທີ່ຈະເຫັນວ່າ ເປັນຫຍັງ ຫ້ອງສມຸດ ຈຶ່ງເປັນຫນຶ່ງໃນສີ່ແຫ່ງ ທີ່ຖືກເລືອກ ໃນການແຂ່ງຂັນໂດຍ ສະມາຄົມຫ້ອງສມຸດ ນາໆຊາດ (The International Federation of Library Associations - IFLA).
Elysa Dennis ກ່າວວ່າ ຫ້ອງສມຸດ ບໍ່ພຽງແຕ່ເປັນແຫລ່ງຂອງຄວາມຮູ້ເທົ່ານັ້ນ-ແຕ່ມັນຍັງແມ່ນ ກ່ຽວກັບຜູ້ຄົນ.
"ຖ້າຫາກທ່ານມາຮອດທີ່ນີ້ ເວລາສາມໂມງແລງ, ທ່ານຈະບໍ່ມີບ່ອນນັ່ງເລີຍ. ເດັກນ້ອຍມີຢູ່ທຸກບ່ອນ, ຊຶ່ງແມ່ນສິ່ງທີ່ເຮົາຕ້ອງການ. ແລະເຂົາເຈົ້າມີຄວາມຮູ້ສຶກທີ່ແຮງກ້າ ໃນການເປັນເຈົ້າຂອງອາຄານນີ້.ຄວາມຄິດເຫັນຫລາຍຢ່າງ ທີ່ພວກເຮົາໄດ້ຮັບ ໂດຍສະເພາະຈາກເດັກນ້ອຍ, ພວກເຮົາບໍ່ເຊື່ອວ່າ ພວກເຮົາມີບາງສິ່ງແບບນີ້ໃນ Liverpool. ເຂົາເຈົ້າພູມໃຈຫລາຍ. ແລະຈາກມຸມມອງຂອງຫ້ອງສມຸດ, ການດູແລອາຄານ ທີ່ເຮັດສິ່ງທີ່ຫ້ອງສມຸດຄວນເຮັດ, ມັນຄວນຈະຍົກລະດັບຜູ້ຄົນ, ມັນຄວນໃຫ້ໂອກາດຜູ້ຄົນ. ມັນຄວນຈະອະນຸຍາດໃຫ້ເຂົາເຈົ້າມີບ່ອນທີ່ຈະເຊື່ອມຕໍ່ ແລະສ້າງມິດຕະພາບໃຫມ່ ແລະສ້າງຄວາມຫວັງ. ມັນກ່ຽວກັບການສຶກສາ, ການເຊື່ອມຕໍ່ ແລະຫົວໃຈສໍາລັບຊຸມຊົນ."
ເຖິງແມ່ນວ່າ Yellumundie ບໍ່ໄດ້ຮັບລາງວັນສູງສຸດໃນປີນີ້-ຊຶ່ງແມ່ນຫ້ອງສມຸດທີ່ Beijing ທີ່ມີພື້ນທີ່ 75,000 ຕາລາງແມັດ, ແຕ່ການເຂົ້າຮອບຕັດສິນ ເປັນຄວາມສໍາເລັດທີ່ຍິ່ງໃຫຍ່.
ຫ້ອງສມຸດ Beijing ຊຶ່ງອອກແບບຮ່ວມກັນ ໂດຍນັກສະຖາປະນິກ ຊາວNorwegian ແລະຊາວຈີນ, ທີ່ສາມາດຫລຽວເຫັນແມ່ນ້ຳ Tonghui ທີ່ຢູ່ໃກ້ຄຽງ ແລະແລະອອກແບບ ຕາມສ່ວນໂຄ້ງຂອງແມ່ນ້ຳ.
ແມ່ນແຕ່ໃນຮູບ ກໍຍັງເຂົ້າໃຈໄດ້ງ່າຍວ່າ ເປັນຫຍັງຄນະກັມມະການນາໆຊາດ ຈຶ່ງອະທິບາຍເຖິງຕຶກນັ້ນວ່າ ເປັນສິ່ງທີ່ງົດງາມ.
Yellumundie ມີຂນາດນ້ອຍກວ່ານັ້ນ.
