ຜູ້ຍິງອົບພະຍົບ ກັບການລ່ວງລະເມີດທາງເພດ ໃນບ່ອນເຮັດວຽກ.
ຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ກໍາລັງປະເຊີນ ກັບການລ່ວງລະເມີດທາງເພດ ໃນບ່ອນເຮັດວຽກ ໃນອອສເຕຣເລັຍ ໂດຍຜູ້ລ່ວງລະເມີດ ມີຄວາມຮັບຜິດຊອບ ແຕ່ພຽງເລັກນ້ອຍເທົ່ານັ້ນ.
ລາຍງານໃຫມ່ ໄດ້ພົບວ່າ ເກືອບເຄິ່ງຫນຶ່ງ ຂອງຜູ້ຍິງ ທີ່ສໍາຫລວດ ລາຍງານວ່າ ມີປະສົບການ ຂອງການລ່ວງລະເມີດທາງເພດ ໃນໄລຍະຫ້າປີ ທີ່ຜ່ານມາ.
Catriona Stirrat ລາຍງານ.
ກະຕືລືລົ້ນ ທີ່ຈະໄປເຮັດວຽກ ແຕ່ຢ້ານທີ່ຈະຕົກງານ ຜູ້ຍິງອົບພະຍົບແລະຜູ້ຍົກຍ້າຍຖິ່ນຖານ ຕ້ອງປະເຊີນກັບການລ່ວງລະເມີດທາງເພດ ໃນບ່ອນເຮັດວຽກ ໃນອອສເຕຣເລັຍ ມັກຈະຕົກຢູ່ໃນສະພາບທີ່ລຳບາກ.
ລາຍງານໃຫມ່ ຂອງອົງການຄົ້ນຄວ້າແຫ່ງຊາດ ສໍາລັບຄວາມປອດພັຍຂອງສະຕີ ຂອງອອສເຕຣເລັຍ (Australia’s National Research Organisation for Women’s Safety) -ຫລື ANROWS ພົບວ່າ ເກືອບເຄິ່ງຫນຶ່ງ ຂອງຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ຫລາຍກວ່າ 850 ຄົນ ທີ່ສໍາຫລວດ ລາຍງານວ່າ ໄດ້ປະສົບກັບການລ່ວງລະເມີດທາງເພດ ຢູ່ບ່ອນເຮັດວຽກ ໃນຫ້າປີທີ່ຜ່ານມາ.
ແຕ່ມັນຍັງເນັ້ນຫນັກ ເຖິງການດຳເນີນການພຽງເລັກນ້ອຍ ໃນການແກ້ໄຂບັນຫາ.
Professor Marie Segrave ທີ່ the University of Melbourne ເປັນຜູ້ຂຽນຫຼັກຂອງລາຍງານ ເວົ້າວ່າ ອັດຕາສູງ ຂອງການລ່ວງລະເມີດນັ້ນ ມີຄວາມສໍາຄັນ.
"ການຄົ້ນພົບທີ່ສໍາຄັນ ອີກຢ່າງຫນຶ່ງແມ່ນວ່າ ຜູ້ຍິງມັກຈະປະສົບກັບການລ່ວງລະເມີດທາງເພດ ໃນບ່ອນເຮັດວຽກ ເວລາດຽວກັນ ແລະພ້ອມກັນກັບ ການເລືືອກປະຕິບັດ (Discrimination) ແລະການລ່ວງລະເມີດ ໃນຮູບແບບອື່ນໆ, ການກະທຳແບບນັ້ນ ມັນສໍາຄັນຫລາຍ ສໍາລັບພວກເຮົາ ທີ່ຈະຊີ້ໃຫ້ເຫັນ. ແລະສິ່ງຫນຶ່ງ ທີ່ພວກເຮົາຄົ້ນພົບໃນຕອນຕົ້ນຄື ຜູ້ຍິງທີ່ພວກເຮົາໄດ້ເວົ້າລົມນໍາ ເຫັນວ່າ ການລ່ວງລະເມີດທາງເພດ ເປັນສ່ວນຫນຶ່ງຂອງບ່ອນເຮັດວຽກ ທີ່ບໍ່ປອດພັຍ. ມັນບໍ່ໄດ້ເປັນສິ່ງສໍາຄັນ ທີ່ເຂົາເຈົ້າໃຫ້ຄວາມສຳຄັນ, ມັນເປັນສ່ວນຫນຶ່ງ ຂອງສິ່ງທັງໝົດ."
