ປະຕິກິຣິຍາຂອງຈີນ ຕໍ່ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi

People walk past a billboard welcoming Nancy Pelosi, in Taipei, Taiwan

People walk past a billboard welcoming U.S. House Speaker Nancy Pelosi, in Taipei, Taiwan, Tuesday, Aug 2, 2022. Pelosi has arrived in Taiwan and becomes the highest-ranking American official in 25 years to visit the self-ruled island claimed by China, which quickly announced that it would conduct military maneuvers in retaliation for her presence. (AP Photo/Chiang Ying-ying) Source: AAP / Chiang Ying-ying/AP

ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi ໄດ້ສ້າງປະຕິກິຣິຍາ ຕໍ່ຈີນ, ຣັຖບານອື່ນໆທົ່ວໂລກ ແລະ ປະຊາຊົນໄຕ້ຫວັນເອງ. ບໍມີໃຜຄາດການໄດ້ວ່າ Xi Jinping ຈະໃຊ້ມາດຕະການທາງທະຫານຫຼືບໍ່ ເພາະ Xi ເອງກໍມີເລື້ອງພາຍໃນທີ່ຕ້ອງຮັບມືຄືກັນ



ມີຫຼາຍປະຕິກິຣິຍາໄດ້ເກີດຂຶ້ນ ຫຼັງຈາກການຢ້ຽມຢາມໄຕ້ຫວັນຂອງ ໂຄສົກສະພາຂອງ ອາເມຣິກາ Nancy Pelosi

 

ຈີນໄດ້ຕອບໂຕ້ດ້ວຍການສົ່ງຍົນທະຫານຂ້າມເສັ້ນເຄິ່ງກາງຂອງ ໄຕ້ຫວັນ, ແຕ່ກໍມີການອ້າງວ່າ ຈະບໍ່ມີການ ດໍາເນີນຕໍ່ໄປດ້ານປະຕິບັດການທາງທະຫານ.

 

ໃນຂນະດຽວກັນ ປະຊາຊົນໃນທ້ອງຖິ່ນ ກ່າວວ່າ ການຢ້ຽມຢາມຂອງ ນາງ Nancy Pelosi ເປັນພຽງແຕ່ ການສະແດງທາງການເມືອງເທົ່ານັ້ນ. . Omoh Bello.. ລາຍງານ

 

ມີປະຕິກິຣິຍາທີ່ແຕກຕ່າງກັນ ນັບຕັ້ງແຕ່ ນາງ Nancy Pelosi ໂຄສົກສະພາຂອງ ອາເມຣິກາ ໄດ້ໄປຢ້ຽມຢາມ ໄຕ້ຫວັນ ເຖິງແມ່ນຈະມີການເຕືອນຈາກ ຈີນ ກໍຕາມ.

 

ນາງ Pelosi ຜູ້ທີ່ເປັນເຈົ້າຫນ້າທີ່ຣະດັບສູງສຸດ ຂອງ ສະຫະຣັດ ທີ່ໄດ້ໄປຢ້ຽມຢາມໄຕ້ຫວັນ ໃນຮອບ 25 ປີ ໄດ້ອອກຈາກປະເທດ ໃນວັນພຸດ ພ້ອມດ້ວຍຂໍ້ຄວາມວ່າຈະໃຫ້ການ ສນັບສນຸນ ຢ່າງບໍ່ຫວັ່ນໄຫວ.

ໃນການຕອບໂຕ້ຕໍ່ການຢ້ຽມຢາມນັ້ນ, ເຮືອບິນທະຫານ ຂອງຈີນໄດ້ຂ້າມ ເສັ້ນເຄິ່ງກາງ ຂອງ ຊ່ອງແຄບໄຕ້ຫວັນ ເພື່ອຍົກຣະດັບກິດຈະກັມ ທາງທະຫານ ບໍ່ເທົ່າໃດຊົ່ວໂມງ ຫລັງຈາກນາງ Pelosi ອອກຈາກປະເທດ. ແຕ່ກອງທັບຂອງ ໄຕ້ຫວັນ ກ່າວວ່າຕົນໄດ້ສົ່ງຍົນຣົບກວນ ເຮືອບິນຂອງຈີນ.

 

ໃນລະຫວ່າງການຖແລງຂ່າວທີ່ທໍານຽບຂາວ, ນາງ Karine Jean-Pierre ເລຂາທິການສື່ມວນຊົນໄດ້ເຕືອນຈີນ ບໍ່ໃຫ້ ເຮັດໃຫ້ສະຖານະການກາຍເປັນວິກິດການ.