ໃນມື້ທີ່ SBS ໄປຢ້ຽມຢາມ ຫ້ອງສມຸດນັ້ນ, ພໍ່ແມ່ກຸ່ມຫນຶ່ງ ແລະລູກໆຂອງເຂົາເຈົ້າ ກໍາລັງເພີດເພີນໃນການຫລິ້ນ, ຮວມທັງຊາຍຄົນນີ້-ຜູ້ທີ່ຫາກໍອົບພະຍົບ ມາຈາກປະເທດ Saudi Arabia.
ລາວໄປຫ້ອງສມຸດກັບເມັຍ ແລະລູກນ້ອຍຂອງລາວ, ເພາະລາວເວົ້າວ່າ-ປະສົບການບາງຢ່າງ ບໍ່ສາມາດລອກລຽນໄດ້ ໃນອິນເຕີເນັດ.
"ບາງຄົນມັກອ່ານໜັງສື ແລະມີຫ້ອງສມຸດຂອງຕົນເອງ ໃນອິນເຕີເນັດ...softbooks, ແຕ່ຕາມຈິງແລ້ວ ຂ້າພະເຈົ້າຄິດວ່າ ຄົນສ່ວນຫລາຍ ມັກສຳຜັດປຶ້ມ ແລະອ່ານດ້ວຍຕົວເອງ. ມັນເປັນການກະຕຸ້ນຫລາຍກວ່າການອ່ານໃນອິນເຕີເນັດ. ສະນັ້ນ, ຂ້າພະເຈົ້າຄິດວ່າ ການມີຢູ່ຂອງຫ້ອງສມຸດ ຍັງສໍາຄັນຫລາຍກວ່າທີ່ເຮົາຄິດ."
ແລ້ວຫ້ອງສມຸດ ໄດ້ເກີດຂຶ້ນເທື່ອທຳອິດ ເມື່ອໃດ?
Trish Hepworth, ຜູ້ອໍານວຍການໃຫຍ່ ຂອງສະມາຄົມຫ້ອງສມຸດ ແລະຂໍ້ມູນຂອງ (the Australian Library and Information Association) ກ່າວວ່າ ບໍ່ມີຄໍາຕອບທີ່ຊັດເຈນ.
"ມັນເປັນຄໍາຖາມທີ່ຫນ້າສົນໃຈໃນຫລາຍດ້ານ, ຊຶ່ງເປັນຄໍາຕອບ ທີ່ບໍ່ແນ່ນອນດັ່ງທີ່ທ່ານຄາດຫວັງ ເມື່ອທ່ານຖາມຄໍາຖາມແບບນັ້ນ. ພວກເຮົາ ມີຫ້ອງສມຸດແບບຕາເວັນຕົກ ໃນຄວາມເຂົ້າໃຈຂອງຫ້ອງສມຸດເປັນເວລາດົນນານແລ້ວ."
ສິ່ງທີ່ຮູ້ຈັກກໍຄື ຫ້ອງສມຸດມີອາຍຸຫຼາຍພັນປີແລ້ວ.
ຫ້ອງສມຸດໃຫຍ່ຂອງ Alexandria ໃນ Egypt ເປັນຫ້ອງສມຸດທີ່ມີຊື່ສຽງທີ່ສຸດໃນໂລກບູຮານ ຈະເຣີນຮຸ່ງເຮືອງເປັນເວລາຫຼາຍສັດຕະວັດ ກ່ອນທີ່ຈະພັງທະລາຍ.
ຜູ້ຊ່ຽວຊານກ່າວວ່າ ຫ້ອງສມຸດສາທາຣະນະ ຢູ່ພາກຕາເວັນຕົກ ໄດ້ເລີ່ມຕົ້ນໃນຊ່ວງກາງສັດຕະວັດທີ 19 ພ້ອມດ້ວຍອຸດສະຫະກັມ ທີ່ເພີ່ມຂຶ້ນແລະອັດຕາການຮູ້ຫນັງສືທີ່ສູງຂຶ້ນ ກໍເປັນປັດຈັຍນຶ່ງ.
Trish Hepworth ອີກ.
