ທາງເລືອກໃຫມ່ໃນການປິ່ນປົວ ມະເຮັງຜິວໜັງ

Matthew Croxford almost overlooked a potentially deadly symptom of melanoma (SBS).jpg

Matthew Croxford ຄິດວ່າລາວມີສຸຂະພາບດີ, ແຕ່ລາວເກືອບຈະເບິ່ງຂ້າມ ອາການທີ່ອາດເປັນອັນຕະຣາຍເຖິງຕາຍ ຂອງມະເຮັງຜິວໜັງ (Melanoma). Credit: Supplies by SBS

ມີການພັດທະນາ ທີ່ໃຫ້ຄວາມຫວັງ ໃນການຕໍ່ສູ້ ກັບມະເຮັງຜິວໜັງ (Melanoma) ດ້ວຍທາງເລືອກການປິ່ນປົວໃຫມ່ ທີ່ມອບຄວາມຫວັງໃຫ້ກັບຜູ້ປ່ວຍ. ມັນແມ່ນ ການໃຫ້ຢາພູມຕ້ານທານສອງຢ່າງ ເປັນເວລາຫົກອາທິດ ກ່ອນທີ່ມະເຮັງຈະຖືກກໍາຈັດອອກໄປ - ກົງກັນຂ້າມກັບວິທີການປິ່ນປົວໃນປະຈຸບັນ ທີ່ໃຫ້ການປິ່ນປົວດ້ວຍພູມຕ້ານທານ ຫຼັງຈາກ ການກໍາຈັດອອກໄປຂອງມະເຮັງ ຊຶ່ງສາມາດເຮັດໃຫ້ ອັດຕາການຢູ່ລອດໄດ້ຢ່າງຫຼາຍ.


ທາງເລືອກໃຫມ່ໃນການປິ່ນປົວ ມະເຮັງຜິວໜັງ.

ມີການພັດທະນາ ທີ່ມີຄວາມຫວັງ ໃນການຕໍ່ສູ້ ກັບMelanoma) ດ້ວຍທາງເລືອກການປິ່ນປົວໃຫມ່ ທີ່ມອບຄວາມຫວັງໃຫ້ກັບຜູ້ປ່ວຍ.

ການຄົ້ນຄວ້າ ທີ່ນັກວິທະຍາສາດເຂົ້າຮ່ວມ ໄດ້ສ້າງຄວາມກ້າວ ໜ້າ -ມັນໄດ້ພົບການນຳໃຊ້ ການປະສົມປະສານ ຢາພູມຄຸ້ມກັນ ທີ່ມີປະສິດທິພາບ ກ່ອນການກໍາຈັດໂຣກມະເຮັງນັ້ນ ສາມາດເຮັດໃຫ້ ອັດຕາການຢູ່ລອດໄດ້ຢ່າງຫຼາຍ.

Kath Landers ແລະ Hannah Kwon ລາຍງານ.

Matthew Croxford ຄິດວ່າລາວມີສຸຂະພາບດີ, ແຕ່ລາວເກືອບຈະເບິ່ງຂ້າມ ອາການທີ່ອາດເປັນອັນຕະຣາຍເຖິງຕາຍ ຂອງມະເຮັງຜິວໜັງ (Melanoma).

"ຂ້ອຍຢູ່ໃນຫ້ອງອອກກໍາລັງກາຍ ແລະຂ້ອຍໄດ້ເຮັດຫຍັງບາງຢ່າງ ແລະຂ້ອຍຄຶດວ່າ ຂ້ອຍຮູ້ສຶກບາງຢ່າງ ທີ່ບ່າຂອງຂ້ອຍ. ແລະຂ້ອຍໄດ້ຍົກແຂນຂຶ້ນ ເພື່ອຈະໄດ້ຮູ້ວ່າມັນແມ່ນຫຍັງ, ຂ້ອຍເຈັບກ້າມເນື້ອ ຫລືບາງສິ່ງບາງຢ່າງ', ແລະຂ້ອຍ ໄດ້ພົບກ້ອນເນື້ອນີ້ ຢູ່ໃນກະດູກຄໍເບື້ອງຊ້າຍຂອງຂ້ອຍ. 'ອັນນີ້ແມ່ນຫຍັງ?' ຂ້ອຍບໍ່ເຄີຍພໍ້ມັນມາກ່ອນ."

ເມື່ອມັນບໍ່ໄດ້ຫາຍໄປ, ລາວໄດ້ໄປຫາທ່ານຫມໍ ແລະນັ້ນແມ່ນຕອນ ທີ່ລາວໄດ້ຮັບຂ່າວ ທີ່ປ່ຽນແປງຊີວິດ.

