ການເລືອກປະຕິບັດດ້ານອາຍຸໃນອອສເຕຣເລັຍ

Three mature women on beach with surfboards

ທ່ານຈະບໍ່ມີວັນຈະເຖົ້າ.... ຖ້າຫາກທ່ານຍັງມີສຸຂະພາບດີ. ຊາວອອສເຕຣເລັຍ ຫລາຍຄົນ ກໍາລັງເຂົ້າສູ່ວັຍຊະຣາ ດ້ວຍສຸຂະພາບທີ່ດີກວ່າ, ຮັ່ງມີກວ່າ ແລະມີຊີວິດຍືນຍາວກວ່າເກົ່າ. Credit: Michael Hall/Getty Images

ການເລືອກປະຕິບັດດ້ານອາຍຸ (Age Discrimination Commissioner) ຍັງມີໃຫ້ເຫັນຢູ່ທົ່ວໄປໃນອອສເຕຣເລັຍ. ມີການຮຽກຮ້ອງ ໃຫ້ຣັຖບານຈັດຕັ້ງ ວັນຮັບຮູ້ເລື່ອງການຈໍາແນກອາຍຸ (Ageism Awareness Day) ຢ່າງເປັນທາງການ ເພາະພາຍໃນ 20 ປີ, ຈໍານວນປະຊາກອນຜູ້ສູງອາຍຸ ຂອງອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີ ຈະມີປະມານ 9ລ້ານຄົນ, ຫຼືປະມານສອງເທົ່າ ຂອງປະຈຸບັນ.


ການເລືອກປະຕິບັດດ້ານອາຍຸໃນອອສເຕຣເລັຍ.

ກັມມາທິການ ການເລືອກປະຕິບັດດ້ານອາຍຸ (Age Discrimination Commissioner) ຂອງອອສເຕຣເລັຍ ກໍາລັງຮຽກຮ້ອງ ໃຫ້ຜູ້ຄົນປ່ຽນທັດສະນະຄະຕິຂອງເຂົາເຈົ້າ ຕໍ່ຜູ້ສູງອາຍຸ, ແລະໃຫ້ປະຕິບັດ ຕໍ່ອາຍຸ ຄືກັນກັບ ການເລືອກປະຕິບັດດ້ານເພດ ແລະເຊື້ອຊາດ.

ການຄົ້ນຄວ້າ ຈາກອົງການອະນາມັຍໂລກ (World Health Organisation) ສະແດງໃຫ້ເຫັນວ່າ ການປະຕິບັດໃນແງ່ລົບ ສາມາດນຳໄປສູ່ການລ່ວງລະເມີດຜູ້ສູງອາຍຸ, ຊຸກຍູ້ຜູ້ຄົນ ອອກຈາກວຽກງານ ແລະແມ່ນແຕ່ເຮັດໃຫ້ອາຍຸສັ້ນລົງ.

ຜູ້ສນັບສນູນກ່າວວ່າ ຈໍາເປັນຕ້ອງມີວິທີທາງ ລະຫວ່າງຄົນລຸ້ນໃຫມ່ ເພື່ອທ້າທາຍ ຄວາມເຊື່ອ ແລະຄ່ານິຍົມ ທີ່ຝັງຢ່າງເລິກເຊິ່ງ.

Hannah Kwon ລາຍງານ.

ບໍ່ມີຕົວຕົນ ແລະບໍ່ມີສຽງ.

ນັ້ນແມ່ນຄວາມຮູ້ສຶກ ທີ່ຊາວອອສເຕຣເລັຍຫລາຍຄົນ ອະທິບາຍ ເຖິງປະສົບການ ຈາກການເລືອກປະຕິບັດ ດ້ານອາຍຸ.

ສໍາລັບ Robyn ຜູ້ຍິງອາຍຸ 79 ປີ, ການຈໍາແນກອາຍຸນັ້ນ ແພ່ຢູ່ທົ່ວໄປ- ຕັ້ງແຕ່ ຕອນທີ່ລາວເຮັດວຽກ, ຈົນເຖິງລະບົບການດູແລສຸຂະພາບ, ຈົນເຖິງ ການປະເຊີນຫນ້າ ໃນຊີວິດປະຈຳວັນ.