ການລ່ວງລະເມີດ ແມ່ນຮວມຕັ້ງແຕ່ ການໂທຣະສັບ ຫລືຂໍ້ຄວາມທີ່ບໍ່ເຫມາະສົມທາງເພດ, ການຫລຽວເບິ່ງດ້ວຍສາຍຕາເຈົ້າຊູ້, ຫລືຄໍາຖາມທີ່ລ່ວງລະເມີດ ກ່ຽວກັບຊີວິດສ່ວນຕົວ ຫລືຮູບຮ່າງໜ້າຕາ.
ຜູ້ຍິງສ່ວນຫລາຍ ທີ່ປະສົບກັບການລ່ວງລະເມີດທາງເພດ ໄດ້ອະທິບາຍເຖິງປະສົບການນັ້ນວ່າ ບໍ່ຮ້າຍແຮງ ແຕ່ໄດ້ເກີດຂຶ້ນຢ່າງສມ່ຳສເມີ ແລະມີຜົນກະທົບ ຕໍ່ຜູ້ຍິງຢ່າງຮ້າຍແຮງ ແລະຕໍ່ເນື່ອງ.
CEO ຂອງ ANROWS, Dr Tessa Boyd-Caine ອະທິບາຍ.
"ມັນສໍາຄັນ ທີ່ຈະຮັບຮູ້ວ່າ ເຖິງແມ່ນວ່າ ບາງເທື່ອເຮົາເວົ້າເຖິງ ການລ່ວງລະເມີດທາງເພດ ວ່າເປັນລະດັບຕ່ຳ, ແຕ່ພຶດຕິກັມບາງຢ່າງ ທີ່ເຮົາໄດ້ເຫັນ ໃນລາຍງານນີ້ ເປັນສິ່ງທີ່ຍອມຮັບບໍ່ໄດ້. ສະນັ້ນ, ຜູ້ຍິງຈຶ່ງໄດ້ເວົ້າເຖິງ ການສໍາຜັດທີ່ບໍ່ເຫມາະສົມ, ເລື່ອງຕລົກທາງເພດ ແລະການກະທຳ ທີ່ເປັນອັນຕະລາຍ ກ່ຽວກັບທັດສະນະທາງວັດທະນະທັມ ຂອງເຂົາເຈົ້າ ທີ່ກ່ຽວກັບເອກະລັກບາງຢ່າງ ທີ່ພຶດຕິກັມແບບນີ້ ບໍ່ຄວນຈະມີ ໃນປີ 2024. ແລະໃນຂນະດຽວກັນ, ຜູ້ຍິງໃນການຄົ້ນຄວ້ານີ້ ໄດ້ເວົ້າເຖິງຜູ້ຄົນທີ່ຢືນເບິ່ງ ຢູ່ບ່ອນເຮັດວຽກນັ້ນ, ເວົ້າຕລົກໄປນຳກັນ, ເຮັດຄືກັນກັບວ່າ ພຶດຕິກັມນີ້ ເປັນພຽງແຕ່ເລື່ອງຕລົກ ຫລືບໍ່ໃສ່ໃຈ."
ຜູ້ຍິງໄດ້ບອກວ່າ ປະສົບການເຫລົ່ານີ້ ມັກຈະມາພ້ອມ ກັບການເລືອກປະຕິບັດ (Discrimination) ຫລືການສແວງຫາຜົນປໂຍດ (Exploitation) ຢູ່ບ່ອນເຮັດວຽກ, ຮວມທັງການຢຽດເຊື້ອຊາດ (Racism).
Dr Boyd-Caine ກ່າວວ່າ ນີ້ຫມາຍຄວາມວ່າ ລະບົບໃນປະຈຸບັນ ທີ່ຈະລາຍງານ ເຖິງການລ່ວງລະເມີດທາງເພດ ຢູ່ບ່ອນເຮັດວຽກ ອາດບໍ່ເຫມາະສົມ ສໍາລັບຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ.