"ຂ້ອຍໄດ້ຮັບການວິນິດສັຍ ແລ້ວເວົ້າວ່າທ່ານເປັນ ມະເຮັງຜິວໜັງ (Melanoma), ມັນ ໄດ້ແພ່ລາມແລ້ວ (Metastatic), ມັນໄດ້ແພ່ເລິກເກີນຜິວຫນັງຂອງທ່ານ ເຂົ້າໄປໃນກະແສເລືອດຂອງທ່ານ ແລະຢູ່ໃນຕ່ອມນ້ຳເຫຼືອງ (Lymph nodes) ຂອງທ່ານ. ແລະ ມັນເປັນມະເຮັງຂັ້ນສຸດທ້າຍ."

ສິ່ງທີ່ເຮັດໃຫ້ລາວຕົກໃຈຍິ່ງໄປກວ່ານັ້ນຄື ມັນບໍ່ມີສັນຍານຂອງ ຕົ້ນຕໍມະເຮັງຜິວໜັງ (Melanoma) ຊຶ່ງເປັນບ່ອນຕົ້ນກໍາເນີດຂອງຈຸລັງເຫຼົ່ານັ້ນ.

"ມີຂີ້ແມງວັນ ຢູ່ບ່ອນໃດບ່ອນຫນຶ່ງ ທີ່ກາຍເປັນມະເຮັງຍ້ອນຕາເວັນ ແລະມັນໄດ້ແພ່ລົງ ຜ່ານຊັ້ນຂອງຜິວຫນັງ, ເຂົ້າໄປໃນກະແສເລືອດ-- ແລະຕ່ອມນ້ຳເຫຼືອງ (Lymph nodes) ໄດ້ເລີ່ມກັ່ນຕອງມັນອອກ. ແລະຕ່ອມນ້ຳເຫຼືອງ (Lymph nodes) ໄດ້ເຕີບໃຫຍ່ ແລະບວມອອກມາ. ແລະ ມັນໃຫຍ່ປະມານຂນາດ ຂອງ ຫມາກບານກ໊ອຟ. ແຕ່ ເຮົາເບິ່ງບໍ່ເຫັນມັນ. ຂ້ອຍບໍ່ເຫັນມັນ. ທ່ານບໍ່ສາມາດເບິ່ງເຫັນມັນໄດ້."

ແຕ່ວິທີການປິ່ນປົວແບບໃຫມ່ ໃຫ້ຄໍາສັນຍາທີ່ຍິ່ງໃຫຍ່ ແກ່ຜູ້ເປັນໂຣກນີ ໄລຍະທີສາມ (Stage Three), ເຊັ່ນ Matthew.

ມັນແມ່ນ ການໃຫ້ຢາພູມຕ້ານທານສອງຢ່າງ ເປັນເວລາຫົກອາທິດ ກ່ອນທີ່ມະເຮັງຈະຖືກກໍາຈັດອອກໄປ - ກົງກັນຂ້າມກັບວິທີການປິ່ນປົວໃນປະຈຸບັນ ທີ່ໃຫ້ການປິ່ນປົວດ້ວຍພູມຕ້ານທານ ຫຼັງຈາກ ການກໍາຈັດອອກໄປຂອງມະເຮັງ.

ສາດສະດາຈານ Georgina Long ຈາກ Melanoma Institute Australia ຂອງ University of Sydney ກ່າວວ່າ ສິ່ງເຫລົ່ານີ້ ແມ່ນຜົນທີ່ສໍາຄັນ ສໍາລັບມະເຮັງຜິວໜັງ (Melanoma) ແລະອື່ນໆ ທີ່ກ່ຽວກັບໂຣກມະເຮັງ ຢ່າງກວ້າງຂວາງກວ່າເກົ່າ.

"ເພາະສິ່ງທີ່ພວກເຮົາໄດ້ສະແດງໃຫ້ເຫັນ ແມ່ນຖ້າວ່າ ທ່ານກະຕຸ້ນລະບົບພູມຕ້ານທານ ໃນທາງທີ່ຖືກຕ້ອງ, ແລະພວກເຮົາໄດ້ເຮັດສິ່ງນີ້ ກັບມະເຮັງຜິວໜັງ (Melanoma) ເກືອບ 15 ປີແລ້ວ, ແຕ່ພຽງແຕ່ນໍາມາປະຕິບັດ ເມື່ອມະເຮັງຍັງຢູ່ໃນຮ່າງກາຍ ແລະການຝຶກລະບົບພູມຕ້ານທານໃຫ້ດີຂຶ້ນ. ພວກເຮົາເຫັນ ການຫຼຸດລົງຢ່າງຫຼວງຫຼາຍ ຂອງຄວາມສ່ຽງຂອງ ການແພ່ລະບາດ ຂອງມະເຮັງລະດັບສອງ - ໂດຍສະເພາະ ແມ່ນການແພ່ຂອງ ມະເຮັງຜິວໜັງ (Melanoma)."

