ການເກັບເຫັດ ໃນອອສເຕຣເລັຍນັ້ນ ປອດພັຍບໍ່?

Australia Explained -  Fly Agaric mushroom

Red & white Fly Agaric fungi mushroom Amanita muscaria Source: Moment RF / Rhisang Alfarid/Getty Images

ໃນອອສເຕຣເລັຍ ເຈົ້າຫນ້າທີ່ແນະນໍາຢ່າງຍິ່ງ ກ່ຽວກັບການກິນເຫັດ ທີ່ບໍ່ໄດ້ຖືກລະບຸ ຫຼືຊື້ຈາກຮ້ານຄ້າ ຫຼືຮ້ານຂາຍຜັກ ເພາະເຊື້ອເຫັດບາງຢ່າງ ອາດຈະເປັນພິດຫຼືເປັນອັນຕະຣາຍໄດ້ ຖ້າທ່ານກິນ. ໃນແຕ່ລະຣັດ ແລະເຂດປົກຄອງ, ກົດ ແລະຂໍ້ບັງຄັບ ນັ້ນແຕກຕ່າງກັນ ແລະບໍ່ມີອະນຸຍາດ ໃຫ້ເກັບເຫັດໃນບາງພື້ນທີ່.


ຈຸດສຳຄັນ
  • ໃນອອສເຕຣເລັຍ ມີເຫັດປະມານນຶ່ງສ່ວນສີ່ລ້ານຊະນິດ ທີ່ແຕກຕ່າງກັນ.
  • ການລະບຸ ຊະນິດພັນທີ່ກິນໄດ້ຂອງເຫັດ ໃນອອສເຕຣເລັຍ ຕ້ອງໃຊ້ຄວາມລະມັດລະວັງ ແລະຄວາມຊ່ຽວຊານ.
  • ການລະບຸ ຊະນິດພັນທີ່ກິນໄດ້ຂອງເຫັດ ໃນອອສເຕຣເລັຍ ຕ້ອງໃຊ້ຄວາມລະມັດລະວັງ ແລະຄວາມຊ່ຽວຊານ.
Kristy Barbara, ຈາກ Sydney, ຈື່ໄດ້ວ່າ ນາງເຄີຍໄປຫາເກັບເຫັດ ກັບແມ່ຕູ້ຂອງນາງ ຕອນນາງຍັງນ້ອຍ.

"ຂ້ອຍຈື່ໄດ້ຕອນຂ້ອຍຍັງນ້ອຍ, ແມ່ຕູ້ເຄີຍພາຂ້ອຍ ແລະເອື້ອຍນ້ອ ງໄປເກັບເຫັດ. ນາງເຄີຍພາພວກເຮົາ ໄປບ່ອນນຶ່ງ ໃນເມືອງ Altona, ໃນ Victoria. Barbara ກ່າວ.

ນາງກ່າວຕື່ມວ່າ, "ແມ່ຕູ້ຂອງຂ້ອຍ ໄດ້ຍ້າຍມາຢູ່ອອສເຕຣເລັຍ ຈາກປະເທດ ມາເລເຊັຍ ໃນຕອນທ້າຍຂອງປີ 40 ແລະຫນຶ່ງ ໃນສິ່ງທີ່ຫນ້າຍິນດີ ທີ່ນາງຄົ້ນພົບໃນຂນະ ນາງມາຢູ່ໃນອອສເຕຣເລັຍໃໝ່ໆ."

ການຫາເກັບເຫັດ ອາດມີຄວາມສຳພັນທາງອາຣົມ ຫຼືວັດທະນະທັມທີ່ເລິກເຊິ່ງ ສໍາລັບຜູ້ຍົກຍ້າຍຖິ່ນຖານບາງຄົນ ແລະອາດຈະຖືວ່າ ເປັນກິດຈະກັມທາງສັງຄົມ ກັບຄອບຄົວ ແລະຫມູ່ເພື່ອນ, ຫຼືເພື່ອປະກອບອາຫານ.

ການຫາເກັບເຫັດ ອາດມີຄວາມສຳພັນທາງອາຣົມ ຫຼືວັດທະນະທັມທີ່ເລິກເຊິ່ງ ສໍາລັບຜູ້ຍົກຍ້າຍຖິ່ນຖານບາງຄົນ ແລະອາດຈະຖືວ່າ ເປັນກິດຈະກັມທາງສັງຄົມ ກັບຄອບຄົວ ແລະຫມູ່ເພື່ອນ, ຫຼືເພື່ອປະກອບອາຫານ.

