ບັນຫາໂຣກຄວາມອ້ວນໃນອອສເຕຣເລັຍ.
ປັດຈຸບັນນີ້ ມີຊາວ ເພີ່ມອີກ 2.5 ລ້ານຄົນ ທີ່ຖືກຈັດໃຫ້ເປັນຄົນອ້ວນ ເມື່ອທຽບໃສ່ ເມື່ອສິບປີກ່ອນ, ໃນຂນະທີ່ຣັຖບານພິຈາຣະນາຂໍ້ສເນີ ທີ່ຈະຈໍາກັດ ການໂຄສະນາອາຫານບໍ່ເປັນປໂຍດ (Junk food) ທີ່ແນເປົ້າຫມາຍໃສ່ເດັກນ້ອຍ.
ຕົວເລກໃຫມ່ ສະແດງໃຫ້ເຫັນອີກດ້ານນຶ່ງ ຂອງຄວາມຫມາຍຂອງການເປັນຄົນອ້ວນ ແລະສິ່ງທີ່ເຮັດໃຫ້ມັນ ເປັນສິ່ງຍາກສໍາລັບຊຸມຊົນຜູ້ອົບພະຍົບ.
Ciara Hain ແລະ Dijana Damjanovic ລາຍງານ
ມັນໄດ້ຖືກເອີ້ນວ່າ ເປັນບັນຫາສຸຂະພາບ ທີ່ໃຫຍ່ທີ່ສຸດຂອງອອສເຕຣເລັຍ.
ລາຍງານສະບັບໃຫມ່ກ່າວວ່າ ຈໍານວນຊາວອອສເຕຣເລັຍ ທີ່ມີຄວາມອ້ວນສູງ ໄດ້ເພີ່ມຂຶ້ນເກືອບສອງເທົ່າ ໃນທົດສະວັດທີ່ຜ່ານມາ.
ຈາກ 3.9 ລ້ານຄົນ ໃນປີ 2012 ມາເປັນ 6.3 ລ້ານຄົນໃນປີ 2022.
ນັ້ນຄວາມຫມາຍວ່າ ຫຼາຍກວ່າ 60 ເປີເຊັນ ຂອງປະຊາຊົນອອສເຕຣເລັຍ ໃນເວລານີ້ ຖືກຈັດວ່າເປັນຄົນມີນ້ຳຫນັກຫຼາຍເກີນໄປ ຫລືເປັນຄົນອ້ວນ.
Dr Terri-Lynne South, ທີ່ປຶກສາຂອງອົງການ Obesity Collectiveກ່າວວ່າ ມັນເປັນສິ່ງທີ່ຫນ້າຕົກໃຈເປັນພິເສດ ສໍາລັບພວກເດັກນ້ອຍ.
"ໂດຍສະເພາະ ເມື່ອເວົ້າເຖິງເດັກນ້ອຍ ແລະຊາວຫນຸ່ມ, ຖ້າຫາກວ່າພວກເຂົາກໍາລັງດີ້ນຮົນ ຈາກສະພາບສຸຂະພາບຊໍາເຮື້ອນີ້ ທີ່ພວກເຮົາເອີ້ນວ່າຄວາມອ້ວນ ຕັ້ງແຕ່ອາຍຸຍັງນ້ອຍ, ມັນຫມາຍຄວາມວ່າ ພວກເຂົາ ອາດຈະມີຊີວິດຢູ່ກັບສະພາບທາງການແພດນີ້ ເປັນເວລາຫຼາຍປີ ກວ່າຄົນທີ່ມີສະພາບນີ້ ໃນຕອນເປັນຜູ້ໃຫຍ່ແລ້ວ. ແລະດັ່ງນັ້ນ, ຫາກທ່ານຕ້ອງແບກນ້ຳຫນັກຂອງຮ່າງກາຍ ຫລາຍເກີນໄປ ຄືກັນກັບນ້ຳມັນໃນຮ່າງກາຍ, ຍິ່ງມີຄວາມສ່ຽງຕໍ່ ພາວະສຸຂະພາບ ທີ່ກ່ຽວຂ້ອງກັນຫລາຍຂຶ້ນເທົ່ານັ້ນ."
ລາຍງານຈາກອົງການ Obesity Collective ໄດ້ເນັ້ນເຖິງ ຄວາມສຳພັນລະຫວ່າງ ຄວາມອ້ວນ ແລະຄວາມດ້ອຍໂອກາດ.
ອັດຕາຄວາມອ້ວນທີ່ສູງຂຶ້ນ ແມ່ນພົບເຫັນຢູ່ໃນເຂດຊົນນະບົດ ແລະພູມີພາກ, ຊຸມຊົນທຸກຍາກ, ເຂດທີ່ມີລະດັບການສຶກສາຕ່ຳ, ແລະຊຸມຊົນຊາວພື້ນເມືອງ.
ທ່ານ Stephen Simpson ເປັນຜູ້ນໍາ ແລະເປັນປະທານ ຂອງ Obesity Australia.