"ຜູ້ຄົນພຽງແຕ່ເບິ່ງຜູ້ມີອາຍຸ ວ່າເຖົ້າແກ່. ເມື່ອບໍ່ດົນມານີ້ ຂ້ອຍໄດ້ຖືກເອີ້່ນວ່າຜູ້ເຖົ້າ. 'ເຈົ້າເປັນຄົນເຖົ້າ.' ...ຂ້ອຍຄິດວ່າ ຄົນຫນຸ່ມເຫັນເຮົາວ່າເປັນພາລະ, ເຊັ່ນດຽວກັບຜີດູດເລືອດ (Vampire) ທີ່ດູດເສດຖະກິດໃຫ້ແຫ້ງ, ເປັນເລື້ອງທີ່ເຮົາຖືກເບິ່ງ."

Robyn ເວົ້າວ່າ ນາງໄດ້ຖືກຂໍຮ້ອງ ໃຫ້ພິຈາຣະນາການຕາຍ ດ້ວຍຊ່ອຍເຫລືອ ໂດຍສມັກໃຈ, ວ່າການມີຫມາ ໃນວັຍຂອງນາງ ເປັນສິ່ງທີ່ບໍ່ຮັບຜິດຊອບ ແລະຫມູ່ເພື່ອນຂອງນາງ ຖືກປະຕິເສດການດູແລສຸຂະພາບ ຍ້ອນອາຍຸຂອງເຂົາເຈົ້າ.
ຫນຶ່ງໃນຫົກ ຂອງຜູ້ທີ່ມີອາຍຸສູງກວ່າ 65 ປີ ໄດ້ບອກວ່າຖືກລ່ວງລະເມີດ ໃນປີທີ່ຜ່ານມາ. ຫນຶ່ງໃນຫົກຄົນ.!
ທ່ານພຽງແຕ່ ເບິ່ງການບໍຣິການກວດສອບຟຣີ ບ່ອນທີ່ທ່ານໄດ້ຮັບທາງໄປສະນີ ວ່າມັນເຖິງເວລາແລ້ວ ສໍາລັບການກວດໜ້າເອິກ ຫລືກວດທ້ອງຂອງທ່ານ, ຫລືການກວດອື່ນໆ...ທັງໝົດນັ້ນ ກໍຈະສິ້ນສຸດລົງ ເມື່ອທ່ານມີອາຍຸໄດ້ 70 ຫລື 75 ປີ, ເພາະວ່າ ຜູ້ສູງອາຍຸຢ່າງພວກເຮົາ ຈະຕາຍຍ້ອນບາງສິ່ງບາງຢ່າງ. ສະນັ້ນ, ເຮົາສາມາດຖືກເຂັ່ຍຖິ້ມບໍ່?"

ເຊັ່ນດຽວກັບ Robyn, Merilyn, ຊຶ່ງຕັດສິນໃຈ ໃນວັນເກີດຄົບຮອບ 70 ປີຂອງນາງ ທີ່ຈະຫາອາຊີບ ທາງການສະແດງ, ນາງກ່າວວ່າ ນາງເຄີຍປະສົບກັບການຢຽດອາຍຸ.

"ເຂົາເຈົ້າ ເບິ່ງຜູ້ສູງອາຍຸ ໃນທ່າທີ ທີ່ແຕກຕ່າງ, ແລະບໍ່ວ່າຈະເປັນການຫາອາຊີບໃນດ້ານອື່ນ, ຫລືວ່າເຂົາເຈົ້າ ກໍາລັງຊອກຫາວຽກງານອື່ນ. ແຕ່ບໍ່ຕ້ອງເວົ້າເຖິງສິ່ງນັ້ນ--ຢ່າລືມວ່າ ຜູ້ສູງອາຍຸມີປະສົບການ ໃນຊີວິດຫລາຍຢ່າງ. ແລະປະສົບການເຫລົ່ານັ້ນ ກໍມີສ່ວນຊ່ວຍໃນຊຸມຊົນ."

ໃນຕົ້ນປີນີ້, ນາງໄດ້ສະແດງໃນຮູບເງົາເລື້ອງ 'Merilyn' ທີ່ໄດ້ຮັບລາງວັນຂອງຜູ້ສ້າງ Andrea Seno.

ຫົວຂໍ້ຂອງການແຂ່ງຂັນ 'Life In Pictures' ມີຈຸດປະສົງ ທີ່ຈະສະທ້ອນເຖິງມຸມມອງໃນທາງບວກ ກ່ຽວກັບຄວາມຊະຣາ ໃນຊຸມຊົນ.

