ສາຍພັນໃຫມ່ຂອງ mpox ຫຼື monkeypox ຫຼືໝາກສຸກລີງ.

Congo Mpox

ພະຍາບານກຳລັງຮັກສາເດັກ ທີ່ຕິດໂຣກ ໝາກສຸກລີງ (Monkeypox) ໃນພາກຕາເວັນອອກຂອງ Congo. Source: AP / Moses Sawasawa/AP

ນອກຈາກ ບາງປະເທດໃນ Africa ແລ້ວ, ຍັງ ມີລາຍງານຜູ້ປ່ວຍໃຫມ່ ຈາກ mpox ໃນ Pakistan ຫຼັງຈາກມີລາຍງານ ຈາກສະວີເດັນ. ອົງການອະນາມັຍໂລກ (World Health Organisation) ໄດ້ປະກາດການແຜ່ຂຍາຍຢ່າງໄວ ຂອງສາຍພັນ Clade 1b ວ່າເປັນເລື່ອງສຸກເສີນດ້ານສາທາຣະນະສຸກນາໆຊາດ, ຊຶ່ງເປັນລະດັບການແຈ້ງເຕືອນສູງສຸດ.


ສາຍພັນໃຫມ່ຂອງ mpox ຫຼື monkeypox ຫຼືໝາກສຸກລີງ.

ມີລາຍງານຜູ້ປ່ວຍໃຫມ່ ຈາກ mpox ໃນ Pakistan ຫຼັງຈາກມີລາຍງານ ຈາກສະວີເດັນ.

ເຈົ້າຫນ້າທີ່ ກໍາລັງດຳເນີນການ ເພື່ອຢືນຢັນວ່າ ມັນເປັນສາຍພັນໃຫມ່ທີ່ໜ້າເປັນຫ່ວງຫລືບໍ່, ຫລາຍມື້ ຫລັງຈາກ WHO ໄດ້ປະກາດການແຜ່ຂຍາຍຂອງ Virus ວ່າເປັນເລື່ອງສຸກເສີນ ທາງສາທາຣະນະສຸກທົ່ວໂລກ.

Essam Al-Ghalibລາຍງານ.

Nyota Mukobelwa ຈາກເມືອງ Goma, ໃນສາທາຣະນະຣັດ ປະຊາທິປະໄຕ Congo.

ນາງເວົ້າວ່າ ນາງໄດ້ຖືກພາໄປໂຮງຫມໍ ຫລັງຈາກນາງມີອາການຂອງ mpox.

“ທໍາອິດຂ້ອຍຮູ້ສຶກເຈັບຫົວ, ເປັນໄຂ້, ເຈັບກ້າມເນື້ອ ແລະເຈັບປວດຂາໜີບ. ຫລັງຈາກນັ້ນ, ກໍມີຈຸດເລີ່ມປາກົດຢູ່ເທິງຕົວຂ້ອຍ, ຂ້ອຍຄິດວ່າ ມັນຕ້ອງເປັນການຕິດເຊື້ອ. ຮ່າງກາຍຂອງຂ້ອຍໄດ້ປ່ຽນໄປຫມົດ. ເຂົາເຈົ້າໄດ້ມາຮັບເອົາຂ້ອຍ, ແລະຂ້ອຍໄດ້ມາຮອດທີ່ນີ້ ໃນຣົດ Jeep ຂອງ Médecins Sans Frontières."

Goma ພົວພັນກັບຄວາມຂັດແຍ່ງທີ່ຮ້າຍແຮງໃນ Congo ເປັນເວລາຫຼາຍສິບປີແລ້ວ.

ອົງການອະນາມັຍໂລກ (the World Health Organisation) ໄດ້ປະກາດການແຜ່ຂຍາຍຢ່າງໄວ ຂອງສາຍພັນ Clade 1b ວ່າເປັນເລື່ອງສຸກເສີນດ້ານສາທາຣະນະສຸກນາໆຊາດ, ຊຶ່ງເປັນລະດັບການແຈ້ງເຕືອນສູງສຸດ.
ບັດນີ້, ເມືອງທາງພາກຕາເວັນອອກ ຂອງອາຟຣິກາ ເປັນຈຸດກາງຂອງການລະບາດເທື່ອສຸດທ້າຍ ຂອງ mpox, ຊຶ່ງແຕ່ກ່ອນ ຖືກເອີ້ນວ່າ monkeypox ຫຼືໝາກສຸກລີງ.

