ການທົບທວນ ສັງຄົມຫຼາຍວັດທະນະທັມຂອງອອສເຕຣເລັຍ.
ເມື່ອຫ້າສິບປີກ່ອນ, ຣັຖມົນຕີ ຂອງພັກແຮງງານ ທ່ານ Al Grassby ໄດ້ຮຽກຮ້ອງໃຫ້ຊາວ ໃຫ້ຮັບເອົາເອກກະລັກ ຂອງວັດທະນະທັມ ທີ່ນັບມື້ນັບເຕີບໂຕຂຶ້ນ.
ບັດນີ້, ການທົບທວນຢ່າງກວ້າງຂວາງ ໄດ້ກວດສອບສະຖານະ ຂອງສັງຄົມຫຼາຍວັດທະນະທັມ ຂອງອອສເຕຣເລັຍ.
ມັນແມ່ນຫນຶ່ງ ໃນບັນດາການທົບທວນ ທີ່ສໍາຄັນທີ່ສຸດເທົ່າທີ່ເຄີຍມີມາ , ດັ່ງທີ່ Sophie Bennett ແລະ Catriona Stirrat ລາຍງານ.
ຢູ່ຫ້ອງຮຽນ ໃນພາກຕາເວັນຕົກຂອງ Sydney, ນັກຮຽນໄດ້ມາເຕົ້າໂຮມກັນ ເພື່ອຮຽນພາສາອັງກິດ.
ພວກເຂົາເປັນສ່ວນຫນຶ່ງ ຂອງຜູ້ທີ່ມາຈາກຫຼາຍກວ່າ 300 ບັນພະບຸຣຸດທີ່ແຕກຕ່າງກັນ ຂອງປະຊາກອນໃນປັດຈຸບັນ ຂອງອອສເຕຣເລັຍ.
ອອສເຕຣເລັຍ ຖືວ່າເປັນຫນຶ່ງໃນສັງຄົມຫຼາຍວັດທະນະທັມ ທີ່ປະສົບຄວາມສໍາເລັດ ຫຼາຍທີ່ສຸດໃນໂລກ, ແລະອົງການນ້ອຍໆເຊັ່ນນີ້ ໄດ້ມີບົດບາດສໍາຄັນ ໃນຄວາມສໍາເລັດນັ້ນ.
Amita Jhoti ເປັນຄູສອນພາສາອັງກິດທີ່ SydWest Multicultural Services.
"ພວກເຮົາຈະເນັ້ນການສອນ ແບບໂຕຕໍ່ໂຕ ເພາະແຕ່ລະຄົນ ມີຄວາມແຕກຕ່າງກັນ ແລະແຕ່ລະຄົນ ເຮັດວຽກໃນລະດັບທີ່ແຕກຕ່າງກັນ, ແລະພາສາພາສາອັງກິດຂອງແຕ່ລະຄົນ ຢູ່ໃນລະດັບທີ່ແຕກຕ່າງກັນ ເຊັ່ນກັນ. ດັ່ງນັ້ນ, ພວກເຮົາ ຈຶ່ງພະຍາຍາມເຮັດວຽກກັບເຂົາ ໂດຍການແນໃສ່ ຄວາມສຳຄັນ ແລະຄວາມສາມາດ ຂອງແຕ່ລະບຸກຄົນ"
ບັດນີ້, ການທົບທວນສະຖານະ ຂອງຄວາມຫຼາກຫຼາຍທາງວັດທະນະທັມ ຄັ້ງໃຫຍ່ ໄດ້ຮຽກຮ້ອງ ໃຫ້ຣັຖບານທຸກລະດັບ ປັບປຸງສິ່ງທີ່ເອີ້ນວ່າ ເປັນນະໂຍບາຍທີ່ “ບໍ່ເປັນໜຶ່ງດຽວ".
Dr Hass Dellal ເປັນຜູ້ອໍານວຍການ ຂອງມູນນິທິ the Australian Multicultural Foundation ແລະເປັນປະທານ ຂອງຄນະກັມມະການກວດກາ.
"ອອສເຕຣເລັຍ ຢືນຢູ່ໃນທາງແບ່ງທີ່ສຳຄັນ ບ່ອນທີ່ເຮົາ ມີໂອກາດທີ່ດີ ທີ່ຈະສ້າງອະນາຄົດລວມ ບ່ອນທີ່ບໍ່ພຽງແຕ່ ເຮົາສເລີມສລອງ ຄວາມແຕກຕ່າງຂອງເຮົາເທົ່ານັ້ນ, ແຕ່ຍັງຮວມເຖິງ ຄ່ານິຍົມຮ່ວມກັນ ຂອງເຮົາ ເພື່ອຊ່ວຍສ້າງເອກກະລັກ ຂອງຊາດເຮົານໍາອີກ."
