ລະດູທີ່ນົກ Magpie ບິນໄລ່ທຳຮ້າຍຜູ້ຄົນ.

CANBERRA SIGNS OF SPRING

ນົກ Magpie ມັກຈະບິນໄລ່ທຳຮ້າຍຄົນພຽງແຕ່ໃນໄລຍະທີ່ມີລູກນ້ອຍເທົ່ານັ້ນ. ມັນພຽງແຕ່ປົກປ້ອງເຂດແດນຂອງມັນໃນຊ່ວງເດືອນ ກັນຍາ-ຕຸລາ ຊຶ່ງແມ່ນລະດູໄບໄມ້ປົ່ງໃນ ອອສເຕຣເລັຍ. Credit: ALAN PORRITT/AAPIMAGE

Magpie ແມ່ນນົກສີດໍາ ແລະຂາວ ທີ່ເຮົາຮູ້ກັນດີວ່າ ແມ່ນນົກພື້ນເມືອງອອສເຕຣເລັຍ. ໂດຍທົ່ວໄປແລ້ວ ເປັນນົກທີ່ຮ້ອງມ່ວນ, ແຕ່ໃນລະດູ ການປະສົມພັນ, ຈະກາຍເປັນຜູ້ປົກປ້ອງຮັງຂອງມັນ ຢ່າງຮ້າຍກາດ, ມັນຈະບິນໄລ່ສັບ ສິ່ງທີ່ມັນເຫັນວ່າເປັນການຂົ່ມຂູ່-ຮວມທັງຄົນ ທີ່ຍ່າງຜ່ານໄປມາ ໂດຍບໍ່ລະວັງໂຕ. ໂດຍທົ່ວໄປແລ້ວ, ມັນມີແຕ່ໂຕຜູ້ ທີ່ເຮັດການໂຈມຕີ ຊຶ່ງກໍແມ່ນໂຕທີ່ປົກປ້ອງລູກຢູ່ໃນຮັງຂອງມັນ.


ລະດູໃບໄມ້ປົ່ງ ໃນອອສເຕຣເລັຍ ບໍ່ພຽງແຕ່ກ່ຽວກັບດອກໄມ້ເທົ່ານັ້ນ, ແຕ່ມັນແມ່ນລະດູທີ່ ນົກ Magpie ບິນໄລ່ທຳຮ້າຍຜູ້ຄົນນຳອີກ.

ນົກ Magpie ບາງໂຕ ສາມາດເປັນຜູ້ປົກປ້ອງເຂດແດນຂອງມັນ ໄດ້ຢ່າງຮຸນແຮງ.

ຜູ້ຊ່ຽວຊານ ແນະນໍາຜູ້ຄົນໃຫ້ລະວັງ, ຕັ້ງສະຕິ ແລະແມ່ນແຕ່ພະຍາຍາມ ໃຫ້ຄວາມສົນໃຈຕໍ່ນົກ Magpie ດັ່ງທີ່ Omoh Bello ລາຍງານ.

ລະດູໃບໄມ້ປົ່ງ ໄດ້ມາເຖິງແລ້ວ ແລະທີ່ມາພ້ອມກັບລະດູໃບໄມ້ປົ່ງ ກໍແມ່ນ ການບິນໄລ່ທຳຮ້າຍ ຂອງນົກ Magpie.

ນົກສີດໍາ ແລະຂາວ ທີ່ເຮົາຮູ້ກັນດີເຫລົ່ານີ້, ເຕຣເລັຍ. ໂດຍທົ່ວໄປແລ້ວ ເປັນນົກທີ່ຮ້ອງມ່ວນ, ແຕ່ໃນລະດູ ການປະສົມພັນ, ຈະກາຍເປັນຜູ້ປົກປ້ອງຮັງຂອງມັນ ຢ່າງຮ້າຍກາດ, ມັນຈະບິນໄລ່ສັບ ສິ່ງທີ່ມັນເຫັນວ່າເປັນການຂົ່ມຂູ່-ຮວມທັງຄົນ ທີ່ຍ່າງຜ່ານໄປມາ ໂດຍບໍ່ລະວັງໂຕ.

ສາດສະດາຈານ Dieter Hochuli ເປັນນັກລະບົບນິເວດ ທີ່ມະຫາວິທະຍາລັຍ Sydney.