ໃນຕົ້ນອາທິດນີ້, Tedros Adhanom Ghebreyesus ຂອງອົງການອະນາມັຍໂລກ (the World Health Organisation) ໄດ້ປະກາດການແຜ່ຂຍາຍຢ່າງໄວ ຂອງສາຍພັນ Clade 1b ວ່າເປັນເລື່ອງສຸກເສີນດ້ານສາທາຣະນະສຸກນາໆຊາດ, ຊຶ່ງເປັນລະດັບການແຈ້ງເຕືອນສູງສຸດ.

ອາທິດແລ້ວນີ້, ຂ້າພະເຈົ້າ ໄດ້ປະກາດວ່າ ຂ້າພະເຈົ້າໄດ້ເອີ້ນປະຊຸມຄນະກັມມະການສຸກເສີນ ພາຍໃຕ້ກົດລະບຽບດ້ານສຸຂະພາບນາໆຊາດ (International Health Regulations) ເພື່ອປະເມີນການເພີ່ມຂຶ້ນ ຂອງmpox ໃນ Congo ແລະປະເທດອື່ນໆໃນອາຟຣິກາ. ມື້ນີ້, ຄນະກັມມະການສຸກເສີນ ໄດ້ປະຊຸມ ແລະໃນຄວາມເຫັນຂອງຄນະ ແນະນໍາຂ້າພະເຈົ້າວ່າ ເປັນພາວະສຸກເສີນດ້ານສາທາຣະນະສຸກ ທີ່ກ່ຽວຂ້ອງກັບນາໆຊາດ. ຂ້າພະເຈົ້າ ໄດ້ຮັບເອົາຄໍາແນະນໍານັ້ນ. ການກວດພົບ ແລະການແຜ່ລາມຢ່າງໄວ ຂອງ mpox ກຸ່ມໃຫມ່ ໃນພາກຕາເວັນອອກຂອງ Congo, ການກວດພົບຂອງມັນ ໃນປະເທດເພື່ອນບ້ານ ທີ່ບໍ່ເຄີຍມີລາຍງານຂອງ mpox ມາກ່ອນ, ແລະຄວາມສາມາດ ທີ່ຈະແຜ່ອອກໄປ ທັງພາຍໃນ ແລະນອກອາຟຣິກາ, ເປັນສິ່ງທີ່ຫນ້າເປັນຫ່ວງຫລາຍ."

ກໍລະນີຂອງສາຍພັນໃຫມ່ ໄດ້ຖືກຢືນຢັນ ໃນວັນພະຫັດ ໃນປະເທດສະວີເດັນ ແລະກ່ຽວຂ້ອງ ກັບການແຜ່ລະບາດ ໄປທົ່ວອາຟຣິກາ, ເປັນສັນຍານທໍາອິດ ຂອງການແຜ່ລະບາດ ອອກໄປນອກທະວີບ.

ບັດນີ້, ມີການລາຍງານອີກກໍຣະນີຫນຶ່ງ ຂອງ mpox ໃນປະເທດPakistan, ໃນຄົນໄຂ້ຄົນຫນຶ່ງ ທີ່ຫາກໍກັບມາຈາກ Gulf country.

Dr Margaret Harris ໂຄສົກອົງການອະນາມັຍໂລກ (World Health Organisation) ກ່າວວ່າ ຍັງບໍ່ຊັດເຈນວ່າ ຄົນຜູ້ນັ້ນຕິດເຊື້ອ mpox ສາຍພັນໃຫມ່, ຊຶ່ງໄດ້ເຮັດໃຫ້ຜູ້ຄົນເສັຍຊີວິດ ຢ່າງຫນ້ອຍ 450 ຄົນໃນສາທາຣະນະຣັດປະຊາທິປະໄຕ Congo.

