ການຮັກສາອາການໝົດປະຈຳເດືອນ ໃນອອສເຕຣເລັຍ.
ເອກກະສານຊຸດນຶ່ງ ໂດຍນັກຄົ້ນຄວ້າຊາວ ແນະນໍາວ່າ ການຈັດຕັ້ງທາງການແພດ ອາດໃຊ້ຢາ ໃນການປິ່ນປົວ ການໝົດປະຈຳເດືອນ ຫລາຍເກີນໄປ.
ຜູ້ຂຽນກ່າວວ່າ ການເຫັນການຫຼຸດລົງ ຕາມທັມມະຊາດຂອງການສືບພັນ ຂອງແມ່ຍິງ ວ່າເປັນບັນຫາສຸຂະພາບ ທີ່ຈະແກ້ໄຂດ້ວຍການປິ່ນປົວ ດ້ວຍຮໍໂມນ (Hormone Treatment) ເປັນການປະຕິບັດ ແບບງ່າຍເກີນໄປ ທີ່ບໍ່ຂຶ້ນຢູ່ກັບຫລັກຖານ.
ພວກເຂົາເຈົ້າ ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ ເຖິງສະພາບການ ທີ່ຊ່ອຍໃຫ້ແມ່ຍິງ ທີ່ກໍາລັງປະສົບກັບວັຍໝົດປະຈຳເດືອນ ສາມາດນຳທາງໄປສູ່ການປ່ຽນແປງໄດ້.
Penry Buckley ລາຍງານ.
ການອອກຮ້ອນໂຕ (Hot flushes), ເຫື່ອອອກໃນຕອນກາງຄືນ, ການປ່ຽນແປງທາງດ້ານຮ່າງກາຍ ແລະຈະນອນຫຼັບບໍ່ດີ-ການໝົດປະຈຳເດືອນ ເປັນຂັ້ນຕອນຂອງຊີວິດ ຂອງປະຊາກອນເຄິ່ງຫນຶ່ງໃນໂລກ ທີ່ເກີດມາພ້ອມກັບຮັງໄຂ່ມົດລູກ ທີ່ໃຊ້ງານໄດ້ (Functioning Ovaries).
ແຕ່ບັດນີ້ ພວກນັກຊ່ຽວຊານກຸ່ມນຶ່ງກ່າວວ່າ ເຖິງເວລາແລ້ວ ທີ່ຈະຢຸດເບິ່ງສະພາບທີ່ເກີດຂຶ້ນ ໃນຂນະທີ່ວົງຈອນປະຈໍາເດືອນຂອງແມ່ຍິງ ໄດ້ຢຸດລົງຢ່າງຖາວອນ ແລະຮໍໂມນສືບພັນ ຫຼຸດລົງ-ໃນແງ່ລົບ.
ໃນເອກກະສານສີ່ສະບັບ ທີ່ຖືກພິມໃນວາຣະສານການແພດນາໆຊາດ The Lancet, ນັກຄົ້ນຄວ້າອອສເຕຣເລັຍ ໄດ້ເຕືອນກ່ຽວກັບ ການໃຊ້ຢາຫຼາຍເກີນໄປ ໃນວັຍໝົດປະຈຳເດືອນ (Menopause)-ແລະຮຽກຮ້ອງ ໃຫ້ມີຄວາມເຂົ້າໃຈໃຫມ່ ເພື່ອສນັບສນູນແມ່ຍິງ ຜ່ານໄວກາງຊີວິດ.
ສາດສະດາຈານ Martha Hickey, ຜູ້ຂຽນນຳ ຂອງ "ເອກກະສານສ້າງພະລັງ" ເປັນຫົວຫນ້າສູນບໍຣິການ Menopause ທີ່ໂຮງຫມໍ Royal Women's Hospital ໃນMelbourne.
ນາງກ່າວວ່າ ປະສົບການຂອງຜູ້ຍິງ ທີ່ໝົດປະຈຳເດືອນ ແມ່ນມີລັກສນະພິເສດ ແລະແຕກຕ່າງກັນຢ່າງຫລາຍ.
