ຕໍາຫລວດກຳລັງປາບປາມການ “ຂົນຖ່າຍເງິນ (Money Mules)”
ມີຄໍາເຕືອນໃຫມ່ ກ່ຽວກັບການໂຄສະນາວຽກງານທີ່ບ້ານ ທີ່ເບິ່ງຄືວ່າດີເກີນໄປ ທີ່ຈະເປັນຄວາມຈິງ-ຫຼືສັນຍາວ່າ ຈະໄດ້ຮັບຜົນຕອບແທນມະຫາສານ ຈາກການລົງທຶນ.
ຫຼາຍຄົນ ກໍາລັງພະຍາຍາມທີ່ຈະຈ້າງ ທີ່ເອີ້ນກັນວ່າ 'ຜູ້ຂົນຖ່າຍເງິນ (Money Mules)'.
ຕໍາຫລວດກາງ ແລະສະຖາບັນການເງິນ ຂອງກ່າວວ່າ ມີກຸ່ມອາຊະຍາກັມ ຈຳນວນຫລາຍຂຶ້ນ ກຳລັງແນເປົ້າຫມາຍໃຫ້ນັກສຶກສາໃຫ້ກາຍເປັນ 'ຜູ້ຂົນຖ່າຍເງິນ (Money Mules)'
Madina Jaffari ລາຍງານ.
ເຖິງແມ່ນວ່າ ອາດຊະຍາກັມທາງອິນເຕີເນັດ ອາດຈະມີຫຼາຍແງ່ມຸມ, ແຕ່ສິ່ງຫນຶ່ງ ທີ່ສ້າງຄວາມກັງວົນເພີ່ມຂຶ້ນ-ບໍ່ພຽງແຕ່ສໍາລັບຊາວອອສເຕຣເລັຍ, ແຕ່ຍັງສໍາລັບນັກສຶກສາ ທີ່ຍັງໃຫມ່ຕໍ່ປະເທດນຳອີກ.
"ກຸ່ມອົງກອນອາຊະຍາກັມ ນັບມື້ນັບແນໃສ່ນັກຮຽນຕ່າງຊາດ ແລະນັ້ນແມ່ນ ຍ້ອນເຫດຜົນຫຼາຍປະການ. ການຍ້າຍໄປອອສເຕຣເລັຍ, ບໍ່ມີເຄືອຂ່າຍສນັບສນູນຈາກຄອບຄົວ, ບໍ່ຮູ້ວ່າ ກົດຫມາຍອາຍາ ໃນອອສເຕຣເລັຍແມ່ນຫຍັງ, ບໍ່ຮູ້ພັນທະຂອງຕົນ ກ່ຽວກັບກົດຫມາຍ ວ່າດ້ວຍການຕໍ່ຕ້ານ ການຟອກເງິນ."
ນັ້ນແມ່ນທ່ານ Tim Stainton ຈາກຕໍາຫຼວດຣັຖບານກາງ ອອສເຕຣເລັຍ.
ທ່ານກ່າວວ່າ ຄວາມກົດດັນຂອງຄ່າຄອງຊີບ ເຮັດໃຫ້ນັກສຶກສາ ມີຄວາມສ່ຽງຫລາຍຂຶ້ນ ທີ່ຈະຕັດສິນໃຈດັ່ງກ່າວ.
"ຍ້ອນຄ່າຄອງຊີບສູງ, ຜູ້ຄົນກໍາລັງຊອກຫາເງິນດ່ວນ, ແລະນັ້ນ ແມ່ນສິ່ງທີ່ກຸ່ມອົງກອນອາຊະຍາກັມ ເຫຼົ່ານີ້ສເນີ. ພວກເຂົາສເນີ ໃຫ້ນັກຮຽນຕ່າງຊາດ ເຫຼົ່ານີ້ດ້ວຍເງິນ $1,500 ຫາ $2,000 ສໍາລັບການເຂົ້າເຖິງບັນຊີທະນາຄານຂອງເຂົາເຈົ້າ ແລະເຫັນໄດ້ຊັດເຈນວ່າ ຄົນເຫຼົ່ານັ້ນ ບໍ່ຮູ້ວ່າ ດຽວນີ້ສິ່ງທີ່ຈະຕາມມານັ້ນ ແມ່ນຫຍັງ."