"ເຫດຜົນທີ່ພວກເຮົາເປັນຫ່ວງກໍຄື-ໜຶ່ງ-ມັນຄືກັນກັບສາຍພັນທີ່ເອີ້ນວ່າ Clade One B. ຂໍໂທດສໍາລັບຊື່ນີ້. ມັນແມ່ນສາຍພັນ ທີ່ເຮົາໄດ້ເຫັນເປັນເວລາຫລາຍສິບປີ ທີ່ເຄີຍແພ່ລະບາດ ຢູ່ໃນສາທາຣະນະຣັດປະຊາທິປະໄຕ Congo ແລະອາຟຣິກາຕາເວັນຕົກ, ອາຟຣິກາຕາເວັນອອກ. ແຕ່ສາຍພັນນີ້ ກໍາລັງລະບາດຢ່າງໄວ ແລະມັນໄດ້ແພ່ໄປໃນຫຼາຍປະເທດ ໃນອາຟຣິກາ ທີ່ບໍ່ເຄີຍເຫັນມາກ່ອນ, ດັ່ງເຊັ່ນ Rwanda, Kenya, Burundi. ພວກເຮົາໄດ້ເຫັນຫລາຍກໍຣະນີ ໃນ Burundi ແລະໃນ Uganda ນໍາອີກ. ແລະນີ້ຄືປະເທດ ທີ່ມີການຕິດຕໍ່ກັບປະເທດອື່ນໆໃນໂລກ. ສະນັ້ນ, ມັນຈຶ່ງເປັນພັຍຄຸກຄາມ ຕໍ່ສ່ວນທີ່ເຫຼືອຂອງໂລກ. ແຕ່ເປັນຍ້ອນວ່າ ມັນແພ່ລາມຢ່າງໄວ ຈຶ່ງເຮັດໃຫ້ມີການຕິດເຊື້ອຫລາຍກວ່າທີ່ເຮົາເຄີຍເຫັນ. ພວກເຮົາໄດ້ເຫັນການຕິດເຊື້ອໃນເຄິ່ງປີນີ້ ຫລາຍກວ່າ ທີ່ພວກເຮົາໄດ້ເຫັນ ໃນປີທີ່ຜ່ານມາ. ແລະປີກາຍນີ້ ພວກເຮົາໄດ້ເຫັນການຕິດເຊື້ອ ຫລາຍກວ່າທີ່ຜ່ານມາ."

ສູນປ້ອງກັນ ແລະຄວບຄຸມໂຣກຂອງຢູໂຣບ (The European Centre for Disease Prevention and Control) ໄດ້ອັບເດດ ຄໍາແນະນໍາໂດຍຊຸກຍູ້ຜູ້ເດີນທາງ ໃຫ້ພິຈາຣະນາການສັກຢາປ້ອງກັນໂຣກ mpox ຖ້າເຂົາເຈົ້າຈະໄປຢ້ຽມຢາມ ພື້ນທີ່ ທີ່ໄດ້ຮັບຜົນກະທົບໃນ Africa.

Leif Erik Sander ຜູ້ຊ່ຽວຊານດ້ານໂຣກຕິດເຊື້ອ (Infectious Disease Expert) ຊາວເຢັຍລະມັນ ກ່າວວ່າ ມັນສໍາຄັນທີ່ຈະຈັດໃຫ້ມີ ປ້ອງກັນ.

"ຂ້າພະເຈົ້າ ຈະບໍ່ແນະນໍາ ການຣົນນະຣົງສັກ Vaccines ສຳລັບປະຊາຊົນທົ່ວໄປ ຫລືຜູ້ທີ່ມີຄວາມສ່ຽງ ໃນຕອນນີ້. ມັນກໍເຫັນໄດ້ຢ່າງຊັດແຈ້ງວ່າ Vaccines ທີ່ມີຢູ່ທົ່ວໂລກ ແມ່ນຕ້ອງການຢ່າງຮີບດ່ວນໃນອາຟຣິກາ,ຕ້ອງການຢ່າງຮີບດ່ວນໃນເຂດທີ່ virus ກໍາລັງແພ່ລາມ ແລະມີການຂາດແຄນ Vaccines ຢ່າງຮ້າຍແຮງ."