 

"ບໍ່ມີເຫດຜົນທີ່ປັກກິ່ງຈະປ່ຽນການຢ້ຽມຢາມຄັ້ງນີ້, ເຊິ່ງສອດຄ່ອງກັບນະໂຍບາຍຂອງ ສະຫະຣັດທີ່ມີມາຢ່າງຍາວນານໃຫ້ກາຍເປັນວິກິດການບາງຢ່າງ. ບໍ່ມີເຫດຜົນ ທີ່ຈະເຮັດແບບນັ້ນ. ພວກເຮົາມີຄວາມຊັດເຈນຫຼາຍ, ເຮົາບໍ່ມີການປ່ຽນແປງໃນນະໂຍບາຍ “ຫນຶ່ງຈີນ” ຂອງພວກເຮົາ, ເຊິ່ງໄດ້ຮັບການຊີ້ນໍາໂດຍກົດຫມາຍວ່າດ້ວຍການພົວພັນໄຕ້

ຫວັນປີ 1979. ທີ່ຍັງບໍ່ໄດ້ປ່ຽນແປງ. ສະຫະຣັດ ຈະບໍ່ສແວງຫາ ແລະ ບໍ່ຢາກໃຫ້ມີວິກິດການເກີດຂຶ້ນ. ແຕ່ພວກເຮົາກຽມພ້ອມທີ່ຈະຈັດການກັບສິ່ງທີ່ປັກກິ່ງເລືອກທີ່ຈະເຮັດ".

 

ໃນຂນະທີ່ຄວາມເຄັ່ງຕຶງ ລະຫວ່າງສອງປະເທດ ກໍາລັງເພີ່ມຂຶ້ນ ຢູ່ແລ້ວ ເນື່ອງຈາກຄວາມຂັດແຍ້ງໃນ ຢູເຄຣນ, ການຢ້ຽມຢາມ ເປັນພັຍຂົ່ມຂູ່ຕໍ່ຄວາມຫມັ້ນຄົງຂອງ ຄວາມສໍາພັນ ລະຫວ່າງ ສະຫະຣັດ ອາເມຣິກາ ກັບ ຈີນ.

 

ຈີນອ້າງວ່າໄຕ້ຫວັນເປັນດິນແດນຂອງຕົນ ແລະ ຖືວ່າ ການເດີນທາງຂອງ ເຈົ້າຫນ້າທີ່ ຂອງຣັຖບານ ຕ່າງປະເທດວ່າ ເປັນການຮັບຮູ້ອະທິປະໄຕຂອງ ເກາະດັ່ງກ່າວ.

 

ສະຫະຣັດຢືນຢັນວ່າ ການຢ້ຽມຢາມຂອງໂຄສົກສະພາຂອງ ອາເມຣິກາ ບໍ່ໄດ້ປ່ຽນແປງຫຍັງກ່ຽວກັບ ນະໂຍບາຍ “ຫນຶ່ງຈີນ” ທີ່ມີມາຢ່າງຍາວນານ, ຊຶ່ງຮັບຮູ້ປັກກິ່ງ ແຕ່ອະນຸຍາດໃຫ້ມີ ຄວາມສໍາພັນ ແບບບໍ່ເປັນທາງການ ແລະ ການພົວພັນ ດ້ານການປ້ອງກັນ ກັບໄຕ້ຫວັນ.

 

ແຕ່ນາງ Jean-Pierre ກ່າວວ່າ ປະເທດຂອງນາງ ບໍ່ສາມາດ ຄວບຄຸມໄດ້ວ່າ ບັນດາເຈົ້າຫນ້າທີ່ຂອງຕົນ ຕັດສິນໃຈຈະ ເດີນທາງໄປໃສ.

 

"ພວກເຮົາຮູ້ວ່າຈີນຈະປະພຶດຕົນແບບນີ້, ຂໍຢ້ຳວ່າ, ມັນບໍ່ໄດ້ປ່ຽນແປງນະໂຍບາຍຂອງພວກເຮົາ. ສະມາຊິກສະພາມີສິດທີ່ຈະເດີນທາງໄປບ່ອນໃດກໍຕາມ ທີ່ເຂົາເຈົ້າເລືອກ. ໃນສ່ວນຂອງເຮົາ ແມ່ນໃຫ້ຂໍ້ມູນລະອຽດ ແລະຄົບຖ້ວນແກ່ພວກເຂົາ ເມື່ອເວົ້າເຖິງພູມສາດ ຂອງພາກພື້ນ, ຫຼືຣັດ, ຫຼືເມື່ອເວົ້າເຖິງຄວາມໝັ້ນຄົງຂອງຊາດ. ນັ້ນແມ່ນພາກສ່ວນຂອງເຮົາໃນເລື່ອງນີ້."

 

ອະດີດຜູ້ອໍານວຍການຝ່າຍກິດຈະການ ເອເຊັຍ (Asian affairs) ໃນສະພາຄວາມຫມັ້ນຄົງແຫ່ງຊາດຂອງທໍານຽບຂາວ, ທ່ານ Victor Cha ອ້າງວ່າ ຈີນຈະບໍ່ດໍາເນີນການທາງທະຫານ ຕໍ່ໄຕ້ຫວັນ.