ນາງເວົ້າວ່າ ມັນສໍາຄັນທີ່ຈະພິຈາຣະນາ ມາດຕະການຕ່າງໆ ເຊັ່ນການ ຂຍາຍການສໍາພາດ ຫລືການຮ້ອງຮຽນ, ເພື່ອອະນຸຍາດໃຫ້ຜູ້ຍິງ ເປີດເຜີຍປະສົບການຂອງເຂົາເຈົ້າ ເມື່ອເຂົາເຈົ້າ ຮູ້ສຶກປອດພັຍ ທີ່ຈະເຮັດເຊັ່ນນັ້ນ.
"ພວກເຮົາ ມີລະບົບທີ່ແຕກຕ່າງກັນ ໃນການຈັດການ ກັບການລ່ວງລະເມີດທາງເພດ ໃນການລາຍງານ ແລະຕອບສນອງ ເມື່ອປຽບທຽບກັບຂັ້ນຕອນ ການເຮັດວຽກ ພາຍໃຕ້ວີຊາບາງປະເພດ ຫຼືແມ່ນແຕ່ໄດ້ຮັບສະຖານະພາບ ການຍ້າຍຖິ່ນຖານ. ແຕ່ສໍາລັບຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ທີ່ເຮັດວຽກຢູ່ອອສເຕຣເລັຍ ໃນປັດຈຸບັນ, ສິ່ງເຫລົ່ານີ້ ເປັນສະພາບການ ທີ່ກ່ຽວຂ້ອງກັນ ແລະມີຜົນກະທົບຢ່າງຫລວງຫລາຍ ຕໍ່ຄວາມສາມາດຂອງເຂົາເຈົ້າ ທີ່ຈະເຮັດວຽກ ໃນສະພາບແວດລ້ອມທີ່ປອດພັຍ. ສະນັ້ນ ລະບົບຂອງເຮົາຕ້ອງເຮັດໃຫ້ດີຂຶ້ນ. ເພື່ອວ່າຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ, ເຂົາເຈົ້າຕ້ອງຮັບຮູ້ ສະພາບການນີ້ ແລະການລ່ວງລະເມີດທາງເພດ ທີ່ເກີດຂຶ້ນ ພ້ອມກັບກັບຄວາມບໍ່ຫມັ້ນຄົງ ຢູ່ບ່ອນເຮັດວຽກ ກ່ຽວກັບສະຖານະພາບວີຊາ ຫລືການຍ້າຍຖິ່ນຖານ."
ແທ້ຈິງແລ້ວ, ຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານມີຄວາມລັງເລໃຈຫຼາຍ ທີ່ຈະລາຍງານພຶດຕິກັມນີ້.
ຜູ້ຍິງ ໄດ້ລາຍງານວ່າ ຢ້ານກົວຫລາຍ ທີ່ຈະເປີດເຜີຍປະສົບການຂອງເຂົາເຈົ້າ ເພາະຢ້ານວ່າຈະຕົກວຽກ, ຫລືໄດ້ເຫັນການກະທຳພຽງເລັກນ້ອຍ ໃນການແກ້ໄຂ ຕໍ່ຄໍາຮ້ອງຮຽນທີ່ຜ່ານມາ.
ບາງຄົນ ກໍໄດ້ລາຍງານວ່າ ຖືກຂົ່ມຂູ່ ຫລືຖືກແນະນໍາວ່າ ບໍ່ໃຫ້ຮ້ອງຮຽນເພາະຢ້ານວ່າຈະຕົກງານ.
Professor Segrave ກ່າວວ່າ ວັດທະນະທັມ ໃນບ່ອນເຮັດວຽກ ມັກຈະກີດກັນຜູ້ຍິງ ຈາກການເປີດເຜີຍ ປະສົບການຂອງເຂົາເຈົ້າ.
