ຜົນການທົດສອບເທື່ອສຸດທ້າຍ ຂອງ NAPLAN.
ຜົນການທົດສອບເທື່ອສຸດທ້າຍ ຂອງ NAPLAN ສະແດງໃຫ້ເຫັນວ່າເດັກນ້ອຍອອສເຕຣເລັຍ ຫນຶ່ງໃນສາມຄົນ ບໍ່ຜ່ານມາດຕະຖານ ການຮູ້ໜັງສື (Literacy) ແລະການຄິດໄລ່ (Numeracy) ຕາມກຳໜົດ.
ສະຖິຕິ ໄດ້ກໍ່ໃຫ້ເກີດການຮຽກຮ້ອງ ໃຫ້ມີການປະຕິຮູບ ຢ່າງຮີບດ່ວນ.
Hannah Kwon ແລະ Haylena Krishnamoorthy ລາຍງານ.
ທຸກໆປີ, ນັກຮຽນທົ່ວອອສເຕຣເລັຍ ຈະສອບເສັງ NAPLAN, ຊຶ່ງວັດແທກ ຄວາມຊໍານານໃນການຮູ້ໜັງສື (Literacy) ແລະການຄິດໄລ່ Numeracy).
ປີນີ້, ນັກຮຽນຫລາຍກວ່າ 1.3 ລ້ານຄົນ ຈາກຫລາຍກວ່າເກົ້າພັນໂຮງຮຽນ (9431) ຂອງປີ ສາມ, ຫ້າ, ເຈັດ ແລະເກົ້າ ໄດ້ເຂົ້າສອບເສັງ.
ບັດນີ້ລາຍງານຂອງ NAPLAN ໄດ້ອອກແລ້ວ, ແລະເປີດເຜີຍວ່ານັກຮຽນ ນຶ່ງໃນສາມຄົນ ໄດ້ຄະແນນຕ່ຳກວ່າມາດຕະຖານຂອງປະເທດ.
Stephen Gneil ເປັນ CEO ຂອງ the Australian Curriculum and Reporting Authority.
"ລະດັບຄວາມຊໍານານທີ່ເຮົາເບິ່ງ ແມ່ນຄວາມຄາດຫວັງ ໃນລະດັບທີ່ສູງກວ່າ. ມັນບໍ່ແມ່ນ ມາດຕະຖານທີ່ຕ່ຳທີ່ສຸດ. ສະນັ້ນ, ພວກເຮົາຈຶ່ງຕັ້ງມັນໄວ້ໃນລະດັບທີ່ທ້າທາຍ ແຕ່ສົມເຫດຜົນ. ສະນັ້ນ, ພວກເຮົາຈຶ່ງຢາກມີຄວາມທະເຍີທະຍານ ສໍາລັບລູກໆຂອງພວກເຮົາ. ແລະນັ້ນຫມາຍຄວາມວ່າ ບໍ່ແມ່ນເດັກນ້ອຍທຸກຄົນ ຈະໄດ້ດັ່ງຄວາມຄາດຫວັງເຫລົ່ານັ້ນ....ໃນຕອນນີ້."
ລາຍລະອຽດ ຂອງຜົນການສອບ ໄດ້ເຜີຍໃຫ້ເຫັນບັນຫາຫລາຍຢ່າງ.
ປີນີ້, ນັກຮຽນຫລາຍກວ່າ 1.3 ລ້ານຄົນ ຈາກຫລາຍກວ່າເກົ້າພັນໂຮງຮຽນ (9431) ຂອງປີ ສາມ, ຫ້າ, ເຈັດ ແລະເກົ້າ ໄດ້ເຂົ້າສອບເສັງ.
ໃນເລື້ອງການຮູ້ໜັງສື (Literacy)... ເດັກຜູ້ຍິງມີຜົນສອບດີກວ່າເດັກນ້ອຍຜູ້ຊາຍ, ແຕ່ເລື້ອງການຄິດໄລ່ (Numeracy).... ຜົນສອບແມ່ນກົງກັນຂ້າມ.