 

"ຂ້າພະເຈົ້າຄິດວ່າ ມັນຈະເປັນພຽງແຕ່ເກມສົງຄາມ ແລະ ການ ເວົ້າໃຫຍ່ເທົ່ານັ້ນ. ດັ່ງທີ່ທ່ານໂຄສົກ ໄດ້ໃຫ້ຂໍ້ສັງເກດວ່າ ກໍາລັງຍ່າງໄຕ່ເຊືອກເສັ້ນນ້ອຍໃນຕອນນີ້. ລາວກຳລັງຈະຂຶ້ນສູ່ວາຣະທີສາມໃນຖານະຜູ້ນໍາປະເທດຈີນໃນເດືອນພະຈິກ ແລະສິ່ງສຸດທ້າຍທີ່ລາວຕ້ອງການ ແມ່ນວິກິດການສົງຄາມ ຢ່າງເຕັມຮູບແບບທີ່ລາວເປັນຕົ້ນເຫດ ເຊິ່ງມັນອາດເຮັດໃຫ້ ການທີ່ຈະຊະນະ ວາຣະທີສາມຂອງລາວນັ້ນເປັນໄປໄດ້ຍາກ. ສະນັ້ນ, ທ່ານຮູ້ບໍ, ຂ້າພະເຈົ້າຄິດວ່ານີ້ແມ່ນສິ່ງທີ່ເຮົາຄາດການໄວ້. ເຂົາບອກລ່ວງໜ້າວ່າ ເຂົາເຈົ້າຈະເຮັດຫຍັງ ແລະ ເຮົາກໍຄາດ ວ່າເຂົາຈະເຮັດຕາມທີ່ເຂົາເວົ້າໄວ້ ແຕ່ ຂ້າພະເຈົ້າ ບໍ່ຄິດວ່າ ຈີນ ຈະເຮັດຫລາຍກວ່ານັນ. ຂ້າພະເຈົ້າ ຫມາຍຄວາມວ່າ ອາດຈະມີການຕອບຮັບ ຖ້າຫາກ ສະຫະຣັດເລືອກທີ່ຈະຕອບໂຕ້ ແຕ່ຂ້າພະເຈົ້າບໍ່ຄິດ ວ່າເຂົາເຈົ້າ ຈະເຮັດແບບນັ້ນຄືກັນ."

 

ຊາວໄຕ້ຫວັນໄດ້ມີປະຕິກິຣິຍາຕໍ່ ການຢ້ຽມຢາມປະເທດ ຂອງ ໂຄສົກສະພາຂອງ ອາເມຣິກາ ໂດຍກ່າວວ່າ ມັນຊີ້ໃຫ້ເຫັນເຖິງການຫລິ້ນເກມການເມືອງ ທີ່ອາດຈະເພີ່ມຄວາມຂັດແຍ່ງກັນ ລະຫວ່າງປະຊາຊົນຂອງຕົນ ແລະ ຈີນແຜ່ນດິນໃຫຍ່.

 

"ການຢ້ຽມຢາມຂອງນາງ (Nancy Pelosi) ເປັນພຽງການ ສະແດງທາງດ້ານການເມືອງເທົ່ານັ້ນ.  ຢ່າໃຫ້ຄວາມສົນໃຈຫຼາຍໂພດກ່ຽວກັບອາເມລິກາ. ຢ່າສະທ້ອນ ຄໍາເວົ້າ ຂອງເຂົາເຈົ້າ. ບໍ່ວ່າພວກເຂົາຈະຕ້ອງການຈະເຮັດຫຍັງ, ພວກເຮົາບໍ່ຈໍາເປັນຕ້ອງປະຕິບັດ ເພື່ອຕອບສະຫນອງ. ເຮົາບໍ່ຈໍາເປັນຕ້ອງເປັນຄືກັບນ້ອງຊາຍນ້ອຍຂອງເຂົາ, ແມ່ນບໍ? ມັນມີຫຍັງຜິດບໍ່? ເຂົາຍູ້ພວກເຮົາໄປທາງຫນ້າ ແລະພວກເຮົາຕ້ອງຈ່າຍສໍາລັບຄ່າອາວຸດຂອງພວກເຮົາ. ມັນສົມເຫດສົມຜົນບໍ? ພວກເຮົາເປັນຄືກັບໝາເຝົ້າເຮືອນ. ພວກເຮົາກໍາລັງຖືກນໍາໃຊ້ໃນທາງນີ້."

ສະຖານະການຍັງໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນໃນໝູ່ບັນດາຣັຖບານ ທົ່ວໂລກ, ເຊິ່ງໄດ້ອະທິບາຍວ່າ ມັນເປັນການທ້າທາຍແລະສ້າງຄວາມສັ່ນຄອນ ໃນຂນະດຽວກັນຍັງໄດ້ລະບຸວ່າ ມັນເປັນພັຍຂົ່ມຂູ່ຕໍ່ຄວາມເປັນເອກະຣາດແລະບູຣະນະພາບຂອງເຂດແດນຂອງຈີນ.

ເນື້ອເລື່ອງໂດຍ Omoh Bello ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ


Share