"ຕລອດປວັດສາດຕາເວັນຕົກ, ພວກເຮົາ ໄດ້ມີຕົວຢ່າງຂອງຫ້ອງສມຸດປະເພດຕ່າງໆ ຈາກຫ້ອງສມຸດຂອງນັກບວດ ຈົນເຖິງເຂດຢູໂຣບໃນ ສມັຍກາງ (Medieval Europe), ຈົນເຖິງຫ້ອງສມຸດສ່ວນຕົວ ທີ່ຍິ່ງໃຫຍ່ບາງແຫ່ງ ຂອງ Gentry ຈົນເຖິງການເຕີບໂຕອັນຍິ່ງໃຫຍ່ ໃນສະຖາບັນເຄື່ອງຈັກ ແລະຫ້ອງສມຸດສ່ວນຕົວອື່ນໆ ໃນສະຖານທີ່ ເຊັ່ນປະເທດອັງກິດ ແລະອອສເຕຣເລັຍ, ແລະການເຄື່ອນໄຫວ ທີ່ຍິ່ງໃຫຍ່ ຊຶ່ງໄດ້ເລີ່ມຕົ້ນໃນປີ 1900 ໃນອອສເຕຣເລັຍ ໄປສູ່ການຈັດຫາຫ້ອງສມຸດ ສາທາຣະນະ ສໍາລັບທຸກຄົນ."
ນອກເຫນືອໄປຈາກ ເປັນອາຄານແລ້ວ, ຫ້ອງສມຸດ ສາມາດມີໄດ້ຫລາຍຮູບແບບ.
ວັດທະນະທັມ ທີ່ມີປະເພນີການເລົ່າທາງປາກເປົ່າທີ່ເຂັ້ມແຂງ ອາດມີວິທີຈັດການ ກັບຄວາມຮູ້ທີ່ແຕກຕ່າງກັນ ຊຶ່ງບໍ່ຈຳເປັນທີ່ຈະຕ້ອງເປັນປຶ້ມ ຫລືອາຄານ.
ໃນລະດັບພື້ນຖານທີ່ສຸດ, ຫ້ອງສມຸດ ແມ່ນກ່ຽວກັບການຖ່າຍທອດແລະສື່ສານຄວາມຮູ້.
ແລະນັ້ນ ຄືສິ່ງທີ່ Anastasia ກໍາລັງເຮັດ, ໂດຍການອ່ານໜັງສືເລື້ອງ Spot at Christmas ໃຫ້ລູກສາວອາຍຸ 18 ເດືອນທີ່ນັ່ງຢູ່ເທິງຕັກຂອງນາງຟັງ.
ເມື່ອຖືກຖາມ ກ່ຽວກັບວ່າຫ້ອງສມຸດ ຍັງມີຄວາມສໍາຄັນ ສໍາລັບຜູ້ຄົນໃນຍຸກອິນເຕີເນັດຫຼືບໍ?
“ແມ່ນແລ້ວ, ຮ້ອຍເປີເຊັນ. ແລະຫາກໍໄດ້ເຫັນສິ່ງນັ້ນ ຜ່ານລູກສາວຂອງຂ້ອຍ ທີ່ຂ້ອຍອ່ານໜັງສືໃຫ້ນາງຟັງ. ນາງໄດ້ພັດທະນາພາສາ ແລະນາງມັກມັນ. ນາງມັກຫລາຍກວ່າການເບິ່ງ Cartoons ໃນ TV ອີກ. ຂ້ອຍຄິດວ່າ ຕອນຂ້ອຍເຕີບໂຕຂຶ້ນ ຂ້ອຍໄດ້ຮັບສືບທອດຫລາຍຢ່າງ ກ່ຽວກັບການລ້ຽງດູ ລູກສາວຂອງຂ້ອຍຄືກັນ. ສະນັ້ນ ແມ່ຂອງຂ້ອຍຈຶ່ງໄດ້ພາຂ້ອຍໄປຫ້ອງສມຸດ ແລະບັດນີ້ ຂ້ອຍກໍາລັງພາລູກສາວຂອງຂ້ອຍ ໄປຫ້ອງສມຸດດຽວກັນ. ສະນັ້ນ, ມັນຈຶ່ງເປັນສິ່ງທີ່ສວຍງາມຫລາຍ."
ໂຣກລະບາດ ໄດ້ເຫັນຜູ້ຄົນ ເຂົ້າເຖິງເນື້ອຫາຂອງຫ້ອງສມຸດ Digital ຫລາຍກວ່າທີ່ຜ່ານມາ.
