ໂຣກມະເລັງເຕົ້ານົມ ໄລຍະແພ່ລາມ.
ມັນບໍ່ສາມາດປິ່ນປົວໄດ້ ແລະແພ່ລາມ-ໂຣກມະເລັງເຕົ້ານົມ ໄລຍະແພ່ລາມ ມີຜົນກະທົບ ທີ່ລືບບໍ່ອອກ ໃນຊີວິດຂອງຫລາຍຄົນ.
ຜູ້ທີ່ອາສັຍຢູ່ກັບໂຣກນີ້ ໃນອອສເຕຣເລັຍເວົ້າວ່າ ເຂົາເຈົ້າຮູ້ສຶກວ່າ ບໍ່ມີຕົວຕົນ.
ແຕ່ບັດນີ້ ເຂົາເຈົ້າໄດ້ພົບວິທີ ທີ່ຈະເຮັດໃຫ້ສຽງຂອງເຂົາເຈົ້າໄດ້ຍິນແລ້ວ.
ລາຍງານໂດຍ Rayane Tamer ແລະ Sophie Bennett.
Dr Andrea Smith ຮູ້ສຶກເປັນບຸນຄຸນຫລາຍ ທີ່ໄດ້ເຫັນລູກສາວຂອງນາງເຕີບໃຫຍ່ຂຶ້ນ.
ຕອນນາງອາຍຸ 49 ປີ, ນາງບໍ່ແນ່ໃຈວ່າ ນາງຈະມີໂອກາດນັ້ນຫຼືບໍ່ ຫລັງຈາກນາງຖືກວິນິດສັຍວ່ າເປັນໂຣກມະເລັງເຕົ້ານົມ ໄລຍະແພ່ລາມ.
Dr Smith ກ່າວວ່າ ຊີວິດຂອງນາງ ນັບແຕ່ນັ້ນມາ ເປັນເລື່ອງທີ່ມີທັງສູງແລະຕ່ຳ.
"ມັນປິ່ນປົວບໍ່ໄດ້, ແລະຈໍາກັດຊີວິດ ແລະໃນທີ່ສຸດ ຂ້ອຍຈະຕາຍ ດ້ວຍໂຣກນີ້ ຍົກເວັ້ນແຕ່ວ່າ ຂ້ອຍຈະຕາຍດ້ວຍສິ່ງອື່ນກ່ອນ. ແຕ່ຂ້ອຍມີຄຸນນະພາບຊີວິດທີ່ດີ, ມັນມີທັງຕອນດີ ແລະຕອນບໍ່ດີ. ເຮົາໃຊ້ຢາຕລອດຊີວິດ, ແລະເມື່ອຢາຢຸດທໍາງານ, ໂຣກກໍຈະຮຸກຮານ, ໂຣກມະເລັງ ຈະເຕີບໂຕຂຶ້ນເລື້ອຍໆ, ແລະເຮົາຕ້ອງ ປ່ຽນໄປໃຊ້ຢາຊະນິດໃຫມ່."
ເກົ້າປີ ຫຼັງຈາກການວິນິດສັຍ, ນາງໄດ້ຮັບການສນັບສນູນ ຈາກຄອບຄົວຂອງນາງ, ຮວມທັງຜົວຂອງນາງ, Robert Smith.
"Andrea ເປັນຄົນທັມມະດາ, ມັກມ່ວນຊື່ນ, ຮັກຊີວິດ. ແຕ່ຢູ່ຂ້າງໃນ ມີລະເບີດເວລານ້ອຍໆ ທີ່ທ່ານບໍ່ສາມາດເຫັນໄດ້. ສະນັ້ນ, ມັນຈຶ່ງມີຄວາມຮູ້ສຶກ ທີ່ບໍ່ແນ່ນອນເລັກນ້ອຍ ວ່າຈະເກີດຫຍັງຂຶ້ນຕໍ່ໄປ, ໃນການກວດເທື່ອຕໍ່ໄປ, ມັນຈະດີຫລືບໍ່ດີ?"
ທຸກໆປີ, ປະມານ 20,000 ຄົນ ຖືກພົບວ່າ ເປັນໂຣກມະເລັງເຕົ້ານົມໄລຍະເລີ້ມຕົ້ນ ໃນ.
ແຕ່ບໍ່ມີບັນທຶກວ່າ ມີຈັກຄົນທີ່ໂຣກມະເລັງ ໄດ້ແພ່ລາມໄປທົ່ວສ່ວນອື່ນໆ ຂອງຮ່າງກາຍ.
Dr Smith ກ່າວວ່ານາງບໍ່ພໍໃຈ ໃນການຂາດຂໍ້ມູນ.
