ຄວາມສຳຄັນຂອງຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR

heart attack

ຜູ້ຊາຍກຳລັງກຸມໜ້າເອິກເນື່ອງຈາກອາການຫົງໃຈກຳລັງຢຸດເຕັ້ນ. Source: AAP

ການຄົ້ນຄວ້າໃຫມ່ຈາກ Monash University ໄດ້ລະບຸຄວາມສຳພັນລະຫວ່າງການລອດຊີວິດຂອງຜູ້ທີ່ຫົວໃຈກຳລັງຢຸດເຕັ້ນ ແລະ ຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR ໃນເຂດ ຣັຖບານທ້ອງຖິ່ນ ຂອງອອສເຕຣເລັຍ (Australian Local Government Areas) ທີ່ມີອັດຕາ ການຫົວໃຈຢຸດເຕັ້ນ ສູງສຸດ ແລະອັດຕາທີ່ຕ່ຳທີ່ສຸດ ຂອງຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR (Resuscitation Cardiopulmonary).


ຄວາມສຳຄັນຂອງຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR.

ການຄົ້ນຄວ້າໃຫມ່ຈາກ Monash University ໄດ້ລະບຸເຂດຣັຖບານທ້ອງຖິ່ນ ຂອງ (Australian Local Government Areas) ທີ່ມີອັດຕາ ການຫົວໃຈຢຸດເຕັ້ນ ສູງສຸດ ແລະອັດຕາທີ່ຕ່ຳທີ່ສຸດ ຂອງຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR (Resuscitation Cardiopulmonary).

ພວກນັກຊ່ຽວຊານກ່າວວ່າ ມັນຮຽກຮ້ອງ ໃຫ້ມີການສຶກສາ ທີ່ມີເປົ້າຫມາຍ, ເນື່ອງຈາກ ການລອດຊີວິດ ເພີ່ມຂຶ້ນເປັນສອງເທົ່າ ເມື່ອ CPR (Cardio Pulmonary Resuscitation) ໄດ້ນຳໃຊ້ ໂດຍຜູ້ທີ່ຢູ່ຮອບຂ້າງ.

Hannah Kwon ລາຍງານ.

ທຸກໆປີ, ຊາວອອສເຕຣເລັຍ ຫຼາຍພັນຄົນ ປະສົບກັບອາການ ຫົວໃຈຢຸດເຕັ້ນ ນອກໂຮງຫມໍ, ເຊິ່ງຫົວໃຈຢຸດເຕັ້ນ ໂດຍບໍ່ມີການເຕືອນລ່ວງຫນ້າ.

ຄວາມຈິງແລ້ວ ສະພາບດັ່ງກ່າວ ສົ່ງຜົນກະທົບ ຕໍ່ປະມານ 26,000 ຄົນໃນແຕ່ລະປີ ແລະ 95 ເປີເຊັນຂອງຈຳນວນນັ້ນ, ເສັຍຊີວິດ ກ່ອນທີ່ເຂົາເຈົ້າຈະໄປຮອດໂຮງຫມໍ.

ແຕ່ຂໍ້ມູນ (ຂອງ St John Ambulance Australia) ສະແດງໃຫ້ເຫັນວ່າ ອັດຕາການລອດຊີວິດ ສາມາດເພີ່ມຂຶ້ນໄດ້ ເຖິງ 75 ເປີເຊັນ-ຖ້າຫາກວ່າ ມາດຕະການປ້ອງກັນ, ເຊັ່ນການນຳໃຊ້ Cardio Pulmonary Resuscitation, ຫຼື CPR, ໂດຍຜູ້ຢູ່ຮອບຂ້າງໃນຕອນຕົ້ນ.

ພວກນັກຊ່ຽວຊານກ່າວວ່າ ຈຸດສໍາຄັນໃນເລື່ອງນີ້ ແມ່ນໂຄງການ ການສຶກສາ ທີ່ມີເປົ້າຫມາຍ ໂດຍສະເພາະ ສໍາລັບເຂດທີ່ມີຄວາມຕ້ອງການຫຼາຍທີ່ສຸດ.