Trish Hepworth ກ່າວວ່າ ລະດັບການໄປຢ້ຽມຢາມດ້ວຍໂຕເອງ ໄດ້ກັບຄືນ ໄປຫາລະດັບກ່ອນໂຣກລະບາດ, ພ້ອມດ້ວຍການນຳໃຊ້ ທາງອິນເຕີເນັດ ກໍເຕີບໂຕຂຶ້ນເລື້ອຍໆ.
"ເຫັນໄດ້ຢ່າງຊັດເຈນວ່າ ໃນໄລຍະ Covid ນັ້ນ, ຫລາຍຄົນບໍ່ສາມາດໄປຫາຫ້ອງສມຸດໄດ້ ຈຶ່ງຫັນໄປຫາ eBooks ແລະ Audiobooks ເພື່ອວ່າເຂົາເຈົ້າຈະສາມາດເກັບມັນໄວ້ໄດ້. ພວກເຮົາ ຍັງເຫັນການໃຊ້ເນື້ອຫາ ໃນຄອມພິວເຕີ ໃນລະດັບສູງຂຶ້ນ. ແຕ່ພວກເຮົາ ຍັງເຫັນຜູ້ຄົນ ກັບຄືນມາຫາຫ້ອງສມຸດ ທີ່ເປັນຕຶກ. ຂ້າພະເຈົ້າຄິດວ່າ ນັ້ນເປັນການທ້າທາຍຢ່າງຫນຶ່ງ ສໍາລັບຫ້ອງສມຸດສາທາຣະນະ ໂດຍສະເພາະໃນເວລານີ້ ມີຂໍ້ມູນຈໍາກັດ. ທ່ານຈະຈັດຫາສະຖານທີ່ ທີ່ດີເລີດ ຊຶ່ງເຫັນໄດ້ຢ່າງຊັດແຈ້ງວ່າ ມີຄຸນຄ່າຫລາຍ ແລະການເຕີບໂຕຢ່າງຕໍ່ເນື່ອງ ໃນດ້ານ Digital ແລະ eContent."
Elysa Dennis ກ່າວວ່າ ໃນຂນະທີ່ການຢືມໜັງສື ທາງອິນເຕີເນັດ ກໍາລັງເຕີບໂຕຂຶ້ນ ທີ່ Yellumundie - ເມື່ອກ່າວເຖິງສິ່ງສໍາຄັນ ຢ່າງຫນຶ່ງໃນຊີວິດ, ການສອນເດັກນ້ອຍໃຫ້ອ່ານ, ວິທີແບບເກົ່າກໍຍັງເປັນວິທີ ທີ່ຈະດໍາເນີນຕໍ່ໄປ.
"ປຶ້ມທີ່ເປັນຫົວ ທີ່ຍັງຈັບຕ້ອງໄດ້ ຍັງເປັນສິ່ງສຳຄັນສໍາລັບພວກເຮົາ.ພວກເຮົາ ມີການໃຫ້ຢືມປະມານຫນຶ່ງແສນຫົວ ສໍາລັບການຢືມໜັງສືອິນເຕີເນັດ. ແລະຈໍານວນນັ້ນກໍເພີ່ມຂຶ້ນ. ມັນເພີ່ມຂຶ້ນເປັນສອງເທົ່າ. ມັນເປັນສອງເທົ່າ. ມັນກໍາລັງເພີ່ມຂຶ້ນແທ້ໆ. ມັນເປັນປະສົບການຂອງຜູ້ໃຊ້ທີ່ແຕກຕ່າງ. ຄວາມສະດວກສະບາຍ ຂອງປຶ້ມ Digital ເປັນສິ່ງທີ່ຫນ້າອັດສະຈັນ, ແຕ່ Digital, ມີບາງສິ່ງທີ່ປຶ້ມ Digital ບໍ່ສາມາດເຮັດໄດ້ດີ ເທົ່າກັບປຶ້ມທີ່ເປັນຫົວ, ໂດຍສະເພາະ ຕອນທ່ານເວົ້າເຖິງການສອນເດັກນ້ອຍໃຫ້ອ່ານ. ການເປີດຫນ້າປຶ້ມ, ມັນຊ່ອຍເຮັດໃຫ້ການຮຽນຮູ້ແລະຂັ້ນຕອນການອ່ານ ນັ້ນແຫນ້ນຂຶ້ນ. ສະນັ້ນ, ໂດຍສະເພາະ ໃນກໍຣະນີຂອງເດັກນ້ອຍ, ປຶ້ມທີ່ມີຮູບພາບ ຈະມີຄວາມສຳຄັນສເມີ."
