ລາງວັນ Nobel ສາຂາສັນຕິພາບ.
ກຸ່ມຮາກຫຍ້າ ຂອງຜູ້ລອດຊີວິດ ຈາກການຖິມລະເບີດປະຣະມານູ (Atomic Bombings) ທີ່ Hiroshima ແລະ Nagasaki ໃນປີ 1945 ໄດ້ຮັບລາງວັນ Nobel ສາຂາສັນຕິພາບ.
ໃນຂນະທີ່ ມະຫາອຳນາດປະຣະມານູ ປັບປຸງອາວຸດໃຫ້ທັນສມັຍ ແລະປະເທດຣັສເຊັຍ ກໍໃຊ້ການໂຈມຕີ ດ້ວຍປະຣະມານູ ໃນການຂູ່ເຂັນ ໃນສົງຄາມ Ukraine. ຜູ້ໄດ້ຮັບ ລາງວັນ Nobel ສາຂາສັນຕິພາບ ໃນປີນີ້ກໍາລັງຮຽກຮ້ອງຜູ້ນໍາຂອງໂລກ ບໍ່ໃຫ້ລືມອະດີດ.
Sydney Lang ລາຍງານ.
ໃນປີ 1945, Terumi Tanaka ໄດ້ລອດຊີວິດ ຈາກການລະເບີດປະຣະມານູທີ່ Nagasaki.
ເກືອບ 80 ປີຕໍ່ມາ, ລາວ ພ້ອມດ້ວຍສະມາຊິກຄົນອື່ນໆ ຂອງກຸ່ມຜູ້ທີ່ລອດຊີວິດ ຈາກລະເບີດປະຣະມານູ, Nihon Hidankyo, ໄດ້ຮັບ ລາງວັນ Nobel ສາຂາສັນຕິພາບ.
ໃນການຮັບລາງວັນທີ່ຊົງກຽດ ແທນກຸ່ມນັ້ນ ແມ່ນປະທານຮ່ວມສາມຄົນ, Terumi Tanaka, Shigemitsu Tanaka ແລະ Toshiyuk iMimaki.
Terumi Tanaka ກ່າວວ່າ ເຖິງແມ່ນວ່າມັນເປັນກຽດ, ແຕ່ກໍເກີດຂຶ້ນໃນຊ່ວງເວລາ ທີ່ຄວາມຮຸນແຮງຂອງສົງຄາມນິວເຄລັຍ ຖືກເບິ່ງຂ້າມເກີນໄປ.
"ມັນເປັນເລື້ອງທີ່ຫນ້າເສັຍໃຈຫລາຍ ທີ່ເຮົາໄດ້ມາເຖິງສມັຍ ທີ່ການໃຊ້ອາວຸດນິວເຄລັຍ ຖືກກ່າວເຖິງຢ່າງເບົາໆ, ແລະມັນເຮັດໃຫ້ຂ້າພະເຈົ້າເສົ້າໃຈຫລາຍ. ພ້ອມນີ້, ເມື່ອເຮົາມີອາຍຸສູງຂຶ້ນ, ເຮົາຮູ້ສຶກເຖິງຄວາມຮີບດ່ວນ ທີ່ຈະເຮັດບາງຢ່າງ ກ່ຽວກັບເລື່ອງນີ້. ໃນເວລາເຊັ່ນນັ້ນ, ການໄດ້ຮັບລາງວັນ ຈາກຄນະກັມມະການ Nobel ເຮັດໃຫ້ເຮົາມີຄວາມສຸກຢ່າງຫລາຍ."
ການຖິ້ມລະເບີດ ຂອງສະຫະຣັດອາເມຣິກາ ໃນເມືອງ Hiroshima ແລະNagasaki ໃນປີ 1945 ໄດ້ຂ້າຜູ້ຄົນປະມານ 214,000 ຄົນ.
ຜູ້ທີ່ລອດຊີວິດ ຈາກການໂຈມຕີ ຕ້ອງທົນທຸກທໍຣະມານ ເປັນເວລາຍາວນານ ເຊັ່ນຄວາມເຈັບປ່ວຍຈາກລັງສີ (Radiation Sickness) ແລະຄວາມສ່ຽງສູງ ຂອງໂຣກມະເລັງ.