Nick Parkinson ຈາກສະຖາບັນ Grattan ກ່າວວ່າ ລາວເປັນຫ່ວງວ່າອະນາຄົດຂອງເຂົາເຈົ້າ ຈະເປັນແນວໃດ.
"ນີ້...ໜ້າເປັນຫ່ວງຫລາຍ. ສິ່ງທີ່ເຮົາເຫັນ ຄືເດັກນ້ອຍຜູ້ຊາຍເກືອບຫນຶ່ງໃນສອງຄົນ ໃນຫ້ອງຮຽນທົ່ວອອສເຕຣເລັຍ ກໍາລັງດີ້ນລົນທີ່ຈະຖ່າຍທອດຄວາມຫມາຍຂອງເຂົາເຈົ້າ ຜ່ານທາງຂໍ້ຄວາມ. ແລະດີ້ນລົນທີ່ຈະຕີຄວາມຫມາຍຂອງຂໍ້ຄວາມ ທີ່ເຂົາເຈົ້າຕ້ອງການ ສໍາລັບຊີວິດປະຈໍາວັນ."
ໂດຍສເລັ່ຍ ແລ້ວ ACT, NSW ແລະ Victoria ມີຄະແນນສູງສຸດ ແລະNorthern Territory ໄດ້ຄະແນນຕ່ຳກວ່າຣັດອື່ນໆ ໂດຍສະເລັ່ຍ ໃນທຸກວິຊາ.
ບັດນີ້ລາຍງານຂອງ NAPLAN ໄດ້ອອກແລ້ວ, ແລະເປີດເຜີຍວ່ານັກຮຽນ ນຶ່ງໃນສາມຄົນ ໄດ້ຄະແນນຕ່ຳກວ່າມາດຕະຖານຂອງປະເທດ.
ຄະແນນ NAPLAN ຂອງນັກຮຽນຊາວພື້ນເມືອງ ແມ່ນຕ່ຳກວ່ານັກຮຽນ ທີ່ບໍ່ແມ່ນຊາວພື້ນເມືອງຢ່າງຫຼາຍ ໃນທຸກວິຊາ-ແລະຫລາຍກວ່າ 30 ເປີເຊັນ ຂອງນັກຮຽນຊາວພື້ນເມືອງ ໄດ້ຖືກລະບຸວ່າ ຕ້ອງການຄວາມຊ່ອຍເຫລືອເພີ່ມເຕີມ, ເມື່ອທຽບໃສ່ກັບຫນ້ອຍກວ່າ10 ເປີເຊັນ ຂອງນັກຮຽນ ທີ່ບໍ່ແມ່ນຊາວພື້ນເມືອງ.
ຜົນການສອບ ໄດ້ກໍ່ໃຫ້ເກີດການຮຽກຮ້ອງ ໃຫ້ມີການປະຕິຮູບ.
ສໍາລັບ Jane Hume, Shadow Finance Minister, ກ່າວວ່າ ມັນກ່ຽວກັບການໃຊ້ ວິທີການສອນທີ່ຖືກຕ້ອງ.
"ພວກເຮົາຢາກໃຫ້ແນ່ໃຈວ່າ ວິທີການກັບຄືນໄປຫາພື້ນຖານ ຈະຖືກນໍາກັບຄືນມາສູ່ຫ້ອງຮຽນ, ເພື່ອອະນຸຍາດໃຫ້ເດັກນ້ອຍເຫລົ່ານັ້ນ ຮຽນອ່ານ. ເພາະວ່າເຈົ້າ ບໍ່ສາມາດຮຽນວິຊາຄະນິດສາດຈາກປຶ້ມວິຊາຄະນິດສາດໄດ້ ຖ້າເຈົ້າອ່ານບໍ່ອອກ. ດັ່ງນັ້ນ Phonics ຈຶ່ງມີຄວາມສໍາຄັນໂດຍພື້ນຖານ. ນັ້ນຄວນເປັນສ່ວນຫນຶ່ງ ຂອງການສອນການຮຽນທັງໝົດ. ມັນບໍ່ແມ່ນ ກ່ຽວກັບເງິນຢ່າງດຽວ; ມັນກ່ຽວກັບວິທີການສອນ."