ແລະໃນຍຸກ ທີ່ຄວາມໂດດດ່ຽວມີຜົນກະທົບ ຕໍ່ຜູ້ຄົນຫລາຍຂຶ້ນເລື້ອຍໆ,ການທີ່ມີບ່ອນ ທີ່ທ່ານສາມາດໄປໄດ້ ໂດຍບໍ່ຄິດຄ່າ ສາມາດເປັນສິ່ງສໍາຄັນ.
"ບາງເທື່ອ ມັນພຽງແຕ່ມີຄວາມເຊື່ອມຕໍ່ ກັບຜູ້ຄົນເທົ່ານັ້ນ. ການທີ່ມີມີຄົນຖາມສະບາຍດີ. ແລະສໍາລັບບາງຄົນ ທີ່ອາສັຍຢູ່ຄົນດຽວ, ນັ້ນອາດເປັນການພົບປະ ທີ່ສໍາຄັນທີ່ສຸດ ທີ່ເຂົາເຈົ້າມີໃນມື້ນັ້ນ. ມັນອາດເປັນການສົນທະນາ ທີ່ເຂົາເຈົ້າມີກັບຄົນອື່ນ ທີ່ເຂົາເຈົ້າແບ່ງປັນຫນັງສືພິມ.ພວກເຮົາມີຜູ້ຊາຍອາວຸໂສກຸ່ມຫນຶ່ງ ທີ່ເຂົ້າມາອ່ານຫນັງສືພິມ ພາສາບ້ານຂອງເຂົາເຈົ້າທຸກເຊົ້າ. ແລະນັ້ນ ຄືກິດຈະວັດຕອນເຊົ້າ ຂອງເຂົາເຈົ້າ. ເຂົາເຈົ້າເຂົ້າມາໃນຫ້ອງສມຸດ, ເຂົາເຈົ້າອ່ານຫນັງສືພິມຄົນດຽວ, ແລະແລ້ວ ເຂົາເຈົ້າກໍເວົ້າລົມກັນ ກ່ຽວກັບເລື່ອງທີ່ເຂົາອ່ານ ແລະແລ້ວເຂົາເຈົ້າ ກໍກັບໄປບ້ານຂອງເຂົາ. ມີບ່ອນໃດແດ່ ທີ່ທ່ານສາມາດເຮັດສິ່ງນັ້ນໄດ້? ແມ່ນແລ້ວ, ມີຜູ້ຄົນຫລາຍຂຶ້ນເລື້ອຍໆ ທີ່ມາຫ້ອງ ສມຸດ. ມັນບໍ່ໄດ້ນ້ອຍລົງ....ມັນມີແຕ່ໃຫຍ່ຂຶ້ນເລື້ອຍໆ."
ລາຍງານສະຖິຕິ ຂອງຫ້ອງສມຸດ ສາທາຣະນະ ຂອງອອສເຕຣເລັຍ ທີ່ເຜີຍແພ່ ໃນປີ 2023 ສະແດງໃຫ້ເຫັນວ່າ ມີການໄປຢ້ຽມຢາມ ຫ້ອງສມຸດຂອງອອສເຕຣເລັຍ ຫຼາຍກວ່າ 55 ລ້ານເທື່ອ (55,496,787) ລະຫວ່າງປີ 2021-2022.
ຈໍານວນ ການໄປຢ້ຽມຢາມເວບໄຊ້ຕ໌ ຂອງຫ້ອງສມຸດ ແມ່ນເກີນກວ່າ50.3 ລ້ານເທື່ອ, ອີງຕາມລາຍງານດຽວກັນ.
ລາຍງານນັ້ນກ່າວວ່າ ຈໍານວນການໄປຢ້ຽມຢາມດ້ວຍຕົວເອງ ໄດ້ຫລຸດຈໍານວນລົງ ເນື່ອງຈາກການລະບາດຂອງ COVID.
ເນື້ອເລື່ອງໂດຍ Peggy Giakoumelos ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