ແຕ່ເຮົາຈະຮູ້ໄດ້ແນວໃດວ່າ ສ່ວນໃດຂອງອອສເຕຣເລັຍ ຕ້ອງການຄວາມຊ່ວຍເຫຼືອ?

ການສຶກສາໃຫມ່ຈາກ Monash University* ກໍາລັງຫາທາງ ທີ່ຈະເຊື່ອມຕໍ່ຊ່ອງວ່າງນັ້ນ, ໂດຍລະບຸເຂດຣັຖບານທ້ອງຖິ່ນ ຂອງອອສເຕຣເລັຍ (LGAs) ທີ່ມີເຫດການສູງສຸດ ຂອງອາການຫົວໃຈຢຸດເຕັ້ນ ແລະອັດຕາທີ່ຕ່ຳທີ່ສຸດ ຂອງຜູ້ທີ່ຢູ່ຮອບຂ້າງທີ່ສາມາດໃຊ້ CPR (Cardio Pulmonary               Resuscitation).

ສາດສະດາຈານ Janet Bray ຂອງມະຫາວິທະຍາໄລ ແມ່ນຜູ້ຂຽນອະວຸໂສຂອງການສຶກສາ.

"ສິ່ງທີ່ພວກເຮົາເຮັດ ແມ່ນພວກເຮົາໄດ້ເຮັດແຜນທີ່ ຂອງອາການຫົວໃຈຢຸດເຕັ້ນ ທຸກເທື່ອໂດຍແພດນອກສະຖານທີ່ທົ່ ວອອສເຕຣເລັຍໃນເຂດປົກຄອງທ້ອງຖິ່ນຂອງເຂົາເຈົ້າ. ແລະຈາກນັ້ນ, ພວກເຮົາກໍໄດ້ເບິ່ງອັດຕາເຫດການ ໃນເຂດປົກຄອງທ້ອງຖິ່ນເຫລົ່ານີ້ ພ້ອມທັງອັດຕາ ຂອງຜູ້ທີ່ຢູ່ຮອບຂ້າງ ທີ່ສາມາດໃຊ້ CPR ໃນການເປັນພະຍານຂອງຫົວໃຈຢຸດເຕັ້ນ. ດັ່ງນັ້ນ, ເມື່ອມີຄົນເຫັນຄົນໃດຄົນຫນຶ່ງລົ້ມລົງ. ແລະສິ່ງທີ່ພວກເຮົາພົບ ແມ່ນພວກເຮົາ ສາມາດລະບຸເຂດ ທີ່ມີອັດຕາການເກີດເຫດສູງ ແລະອັດຕາທີ່ຕໍ່າ ຂອງຜູ້ທີ່ຢູ່ຮອບຂ້າງ ທີ່ສາມາດໃຊ້ CPR. ແລະນີ້ກໍມີຄວາມສໍາຄັນ ເພາະຕອນນີ້ ສິ່ງທີ່ເຮົາສາມາດເຮັດໄດ້ ແມ່ນເຂົ້າໄປໃນ LGAs ເຫຼົ່ານີ້ ແລະໃຫ້ການສຶກສາ ຕໍ່ສາທາຣະນະ ບາງຢ່າງ ເພື່ອພະຍາຍາມປັບປຸງ ຜູ້ທີ່ຢູ່ຮອບຂ້າງທີ່ສາມາດໃຊ້ CPR, ແຕ່ຍັງພະຍາຍາມ ທີ່ຈະຫຼຸດຜ່ອນ ເຫດການຫົວໃຈຢຸດເຕັ້ນ ຢູ່ນອກໂຮງຫມໍ ໃນເຂດເຫຼົ່ານີ້."

60 ເຂດປົກຄອງທ້ອງຖິ່ນ (LGA) ຖືກລະບຸວ່າ ມີຄວາມສ່ຽງສູງ ຊຶ່ງມີປະຊາກອນທັງຫມົດ 1.17 ລ້ານຄົນ, ສ່ວນໃຫຍ່ແມ່ນຢູ່ ໃນ New South Wales.