"ຂ້ອຍຄິດວ່າ ຄົນລຸ້ນໃຫມ່ ກໍາລັງເລີ່ມຮັບຮູ້ວ່າ ສື່ແລະຄວາມເປັນໄປໄດ້ ຂອງການເລົ່າເລື່ອງ ເປັນທາງເລືອກທີ່ມີຄ່າ. ສະນັ້ນ, ເຂົາເຈົ້າ ຈຶ່ງສາມາດເພີ່ມຄວາມຮູ້ສຶກບາງຢ່າງ ທີ່ຈະປ່ອຍໃຫ້ຜູ້ສູງອາຍຸ ສອນບາງສິ່ງບາງຢ່າງ ໃຫ້ເຂົາເຈົ້າ."

ໃນຂນະທີ່ ການເລືອກປະຕິບັດດ້ານອາຍຸ ຢູ່ບ່ອນທໍາງານ ເປັນສິ່ງຜິດກົດຫມາຍ ໃນອອສເຕຣເລັຍ, ຜູ້ສນັບສນູນກ່າວວ່າ ກົດຫມາຍຢ່າງດຽວຍັງບໍ່ພຽງພໍ.

Dr Marlene Krasovitsky ໂຄສົກຂອງ EveryAGE Counts.

"ການສຶກສາ ເລື່ອງການຂົ່ມເຫັງຜູ້ສູງອາຍຸ (The Elder Abuse study) ໃນປີ 2021 ໄດ້ຢືນຢັນຢາງຊັດແຈ້ງວ່າ ເມື່ອເຮົາມີອາຍຸສູງເທົ່າໃດ, ເຮົາຍິ່ງຈະປ່ອຍໃຫ້ ມີການຂົ່ມເຫັງຜູ້ສູງອາຍຸ ຫລາຍຂຶ້ນເທົ່ານັ້ນ. ແລະເມື່ອເຮົາມີອາຍຸສູງເທົ່າໃດ, ເຮົາຍິ່ງຈະຮັບຮູ້ການຂົ່ມເຫັງຜູ້ສູງອາຍຸ ຫນ້ອຍລົງເທົ່ານັ້ນ."

ກັມມາທິການ ການເລືອກປະຕິບັດດ້ານອາຍຸ (Age Discrimination Commissioner), Robert Fitzgerald ກ່າວວ່າ ການຂົ່ມເຫັງຜູ້ສູງອາຍຸບໍ່ສາມາດດໍາເນີນຕໍ່ໄປໄດ້.

"ຫນຶ່ງໃນຫົກ ຂອງຜູ້ທີ່ມີອາຍຸສູງກວ່າ 65 ປີ ໄດ້ບອກວ່າຖືກລ່ວງລະເມີດ ໃນປີທີ່ຜ່ານມາ. ຫນຶ່ງໃນຫົກຄົນ. ນັ້ນເປັນຈໍານວນທີ່ຫລວງຫລາຍ. ແລະເຮົາຫລາຍຄົນ ກໍຮັບຮູ້ວ່າ ໃນການສໍາຫລວດດ້ານການແພ່ຂຍາຍນັ້ນ, ບໍ່ພຽງແຕ່ຫນຶ່ງໃນຫົກຄົນເທົ່ານັ້ນ ທີ່ຮັບຮູ້ວ່າເຂົາເຈົ້າຖືກລ່ວງລະເມີດ, ເຂົາເຈົ້າຖືວ່າ ມັນເປັນເລື່ອງຮ້າຍແຮງ, ເລື້ອງສໍາຄັນ. ນີ້ບໍ່ໄດ້ເປັນການຜິດໃຈ, ບໍ່ແມ່ນຄຳເວົ້າທີ່ຫຍາບຄາຍ. ນີ້ຄືການລ່ວງລະເມີດ."

EveryAge Counts ແລະກັມມາທິການ ການເລືອກປະຕິບັດ ດ້ານອາຍຸ (Age Discrimination Commissioner) ກໍາລັງຮຽກຮ້ອງ ໃຫ້ຣັຖບານຈັດຕັ້ງ ວັນຮັບຮູ້ເລື່ອງການຈໍາແນກອາຍຸ (Ageism Awareness Day) ຢ່າງເປັນທາງການ, ຈັດຕັ້ງການຣົນນະຣົງ ການສຶກສາລະດັບຊາດ ເພື່ອທ້າທາຍຄວາມເຊື່ອ ແລະກໍາຈັດການຈໍາແນກອາຍຸ ໃນການໂຄສະນາ.

ກັມມາທິການ Fitzgerald ກ່າວວ່າ ພາຍໃນ 20 ປີ, ຈໍານວນປະຊາກອນຜູ້ສູງອາຍຸ ຂອງອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີ ຈະມີປະມານ 9ລ້ານຄົນ, ຫຼືປະມານສອງເທົ່າ ຂອງປະຈຸບັນ.