ແຕ່ສໍາລັບຄົນສ່ວນໃຫຍ່, ຄວາມເປັນຫ່ວງກໍຄື ຣັດແລະເຂດປົກຄອງ ບໍ່ໄດ້ຮັບເງິນພຽງພໍ ສໍາລັບໂຮງຮຽນຂອງຣັຖບານ.
ກາງ ໄດ້ເຈຣະຈາເລື່ອງການຕົກລົງກັນໃຫມ່ ສໍາລັບເງິນທຶນຂອງໂຮງຮຽນຂອງຣັຖບານ.
Jacinta Allan ຣັຖມົນຕີ ຣັດ Victoria ກ່າວວ່າ ຜົນການສອບຈະບໍ່ດີຂຶ້ນ ຖ້າປາດສະຈາກເງິນນັ້ນ.
"ຖ້າຫາກຣັຖບານກາງ ມີຄວາມຕັ້ງໃຈຢ່າງແທ້ຈິງ ກ່ຽວກັບການເຫັນຜົນສອບຂອງ NAPLAN ທີ່ຈະຍົກລະດັບທົ່ວປະເທດ, ແລ້ວໃຫ້ເຂົ້າຮ່ວມ ກັບວຽກງານທີ່ຣັດໄດ້ເຮັດ ມາເປັນໄລຍະນຶ່ງແລ້ວ, ແລະໃຫ້ເງິນທຶນ ແກ່ໂຮງຮຽນ ຂອງຣັຖບານຢ່າງເຫມາະສົມ."
ນາຍົກຣັຖມົນຕີ, Anthony Albanese, ກ່າວວ່າ ລາວເຂົ້າໃຈເຖິງຄວາມສໍາຄັນຂອງເງິນຊ່ອຍເຫຼືອ.
"ພວກເຮົາຕ້ອງເຮັດໃຫ້ດີຂຶ້ນ. ແລະສະນັ້ນ, ພວກເຮົາຈຶ່ງມີເງິນຫລາຍພັນລ້ານໂດລາຢູ່ເທິງໂຕະ ສໍາລັບການຕົກລົງ ກັບຣັດແລະເຂດປົກຄອງທີ່ບໍ່ພຽງແຕ່ກ່ຽວກັບເງິນທຶນເທົ່ານັ້ນ, ແຕ່ກ່ຽວກັບສິ່ງຕ່າງໆ ເຊັ່ນຫລັກສູດແຫ່ງຊາດ ແລະວິທີການສອນ. ແລະນີ້ເປັນຜົນສອບທີ່ຫນ້າເປັນຫ່ວງ. ແນ່ນອນວ່າ ເຮົາຕ້ອງເຮັດໃຫ້ດີກວ່າເກົ່າ ກັບຣັຖບານຂອງຣັດ ແລະເຂດປົກຄອງ. (ເຮົາ)ທຸກຄົນ ມີຫນ້າທີ່ຮັບຜິດຊອບ. ແລະດ້ວຍເຫດນີ້ (ຣັຖມົນຕີກະຊວງສຶກສາ) Jason Clare ຈຶ່ງເປັນຜູ້ນໍາເລື່ອງນີ້ໃນລະດັບຊາດ."
ຣັຖມົນຕີສຶກສາກ່າວວ່າ ເພິ່ນຕັ້ງໃຈທີ່ຈະບັນລຸຂໍ້ຕົກລົງ ທີ່ຍຸດຕິທັມຕໍ່ທຸກຄົນ.