"ການທ້າທາຍ ທີ່ຍິ່ງໃຫຍ່ທີ່ສຸດຢ່າງຫນຶ່ງ ແມ່ນຄວາມມິດງຽບ. ເຖິງແມ່ນວ່າ ຜູ້ຄົນຮ້ອງຮຽນ, ເຂົາເຈົ້າມັກຈະມິດງຽບ ຫລືຖືກປິດປາກ, ແຕ່ກໍບໍ່ມີການຮັບຮູ້ ຜູ້ເຮັດຜິດ ຫລືການກະທຳນັ້ນ. ຜູ້ຄົນກໍດໍາເນີນຕໍ່ໄປຢ່າງງຽບໆ. ບາງເທື່ອ ຜູ້ຄົນຈະອອກຈາກວຽກ, ສ່ວນຫລາຍແລ້ວຜູ້ຍິງຈະເປັນຜູ້ອອກຈາກວຽກ. ສະນັ້ນ, ມັນຈຶ່ງບໍ່ມີຫຍັງເກີດຂຶ້ນ. ສະນັ້ນພວກເຮົາຈຶ່ງພົບວ່າ ຜູ້ຄົນໄດ້ເວົ້າກັບພວກເຮົາ ກ່ຽວກັບຄວາມມິດງຽບ ທີ່ແພ່ໄປທົ່ວ ແລະທັງເຮັດໃຫ້ຜູ້ຍິງທໍ້ຖອຍໃຈ ທີ່ປະສົບກັບມັນ, ແຕ່ຍັງຊີ້ໃຫ້ເຂົາເຈົ້າເຫັນວ່າ ຈະບໍ່ມີຫຍັງເກີດຂຶ້ນ. ຈະບໍ່ມີຄວາມກະຕືລືລົ້ນ ໃນການແກ້ໄຂ ຕໍ່ການປະພຶດນີ້ທີ່ຜິດ, ບໍ່ມີການຍອມຮັບວ່າ ມັນໄດ້ເກີດຂຶ້ນ."
ANROWS ມຸ່ງໝັ້ນຕໍ່ແຜນ National Plan to End Violence Against Women and Children ຂອງຣັຖບານ.
ການທ້າທາຍ ທີ່ຍິ່ງໃຫຍ່ທີ່ສຸດຢ່າງຫນຶ່ງ ແມ່ນຄວາມມິດງຽບ. ເຖິງແມ່ນວ່າ ຜູ້ຄົນຮ້ອງຮຽນ, ເຂົາເຈົ້າມັກຈະມິດງຽບ ຫລືຖືກປິດປາກ,
ລາຍງານປະຈໍາປີ ເທື່ອທຳອິດ ທີ່ຕິດຕາມຄວາມຄືບຫນ້າ ຂອງແຜນນີ້ໄດ້ຖືກພິມເຜີຍແພ່ແລ້ວ (21 ສິງຫາ).
Micaela Cronin ກັມມາທິການຂອງ Family and Sexual Violence, ໄດ້ກ່າວທີ່ສະໂມສອນ ສື່ມວນຊົນແຫ່ງຊາດ (National Press Club) (21ສິງຫາ) ກ່ຽວກັບອິດທິພົນ ຂອງການກຽດຊັງຜູ້ຍິງທາງອອນລາຍ ຕໍ່ຊາຍຫນຸ່ມ ວ່າເປັນປັດຈັຍ ທີ່ກໍ່ໃຫ້ເກີດຄວາມຮຸນແຮງທາງເພດ.
"ເຂົາເຈົ້າສົນໃຈ ໃນສຽງທີ່ເຂົາເຈົ້າໄດ້ຍິນ ເພາະມັນເຮັດໃຫ້ເຂົາເຈົ້າຮູ້ສຶກວ່າ ເຂົາເປັນຜູ້ຊາຍ. ພວກເຮົາ ຕ້ອງເຮັດໃຫ້ດີຂຶ້ນ. ເຮົາຕ້ອງເວົ້າລົມ ກັບຊາຍຫນຸ່ມເຫລົ່ານັ້ນໃຫ້ດີຂຶ້ນ. ເຮົາຕ້ອງຟັງເຂົາເຈົ້າ ໃຫ້ດີຂຶ້ນ.ພວກເຮົາຕ້ອງການ ຜູ້ຊາຍທີ່ຈະນໍາພາການສົນທະນານັ້ນ."