ລາວເວົ້າວ່າ ໃນ NSW ມີການອະນຸຍາດໃຫ້ເກັບເຫັດໃນປ່າຂອງຣັດ.
Australia Explained - Mushrooms at Tarkine Wilderness Area, Tasmania
A mycologist examines Laccaria fungi in a Cool Temperate Rainforest. Credit: Jason Edwards/Getty Images
Mr Bonetto ອະທິບາຍວ່າ "ເຫັດທີ່ກິນໄດ້ມີທົ່ວໄປໃນອອສເຕຣເລັຍ ແລະ ຍັງມີຫຼາຍຊະນິດ ທີ່ມີຄວາມນິຍົມຫຼາຍ ຈາກຊຸມຊົນບາງວັດທະນະທັມ ເຊັ່ນເຫັດຈາກ ປ່າແປກ (Pine mushrooms) ເປັນທີ່ນິຍົມໃນໝູ່ຄົນຊາວ Polish, Russians ແລະItalians. ເຫັດນາ (Field mushrooms) ເປັນທີ່ນິຍົມສໍາລັບຊາວກະສິກອນ.

ສາດສະດາຈານ Brett Summerell ເປັນຫົວຫນ້າວິທະຍາສາດ ແລະ ຜູ້ອໍານວຍການວິທະຍາສາດ, ການສຶກສາ ແລະ ການອະນຸລັກ ທີ່ສະຖາບັນວິທະຍາສາດພືດຜັກ ອອສເຕຣເລັຍ, ທີ່ Botanic Gardens ໃນ Sydney.

ລາວເວົ້າວ່າ ການລະບຸຊະນິດທີ່ກິນໄດ້ຂອງເຫັດ ໃນອອສເຕຣເລັຍຕ້ອງໃຊ້ ຄວາມລະມັດລະວັງ ແລະຄວາມຊ່ຽວຊານ.

"ຄວາມສ່ຽງ ແມ່ນວ່າເຫັດບາງຊະນິດໃນອອສເຕຣເລັຍຈະແຕກຕ່າງຫຼາຍຈາກເຫັດທີ່ທ່ານອາດຈະເຫັນໃນສ່ວນອື່ນໆຂອງໂລກ. ດັ່ງນັ້ນ, ເຫັດບາງຢ່າງອາດເປັນພິດ, ບາງຢ່າງມີຜົນກະທົບທີ່ບໍ່ດີ. ແລະ ໃນບາງກໍຣະນີ ອາດເປັນພິດຕໍ່ທ່ານ ຢ່າງ ຫນັກ."

ທ່ານກ່າວຕື່ມວ່າ ຖ້າທ່ານບໍ່ແນ່ໃຈ ກ່ຽວກັບປະເພດຂອງເຫັດ ທີ່ທ່ານກໍາລັງຈະເກັບ, ມັນເປັນສິ່ງທີ່ດີທີ່ສຸດ ທີ່ຈະຫຼີກເວັ້ນມັນ.

ເຫັດເບື່ອ Cap mushroom

ສາດສະດາຈານ Summerell ຍັງເປັນຜູ້ຊ່ຽວຊານ ດ້ານພະຍາດພືດແລະເຊື້ອເຫັດ (Plant and Fungi Pathologist) ແລະໄດ້ຊ່ວຍອະທິບາຍ ເຖິງເຊື້ອເຫັດຊະນິດໃຫມ່ຫຼາຍກວ່າ 120 ຊະນິດ ແລະຈັດພິມ ບົດຄວາມໃນວາຣະສານ, ປຶ້ມແລະບົດໜັງສືຫຼາຍກວ່າ 150 ບົດ.

ທ່ານກ່າວວ່າ ບາງຄົນໄດ້ເສັຍຊີວິດຢ່າງໜ້າສລົດໃຈ ໃນອອສເຕຣເລັຍ ໃນຊຸມປີມໍ່ໆມານີ້ ຍ້ອນກິນເຫັດເບື່ອ.

“ຖ້າມີຜູ້ໃດກິນເຫັດ death cap ໂດຍບໍ່ຕັ້ງໃຈ ກໍມີໂອກາດທີ່ຈະຕາຍຈາກການກິນເຫັດນັ້ນ. ແຕ່ມັນອາດຈະມີຕັ້ງແຕ່ ການຜ່າຕັດປ່ຽນຕັບ (ໄປຈົນເຖິງອາການແຊກຊ້ອນ ດ້ານສຸຂະພາບທີ່ຮ້າຍແຮງອື່ນໆ)," ລາວເຕືອນ.