(LGAs ທີ່ມີຄວາມສ່ຽງສູງ ໄດ້ຖືກກໍານົດວ່າ ເປັນເຂດທີ່ມີອັດຕາເກີດເຫດ ຫຼາຍກວ່າອັດຕາ ການເກີດເຫດຂອງ ຣັດ ຫຼືເຂດ ໃນສ່ວນ 75ເປີເຊັນ ຂອງມັນ ແລະອັດຕາ ຜູ້ທີ່ຢູ່ຮອບຂ້າງ (ທີ່ສາມາດໃຊ້CPR) ຫນ້ອຍກວ່າ ອັດຕາສ່ວນ 25 ເປີເຊັນ ຂອງຣັດ ຫຼືເຂດປົກຄອງ. ມີທັງຫມົດ 62,579 ກໍຣະນີ ຫົວໃຈຢຸດເຕັ້ນ ນອກໂຮງຫມໍ ທີ່ມີຣົດພະຍາບານກ່ຽວຂ້ອງ ໃນ 543 LGAs ທົ່ວປະເທດ.)

ສ່ວນຫຼາຍ ແມ່ນເກີດຂຶ້ນ ໃນເຂດພູມີພາກ ແລະເຂດຫ່າງໄກ,ນອກຈາກສອງ LGAs ໃນ Adelaide ແລະສອງ LGAs ໃນ Perth.

ລາຍຊື່ ແລະສະຖານະພາບ ຄວາມສ່ຽງຂອງ LGAs: :]]


ສາດສະດາຈານ Bray ກ່າວວ່າ ມີລັກສະນະທົ່ວໄປຫຼາຍຢ່າງ ທີ່ສັງເກດໄດ້ໃນກໍຣະນີ ໃນສະຖານທີ່ເຫຼົ່ານີ້.


"ພວກເຮົາພົບວ່າ ບ່ອນທີ່ມີອັດຕາເຫດການທີ່ສູງ ມີທ່າອ່ຽງ ທີ່ຈະມີອັດຕາ ການເປັນໂຣກຫົວໃຈ ແລະໂຣກໃນເສັ້ນເລືອດສູງ, ປັດຈັຍສ່ຽງເຊັ່ນ: ການສູບຢາ, ຄວາມດັນເລືອດສູງ, ຄໍເລສເຕີຣອນສູງ. ເຂົາເຈົ້າ ມີທ່າອ່ຽງ ທີ່ຈະເປັນ ໃນປະຊາກອນທີ່ສູງອາຍຸ. ພວກເຂົາເຈົ້າ ມີທ່າອ່ຽງ ທີ່ຈະມີຖານະ ທາງດ້ານເສດຖະກິດຕໍ່າ, ແລະພວກເຂົາເຈົ້າມີທ່າອ່ຽງ ທີ່ຈະມີລະດັບການສຶກສາທີ່ຕ່ຳກວ່າ ເມື່ອທຽບກັບພື້ນທີ່ ທີ່ມີເຫດການທີ່ຕ່ຳກວ່າ."

ການສຶກສາ ໄດ້ວິເຄາະຂໍ້ມູນ ຈາກປີ 2017 ຫາ 2019, ການນໍາໃຊ້ຕົວຢ່າງ ວິຊາຄະນິດສາດ ແລະເຕັກນິກ ການເຮັດແຜນທີ່. ໂດຍພິຈາຣະນາ ອັດຕາການຝຶກອົບຮົມ CPR ທີ່ກ່ຽວຂ້ອງກັບ ຜູ້ທີ່ຢູ່ຮອບຂ້າງ (ທີ່ສາມາດໃຊ້ CPR), ການຊອກຫາພາກພື້ນທີ່ ມີອັດຕາທີ່ຕໍ່າຜູ້ທີ່ຢູ່ຮອບຂ້າງ (ທີ່ສາມາດໃຊ້ CPR) ນັ້ນມີທ່າອ່ຽງ, ຫຼືມີອັດຕາຫນ້ອຍລົງ, ຫຼືອັດຕາ ຂອງປະຊາກອນ ທີ່ໄດ້ຮັບການຝຶກອົບຮົມ CPR ໃນຮູບແບບຕ່າງໆ.