"ນົກ Magpie ເປັນສ່ວນທີ່ແຕກຕ່າງ ໃນຊຸມຊົນນົກ ຂອງອອສເຕຣເລັຍ. ມັນເປັນນົກ ທີ່ເຮົາຮັກຫລາຍ. ທ່ານອາດຄິດວ່າ ພວກມັນເປັນບ້າ ໃນຊ່ວງເວລານີ້ຂອງປີ ເພາະຕ້ອງປະເຊີນກັບການບິນໄລ່ຕອດຂອງມັນ. ແມ່ນເລື່ອງທັມມະດາທົ່ວໂລກ, ແຕ່ນົກ Magpie ແລະການໂຈມຕີຂອງມັນ ໃນສະພາບແວດລ້ອມໃນເມືອງ ແມ່ນສິ່ງທີ່ເກີດຂຶ້ນແທ້ໆ. ນັ້ນເພາະວ່າ ເຮົາຢູ່ຮ່ວມໂລກດຽວກັນກັບພວກມັນ ຈຶ່ງໄດ້ເຫັນຄົນຂີ່ຣົດຖີບ ທີ່ມີລວດຕິດຢູ່ເທິງຫມວກ ເພື່ອພະຍາຍາມຢຸດການບິນໄລ່ຈິກຂອງພວກມັນ. ບາງຄົນ ກໍເອົາຮູບຕາ ມາຕິດໃສ່ທາງຫລັງຂອງຫມວກ ເພື່ອຫລີກຈາກການບິນໂຈມຕີ. ຕາມຄວາມຈິງແລ້ວ, ມັນອາດເປັນເລື້້ອງປົກກະຕິ ທີ່ຈະຍ່າງໄປໃຕ້ຕົ້ນ Eucalyptus ໃຫຍ່, ຫລືຍ່າງໃນປ່າໃນເມືອງ ແລະຕົ້ນໄມ້ຕາມແຄມຫົນທາງ ແລະຈະເຮັດໃຫ້ນົກເຫລົ່ານັ້ນ ອອກມາບິນໄລ່."

ການບິນໄລ່ຈິກ ຂອງນົກ Magpie ອາດສ້າງຄວາມຢ້ານກົວເລັກນ້ອຍ ຈົນເຖິງ ການບາດເຈັບສາຫັດ.

ບາງຄັ້ງ ຄົນທີ່ຕົກໃຈ ອາດສະດຸດ ແລະລົ້ມລົງ ຊຶ່ງກໍ່ໃຫ້ເກີດອຸບັດຕິເຫດ.

ເວບໄຊ້ Magpie Alert ລາຍງານວ່າ ໃນປີນີ້ ຈົນເຖິງປະຈຸບັນ ມີບັນທຶກການບິນໂຈມຕີຂອງ Magpie ຫລາຍກວ່າ 2,000 ເທື່ອແລະໄດ້ຮັບບາດເຈັບ 264 ຄົນ.

ຮອງສາດສະດາຈານ Guy Castley, ນັກລະບົບນິເວດ ຈາກມະຫາວິທະຍາລັຍ Griffith ກ່າວວ່າ ເຖິງແມ່ນວ່າ ການສ່ຽງຂອງການບາດເຈັບ ນັ້ນເປັນຈິງ, ແຕ່ລາວກ່າວວ່າ ມີພຽງແຕ່ 10 ເຖິງ 20 ເປີເຊັນເທົ່ານັ້ນ ທີ່ສະແດງພຶດຕິກັມແບບນີ້.

"ມີນົກຈໍານວນຫລວງຫລາຍ ທີ່ກໍາລັງປະສົມພັນ, ແຕ່ບໍ່ແມ່ນນົກ Magpie ທີ່ປະສົມພັນທັງຫມົດ ຈະໂຈມຕີ. ສະນັ້ນ, ແນ່ນອນວ່າ ມັນເປັນບາງໂຕທີ່ເຮັດເຊັ່ນນັ້ນ, ແລະນັ້ນອາດເປັນພຽງແຕ່ 10 ຫາ15 ເປີເຊັນຂອງນົກທີ່ຈະໂຈມຕີ, ແລະໂດຍທົ່ວໄປແລ້ວ, ມັນມີແຕ່ໂຕຜູ້ ທີ່ເຮັດການໂຈມຕີ ຊຶ່ງກໍແມ່ນໂຕທີ່ປົກປ້ອງລູກຢູ່ໃນຮັງຂອງມັນ. ສະນັ້ນ, ມັນຈະເປັນເວລາສັ້ນໆ ຈົນກວ່າລູກນົກເຫລົ່ານັ້ນໄດ້ອອກຮັງ, ນົກ Magpie ໃນເຂດນັ້ນ ຈະບິນໄລ່ຕອດຜູ້ມາລົບກວນ. ສະນັ້ນ, ມັນຈຶ່ງເປັນໄລຍະສັ້ນໆ. ແຕ່ໂດຍທົ່ວໄປແລ້ວ, ຈໍານວນນົກ ແລະຈໍານວນອຸປະຕິເຫດແມ່ນເລັກນ້ອຍ ຖ້າຄຶດເປັນເປີເຊັນ. ເມື່ອກ່າວເຖິງຜົນກະທົບທີ່ແທ້ຈິງ, ມັນອາດຮ້າຍແຮງຫລາຍ."