"ຂ້ອຍໄດ້ວາງເງິນເພີ່ມເຕີມ 16 ພັນລ້ານໂດລາ ຢູ່ເທິງໂຕະ. ຖ້າຫາກສິ່ງນັ້ນຖືກຍອມຮັບ ແລະຖືກນໍາໃຊ້ ນັ້ນຈະເປັນການລົງທຶນເພີ່ມເຕີມທີ່ໃຫຍ່ທີ່ສຸດ ໂດຍຣັຖບານກາງ ໄປທີ່ໂຮງຮຽນຂອງຣັດ ທີ່ເຄີຍມີມາກ່ອນ.ແລະສິ່ງທີ່ຣັດກໍາລັງເວົ້າກໍຄື ເຂົາເຈົ້າຢາກໃຫ້ Commonwealth ຈ່າຍທັງຫມົດ, ຂ້າພະເຈົ້າໄດ້ເວົ້າວ່າ ໃຫ້ຈ່າຍຄົນລະເຄິ່ງ. ນັ້ນແມ່ນການຕໍ່ສູ້ກັນຢູ່ ໃນເວລານີ້."
ແຕ່ບາງຄົນເວົ້າວ່າ ນັ້ນຍັງບໍ່ພຽງພໍ.
Nick Parkinson ກ່າວວ່າ ຜົນສອບຂອງການຮູ້ໜັງສື (Literacy) ແລະການຄິດໄລ່ (Numeracy) ຂອງອອສເຕຣເລັຍເຮັດໃຫ້ເຫັນຄວາມແຕກຕ່າງຂອງນັກຮຽນສອງກຸ່ມ-ບ່ອນທີ່ຜູ້ຄົນທີ່ມາຈາກພື້ນຖານທີ່ໄດ້ປຽບ (ທາງສັງຄົມ) ຈະເຮັດໄດ້ດີກວ່າ ແລະໃນຂນະທີ່ຄົນອື່ນໆ ຖືກປະຖິ້ມໄວ້ທາງຫຼັງ.
ບັດນີ້ລາຍງານຂອງ NAPLAN ໄດ້ອອກແລ້ວ, ແລະເປີດເຜີຍວ່ານັກຮຽນ ນຶ່ງໃນສາມຄົນ ໄດ້ຄະແນນຕ່ຳກວ່າມາດຕະຖານຂອງປະເທດ.
ລາວເວົ້າວ່າ ການເຮັດໃຫ້ນັກຮຽນທຸກຄົນ ກັບຄືນໄປຫາການຮຽນການສອນທີ່ດີ ຄວນເປັນເລື້ອງສໍາຄັນ.
"ຊ່ອງວ່າງເຫລົ່ານີ້ ຈະເລີ່ມຕົ້ນຕອນອາຍຸນ້ອຍ ແລະໃຫຍ່ຂຶ້ນຕາມຂັ້ນຕອນຂອງການຮຽນ. ສະນັ້ນ, ສິ່ງທີ່ເຮົາຕ້ອງເຮັດແທ້ໆ ແມ່ນໃຫ້ແນ່ໃຈວ່າ ເຮົາລະບຸນັກຮຽນທີ່ບໍ່ເປັນໄປຕາມແຜນ ບໍ່ວ່າຈະເປັນເດັກນ້ອຍຜູ້ຊາຍ ຫລືເດັກນ້ອຍຜູ້ຍິງ, ແລະເຂົ້າແຊກແຊງ ໃນຕອນຕົ້ນ ເພື່ອວ່າເຂົາເຈົ້າ ຈະສາມາດກັບຄືນມາຮຽນຮູ້ ແລະຕິດຕາມຫມູ່ເພື່ອນຂອງເຂົາເຈົ້າໄດ້."
ເນື້ອເລື່ອງໂດຍ Hannah Kwon ແລະ Haylena Krishnamoorthy ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