ສໍາລັບສະຖາບັນການເງິນ, ມັນເປັນການເພີ່ມຂຶ້ນ ຂອງການໂທລະສັບໄປຫາລູກຄ້າຂອງເຂົາເຈົ້າ ຫຼາຍກວ່າທີ່ເຂົາເຈົ້າຕ້ອງການ ທີ່ຈະເຮັດ.
Chris Sheehan ຜູ້ບໍຣິຫານງານ ຝ່າຍສືບສວນ ແລະການສໍ້ໂກງ ຂອງກຸ່ມ NAB ກ່າວວ່າ ຜູ້ຂົນຖ່າຍເງິນ (Money Mules)' ເປັນບັນຫາທົ່ວອຸດສາຫະກັມ.
"ໃນລະດັບອຸດສາຫະກັມ, ພວກເຮົາຈະເວົ້າເຖິງບັນຊີ ທີ່ຖືກລະບຸວ່າ ເປັນການຂົນຖ່າຍເງິນ ຈຳນວນຫຼາຍພັນ, ທີ່ຖືກບລັອກ, ແລະອາດຈະຖືກກວດສອບ ແລະຖືກລຶບອອກຈາກທະນາຄານ."
Marc Broome ຈາກທີມສືບສວນທີ່ຊັບຊ້ອນ ຂອງ ANZ ກ່າວວ່າ ພວກເຂົາເຈົ້າ ໄດ້ສັງເກດເຫັນບັນຊີການ ຂົນຖ່າຍເງິນ (mules) ຫຼາຍພັນບັນຊີ ນັບແຕ່ທ້າຍປີກາຍນີ້.
"ໃນສາມເດືອນທໍາອິດ, ພວກເຮົາໄດ້ລະບຸບັນຊີປະມານ 3,200 ບັນຊີ ທີ່ພວກເຮົາເຊື່ອວ່າ ໄດ້ຖືກເປີດ ເພື່ອຈຸດປະສົງຂອງການ ຂົນຖ່າຍເງິນ (muling) ໂດຍສະເພາະ."
ການຂົນຖ່າຍເງິນ (muling) ເປັນວິທີ ທີ່ກຸ່ມອົງກອນອາຊະຍາກັມເຮັດຂຶ້ນ ເພື່ອເຂົ້າເຖິງບັນຊີເງິນຝາກ ຂອງຄົນໃດຄົນຫນຶ່ງ, ໂດຍການຈ່າຍເງິນລ່ວງໜ້າຫນຶ່ງຄັ້ງ.
ຈາກນັ້ນ ບັນຊີກໍຖືກນໍາໃຊ້ ເພື່ອຮັບແລະໂອນເງິນເຂົ້າບັນຊີອື່ນ.
Tim Stainton ກ່າວວ່າ ແລ້ວວົງຈອນໄດ້ຖືກເຮັດຊ້ຳແລ້ວຊ້ຳອີກ.
"ດັ່ງນັ້ນ ທຸກຄັ້ງທີ່ເງິນເຄື່ອນຍ້າຍ, ມັນເຮັດໃຫ້ມີຄວາມຫຍຸ້ງຍາກຫຼາຍຂຶ້ນ ສໍາລັບພວກເຮົາ ແລະຄູ່ຮ່ວມງານຕ່າງປະເທດພາຍໃນ ຂອງພວກເຮົາ ທີ່ຈະຕິດຕາມແຫຼ່ງທຶນເຫຼົ່ານັ້ນ, ບໍ່ວ່າຈະເປັນແຫຼ່ງຕົ້ນທຶນ ຫຼືຈຸດຫມາຍສຸດທ້າຍ."
ອາທິດນີ້, ຕໍາຫຼວດກາງອອສເຕຣເລັຍ ໄດ້ເປີດການຣົນນະຣົງເຜີຍແຜ່ຄວາມຕື່ນໂຕ ໃນເຈັດພາສາ ໃນທົ່ວ 39 ມະຫາວິທະຍາໄລ ເນື່ອງຈາກຄວາມກັງວົນວ່າ ນັກຮຽນຕ່າງຊາດ ທີ່ບໍ່ຄຸ້ນເຄີຍ ກັບກົດຫມາຍອາຍາໃນອອສເຕຣເລັຍ.