ນັບຕັ້ງແຕ່ການຮຸກຮານ Ukraine ຂອງປະເທດຣັສເຊັຍ ໃນໃນປີ 2022,ປະທານາທິບໍດີ Vladimir Putin ຂອງຣັສເຊັຍ ໄດ້ໃຊ້ນິວເຄລັຍໃນການຂູ່ເຂັນ ຊ້ໍາແລ້ວຊ້ໍາອີກ ເພື່ອເອົາຊນະສົງຄາມ.
ໃນທ້າຍເດືອນພະຈິກປີນີ້, ປະເທດຣັສເຊັຍ ໄດ້ຍິງຂີປະນາວຸດ ທີ່ອອກແບບເພື່ອຕິດຕັ້ງຫົວລະເບີດນິວເຄລັຍ.
ອາທິດແລ້ວນີ້, Sergei Lavrov ຣັຖມົນຕີການຕ່າງປະເທດຣັສເຊັຍ ໄດ້ບອກນັກຂ່າວວ່າ ຣັສເຊັຍຈະໃຊ້ທຸກວິທີທາງທີ່ຈໍາເປັນ ເພື່ອປົກປ້ອງຣັສເຊັຍ.
"ສະຫະຣັດອາເມຣິກາ ແລະພັນທະມິດ ຂອງສະຫະຣັດອາເມຣິກາ ທີ່ຈັດຫາອາວຸດໄລຍະໄກເຫລົ່ານີ້ ໃຫ້ແກ່ລະບອບການປົກຄອງຂອງ Kyiv,ເຂົາເຈົ້າຕ້ອງເຂົ້າໃຈວ່າ ເຮົາພ້ອມທີ່ຈະໃຊ້ທຸກວິທີທາງ ທີ່ຈະບໍ່ປ່ອຍໃຫ້ເຂົາເຈົ້ າປະສົບຄວາມສໍາເລັດ ໃນສິ່ງທີ່ເຂົາເຈົ້າເອີ້ນວ່າ 'ການເສັຍໄຊທາງຍຸດທະສາດ ຂອງຣັສເຊັຍ'."
ກຸ່ມຜູ້ລອດຊີວິດ ຈາກລະເບີດປະຣະມານູ, Nihon Hidankyo, ເປັນອົງກອນຕໍ່ຕ້ານນິວເຄລັຍ ລະດັບຮາກຫຍ້າ ແລະກໍ່ຕັ້ງຂຶ້ນໃນປີ 1956.
ການຖິ້ມລະເບີດທີ່ Hiroshima ແລະ Nagasaki ເກີດຂຶ້ນພຽງເທື່ອດຽວເທົ່ານັ້ນ ທີ່ອາວຸດເຊັ່ນນັ້ນ ຖືກໃຊ້ໃນປວັດສາດ.
Terumi Tanaka ກ່າວວ່າ Vladimir Putin ບໍ່ເຂົ້າໃຈ ເຖິງຄວາມຮຸນແຮງຂອງສິ່ງທີ່ລາວກໍາລັງໃຊ້ ໃນການຂູ່ເຂັນ.
"ຂ້າພະເຈົ້າບໍ່ຄິດວ່າປະທານາທິບໍດີ Vladimir Putin ຂອງຣັສເຊັຍ ເຄີຍຄິດ ຫລືເຂົ້າໃຈຢ່າງແທ້ຈິງ ວ່າອາວຸດນິວເຄລັຍນັ້ນແມ່ນຫຍັງ, ຫລືວ່າມັນເປັນອາວຸດປະເພດໃດ ສໍາລັບມະນຸດ. ຂ້າພະເຈົ້າຄິດວ່າ ຄວາມທ້າທາຍທີ່ຍິ່ງໃຫຍ່ທີ່ສຸດຄື ເຮົາຈະສາມາດປ່ຽນແປງຄວາມຄິດຂອງລາວໄດ້ແນວໃດ ແລະວ່າເຮົາ ຈະສາມາດປ່ຽນແປງມັນໄດ້ຫລືບໍ່."
ໃນປະຈຸບັນ, ມີເກົ້າປະເທດ ທີ່ມີອາວຸດນິວເຄລັຍ, ປະເທດອັງກິດ,ປະເທດຈີນ, ຝຣັ່ງ, ອິນເດັຍ, ເກົາຫລີເຫນືອ, ປາກີສຖານ, ປະເທດຣັສເຊັຍ, ສະຫະຣັດອາເມຣິກາ ແລະອິສະຣາເອນ...ຢ່າງບໍ່ເປັນທາງການ.
