ຄຳເຕືອນຂອງ NATO ກ່ຽວກັບສົງຄາມໃນຢູໂຣບ.

Mark Rutte speaks at Carnegie Europe institute

Mark Rutte ກຳລັງຮຽກຮ້ອງໃຫ້ມີກ່ານໃຊ້ຈ່າຍຫຼາຍຂຶ້ນສຳລັບກອງທະຫານ. Source: SIPA USA / AAP

ຜູ້ນຳຄົນໃຫມ່ຂອງ NATO ໄດ້ຮຽກຮ້ອງ ໃຫ້ມີການໃຊ້ຈ່າຍດ້ານການປ້ອງກັນຫລາຍກວ່າເກົ່າ ເພື່ອຕ້ານກັບຣັສເຊັຍ, ໂດຍກ່າວວ່າ ສະມາຊິກພັນທະມິດ ຕ້ອງ 'ປ່ຽນຄວາມຄິດໃນຍາມສົງຄາມ' ພ້ອມທັງອະທິບາຍເຖິງສະຖານະການ ຄວາມໝັ້ນຄົງທົ່ວໂລກ ວ່າເປັນ 'ສິ່ງທີ່ຮ້າຍແຮງທີ່ສຸດໃນຊີວິດຂອງລາວ' ແລະໄດ້ເຕືອນ ເຖິງຄວາມທະເຍີທະຍານ ຂອງປະເທດຈີນ.


ຄຳເຕືອນຂອງ NATO ກ່ຽວກັບສົງຄາມໃນຢູໂຣບ.

ຜູ້ນຳຄົນໃຫມ່ຂອງ NATO ໄດ້ຮຽກຮ້ອງ ໃຫ້ມີການໃຊ້ຈ່າຍດ້ານການປ້ອງກັນຫລາຍກວ່າເກົ່າ ເພື່ອຕ້ານກັບຣັສເຊັຍ, ໂດຍກ່າວວ່າ ສະມາຊິກພັນທະມິດ ຕ້ອງ 'ປ່ຽນຄວາມຄິດໃນຍາມສົງຄາມ'.

Mark Rutte ອະທິບາຍເຖິງສະຖານະການ ຄວາມໝັ້ນຄົງທົ່ວໂລກ ວ່າເປັນ 'ສິ່ງທີ່ຮ້າຍແຮງທີ່ສຸດໃນຊີວິດຂອງລາວ' ແລະໄດ້ເຕືອນ ເຖິງຄວາມທະເຍີທະຍານ ຂອງປະເທດຈີນ.

Ben Lewis ລາຍງານ.

ຈາກເລຂາໃຫຍ່ຄົນໃຫມ່ ຂອງ NATO ເປັນຄໍາເຕືອນທີ່ກົງໄປກົງມາສໍາລັບໂລກ.

"ຂ້າພະເຈົ້າຈະເວົ້າຕາມຄວາມຈິງ, ສະຖານະການ ດ້ານຄວາມປອດພັຍເບິ່ງຄືວ່າບໍ່ດີ. ແນ່ນອນວ່າ ມັນເປັນສິ່ງຊົ່ວຮ້າຍທີ່ສຸດ ໃນຊີວິດຂອງຂ້າພະເຈົ້າ, ແລະຂ້າພະເຈົ້າຄຶດວ່າ ມັນຄົງເປັນເຊັ່ນນັ້ນ ໃນຊີວິດຂອງທ່ານຄືກັນ."

Mark Rutte ກ່າວວ່າ ຝ່າຍຕາເວັນຕົກ ຕ້ອງມີຄວາມຮູ້ແຈ້ງ ກ່ຽວກັບຄວາມທະເຍີທະຍານຂອງ Beijing.

"ຈີນ ກໍາລັງເສີມສ້າງ ກອງກໍາລັງຂອງຕົນ ຢ່າງຫລວງຫລາຍ, ຮວມທັງອາວຸດນິວເຄລັຍ, ໂດຍບໍ່ມີຄວາມໂປ່ງໃສ ແລະບໍ່ມີຂໍ້ຈໍາກັດ. ຈາກ 200ຫົວລະເບີດ ໃນປີ 2020, ມີການຄາດການວ່າ ຈີນຈະມີອາວຸດນິວເຄລັຍຫລາຍກວ່າພັນລູກ ພາຍໃນປີ 2030."

ສະທ້ອນຄຳເວົ້າ ຂອງປະທານາທິບໍດີ ສະຫະຣັດອາເມຣິກາ, Donald Trump, ຜູ້ທີ່ກຳລັງຈະຮັບຕຳແໜ່ງ ທີ່ຮຽກຮ້ອງໃຫ້ສະມາຊິກພັນທະມິດ ເພີ່ມງົບປະມານ ດ້ານການປ້ອງກັນ ຈາກ 2 ເປີເຊັນຂອງເປົ້າຫມາຍຂອງ GDP ໃນປະຈຸບັນ.

ໂດຍຊີ້ໃຫ້ເຫັນວ່າ ຣັສເຊັຍຈະໃຊ້ເງິນ ປະມານຫນຶ່ງສ່ວນສາມ ຂອງງົບປະມານ ໃນການໃຊ້ຈ່າຍທາງທະຫານໃນປີໜ້າ.