ສາດສະດາຈານ Bray ກ່າວວ່າ ການສຶກສາ ແມ່ນມີຄວາມສໍາຄັນຫຼາຍ ຕໍ່ການໄດ້ຮັບຜົນທີ່ດີກວ່າ ແລະເຮັດໃຫ້ສາທາຣະນະຊົນ ຕອບສນອງໄດ້ດີຂຶ້ນ.

"ທ່ານບໍ່ຈໍາເປັນຕ້ອງໄປຮຽນ CPR ຢ່າງເປັນທາງການ ເພື່ອຮູ້ວິທີການເຮັດ CPR. ທ່ານສາມາດ ເບິ່ງວິດີໂອຫ້ານາທີ ໃນ YouTube. ສິ່ງທີ່ທ່ານຈໍາເປັນຕ້ອງຮູ້ ແມ່ນວ່າ ຖ້າຫາກວ່າມີຄົນເປັນລົ້ມລົງ, ທ່ານຈໍາເປັນຕ້ອງກວດເບິ່ງວ່າ ພວກເຂົາມີປະຕິກິຣິຍາແນວໃດແດ່. ຖ້າພວກເຂົາບໍ່ຕອບສນອງ, ທ່ານຈໍາເປັນຕ້ອງເບິ່ງວ່າ ພວກເຂົາເຈົ້າຫາຍໃຈ ຫຼືວ່າ ພວກເຂົາຫາຍໃຈປົກກະຕິບໍ່. ແລະຖ້າຫາກວ່າ ສອງສິ່ງນີ້ກໍາລັງເກີດຂຶ້ນ, ແລ້ວທ່ານຕ້ອງເລີ່ມຕົ້ນໂທຫາ triple zero ແລະເລີ່ມຕົ້ນການກົດຫນ້າເອິກ. ແລະການກົດອັດຫນ້າເອິກ ບໍ່ມີຫຍັງຊັບຊ້ອນ. ສິ່ງທີ່ທ່ານຕ້ອງເຮັດ ແມ່ນເອົາມືເບື້ອງຫນຶ່ງ ໃສ່ເທິງມືອີກເບື້ອງໜຶ່ງ ແລະວາງຢູ່ເທິງກະດູກຫນ້າເອິກ ແລະຂົ່ມລົງຢ່າງແຮງ ແລະໄວ. ບໍ່ມີຫຍັງຍາກ. ແລະຜູ້ຕອບໂທຣະສັບ triple zero ກໍຈະໃຫ້ຄໍາແນະນໍາ ກ່ຽວກັບ ວິທີການເຮັດສິ່ງນີ້ ເຊັ່ນດຽວກັນ ທາງໂທຣະສັບ. ແຕ່ວ່າ ມັນງ່າຍຫຼາຍ ທີ່ຈະໄດ້ຮັບຂໍ້ມູນນັ້ນ ຖ້າທ່ານຮູ້ວ່າທ່ານກໍາລັງເຮັດຫຍັງຢູ່."

ສໍາລັບ ຜູ້ທີ່ຄິດວ່າ ການປະຕິບັດ CPR ນັ້ນຫນ້າຢ້ານກົວ, Dr Rashid Bashir, ແພດດ້ານຫົວໃຈໃນຣັດ Victoria ກ່າວວ່າ ຂະບວນການນັ້ນສາມາດແບ່ງອອກເປັນ ເຈັດຂັ້ນຕອນ.

"ຖ້າຂ້າພະເຈົ້າ ພຽງແຕ່ສະຫຼຸບເຈັດຂັ້ນຕອນ, ພວກເຮົາເອີ້ນພວກເຂົາວ່າ Dr's A-B-C-D. ເຊິ່ງແມ່ນ, D-R-S ແລ້ວ A-B-C-D. ນັ້ນເປັນພຽງຄໍາຫຍໍ້ ທີ່ຄົນເຮົາຕ້ອງຈື່"

D ແມ່ນ Danger ໝາຍເຖິງອັນຕະຣາຍ, ປະເມີນສະຖານະການ ແລະໃຫ້ແນ່ໃຈວ່າ ພື້ນທີ່ນັ້ນປອດພັຍ.