ຄໍາແນະນໍາທີ່ສໍາຄັນ ແມ່ນການທົບທວນຂັ້ນຕອນ ການສອບເສັງເອົາສັນຊາດ, ລວມທັງການລວມພາສາ ອື່ນນອກຈາກພາສາອັງກິດ.
Taraneh Arianfar, Managing Director ຂອງ Migration Affairs ກ່າວວ່າ ຂໍ້ກຳໜົດດ້ານພາສາ ແມ່ນພາລະເພີ່ມເຕີມ ນອກເໜືອຈາກຂັ້ນຕອນທີ່ຍືດຍາວຢູ່ແລ້ວ.
"ນອກຈາກກຸ່ມນ້ອຍໆ ທີ່ໄດ້ຮັບການຍົກເວັ້ນ ຈາກການສອບເສັງ, ສ່ວນທີ່ເຫຼືອ ແມ່ນຕ້ອງເຮັດການທົດສອບ ເປັນພາສາອັງກິດ, ເຊິ່ງມັນເປັນສິ່ງທ້າທາຍຫຼາຍ ສໍາລັບບາງກຸ່ມ, ໂດຍສະເພາະ ແມ່ນຊົນກຸ່ມນ້ອຍ ແລະອົບພະຍົບ ແລະຜູ້ຖືວີຊາຄອບຄົວບາງຄົນ."
ຄນະກວດກາ ໄດ້ເດີນທາງໄປທົ່ວອອສເຕຣເລັຍ ເພື່ອປຶກສາກັບບຸກຄົນ ຫຼາຍກວ່າ 1400 ຄົນ ແລະ 750 ອົງກອນ.
ຄໍາແນະນໍາ ເພື່ອປັບປຸງຂະບວນການ ເປັນພົນລະເມືອງ ແມ່ນພຽງແຕ່ຫນຶ່ງໃນ 29 ຂໍ້.
ອີກປະການຫນຶ່ງ ແມ່ນການສ້າງຕັ້ງ ຄນະກັມມາທິການ ແລະກັມມາທິການຂອງ Multicultural Affairs Commission, ລວມທັງ Department of Multicultural Affairs, Immigration and Citizenship ທີ່ເປັນເອກກະເທດ ແລະມີຣັຖມົນຕີ ຂອງຕົວເອງ.
ໃນຖແລງການ, ກະຊວງພາຍໃນ ກ່າວວ່າຣັຖບານ "ຈະຖອດບົດຮຽນ ແລະນຳມາປະຕິບັດ ຈຸດຫຼັກຂອງການທົບທວນ...ໃນທົ່ວຫນ່ວຍງານ ແລະກິດຈະກັມຕ່າງໆ ຂອງ Commonwealth ທັງຫມົດ, ທັງໃນປັດຈຸບັນ ແລະອະນາຄົດ."
ຣັຖບານ ໄດ້ຈັດງົບປະມານມູນຄ່າ 100 ລ້ານໂດລາ ເພື່ອເຮັດສິ່ງນັ້ນ,ແຕ່ຍັງບໍ່ຮັບເອົາ ຄໍາແນະນໍາສະເພາະໃດຫນຶ່ງ, ດັ່ງສາດສະດາຈານ ດ້ານສັງຄົມວິທະຍາ ທີ່ມະຫາວິທະຍາໄລເຕັກໂນໂລຈີ ຊິດນີ (University of Technology Sydney), ທ່ານ Andrew Jakubowicz ຊີ້ໃຫ້ເຫັນ.
"ຄໍາແນະນໍາຫຼາຍຢ່າງ ຂອງການທົບທວນ ແມ່ນກ່ຽວຂ້ອງກັບສ່ວນຕ່າງໆ ຂອງຣັຖບານ ທີ່ຈະຕ້ອງເຮັດສິ່ງໃຫມ່ໆ, ແລະບໍ່ມີກອບການທຳງານ ຈົນກວ່າຈະມີການຈັດຕັ້ງ ຄນະກັມມາທິການ ຫຼາຍວັດທະນະທັມ(Multicultural Commission), ຖ້າຫາກວ່າ ໄດ້ຮັບການຈັດຕັ້ງຂຶ້ນ ແລ້ວເຮັດໃຫ້ແນ່ໃຈວ່າ ສິ່ງເຫຼົ່ານັ້ນ ຖືກນຳມາປະຕິບັດ."
ນີ້ແມ່ນການເຕືອນ ຢ່າງທັນເວລາ ແລະບໍ່ແມ່ນເວລາທີ່ນິ່ງນອນໃຈ ໃນສັງຄົມ ທີ່ປະກອບດ້ວຍຫຼາຍວັດທະນະທັມ ທີ່ແຕກຕ່າງກັນ.
ເນື້ອເລື່ອງໂດຍ Sophie Bennett ແລະ Catriona Stirrat ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