"ຂ້າພະເຈົ້າ ສາມາດບອກທ່ານໄດ້ວ່າ, ພວກເຮົາຕ້ອງການຫລາຍກວ່າສອງເປີເຊັນ. ເຮົາຍັງບໍ່ພ້ອມ ສໍາລັບສິ່ງທີ່ຈະເກີດຂຶ້ນ ໃນອີກສີ່ ຫາຫ້າປີ. ອັນຕະຣາຍ ກໍາລັງມຸ້ງຫນ້າມາຫາເຮົາ ດ້ວຍຄວາມໄວຢ່າງເຕັມທີ່.ເຮົາຕ້ອງບໍ່ຫລຽວເບິ່ງທາງອື່ນ. ເຮົາຕ້ອງປະເຊີນໜ້າກັບມັນ. ສິ່ງທີ່ກໍາລັງເກີດຂຶ້ນໃນ Ukraine ກໍອາດເກີດຂຶ້ນຢູ່ທີ່ນີ້ຄືກັນ."

ບໍ່ມີການກ່າວເຖິງ ການເປັນສະມາຊິກ ທີ່ອາດເກີດຂຶ້ນສໍາລັບUkraine, ຊຶ່ງ Volodymyr Zelenskyy ເຊື່ອວ່າຈະເຮັດໃຫ້ສິ່ງທີ່ລາວເອີ້ນວ່າ‘ໄລຍະຮ້ອນຮົນ’ຂອງສົງຄາມນັ້ນສິ້ນສຸດລົງທັນທີ.

ມື້ນີ້ ລາວກໍາລັງໄປຢ້ຽມຢາມກອງທະຫານ ໃນແນວຫນ້າ ໃກ້ກັບເມືອງ Zaporizhia.

"ພວກທ່ານກໍາລັງປົກປ້ອງ Ukraine, ຄອບຄົວຂອງພວກເຮົາ, ຄອບຄົວຊາວ Ukraine ທັງຫມົດ, ບ້ານເກີດຂອງພວກເຮົາ. ພວກເຮົາຂໍຂອບໃຈ."

ຜູ້ນໍາຢູໂຣບບາງຄົນ ກໍາລັງສົນທະນາ ກ່ຽວກັບຄວາມເປັນໄປໄດ້ ຂອງກອງທັບຂອງເຂົາເຈົ້າ ທີ່ຈະປະຕິບັດການຢູ່ໃນ Ukraine ຊຶ່ງເປັນສ່ວນຫນຶ່ງຂອງກອງກຳລັງຮັກສາສັນຕິພາບ (Peacekeeping Force) ຖ້າຫາກບັນລຸຂໍ້ຕົກລົງສງົບເສິກ ກັບຣັສເຊັຍໃນປີໜ້າ.

ປະທານາທິບໍດີຝຣັ່ງ Emmanuel Macron ໄດ້ກ່າວເຖິງປະເດັນນີ້ໃນການຢ້ຽມຢາມ Warsaw.

"ຈະບໍ່ມີຄວາມໝັ້ນຄົງໃນຢູໂຣບ ຖ້າຫາກບໍ່ມີຊາວຢູໂຣບ, ແລະນັ້ນຄືຄວາມສໍາຄັນ ຂອງການໂຕ້ຖຽງກັນທີ່ເຮົາມີ ແລະກໍາລັງດໍາເນີນຢູ່."

ເຖິງຢ່າງໃດກໍຕາມ, Donald Tusk ເຈົ້າພາບ Poland ຂອງລາວ, ບໍ່ໄດ້ຮັບປາກ.

"ປະທານາທິບໍດີ Macron ຮູ້ເຖິງເລື່ອງນີ້, ພວກເຮົາ ໄດ້ເວົ້າກ່ຽວກັບເລື່ອງນີ້, ການຕັດສິນໃຈກ່ຽວກັບ Poland ຈະຖືກຕັດສິນໃຈໃນ Warsaw ແລະພຽງແຕ່ຢູ່ Warsaw ເທົ່ານັ້ນ. ສຳລັບຕອນນີ້, ພວກເຮົາບໍ່ໄດ້ວາງແຜນວ່າ ຈະເຮັດເຊັ່ນນັ້ນ."

Viktor Orban ຂອງ Hungary, ຜູ້ທີ່ຖືກເບິ່ງວ່າ ເປັນຜູ້ນໍາຊາວຢູໂຣບ ທີ່ໃກ້ຊິດທີ່ສຸດກັບ Vladimir Putin, ໄດ້ແນະນໍາໃຫ້ມີການຢຸດຍິງຊົ່ວຄາວໃນວັນຄຣິດສະມັສໃນ Ukraine.

Kremlin ກ່າວວ່າ ມັນສນັບສນູນຂໍ້ສເນີນັ້ນ. Kyiv ໄດ້ກ່າວຫາ ນາຍົກຣັຖມົນຕີຂອງ Hungary ວ່າທໍາລາຍຄວາມສາມັກຄີ ຂອງຝ່າຍຕາເວັນຕົກ.

ເນື້ອເລື່ອງໂດຍ Ben Lewis  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share