R ແມ່ນ Response ໝາຍເຖິງການຕອບສນອງ-ກວດສອບການຕອບສນອງຂອງຜູ້ເຄາະຮ້າຍສເມີ.

S ແມ່ນ Send for help ໝາຍເຖິງຂໍຄວາມຊ່ວຍເຫຼືອ.

A ແມ່ນ Airway-ໝາຍເຖິງ ການອ້າປາກຂອງຜູ້ເຄາະຮ້າຍນັ້ນ ແລະກວດເບິ່ງສິ່ງກີດຂວາງທີ່ອາດເປັນໄປໄດ້ ຂອງເຂົາເຈົ້າ, ເຊັ່ນແຂ້ວປອມ, ອາຫານ, ຫຼືກົດທ້ອງ ເພື່ອໃຫ້ສິ່ງກີດຂວາງນັ້ນອອກ.

B ແມ່ນ Breathing ໝາຍເຖິງການຫາຍໃຈ-ກວດເບິ່ງການຫາຍໃຈຂອງເຂົາເຈົ້າ.

C ແມ່ນ C-P-R.

ແລະ D ແມ່ນ Defibrillator-ໝາຍເຖິງເຄື່ອງກະຕຸ້ນຫົວໃຈ.

"ມັນເປັນເລື້ອງທີ່ໄວຫຼາຍ. ຢ່າເສັຍເວລາ, ໃຊ້ເວລາ 10 ນາທີ ໃນການປະເມີນອັນຕະຣາຍ ແລະການຕອບສນອງ. ມັນເກີດຂຶ້ນຢ່າງໄວ. ດັ່ງນັ້ນ,ພາຍໃນສອງສາມວິນາທີ ທ່ານຕ້ອງປະເມີນສິ່ງເຫຼົ່ານີ້. ແລ້ວຮ້ອງຂໍຄວາມຊ່ວຍເຫຼືອ ຖ້າຫາກວ່າເປັນໄປໄດ້, ຫຼືຜູ້ໃດທີ່ຢູ່ອ້ອມຂ້າງທ່ານ ຂໍໃຫ້ເຂົາເຈົ້າຊ່ວຍ. ສ່ວນໃຫຍ່ ການຊ່ວຍເຫຼືອ ແມ່ນການໂທຫາ triple zero ໃນຂນະທີ່ທ່ານຊ່ອຍເຫຼືອຜູ້ເຄາະຮ້າຍນັ້ນ. ຈຸດປະສົງ ຂອງການເຮັດ CPR ແມ່ນໃຫ້ຄວາມຊ່ວຍເຫຼືອຄົນຜູ້ນັ້ນ ໂດຍການຮັກສາຊີວິດຈົນກ່ວາ ການປິ່ນປົວຈະເລີ່ມຕົ້ນ."

ຫົວໃຈຢຸດເຕັ້ນ ແມ່ນແຕກຕ່າງຈາກໂຣກຫົວໃຈວາຍ.

ສາດສະດາຈານ Gary Jennings ຫມໍຫົວໃຈ ແລະຫົວຫນ້າທີ່ປຶກສາດ້ານການແພດ ຂອງມູນນິທິຫົວໃຈ (the Heart Foundation).