"ອາຍຸສເລັ່ຍແມ່ນ 51 ປີແຕ່ວ່າ ມີຄວາມແຕກຕ່າງກັນຫຼາຍໃນທົ່ວໂລກ, ແລະເຖິງແມ່ນວ່າ ຊີວະສາດແມ່ນຄືກັນ, ປະສົບການຂອງການໝົດປະຈຳເດືອນ (Menopause)-ແຕກຕ່າງກັນຫຼາຍ.ໃນປະເທດທີ່ມີລາຍໄດ້ສູງ, ມີຫຼາຍເຖິງ 80ເປີເຊັນ ທີ່ຈະມີການອອກຮ້ອນໂຕ (Hot Flushes) ແລະເຫື່ອອອກຕອນກາງຄືນຕອນອາຍຸປະມານ 50 ປີ, ແລະສໍາລັບປະມານ ຫນຶ່ງສ່ວນສາມ ແມ່ນສາມາດຖືກຈັດໃຫ້ເປັນປານກາງ ຈົນເຖິງຮຸນແຮງ. ແລະສິ່ງເຫຼົ່ານີ້ ດໍາເນີນໄປເປັນເວລາດົນນານ ສໍາລັບແມ່ຍິງບາງຄົນ, ສະເລັ່ຍເຈັດປີ, ແຕ່ຈະບໍ່ຮຸນແຮງ ຫຼືເລື້ອຍໆສເມີໄປ ໃນໄລຍະເຈັດປີນັ້ນ, ພວກເຂົາເຈົ້າມັກຈະຄ່ອຍໆຫຼຸດລົງ."
ໃນບັນດາການສົມມຸດຕິຖານ ທີ່ເອກະສານກໍາລັງຊອກຫາສິ່ງທ້າທາຍແມ່ນວ່າ ການໝົດປະຈຳເດືອນ ເປັນປະສົບການທີ່ຫນ້າວິຕົກສເມີ, ເປັນສັນຍານເຖິງການຫຼຸດລົງ ຂອງສຸຂະພາບ ເຊິ່ງສາມາດແກ້ໄຂໄດ້ ໂດຍການຮັກສາດ້ວຍຮໍໂມນ (Menopausal Hormonal Therapy), ຫຼື M-H-T, ທີ່ເອີ້ນວ່າ ການປິ່ນປົວດ້ວຍຮໍໂມນທົດແທນ.
"ເຫດການປົກກະຕິ ທີ່ສົ່ງຜົນກະທົບຕໍ່ທຸກຄົນ ໄດ້ກາຍເປັນໂຣກ, ໂຣກຂາດຮໍໂມນ ເຊິ່ງຕ້ອງມີການວິໄຈແລະປິ່ນປົວ, ແລະນອກຈາກນີ້, ໃນສັງຄົມທີ່ມີຄວາມຮູ້ສຶກທີ່ແຮງ ກ່ຽວກັບຄວາມມີອາຍຸ ຂອງແມ່ຍິງ, ນີ້ແມ່ນໂຣກ ທີ່ຄິດວ່າຈະແຈ້ງໃຫ້ຮູ້ເຖິງຄວາມຫຼຸດລົງ ແລະເສື່ອມໂຊມ, ແລະນີ້ ບໍ່ໜ້າແປກໃຈ, ທີ່ໃຫ້ແມ່ຍິງອາຍຸນ້ອຍມີຄວາມຢ້ານກົວ."
ການຄົ້ນຄວ້າພົບວ່າ M-H-T ຍັງຄົງເປັນການປິ່ນປົວ ທີ່ມີປະສິດທິພາບທີ່ສຸດ ສໍາລັບ ຄວາມອອກຮ້ອນ ແລະເຫື່ອອອກໃນຕອນກາງຄືນ.
ແຕ່ຍັງຂາດຫຼັກຖານ ກ່ຽວກັບປໂຍດຂອງ M-H-T ສໍາລັບອາການອື່ນໆ, ລວມທັງ ລາຍງານທີ່ບໍ່ເປັນທາງການ ເຊັ່ນຫມອກສມອງ ຫຼືຜົນກະທົບທາງປັນຍາ.
ຫນຶ່ງໃນເອກກະສານ ຍັງກວດສອບຄວາມເຊື່ອທົ່ວໄປວ່າ ການໝົດປະຈຳເດືອນຈະເຮັດໃຫ້ເກີດບັນຫາສຸຂະພາບຈິດ ເຊັ່ນໂຣກຊຶມເສົ້າ.