ລາຍງານ ຈາກສະຖາບັນຄົ້ນຄວ້າສັນຕິພາບ ລະຫວ່າງປະເທດ (International Peace Research Institute) Stockholm ໃນເດືອນມິຖຸນາພົບວ່າ ໃນທ່າມກາງຄວາມເຄັ່ງຕຶງ ທາງດ້ານການເມືອງທີ່ເພີ່ມຂຶ້ນ, ມະຫາອຳນາດປະຣະມານູ ກໍາລັງພະຍາຍາມປັບປຸງອາວຸດຂອງຕົນ ໃຫ້ທັນສມັຍ.
ລາຍງານພົບວ່າ ຈາກຈໍານວນຫົວລະເບີດປະຣະມານູ ປະມານ 12,121ຫົວທົ່ວໂລກ, ມີປະມານ 9,585 ຫົວ ແມ່ນຢູ່ໃນການສະສົມເພື່ອຈະໃຊ້ມັນ.
Toshiyuki Mimaki, ປະທານຮ່ວມຂອງ Nihon Hidankyo ກ່າວວ່າ ການໃຊ້ອາວຸດນິວເຄລັຍ ຕ້ອງເຂົ້າໃຈວ່າ ເປັນທີ່ຍອມຮັບບໍ່ໄດ້ທາງສິນທັມ.
"ຂ້າພະເຈົ້າກຽດຊັງ ທັງສົງຄາມ ແລະອາວຸດນິວເຄລັຍ. ພວກເຮົາຫວັງວ່າ ມັນຈະເປັນຂໍ້ຄວາມແຫ່ງສັນຕິພາບ ທີ່ພວກເຮົາຈະເຜີຍແພ່ຕໍ່ໄປ ຕລອດສາມມື້ ທີ່ພວກເຮົາຈະຢູ່ທີ່ນີ້. ພວກເຮົາກັງວົນກ່ຽວກັບເລື່ອງນີ້, ແຕ່ພວກເຮົາຈະພະຍາຍາມ ຈົນສຸດຄວາມສາມາດທີ່ ຈະຖ່າຍທອດຂໍ້ຄວາມເຫຼົ່ານີ້ໄປທົ່ວໂລກ."
Terumi Tanaka ກ່າວວ່າ ວິທີທີ່ຜູ້ນໍາຂອງໂລກ ເຂົ້າໃຈເລື່ອງກອງທັບ ແມ່ນບໍ່ຄວນໃຫ້ຄວາມສໍາຄັນແກ່ດິນແດນ ຫລາຍກວ່າຊີວິດຂອງຜູ້ຄົນ.
ແລະລາວຫວັງວ່າ ຂໍ້ຄວາມຂອງຜູ້ທີ່ລອດຊີວິດ ຈະໄດ້ຍິນໄປທົ່ວທົ່ວໂລກ.
"ຂ້າພະເຈົ້າເຊື່ອຢ່າງແນ່ວແນ່ວ່າ ອາວຸດນິວເຄລັຍ ບໍ່ສາມາດປົກປ້ອງຊີວິດ ແລະຊັບສິນ (ຂອງຜູ້ຄົນ). ການປ້ອງກັນ ບໍ່ແມ່ນການປົກປັກຮັກສາດິນແດນ, ມັນກ່ຽວກັບການໃຫ້ຄຸນຄ່າ ແລະສົ່ງເສີມຊີວິດ ຂອງຜູ້ຄົນ. ເພາະເຫດນີ້, ຂ້າພະເຈົ້າຄິດວ່າ ການໃຊ້ອາວຸດນິວເຄລັຍ ບໍ່ເປັນທີ່ຍອມຮັບໄດ້. ຂ້າພະເຈົ້າຄິດວ່າ Hibakusha (ຜູ້ທີ່ລອດຊີວິດຈາກລະເບີດປະຣະມານູ) ຫລາຍຄົນ ກໍມີຄວາມຄິດແບບນີ້ຄືກັນ. ຂ້າພະເຈົ້າເຊື່ອວ່າ ແນວຄິດຂອງການຢັບຢັ້ງດ້ວຍອາວຸດນິວເຄລັຍ ບໍ່ສາມາດຍຶດໝັ້ນໄດ້.
ເນື້ອເລື່ອງໂດຍ Sydney Lang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