"A cardiac arrest ແມ່ນຕອນທີ່ຫົວໃຈຢຸດເຕັ້ນ. ແລະມັນສາມາດຢຸດເຕັ້ນ ດ້ວຍເຫດຜົນໃດກໍໄດ້. ຫນຶ່ງໃນສາເຫດທົ່ວໄປ, ແນ່ນອນ, ແມ່ນໂຣກຫົວໃຈວາຍ. ແຕ່ບໍ່ແມ່ນໂຣກຫົວໃຈທັງຫມົດ ຈະກ່ຽວຂ້ອງກັບການຫົວໃຈຢຸດເຕັ້ນ. ແລະນັ້ນ ຄືໄລຍະສຸດທ້າຍ ຂອງການເຈັບປ່ວຍ ທີ່ຮ້າຍແຮງ ໃນຮູບແບບໃດກໍຕາມ ທີ່ນໍາໄປສູ່ຄວາມຕາຍ. ສະນັ້ນ, ຈາກການທີ່ຫົວໃຈຢຸດເຕັ້ນ ນອກໂຮງຫມໍ ແມ່ນຕອນມີຄົນລົ້ມລົງ ຊຶ່ງເຫັນໄດ້ຊັດແຈ້ງວ່າ ມາຈາກຫົວໃຈຢຸດເຕັ້ນ ໃນສະຖານທີ່ ທີ່ບໍ່ແມ່ນທາງການແພດ. ແລະນັ້ນ ແມ່ນບ່ອນທີ່ພວກເຮົາຮູ້ວ່າ CPR ແລະການເຂົ້າເຖິງ ເຄື່ອງກະຕຸ້ນຫົວໃຈ (Defibrillator) ໃນຕອນຕົ້ນ ແລະການໂທຣະສັບຫາ triple zero ແມ່ນມາດຕະການ ທີ່ມີປະສິດທິພາບທີ່ສຸດ."

ເມື່ອເວົ້າເຖິງການນຳໃຊ້ CPR, ສາດສະດາຈານ Bray ກ່າວວ່າ ມີອຸບປະສັກບາງຢ່າງ ຕໍ່ການສຶກສາ.

"ສິ່ງທີ່ພວກເຮົາເຮັດ ແມ່ນພວກເຮົາໄດ້ເຮັດການສໍາຫຼວດ ກັບມູນນິທິຫົວໃຈ (the Heart Foundation) ທົ່ວອອສເຕຣເລັຍ ຂອງປະຊາຊົນອອສເຕຣເລັຍ, ແລະພວກເຮົາພົບວ່າ ຜູ້ທີ່ເກີດຢູ່ຕ່າງປະເທດ ມີໂອກາດຫນ້ອຍ ທີ່ຈະໄດ້ຮັບການຝຶກອົບຮົມ CPR ເມື່ອທຽບກັບ ຜູ້ທີ່ເກີດຢູ່ໃນອອສເຕຣເລັຍ."

Dr Bashir ຜູ້ທີ່ຫາກໍໄດ້ບັນທຶກວິດີໂອ ການສອນສໍາລັບ SBS ພາກພາສາ Hindi ກ່າວວ່າ ມີແຫຼ່ງຊັບພະຍາກອນຢ່າງຫຼວງຫຼາຍ.

"ຊັບພະຍາກອນຕ່າງໆ ມີຢູ່ທົ່ວໄປ. ມັນມີຢູ່ໃນອິນເຕີເນັດ. ຖ້າຫາກວ່າທ່ານຢູ່ໃນເວັບໄຊທ໌ຂອງ Cardiac Society ຫຼື Heart Foundation ຫຼືຣົດພະຍາບານຕ່າງໆ. ຂ້າພະເຈົ້າແນ່ໃຈວ່າ St. John Ambulance ມີຫຼາຍຫຼັກສູດ. ການບໍຣິການຣົດພະຍາບານ ແລະແພດນອກສະຖານທີ່ (Paramedics) ກໍມີຫຼັກສູດ CPR. ດັ່ງນັ້ນ, ຂໍ້ມູນແມ່ນມີຢູ່ທົ່ວໄປ. ມີຄ່າໃຊ້ຈ່າຍເລັກນ້ອຍ; ທ່ານສາມາດບັນທຶກ ໃນໂທລະສັບຂອງທ່ານ ເຊັ່ນດຽວກັນ. ແລະມັນມີຢູ່ທຸກພາສາ ເພາະວ່າ Melbourne ຫຼືອອສເຕຣເລັຍ ເປັນສັງຄົມທີ່ມີຄວາມເປັນສາກົນຫຼາຍ.

ແຕ່ເຖິງແມ່ນຈະມີຄໍາຫຍໍ້ ແລະບ່ອນເຮັດວຽກບາງແຫ່ງ ມີການຮຽນທົບທວນປະຈໍາປີກໍຕາມ, ແຕ່ກໍຍັງມີຄວາມລັງເລໃຈບາງຢ່າງ ກ່ຽວກັບການນຳໃຊ້ CPR.