ຜູ້ຂຽນຮ່ວມ, Dr Lydia Brown, ອາຈານສອນອາວຸໂສ ຂອງ School of Psychological Sciences ທີ່ມະຫາວິທະຍາໄລ Melbourne, ກ່າວວ່າ ຈາກການທົບທວນ12 ການສຶກສາບໍ່ໄດ້ຢືນຢັນເລື່ອງນີ້.
"ແມ່ຍິງບາງຄົນ ໃນໄລຍະການປ່ຽນແປງໃນຊ່ວງໝົດປະຈຳເດືອນນີ້ ຈະມີອາການຊຶມເສົ້າ, ມັນຈະເປັນສ່ວນນ້ອຍ ຕາມຂໍ້ມູນໃນການສຶກສາ ທີ່ເຮົາໄດ້ທົບທວນ. ສະນັ້ນ, ພວກເຮົາຈຶ່ງພົບວ່າ ສ່ວນຫຼາຍແມ່ນລະຫວ່າງ 16.5 ຫາ 27.8 ເປີເຊັນ ທີ່ລາຍງານອາການຊຶມເສົ້າ, ນັ້ນບໍ່ແມ່ນໂຣກຊຶມເສົ້າ, ແຕ່ເປັນອາການຊຶມເສົ້າທາງຄລີນິກ."
ການສຶກສາຊຸດນີ້ ຍັງເບິ່ງການລະບຸ ກຸ່ມທີ່ມີຄວາມສ່ຽງ ແລະຍອມຮັບວ່າ ຜູ້ຍິງບາງຄົນ ຕ້ອງການ ການດູແລພິເສດ.
ພວກເຂົາລວມເຖິງ ຜູ້ທີ່ໝົດປະຈຳເດືອນກ່ອນວັຍ ຫຼື ກ່ອນອາຍຸ 40 ປີ ຫຼື ອາຍຸລະຫວ່າງ 40 ຫາ 45 ປີ, ປະມານ 1 ໃນ 8 ຂອງແມ່ຍິງທົ່ວໂລກ, ແຕ່ຫຼາຍກ່ວາ 1 ໃນ 5 ໃນປະເທດອິນເດັຍ.
ຜູ້ຂຽນລາຍງານ, ສາດສະດາຈານ Gita Mishra ເປັນຜູ້ນໍາສະພາ the National Health and Medical Research Council (N-H-M-R-C) ນັກຄົ້ນຄວ້າດ້ານສຸຂະພາບຂອງແມ່ຍິງ ທີ່ School of Public Health ທີ່ the University of Queensland.
ລາວກ່າວວ່າ ການໝົດປະຈຳເດືອນກ່ອນວັຍ ຊຶ່ງເປັນເລື່ອງທັມມະດາ ໃນບັນດາຜູ້ທີ່ໄດ້ຮັບການປິ່ນປົວໂຣກມະເຮັງ ເຮັດໃຫ້ມີຄວາມສ່ຽງສູງ ຕໍ່ການເປັນໂຣກຫົວໃຈ ແລະ ໂຣກກະດູກບາງ (Osteoporosis), ລວມທັງ ຄວາມຮູ້ສຶກ ຂອງຄວາມທຸກໃຈ ແລະ ຄວາມໂດດດ່ຽວ.
"ການວິນິດສັຍ ຂອງການໝົດປະຈຳເດືອນ ຕາມທັມມະຊາດ ມັກຈະຊັກຊ້າ, ແລະນີ້ ອາດເຮັດໃຫ້ເກີດຄວາມທຸກທາງອາຣົມ, ໂດຍສະເພາະສໍາລັບຜູ້ທີ່ມີອາການໄວກວ່າຄົນອື່ນ. ດັ່ງນັ້ນ, ເຫດຜົນຫນຶ່ງ ສໍາລັບການຊັກຊ້າໃນການວິນິດສັຍ ອາດເປັນຍ້ອນ ການຂາດແນວທາງການປະຕິບັດທາງຄລີນິກ."