Australia Explained - Warning sign stating 'Death Cap Mushrooms may grow in this area. Do not eat'
Source: Moment RF / Simon McGill/Getty Images
ອອສເຕຣເລັຍ ມີເຫັດປະມານ ສອງຮ້ອຍຫ້າສິບພັນ ຊະນິດ ທີ່ແຕກຕ່າງກັນ.

ສາດສະດາຈານ Summerell ກ່າວວ່າ ສິ່ງນີ້ ເຮັດໃຫ້ການລະບຸຊະນິດທີ່ເປັນພິດ ເປັນເລື່ອງທີ່ຕ້ອງມີຄວາມຮູ້ສະເພາະສູງ.

'ຍາກທີ່ຈະລະບຸໄດ້'

ການລະບຸເຫັດເບື່ອ Death Cap ອາດເປັນສິ່ງທ້າທາຍຢ່າງຍິ່ງ ເພາະມັນຄ້າຍຄືກັບເຫັດປ່າຊະນິດທີ່ກິນໄດ້.

ເຫັດເບື່ອ Death Cap ພົບໄດ້ໃນ Tasmania, Victoria, South Australia ແລະ the Australian Capital Territory.

ສາດສະດາຈານ Summerell ອະທິບາຍວ່າ "ຍັງມີເຫັດພື້ນເມືອງບາງຊະນິດ ເຊິ່ງອາດຈະຄືກັບເຫັດຫອຍ (Oyster mushroom) ໂດຍສະເພາະເຫັດຜີ (Ghost mushroom) ແລະມັນອາດຈະເປັນອັນຕະຣາຍ ແລະຖ້າທ່ານກິນມັນ, ທ່ານອາດຈະມີ ອາການ ປວດຮາກ, ອາການຖອກທ້ອງ, ເຈັບທ້ອງ ທີ່ອາດ ເຮັດໃຫ້ທ່ານຕ້ອງໄປໂຮງຫມໍ."

ໃນ Tasmania, ເຫັດ Cortinarius eartoxicus ເປັນທີ່ຮູ້ຈັກກັນດີວ່າ ເຮັດໃຫ້ຫມາກໄຂ່ຫຼັງລົ້ມເຫຼວ, ແລະຕ້ອງການຟອກໝາກໄຂ່ຫຼັງ (Dialysis).

ເຫັດຊະນິດທີ່ຄ້າຍຄືກັນນີ້ ອາດຈະພົບເຫັນຢູ່ໃນຣັດ Victoria ແຕ່ຍັງບໍ່ທັນໄດ້ລະບຸຢ່າງເປັນທາງການເທື່ອ.

ດັ່ງນັ້ນ, ບໍ່ມີຫຍັງໂດຍສະເພາະ ທີ່ທ່ານຈະເຫັນໄດ້ໃນເຫັດຢ່າງຊັດແຈ້ງ ທີ່ຈະບອກທ່ານວ່າ ນີ້ປອດພັຍທີ່ຈະກິນ.

ທ່ານ Summerell ແນະນໍາຕື່ມວ່າ ບໍ່ໃຫ້ເກັບເຫັດ ທີ່ກໍາລັງຈະເນົ່າເປື່ອຍ.

"ຄຸນນະພາບຂອງເຫັດ ນັ້ນຄວາມສໍາຄັນ. ຖ້າຫາກວ່າມັນເລີ່ມແຕກ ແລະເນົ່າເປື່ອຍ, ບາງຄັ້ງ ທ່ານອາດຕິດເຊື້ອແບັກທີເຣັຍໃນກະເພາະຂອງທ່ານ, ເຊິ່ງອາດເຮັດໃຫ້ເກີດບັນຫາໃນລໍາໄສ້."

ດັ່ງນັ້ນ ຈຶ່ງເປັນສິ່ງສໍາຄັນ ທີ່ຈະເຂົ້າໄປໃນປ່າກັບຜູ້ຊ່ຽວຊານ.

Mushroom - Pixabay
Mushroom - Pixabay Source: Pixabay
ລະດູການ ເກັບເຫັດ

ອາກາດທີ່ເຢັນ ແລະປຽກກວ່າ ແມ່ນເໝາະສໍາລັບເຫັດທີ່ຈະປົ່ງໃນປ່າ.