ລາຍງານຄວາມຄືບຫນ້າສະບັບທຳອິດ ຍັງກ່າວອີກວ່າ ຣັຖບານຕ້ອງການຂໍ້ມູນທີ່ດີກວ່າ ກ່ຽວກັບຜູ້ຊາຍທີ່ມີຄວາມຮຸນແຮງ; ແລະເສັ້ນທາງຂອງການ ເຂົ້າ ແລະອອກ ຂອງເຂົາເຈົ້າ ຈາກຄວາມຮຸນແຮງ; ແລະຕ້ອງພັດທະນາ ທາງເລືອກທີ່ຈະແຊກແຊງຫລາຍກວ່າເກົ່າ.
Dr Boyd-Caine ຫວັງວ່າ ລາຍງານຂອງ ANROWS ຈະສາມາດຊ່ອຍແຈ້ງໃຫ້ແຜນລະດັບຊາດຮູ້ ກ່ຽວກັບອຸບປະສັກສະເພາະ ທີ່ຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ກຳລັງປະເຊີນຢູ່.
"ການຄົ້ນຄວ້ານີ້ ສໍາຄັນແທ້ບໍ່ ໃນຖານະສ່ວນນຶ່ງ ຂອງການແຈ້ງຕໍ່ແຜນລະດັບຊາດ ເພື່ອຍຸດຕິຄວາມຮຸນແຮງຕໍ່ຜູ້ຍິງ ແລະເດັກ? ແລະມັນສໍາຄັນ ດ້ວຍເຫດຜົນສອງຢ່າງ. ທຳອິດ, ເຮົາຕ້ອງຮັບຮູ້ວ່າ ການລ່ວງລະເມີດທາງເພດ ບໍ່ວ່າຈະເປັນແນວໃດກໍຕາມ ແລະໂດຍສະເພາະຢ່າງຍິ່ງ ໃນບ່ອນເຮັດວຽກ, ເປັນສ່ວນຫນຶ່ງຂອງຄວາມຮຸນແຮງທາງເພດ ທີ່ຜູ້ຍິງປະສົບໃນປະເທດນີ້. ມັນເປັນສ່ວນຫນຶ່ງ ຂອງວິທີ ທີ່ພຶດຕິກັມ ສົມມຸດຕິຖານທາງເພດ ມີຜົນກະທົບຕໍ່ຜູ້ຍິງ ແລະໂດຍສະເພາະຢ່າງຍິ່ງ ແມ່ນເຮັດໃຫ້ຜູ້ຍິງເສັຍປຽບ. ແຕ່ເຮົາຕ້ອງເຂົ້າໃຈ ສະພາບການທີ່ເກີດຂຶ້ນ. ສະນັ້ນ, ການເບິ່ງໂດຍສະເພາະປະສົບການຂອງຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ຈຶ່ງເປັນຂໍ້ມູນທີ່ສໍາຄັນ ທີ່ຈະເຂົ້າໃຈວ່າ ລະບົບ ແລະບໍຣິການປະເພດໃດ ທີ່ຈໍາເປັນສໍາລັບຜູ້ຍິງ ໃນຊຸມຊົນທີ່ແຕກຕ່າງກັນ ໃນສະພາບການທີ່ແຕກຕ່າງກັນ ແລະໃຫ້ແນ່ໃຈວ່າ ລະບົບຂອງເຮົາ ບໍ່ໄດ້ຄິດວ່າ ເປັນລະບົບດຽວທີ່ເຫມາະສົມກັບທຸກຄົນ."
ຜູ້ຍິງໄດ້ບອກວ່າ ປະສົບການເຫລົ່ານີ້ ມັກຈະມາພ້ອມ ກັບການເລືອກປະຕິບັດ (Discrimination) ຫລືການສແວງຫາຜົນປໂຍດ (Exploitation) ຢູ່ບ່ອນເຮັດວຽກ, ຮວມທັງການຢຽດເຊື້ອຊາດ (Racism).
Professor Segrave ເຫັນພ້ອມວ່າ ການແກ້ໄຂບັນຫານີ້ ຕ້ອງມີຫລາຍດ້ານ.