ແມ່ນແຕ່ໃນຄົນເຈັບທີ່ພົບ ວ່າມະເຮັງຜິວໜັງ (Melanoma) ເປັນມະເຮັງຕົ້ນຕໍ - ຊຶ່ງມັກຈະເປັນກໍລະນີຫຼາຍທີ່ສຸດ - ຄວາມກັງວົນແມ່ນວ່າ ຈຸລັງມະເຮັງ ທີ່ບໍ່ສາມາດກວດພົບ ໄດ້ແພ່ກະຈາຍຢູ່ໃນຮ່າງກາຍແລ້ວ ໃນເວລາທີ່ມັນຖືກກໍາຈັດອອກໄປ.

ໂດຍການເລັ່ງລະບົບພູມຄຸ້ມກັນຂອງຮ່າງກາຍເອງ ເພື່ອຂ້າຈຸລັງເຫຼົ່ານີ້ ມັນຈະຫລຸດຜ່ອນ ຄວາມສ່ຽງຂອງການ ແພ່ຂຍາຍ (Metastatic) ໄປສູ່ບໍຣິເວນອື່ນໆ.

Professor Long ກ່າວວ່າ ຈົນເຖິງເວລານີ້ ຜົນໄດ້ຮັບກໍເປັນທີ່ຫນ້າປລາດໃຈ.

"ພວກເຮົາໄດ້ເຫັນການຫຼຸດລົງ 68 ເປີເຊັນຂອງຄວາມສ່ຽງຂອງ ມະເຮັງຜິວໜັງ (Melanoma) ທີ່ຈະກັບມາ ກ່ອນການຜ່າຕັດ, ກັບມາຫຼັງຈາກຜ່າຕັດ ຫຼືການເສັຍຊີວິດ ໄດ້ຫຼຸດລົງຢ່າງຊັດເຈນ ຖ້າພວກເຮົາພຽງແຕ່ໃຫ້ຢາສອງເທື່ອ ໃນສອງວົງຈອນ ຫົກອາທິດຂອງການປິ່ນປົວ ທີ່ກະຕຸ້ນພູມຕ້ານທານ ກ່ອນການຜ່າຕັດຂັ້ນສຸດທ້າຍ. ມັນເຫລືອເຊື່ອຫຼາຍ."

ຕອນນີ້ ນັກຄົ້ນຄວ້າ ກໍາລັງຂໍອະນຸມັດດ້ານກົດລະບຽບ ເພື່ອປ່ຽນແປງວິທີຈັດການ ມະເຮັງຜິວໜັງ (Melanoma) ເພື່ອໃຫ້ຜູ້ປ່ວຍທຸກຄົນ ສາມາດໄດ້ຮັບ ປໂຍດຈາກການປິ່ນປົວນີ້.

ຜົນຮັບເຫຼົ່ານີ ຍັງສາມາດປູທາງສໍາລັບ ວິທີຈັດການກັບມະເຮັງອື່ນໆ, ບໍ່ພຽງແຕ່ຢູ່ໃນອອສເຕຣເລັຍເທົ່ານັ້ນ ແຕ່ຢູ່ຕ່າງປະເທດເຊັ່ນກັນ.

ຫົກເດືອນຕໍ່ມາ, Matthew ຍັງບໍ່ມີໂຣກມະເຮັງ ແລະຂອບໃຈສໍາລັບຊີວິດໃຫມ່.

"ສໍາລັບຂ້ອຍ, ຂໍຂອບໃຈຢ່າງເລິກເຊິ່ງ ຕໍ່ Professor Long ແລະທີມງານຂອງລາວ. ຖ້າປາດສະຈາກພວກເຂົາ, ຂ້ອຍອາດຈະບໍ່ໄດ້ຢູ່ທີ່ນີ້. ຂ້ອຍຢາກເວົ້າວ່າ 10, 15 ປີກ່ອນ ຂ້ອຍເຂົ້າໃຈໄດ້ວ່າ ຫຼັງຈາກຖືກວິນິດສັຍ ວ່າເປັນໂຮກຮ້າຍແຮງນີ້,ຂ້ອຍອາດບໍ່ໄດ້ຢູ່ທີ່ນີ້. ຍ້ອນວຽກງານທີ່ເຂົາເຈົ້າໄດ້ເຮັດ ຜູ້ຄົນຄືຂ້ອຍ ຈຶ່ງມີເວລາຫຼາຍຂຶ້ນຕື່ມ ກັບຫມູ່ເພື່ອນ, ຄອບຄົວ ແລະຄົນທີ່ເຮົາຮັກ ແລະຂ້ອຍມີຄວາມກະຕັນຍູຫລາຍສໍາລັບສິ່ງນັ້ນ."

ເນື້ອເລື່ອງໂດຍ  Kath Landers ແລະ Hannah Kwon ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share