ຜູ້ຂຽນເອກກະສານຊຸດນີ້ ຕ້ອງການຫຼາຍກວ່າຂໍ້ຄວາມການປິ່ນປົວ ແບບດຽວ ສຳລັບທຸກຄົນ (one-size-fits-all), ເຊິ່ງເຂົາເຈົ້າເວົ້າວ່າ ໄດ້ຮັບອິດທິພົນ ຈາກຜົນປໂຍດທາງການຄ້າໃນ M-H-T.
ຄໍາແນະນໍາ ຈະລວມເອົາຂໍ້ມູນ ກ່ຽວກັບຜົນປໂຍດ, ຄວາມສ່ຽງ ແລະປະສິດທິຜົນປຽບທຽບ (Comparative Effectiveness) ຂອງ M-H-T ກັບການປິ່ນປົວໃຫມ່ ທີ່ບໍ່ກ່ຽວກັບຮໍໂມນ (Non-hormonal Treatments), ຫຼືການປິ່ນປົວພຶດຕິກັມ ທາງດ້ານປັນຍາ ແລະການປ່ຽນແປງວິຖີຊີວິດ, ຊຶ່ງອາດຈະໃຊ້ ໃນການປິ່ນປົວ ການອອກຮ້ອນໂຕ ແລະເຫື່ອອອກໃນຕອນກາງຄືນ, ລົດຄວາມກົດດັນ ແລະຊ່ອຍເຮັດໃຫ້ການນອນດີຂຶ້ນ.
Professor Hickey ກ່າວວ່າ ການສ້າງວັດທະນະທັມ ທີ່ເປີດກວ້າງ ແລະຄອບຄຸມໃນດ້ານສຸຂະພາບ, ບ່ອນເຮັດວຽກ ແລະສັງຄົມທົ່ວໄປ ຈະເຮັດໃຫ້ແມ່ຍິງ ເລືອກວິທີ ທີ່ຕົນເອງຕ້ອງການປະຕິບັດ ຕອນໝົດປະຈຳເດືອນ, ປາດສະຈາກຄວາມອັບອາຍ.
"ແມ່ຍິງບາງຄົນ ຕ້ອງການທີ່ຈະໃຊ້ຢາປິ່ນປົວອາການຂອງພວກເຂົາ ເພາະວ່າອາການຮ້າຍແຮງ. ປະມານ 20 ເປີເຊັນ ຂອງຜູ້ຍິງ ທີ່ບໍ່ມີອາການ ອອກຮ້ອນໂຕແລະເຫື່ອອອກຕອນກາງຄືນໃດໆ, ປະມານ 14 ເປີເຊັນ ມີອາການອອກຮ້ອນໂຕແລະເຫື່ອອອກຕອນກາງຄືນປານກາງ ຈົນເຖິງຮຸນແຮງ. ຫນຶ່ງໃນສິ່ງ ທີ່ພວກເຮົາຕ້ອງການ ແມ່ນການໄດ້ຍິນເພີ່ມເຕີມ ກ່ຽວກັບຄວາມຫຼາກຫຼາຍ ຂອງປະສົບການ, ແລະຂ້າພະເຈົ້າຄິດວ່າ ມັນຍາກຫຼາຍ ສໍາລັບບາງຄົນ ທີ່ຈະເວົ້າວ່າ ມັນບໍ່ຮຸນແຮງປານນັ້ນ ສເມີໄປ, ແລະມັນສາມາດ ເປັນພຽງແຕ່ ແມ່ຍິງຫຼັງການໝົດປະຈຳເດືອ (Post-menopausal) ທີ່ຈະສາມາດເວົ້າໄດ້ ເພາະວ່າຖ້າບໍ່ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ທ່ານຈະບໍ່ສາມາດເວົ້າເຊັ່ນນັ້ນໄດ້. ຂ້າພະເຈົ້າເປັນນາຍໝໍ,ຂ້າພະເຈົ້າເຫັນຜູ້ຍິງທີ່ມີອາການຂອງການໝົດປະຈຳເດືອນທີ່ເປັນຕາຢ້ານຕລອດເວລາ, ແຕ່ຂ້າພະເຈົ້າຍັງຮູ້ອີກວ່າ ບໍ່ໄດ້ເປັນແນວນັ້ນສໍາລັບທຸກຄົນ."
ເນື້ອເລື່ອງໂດຍ Penry Buckley ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