ນາງເວົ້າວ່າ ມັນສໍາຄັນ ທີ່ຈະເຂົ້າໃຈວ່າ ພຶດຕິກັມເຫລົ່ານີ້ ມີຄວາມກ່ຽວຂ້ອງ ກັບການເລືອກປະຕິບັດ ໃນຮູບແບບອື່ນໆແນວໃດ, ເພື່ອຈະຕອບຮັບຢ່າງເຫມາະສົມ.
"ມີວຽກງານຫລາຍຢ່າງ ໄດ້ເກີດຂຶ້ນໃນ Victoria, ການປະກາດເມື່ອບໍ່ດົນມານີ້ ກ່ຽວກັບການໃຊ້ຂໍ້ຕົກລົງ ທີ່ບໍ່ເປີດເຜີຍຂໍ້ມູນ. ການປ່ຽນແປງໃນເລື້ອງນັ້ນ ຈະເປັນການປ່ຽນແປງ ເພື່ອຢຸດການປິດປາກຜູ້ຍິງ, ແຕ່ໃຫ້ມີການຮັບຮູ້ຫລາຍຂຶ້ນ ເຖິງສິ່ງທີ່ກໍາລັງເກີດຂຶ້ນ. ແຕ່ເຮົາຕ້ອງຮັບຮູ້ວ່າ ຄວາມຫມັ້ນຄົງຂອງວຽກງານ ສໍາຄັນຫລາຍປານໃດ ແລະການບໍ່ມີຄວາມຫມັ້ນຄົງໃນວຽກງານ ໃນກໍຣະນີນີ້ ບອກຫລາຍຢ່າງກ່ຽວກັບ ຄວາມລົ້ມເຫລວຂອງເຮົາ ທັງໃນດ້ານນະໂຍບາຍ ບໍ່ພຽງແຕ່ຢູ່ນອກບ່ອນເຮັດວຽກເທົ່ານັ້ນ, ແຕ່ພາຍໃນບ່ອນເຮັດວຽກນໍາອີກ."
Professor Segrave ກ່າວຕື່ມວ່າ ຍັງຈໍາເປັນຕ້ອງມີການຄົ້ນຄວ້າຕື່ມອີກ ກ່ຽວກັບຜູ້ກະທຳຜິດ ແລະທຸຣະກິດ ເພື່ອທຳຄວາມເຂົ້າໃຈບັນຫານີ້ ໃຫ້ດີຍິ່ງຂຶ້ນ.
"ເຮົາຕ້ອງເຂົ້າໃຈໃຫ້ດີຂຶ້ນວ່າ ຜູ້ໃດກໍາລັງເຮັດສິ່ງນີ້. ເຮົາຕ້ອງສາມາດ ຈັບພຶດຕິກັມທີ່ເກີດຂຶ້ນຢ່າງຕໍ່ເນື່ອງໄດ້ດີຂຶ້ນ. ສິ່ງຫນຶ່ງຄື ຜູ້ກະທຳຜິດສາມາດຖືກຍ້າຍໄປຢ່າງງຽບໆ, ແລ້ວທ່ານຈະເຫັນບາງຄົນ ໄດ້ຮັບວຽກຢູ່ບ່ອນອື່ນ ແລະຄິດວ່າ ເຂົາເຈົ້າໄດ້ຍ້າຍຈາກບັນຫາໃຫຍ່ ຢູ່ທີ່ນີ້ ແລ້ວໄປໄດ້ວຽກງານນັ້ນ ໄດ້ແນວໃດ? ເຮົາຕ້ອງເຂົ້າໃຈຫລາຍຂຶ້ນວ່າ ຜູ້ກະທຳຜິດນັ້ນແມ່ນໃຜ, ທຸຣະກິດ ກໍາລັງປະຕິບັດແນວໃດ ຕໍ່ການກະທຳຜິດນັ້ນ, ແຕ່ຕ້ອງເຂົ້າໃຈ ພຶດຕິກັມຊົ່ວຮ້າຍ ທີ່ເຂົາເຈົ້າກໍາລັງເຮັດຢູ່ ເພາະວ່າ ມັນເປັນສິ່ງທີ່ເຫັນໄດ້ຍາກ."
ເນື້ອເລື່ອງໂດຍ Catriona Stirrat ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