ສາດສະດາຈານ Dieter Hochuli ກ່າວວ່ານົກ Magpie ບໍ່ໄດ້ໂຈມຕີທຸກຄົນ ເພາະບາງເທື່ອ ມັນກໍສົນໃຈສະເພາະຄົນໃດຄົນຫນຶ່ງເທົ່ານັ້ນ.

"ມັນບໍ່ເປັນເລື່ອງຕລົກ ຖ້າຫາກທ່ານເປັນຜູ້ເຄາະຮ້າຍ, ແຕ່ມັນເປັນສິ່ງແປກປລາດ ທີ່ຮູ້ວ່ານົກເຫລົ່ານີ້ ໄດ້ເລືອກທ່ານໂດຍສະເພາະ, ຫລືພວກມັນ ຈື່ປະສົບການ ແລະການຂົ່ມຂູ່ທີ່ອາດເກີດຂຶ້ນ. ສະນັ້ນ, ຢ່າລືມວ່າ, ມັນບໍ່ໄດ້ເປັນການຂົ່ມຂູ່ທີ່ແທ້ຈິງ. ມັນແມ່ນພຽງແຕ່ຄວາມຄຶດວ່າ ເປັນການຂົ່ມຂູ່ ທີ່ພວກມັນອາດປະເຊີນຢູ່ ທີ່ເຮັດໃຫ້ພວກມັນຕອບໂຕ້ ໃນແບບດຽວກັນກັບທຸກຄົນ. ມັນພຽງແຕ່ ອີງຕາມປະສົບການພິເສດຂອງສັດເຫລົ່ານັ້ນ, ແລະນັ້ນເປັນສ່ວນຫນຶ່ງ ທີ່ໜ້າສົນໃຈຂອງພວກມັນ, ແຕ່ຂ້າພະເຈົ້າຄິດວ່າ ມັນເປັນເລື່ອງແປກປລາດ ໜ້ອຍນຶ່ງ."

ຕາມປົກກະຕິແລ້ວ ນົກ Magpie ໂຕຜູ້ ຈະບິນໄປໄລ່ຈິກ ປະມານຫົກອາທິດ ໃນເດືອນກັນຍາ ແລະເດືອນຕຸລາ, ຕອນມັນມີລູກຢູ່ໃນຮັງ ຫລືຫລັງຈາກລູກ ໄດ້ບິນອອກຈາກຮັງ, ນີ້ຄືເວລາທີ່ລູກນົກ ຈະມີອັນຕະຣາຍຫລາຍທີ່ສຸດ ຈາກຜູ້ລ່າເຫຍື່ອ.

ນົກ Magpie ເປັນນົກທີ່ປົກປ້ອງເຂດແດນ ແລະມັກຈະກັບຄືນໄປຫາຮັງເກົ່າ ໃນແຕ່ລະປີ, ໂດຍທີ່ເທດສະບານທ້ອງຖິ່ນ ແລະກຸ່ມຊຸມຊົນ ມັກຈະຕິດປ້າຍ ແລະແບ່ງປັນແຜນທີ່ ຮູ້ຈັກກັນວ່າ ເປັນບ່ອນທີ່ນົກMagpies ບິນໄລ່ຈິກຄົນ, ຊຶ່ງມັກຈະຢູ່ໃນເຂດເມືອງ ບ່ອນທີ່ມັນຢູ່ຮ່ວມກັບມະນຸດ.