Mr Bonetto ອະທິບາຍວ່າ "ລະດູເກັບເຫັດປ່າ ເລີ່ມຕົ້ນປະມານກາງເດືອນມີນາ, ແລະມັນໄປຮອດກາງເດືອນມິຖຸນາ, ນັ້ນກໍຂຶ້ນກັບເງື່ອນໄຂ, ຂຶ້ນກັບສະຖານທີ່ຕ່າງໆ."

“ໃນ Victoria, ມັນເລີ່ມຕົ້ນໄວກວ່າຫນ້ອຍຫນຶ່ງ, ໃນ New South Wales ຫນ້ອຍຫນຶ່ງຫຼັງຈາກນັ້ນ.” ລາວກ່າວ

ກົດລະບຽບ ແລະຂໍ້ບັງຄັບ ທີ່ແຕກຕ່າງກັນໃນແຕ່ລະຣັດ ແລະເຂດປົກຄອງ.

ແຕ່ລະຣັດ ແລະແດນປົກຄອງ ໃນອອສເຕຣເລັຍ ມີກົດລະບຽບທີ່ແຕກຕ່າງກັນ ກ່ຽວກັບການເກັບເຫັດປ່າ, ແລະມັນເປັນສິ່ງສໍາຄັນ ທີ່ຈະຮູ້ສິ່ງເຫລົ່ານີ້ ກ່ອນທີ່ຈະເຂົ້າໄປໃນປ່າ, Mr Bonetto ແນະນໍາ.

ໃນຣັດ New South Wales, ພວກເຮົາໄດ້ຮັບອະນຸຍາດໃຫ້ເກັບເຫັດປ່າແປກ Pine mushrooms ໃນປ່າສງວນຂອງຣັດ, ແຕ່ວ່າບໍ່ແມ່ນກໍຣະນີໃນຣັດອື່ນໆ.

ໃນ Western Australia, ບໍ່ມີອະນຸຍາດ ໃຫ້ທ່ານເກັບເຫັດປ່າ, ບໍ່ວ່າຈະເປັນເຫັດພື້ນເມືອງຫຼືບໍ່. ໃນ South Australia, ບໍ່ມີອະນຸຍາດ; ໃນ Victoria, ຮັຖບານບໍ່ຢາກໃຫ້ມີການເກັບເຫັດປ່າ."

Australia Explained - Mushrooms at Yellingbo Nature Conservation Park, Victoria
Gilled Fungi, Amanita Ochrophylla, on the forest floor. Credit: Jason Edwards/Getty Images
ໃນ , ຜູ້ຄົນ ຕ້ອງໄດ້ຮັບອະນຸຍາດ ໃນການເກັບເຫັດ ຈາກສວນສາທາຣະນາແຫ່ງຊາດ ຂອງ Queensland, ສວນຂອງຣັດ ແລະປ່າສງວນອື່ນໆ. ໃບອະນຸຍາດເຫຼົ່ານີ້ ມີເງື່ອນໄຂທີ່ເຂັ້ມງວດ, ຮວມທັງ ການແຈ້ງໃຫ້ເຈົ້າຫນ້າທີ່ທ້ອງຖິ່ນ ຮູ້ເຖິງຈຸດປະສົງ ໃນການເຂົ້າໄປໃນສະຖານທີ່ແຫ່ງນັ້ນ ຂອງທ່ານ.

Mr Bonetto ອະທິບາຍວ່າ "ຖ້າຫາກວ່າ ທ່ານ ຫຼືເພື່ອນຂອງທ່ານມີ ດິນສ່ວນໂຕ, ແລ້ວທ່ານສາມາດເກັບເຫັດໄດ້ ໂດຍບໍ່ມີຂໍ້ບັງຄັບໃດໆ ຕໍ່ທ່ານ."

ຖ້າຫາກວ່າເນື້ອຫາຂອງ podcast ຕອນນີ້ເຮັດໃຫ້ເກີດຄວາມກັງວົນ ກ່ຽວກັບສຸຂະພາບຂອງທ່ານ ຫຼືຄົນທີ່ທ່ານຮູ້ຈັກ ກ່ຽວກັບການກິນເຫັດ, ໂທຫາ the Poisons Information Centre ໄດ້ທົ່ວ ອອສເຕຣເລັຍ, ທີ່ 131 126.

ສໍາລັບອາການ ທີ່ອາດເປັນອັນຕະຣາຍຕໍ່ຊີວິດ, ໂທ 000.

ເນື້ອເລື່ອງໂດຍ  Chiara Pazzano ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share