ແຕ່ຍັງມີຄວາມເປັນຫ່ວງຢ່າງຕໍ່ເນື່ອງ ກ່ຽວກັບການເຂົ້າເຖິງ ການສັກວັກຊີນ.
ມີການເພີ່ມຂອງສາຍພັນທີ່ບໍ່ຮຸນແຮງ ທີ່ພົບຢູ່ແລ້ວໃນອອສເຕຣເລັຍ, ໂດຍມີຜູ້ຕິດເຊື້ອ 35 ຄົນ ທີ່ຖືກບັນທຶກໄວ້ໃນ 15 ມື້ທີ່ຜ່ານມາ ຊຶ່ງແພ່ໄປທົ່ວຫລາຍຣັດ.
Bronwyn Nichol ແຫ່ງະຫະພັນ ສະພາກາແດງສາກົນ (the International Federation of Red Cross) ໄດ້ຂໍຮ້ອງ ໃຫ້ມີການສນັບສນູນ ຈາກນາໆຊາດຫລາຍຂຶ້ນ ເພື່ອເພີ່ມການຈັດຫາ Vaccines.

"ພວກເຮົາເຫັນດີ ກັບຄຳແນະນໍາ ພາຍໃຕ້ຂໍ້ບັງຄັບດ້ານສຸຂະພາບສາກົນ, ຊຶ່ງບໍ່ຈໍາເປັນຕ້ອງປິດຊາຍແດນ ເມື່ອມີໂຣກລະບາດ, ໂຣກຈະບໍ່ຮັບຮູ້ຊາຍແດນ. ຜູ້ຄົນກໍຈະຍັງຂ້າມຊາຍແດນຕໍ່ໄປ, ບໍ່ວ່າຈະເປັນການຂ້າມຊາຍແດນ ຢ່າງຜິດກົດຫມາຍ ຫລືບໍ່. ການຂ້າມເຂດຊາຍແດນ ທີ່ຜິດກົດຫມາຍ, ມັນບໍ່ໄດ້ຢຸດໂຣກ ຈາກການແພ່ລາມ. ແລະດັ່ງນັ້ນ, ເຮົາຕ້ອງເນັ້ນໃສ່ ການມີຂ່າວສານທີ່ເຫມາະສົມກ່ ຽວກັບໂຣກ ເພື່ອວ່າຜູ້ຄົນ ຈະເຂົ້າໃຈວິທີ ທີ່ເຂົາເຈົ້າຈະສາມາດ ປົກປ້ອງຕົນເອງຈາກຜົນກະທົບໄດ້."

ຈົນຮອດຕອນນີ້, ບໍ່ມີການລາຍງານກໍຣະນີໃຫມ່ ຂອງ mpox ສາຍພັນໃຫມ່ ໃນອອສເຕຣເລັຍ.

ແຕ່ມີການເພີ່ມຂອງສາຍພັນທີ່ບໍ່ຮຸນແຮງ ທີ່ພົບຢູ່ແລ້ວໃນອອສເຕຣເລັຍ, ໂດຍມີຜູ້ຕິດເຊື້ອ 35 ຄົນ ທີ່ຖືກບັນທຶກໄວ້ໃນ 15 ມື້ທີ່ຜ່ານມາ ຊຶ່ງແພ່ໄປທົ່ວຫລາຍຣັດ.

Nias Peng, Virologist ຈາກ CSIRO ກ່າວວ່າ ການເກີດຂຶ້ນນີ້ ຄ້າຍຄືກັບໃນປີ 2022.

ໜ່ວຍງານ ດ້ານສາທາຣະນະສຸກ ກ່າວວ່າ ມັນເຖິງເວລາແລ້ວ ທີ່ຈະດຳເນີນການຢ່າງໄວ ເພື່ອປ້ອງກັນ ບໍ່ໃຫ້ປວັດສາດເກີດຂຶ້ນຊ້ຳອີກ.

ເນື້ອເລື່ອງໂດຍ Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share