Tim Stainton ອີກເທື່ອຫນຶ່ງ:
"ການຂົນຖ່າຍເງິນ (muling) ແມ່ນຄວາມຜິດຮ້າຍແຮງ, ມັນເປັນຄວາມຜິດຖານຟອກເງິນ ຢ່າງຮ້າຍແຮງ, ແລະມີລົງໂທດລະຫວ່າງ 12 ເດືອນ ເຖິງຕິດຄຸກຕລອດຊີວິດ ຂຶ້ນຢູ່ກັບຄວາມຮ້າຍແຮງຂອງຄວາມຜິດ. ທ່ານຈະປະເຊີນກັບຜົນກະທົບ ທີ່ຮ້າຍແຮງ ຊຶ່ງມີຜົນກະທົບຢ່າງຕໍ່ເນື່ອງ ແລະເປັນອັນຕະຣາຍ ບໍ່ພຽງແຕ່ຈະສຶກສາຢູ່ອອສເຕຣເລັຍເທົ່ານັ້ນ ແມ່ນແຕ່ຈະອາສັຍຢູ່ໃນອອສເຕຣເລັຍນຳອີກ"
Chris Sheehan ກ່າວວ່າ ບາງຄົນຈົງໃຈມີສ່ວນຮ່ວມ ໃນການເຮັດທຸຣະກິດທີ່ຜິດກົດຫມາຍ.
"ພວກເຮົາເຫັນຄວາມປະພຶດ ຂອງນັກຮຽນຕ່າງຊາດ ເຊັ່ນເມື່ອຮຽນຈົບການສຶກສາໃນອອສເຕຣເລັຍ ກໍຈະຂາຍບັນຊີທະນາຄານ ຫຼືມອບບັນຊີທະນາຄານໃຫ້ຄົນອື່ນ ທີ່ນໍາໃຊ້ເພື່ອຈຸດປະສົງທາງອາຍາ."
ໃນຂນະທີ່ທ່ານ Marc Broome ກ່າວວ່າ ຄົນອື່ນໆບໍ່ຮູ້ວ່າ ສິ່ງພວກເຂົາກໍາລັງເຮັດຢູ່ນັ້ນ ແມ່ນອາຊະຍາກັມ.
"ຫຼາຍຄົນບໍ່ຮູ້ວ່າ ພວກເຂົາກຳລັງຢູ່ໃນການກະທໍາຜິດ ຈົນກວ່າພວກເຂົາຈະໄດ້ຮັບໂທຣະສັບຈາກພວກເຮົາ ແລະພວກເຮົາໄດ້ຢຸດບັນຊີແລ້ວ."
ຜູ້ເຄາະຮ້າຍ ຈະໄດ້ການຕິດຕໍ່ແບບເຫັນຫນ້າກັນ ແລະອອນໄລນ໌, ລວມທັງ TikTok, Snapchat ແລະ WhatsApp.
Desma Smith ເປັນທີ່ປຶກສາ ແລະສນັບສນູນນັກສຶກສາຕ່າງຊາດ ທີ່ມະຫາວິທະຍາໄລ Swinburne University of Technology.
"ພວກເຂົາກັງວົນ ກ່ຽວກັບການແອບອ້າງໃນຄອບຄົວຂອງເຂົາເຈົ້າ,ແລະເງິນທີ່ຄອບຄົວຂອງພວກເຂົາໃຊ້ຈ່າຍ, ແລະພວກເຂົາ ກາຍເປັນຄົນທີ່ຢາກເຮັດໃຫ້ຄົນອື່ນພໍໃຈ, ແລະຢາກຟັງໃນບາງສິ່ງບາງຢ່າງ ແບບບໍ່ມີຄວາມບໍ່ຊັບຊ້ອນ, ໄດ້ຮັບຄ່າຈ້າງໄວ, ມັນເຮັດໃຫ້ພວກເຂົາເຈົ້າ ມີຄວາມສ່ຽງທີ່ໃຫຍ່ກວ່າ ຂຶ້ນເລື້ອຍໆ."
ເມື່ອບໍ່ດົນມານີ້ ບາງທະນາຄານ ໄດ້ນໍາໃຊ້ລະບົບໃຫມ່ ເພື່ອຊີ້ແຈງບັນຊີຂົນຖ່າຍເງິນ (mule) ໃນສິ່ງທີ່ເຂົາເຈົ້າອະທິບາຍວ່າ ເປັນບັນຫາ ທີ່ນັບມື້ນັບມີຫລາຍຂຶ້ນ ແລະມີທົ່ວອອສເຕຣເລັຍ.
ເນື້ອເລື່ອງໂດຍ Madina Jaffari ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