"ພວກເຮົາມີໂອກາດ ທີ່ຈະວາງແຜນ. ເຮົາມີໂອກາດ ທີ່ຈະເຮັດໃນສິ່ງທີ່ແຕກຕ່າງ. ພວກເຮົາມີໂອກາດ ທີ່ຈະປ່ຽນແປງອອສເຕຣເລັຍ ໃນວິທີທີ່ບໍ່ເຫັນການຈໍາແນກອາຍຸ ກາຍເປັນການຈຳແນກເຊື້ອຊາດ ແລະການຈຳແນກເພດ ທີ່ຝັງເລິກຢູ່ໃນປະຊາກອນ ອອສເຕຣເລັຍ."

ຊາວອອສເຕຣເລັຍ ຫລາຍຄົນ ກໍາລັງເຂົ້າສູ່ວັຍຊະຣາ ດ້ວຍສຸຂະພາບທີ່ດີກວ່າ, ຮັ່ງມີກວ່າ ແລະມີຊີວິດຍືນຍາວກວ່າເກົ່າ.
ເມື່ອເຮົາມີອາຍຸສູງເທົ່າໃດ, ເຮົາຍິ່ງຈະປ່ອຍໃຫ້ ມີການຂົ່ມເຫັງຜູ້ສູງອາຍຸ ຫລາຍຂຶ້ນເທົ່ານັ້ນ. ແລະເມື່ອເຮົາມີອາຍຸສູງເທົ່າໃດ, ເຮົາຍິ່ງຈະຮັບຮູ້ການຂົ່ມເຫັງຜູ້ສູງອາຍຸ ຫນ້ອຍລົງເທົ່ານັ້ນ.
ແຕ່ຫລາຍຄົນ ກໍຍັງປະສົບກັບຄວາມກົດດັນ ເລື່ອງການເງິນ ແລະທີ່ຢູ່ອາສັຍ.

ແລະສໍາລັບຜູ້ຄົນ ຈາກຊຸມຊົນທີ່ແຕກຕ່າງກັນ ທາງວັດທະນະທັມ ແລະພາສາ, ບັນຫານັ້ນ ອາດຮ້າຍແຮງໄດ້.

ກັມມາທິການ Fitzgerald ກ່າວວ່າ ຄວາມອັບອາຍກ່ຽວກັບການລາຍງານການລ່ວງລະເມີດ ຜູ້ສູງອາຍຸ, ເຮັດໃຫ້ບັນຫາຊັບຊ້ອນຂຶ້ນ.

"ສໍາຄັນທີ່ສຸດ, ໃນອອສເຕຣເລັຍ ທີ່ມີວັດທະນະທັມ ທີ່ແຕກຕ່າງກັນ, ເຮົາຕ້ອງຄໍານຶງເຖິງຊຸມຊົນ First Nations ແລະຊຸມຊົນ ທີ່ແຕກຕ່າງກັນທາງວັດທະນະທັມ. ເຮົາຕ້ອງຢຸດ ການສ້າງນະໂຍບາຍ ສາທາຣະນະໂດຍຊາຍ ແລະຍິງວັຍກາງຄົນ ທີ່ມີຜິວຂາວ, ສໍາລັບພວກເຫຼົ່ານັ້ນ, ພວກເຂົາ ບໍ່ໄດ້ຢູ່ໃນໂລກໜ່ວຍນີ້."

ຜູ້ຊ່ຽວຊານກ່າວວ່າ ຍັງຂາດຂໍ້ມູນ ກ່ຽວກັບການເລືອກປະຕິບັດດ້ານອາຍຸຢູ່.
ຊາວອອສເຕຣເລັຍ ຫລາຍຄົນ ກໍາລັງເຂົ້າສູ່ວັຍຊະຣາ ດ້ວຍສຸຂະພາບທີ່ດີກວ່າ, ຮັ່ງມີກວ່າ ແລະມີຊີວິດຍືນຍາວກວ່າເກົ່າ.
ຄນະກັມມາທິການ ສິດທິມະນຸດ ຂອງອອສເຕຣເລັຍ ມີກຳໜົດຈະເຜີຍແພ່ລາຍງານໃຫມ່ ໃນອາທິດຫນ້າ, ເພື່ອກວດສອບວິທີ ທີ່ສື່ຫລໍ່ຫລອມຄວາມຄິດກ່ຽວກັບຜູ້ສູງອາຍຸ.

ເນື້ອເລື່ອງໂດຍ Hannah Kwon  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share