Professor Bray ຫວັງວ່າ ການສຶກສານີ້ ຈະສາມາດສ້າງທາງ ໃຫ້ແກ່ຂໍ້ລິເລີ່ມໃຫມ່, ເຊັ່ນການໃຫ້ຄູ ແລະນັກຮຽນມັດທະຍົມ ໄດ້ຮັບການຝຶກອົບຮົມເປັນປະຈໍາ.

"ໃນເວລານີ້, ພວກເຮົາມີໂຄງການ ທີ່ພວກເຮົາກໍາລັງສອນຄູ ໃຫ້ສອນ CPR ໃນໂຮງຮຽນ ໃນຣັດ Victoria. ແລະນັ້ນ ແມ່ນໂຄງການທົດລອງ ເຊິ່ງພວກເຮົາ ຈະສເນີຕໍ່ຣັຖບານກາງ ແລະຫວັງວ່າ ຈະເປັນສ່ວນໜຶ່ງຂອງຫຼັກສູດ ເພື່ອໃຫ້ເດັກນ້ອຍທຸກຄົນ ໄດ້ຮັບການຝຶກອົບຮົມ CPRທຸກໆປີ ຂອງໂຮງຮຽນມັດທະຍົມ. ເພື່ອວ່າມັນຈະຝັງຢູ່ໃນສມອງ ຂອງເຂົາເຈົ້າຄືກັບການຂີ່ຣົດຖີບ."

ແລະຖ້າຫາກວ່າ ມີສິ່ງສໍາຄັນສິ່ງຫນຶ່ງ ໃນເລື່ອງຂອງການທີ່ຫົວໃຈຢຸດເຕັ້ນ ແລະການຊ່ອຍເຫຼືອ ຂອງຄົນທີ່ຢູ່ອ້ອມຂ້າງ, ແມ່ນວ່າ ເວລາ ນັ້ນເປັນສິ່ງສໍາຄັນທີ່ສຸດ.

"ບຸກຄົນ ທີ່ຫົວໃຈກຳລັງຢຸດເຕັ້ນ ໂດຍພື້ນຖານແລ້ວ ກຳລັງຈະຕາຍ.ທ່ານບໍ່ສາມາດ ທໍາຮ້າຍພວກເຂົາອີກຕໍ່ໄປ ກວ່າສິ່ງທີ່ພວກເຂົາເປັນຢູ່ແລ້ວ. ດັ່ງນັ້ນ, ຄວາມພະຍາຍາມໃດໆ ແມ່ນດີກວ່າ ບໍ່ມີຫຍັງເລີຍ.ໂອກາດ ທີ່ຈະຢູ່ລອດໂດຍບໍ່ມີ CPR ແມ່ນຕໍ່າຫຼາຍ. ສະນັ້ນ, ເຮົາຕ້ອງຊຸກຍູ້ ຂໍ້ຄວາມທີ່ວ່າ ມັນເປັນສິ່ງງ່າຍໆທີ່ຈະເຮັດ. ທ່ານບໍ່ສາມາດ ສ້າງຄວາມເສັຍຫາຍ ໃຫ້ແກ່ບຸກຄົນນັ້ນໄດ້. ພວກເຮົາມີກົດຫມາຍ ຢູ່ໃນປະເທດອອສເຕຣເລັຍວ່າ ເມື່ອທ່ານເຂົ້າແຊກແຊງ ເພື່ອຊ່ວຍເຫຼືອຜູ້ໃດຜູ້ຫນຶ່ງ ໃນພາວະສຸກເສີນ, ພວກເຂົາບໍ່ສາມາດຟ້ອງທ່ານໄດ້. ດັ່ງນັ້ນຈຶ່ງບໍ່ມີເຫດຜົນ ທີ່ຈະບໍ່ປະຕິບັດ."

*funded by the Heart Foundation and conducted by the Australian Resuscitation Outcomes Consortium (Aus-ROC)

ເນື້ອເລື່ອງໂດຍ  Hannah Kwon ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share