"3,200 ຄົນ ທີ່ຕາຍດ້ວຍໂຣກມະເລັງເຕົ້ານົມ ທຸກໆປີ ໃນອອສເຕຣເລັຍ ແລະເຂົາເຈົ້າທຸກຄົນ ຕາຍດ້ວຍໂຣກມະເລັງເຕົ້ານົມ ໄລຍະແພ່ລາມ. ແລະເຮົາມັກຈະຮູ້ສຶກວ່າ ບໍ່ມີຕົວຕົນ. ເຫດຜົນຢ່າງຫນຶ່ງ ກໍຍ້ອນວ່າທະບຽນມະເຮັງ ບໍ່ໄດ້ຮວບຮວມຂໍ້ມູນ ກ່ຽວກັບໄລຍະການເປັນໂຣກນີ້ ແລະການກັບຄືນມາອີກຂອງໂຣກ."
ສະນັ້ນ, ໃນຂັ້ນຕອນທໍາອິດ ທີ່ຈະຮູ້ສຶກວ່າຖືກພົບເຫັນ, Andrea ໄດ້ຊ່ອຍເປີດ Breast Cancer Action Australia.
ມັນເປັນກຸ່ມທໍາອິດຂອງປະເທດ ທີ່ສນັບສນູນຜູ້ຄົນ ທີ່ອາສັຍຢູ່ກັບການວິນິດສັຍ, ຜູ້ທີ່ສ່ວນຫລາຍ ບໍ່ໄດ້ຮັບບໍຣິການດ້ານໂຣກມະເລັງ.
ຍົກຕົວຢ່າງ, ມີກຸ່ມສນັບສນູນ ຫລາຍກວ່າ 300 ກຸ່ມ ສໍາລັບໂຣກມະເລັງເຕົ້ານົມ ໃນອອສເຕຣເລັຍ ແຕ່ມີພຽງແຕ່ 20 ກຸ່ມເທົ່ານັ້ນ ສໍາລັບ ຄົນທີ່ເປັນໂຣກມະເລັງເຕົ້ານົມ ໄລຍະແພ່ລາມ.
ມັນເຮັດໃຫ້ຫລາຍຄົນ ຮູ້ສຶກໂດດດ່ຽວ ແລະຕ້ອງການຊຸມຊົນ, ແລະ Professor Fran Boyle, ຜູ້ຊ່ຽວຊານດ້ານໂຣກມະເຮັງກ່າວວ່າ ມັນບໍ່ດີພໍ.
"ພວກເຮົາ ຕ້ອງສາມາດໃຫ້ແນ່ໃຈວ່າ ພວກເຮົາມີບໍຣິການເຫລົ່ານັ້ນໄວ້ໃຫ້ ແລະແລ້ວ ເມື່ອພວກເຮົາໄດ້ທົດສອບໂຣກມະເລັງເຕົ້ານົມແລ້ວ, ຄົນອື່ນໆ ກໍເປັນໂຣກມະເລັງໄລຍະແພ່ລາມຄືກັນ. ສະນັ້ນ, ມັນຈຶ່ງຈໍາເປັນ ຕ້ອງມີບໍຣິການເຫລົ່ານັ້ນຢ່າງທົ່ວເຖິງ ສໍາລັບຄົນອື່ນ ທີ່ຕົກຢູ່ໃນສະຖານະການ ທີ່ຄ້າຍຄືກັນນີ້."
ທຸກວັນນີ້, ສະຖາບັນໂຣກມະເລັງ New South Wales ໄດ້ກ້າວຫນ້າແລະກາຍເປັນ ສະຖາບັນທໍາອິດໃນໂລກ ທີ່ຮວບຮວມຂໍ້ມູນ ກ່ຽວກັບຜູ້ຄົນທີ່ໃຊ້ຊີວິດ ຢູ່ກັບໂຣກທີ່ຮຸກຮານ.
ມັນພົບວ່າ ມີຄົນຈໍານວນ 7900 ຄົນ ທີ່ໃຊ້ຊີວິດ ຢູ່ກັບໂຣກມະເລັງເຕົ້ານົມໄລຍະແພ່ລາມ ໃນຣັດ.
ຣັຖມົນຕີ ສາທາຣະນະສຸກ ຂອງຣັດ New South Wales, Ryan Park, ກ່າວວ່າ ມັນຈະຊ່ອຍຂັບເຄື່ອນ ການຄົ້ນຄວ້າ ເພື່ອເຮັດໃຫ້ ຊີວິດຂອງຜູ້ຄົນຫລາຍພັນຄົນ ດີຂຶ້ນ.
"ບັດນີ້ ມັນຈະຊີ້ນໍາການຄົ້ນຄວ້າ ກ່ຽວກັບການປິ່ນປົວ, ການທົດລອງທາງຄລີນິກ, ການປ່ຽນແປງນະໂຍບາຍ ທີ່ເຮົາອາດມີ ແລະການແກ້ໄຂປັນຫາສະເພາະ ທີ່ເຮົາອາດນໍາມາໃຊ້ ເພື່ອຊ່ອຍເຫລືອຜູ້ຍິງ ທີ່ໃຊ້ຊີວິດຢູ່ກັບໂຣກມະເລັງເຕົ້ານົມ ໄລຍະແພ່ລາມ."
ເນື້ອເລື່ອງໂດຍ Rayane Tamer ແລະ Sophie Bennett ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