ສໍາລັບນົກ Magpie, ເມື່ອທ່ານເຄື່ອນທີ່ໄວເທົ່າໃດ, ການຂົ່ມຂູ່ ກໍຍິ່ງໃຫຍ່ເທົ່ານັ້ນ, ຊຶ່ງເປັນເຫດຜົນວ່າ ເປັນຫຍັງຄົນຂີ່ຣົດຖີບ, ຄົນແລ່ນ ແລະຄົນຈູງຫມາຍ່າງ ຈຶ່ງເປັນຕົກເປົ້າຫມາຍສ່ວນຫຼາຍ.

ສໍາລັບຜູ້ທີ່ຍັງໃໝ່ຕໍ່ອອສເຕຣເລັຍ, ການເຫັນຜູ້ຄົນໃນທ້ອງຖິ່ນ ທີ່ໃສ່ໝວກກັນກະທົບ ທີ່ມີລວດ ຫລືແຕ້ມຕາຢູ່ຂ້າງຫລັງຂອງຫມວກ ອາດເບິ່ງຄືວ່າແປກປລາດ ແຕ່ມັນເປັນຄວາມພະຍາຍາມ ທີ່ຈະຫລີກເວັ້ນຈາກການໂຈມຕີ ຂອງນົກ Magpie.

ຮອງສາດສະດາຈານ Guy Castley ກ່າວວ່າ ມັນງ່າຍທີ່ຈະຫລີກເວັ້ນນົກMagpie ແທນທີ່ຈະຢຸດມັນ ຈາກການບິນໂຈມຕີ ໃນຂນະທີ່ພວກມັນປົກປ້ອງເຂດແດນ ຂອງພວກມັນ.

"ໃນລະດັບຫນຶ່ງ, ເສັ້ນລວດອາດໃຊ້ໄດ້ ກັບຫມວກກັນກະທົບ, ເພາະເມື່ອນົກເຂົ້າມາໃກ້ໆ, ພວກມັນຈະຕີເສັ້ນລວດ ທີ່ຕິດເທິງຫມວກຂອງທ່ານ, ແລະນັ້ນ ອາດຢັບຢັ້ງພວກມັນ ບໍ່ໃຫ້ໂຈມຕີທ່ານໄດ້, ເພາະພວກມັນໄດ້ໂຈມຕີຕໍ່ສິ່ງອື່ນ. ແຕ່ການເອົາຕາທີ່ຕິດຢູ່ຂ້າງຫລັງ, ຂ້າພະເຈົ້າຄິດວ່າ, ນົກ Magpie ເປັນນົກທີ່ສລາດ, ແລະມັນສາມາດ ຈື່ລັກສນະຂອງໃບຫນ້າ ແລະສິ່ງອື່ນໆໄດ້. ດັ່ງນັ້ນ, ບາງວິທີອາດໃຊ້ໄດ້, ແຕ່ໂດຍທົ່ວໄປ ວິທີທີ່ດີທີ່ສຸດ ທີ່ຈະເຮັດ ແມ່ນພະຍາຍາມຫຼີກລ່ຽງ ບ່ອນທີ່ມີຮັງນົກ Magpie ຢູ່, ແລະ ຢ່າແລ່ນຢູ່ບໍລິເວນນັ້ນ, ເພາະນົກ Magpie ມັກຈະແນເປົ້າໝາຍ ໄປທີ່ຄົນທີ່ເຄື່ອນໄຫວຢ່າງໄວ ແລະສິ່ງຕ່າງໆແບບນັ້ນ."

Mr Castely ກ່າວວ່າ ເຖິງແມ່ນວ່າ ການບິນໄລ່ຈິກ ຂອງນົກ Magpieອາດເປັນເລື່ອງເຈັບປວດ, ແຕ່ມັນຍັງເປັນສ່ວນນຶ່ງ ຂອງສະພາບແວດລ້ອມທັມມະຊາດ ທີ່ຫນ້າສົນໃຈ ຂອງອອສເຕຣເລັຍ ເຊັ່ນກັນ.

ລາວໄດ້ກ່າວຕື່ມວ່າ ດ້ວຍຄວາມຮັບຮູ້ ແລະຄວາມເຄົາຣົບພຽງເລັກນ້ອຍ, ມະນຸດ ແລະນົກ Magpie ກໍຈະສາມາດຢູ່ຮ່ວມກັນໄດ້ຢ່າງສງົບສຸກ.

ເນື້ອເລື່ອງໂດຍ Omoh Bello  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share