"ໃນຊຸມຊົນໃດທີ່ດ້ອຍໂອກາດ ທາງເສດຖະກິດແລະສັງຄົມ, ຖືກກີດກັນ, ຢູ່ຫ່າງໄກ ຫຼືໃນຊົນນະບົດຫຼື ແມ່ນແຕ່ຢູ່ຂອບຂອງຕົວເມືອງໃຫຍ່, ເຊິ່ງທາງເລືອກ ໃນການກິນອາຫານທີ່ມີຄຸນນະພາບດີ ແມ່ນຕ່ຳ ເມື່ອທຽບກັບຄົນທີ່ຮັ່ງມີກວ່າ. ນັ້ນເປັນສະຖານະການ ທີ່ຈະເພີ່ມຂຶ້ນເລື້ອຍໆ, ເພີ່ມຄວາມສ່ຽງຂອງຄວາມອ້ວນ, ແລະມັນເປັນສະຖານະການ ທີ່ມັກຈະປະສົບໂດຍ ປະຊາຊົນທີ່ມີວັດທະນະທັມ ແລະພາສາ ທີ່ແຕກຕ່າງກັນຂອງເຮົາ."
ອົງການ Obesity Collective ກໍາລັງຮຽກຮ້ອງ ໃຫ້ມີການປ່ຽນແປງຢ່າງກວ້າງຂວາງ ກ່ຽວກັບວິທີປະຕິບັດ ແລະຄິດກ່ຽວກັບຄວາມອ້ວນ ຢູ່ໃນອອສເຕຣເລັຍ.
ໂດຍສະເພາະວິທີແຄບໆ, ຊຶ່ງຜູ້ຄົນ ຖືກບອກໃຫ້ກິນຫນ້ອຍລົງ ແລະເຄື່ອນໄຫວຫລາຍຂຶ້ນ.
Dr South ກ່າວວ່າ ທຸກຢ່າງແມ່ນກ່ຽວກັບຄວາມອັບອາຍ.
"ຄວາມອັບອາຍ, ອະຄະຕິ, ການເລືອກປະຕິບັດ ແມ່ນຫນຶ່ງໃນອຸບປະສັກທີ່ໃຫຍ່ທີ່ສຸດ ສໍາລັບຜູ້ທີ່ພະຍາຍາມເຂົ້າເຖິງ ການດູແລສຸຂະພາບ, ໂດຍບໍ່ເວົ້າເຖິງການເຂົ້າເຖິງການດູແລສຸຂະພາບກ່ຽວກັບສະພາບຊໍາເຮື້ອ ທີ່ເອີ້ນວ່າຄວາມອ້ວນ. ແລະຂ້າພະເຈົ້າຄິດວ່າ ມັນບໍ່ໄດ້ເປັນພຽງແຕ່ຄວາມໜ້າອັບອາຍຂອງຄົນຫນຸ່ມເທົ່ານັ້ນ, ແຕ່ມັນກ່ຽວພັນກັບທຸກຄົນໃນຄອບຄົວ ທີ່ຮູ້ສຶກວ່າ ເປັນສ່ວນນຶ່ງຂອງຄວາມອັບອາຍນັ້ນ, ໂດຍສະເພາະໃນຄົນຫນຸ່ມ, ມັນບໍ່ໄດ້ເປັນການປິ່ນປົວສ່ວນບຸກຄົນ. ມັນເປັນເລື່ອງຂອງຄອບຄົວ, ແລະນັ້ນ ເຮັດໃຫ້ມັນຍາກທີ່ຈະພະຍາຍາມ ທີ່ຈະປິ່ນປົວບາງສິ່ງ ທີ່ເປັນພາວະຊໍາເຮື້ອ ແລະຊັບຊ້ອນ. ພວກເຮົາຕ້ອງປິ່ນປົວມັນ ພາຍໃນຫນ່ວຍຄອບຄົວ."
ມີການເຄື່ອນໄຫວ ພຽງເລັກນ້ອຍຈາກຣັຖບານກາງ ກ່ຽວກັບໂຣກຄວາມອ້ວນ ໃນອອສເຕຣເລັຍ.
ແຕ່ເມື່ອບໍ່ດົນມານີ້ ໄດ້ມີການກົດດັນ ຈາກສະມາຊິກສະພາອິດສຣະ ເພື່ອຍັບຍັ້ງ ລະດັບການໂຄສະນາອາຫານ ທີ່ບໍ່ເປັນປໂຍດ (Junk food).
Dr Sophie Scamps ສະມາຊິກສະພາອິດສຣະ ຈາກ MacKellar ກ່າວວ່າ ຣັຖບານກາງ ຄວນຈະເຮັດຫຼາຍກວ່ານັ້ນ ເພື່ອຕໍ່ສູ້ກັບສະຖິຕິເຫຼົ່ານີ້.
"ເຮົາມີ ຍຸດທະສາດໂຣກຄວາມອ້ວນແຫ່ງຊາດ ເປັນເວລາສອງປີແລ້ວ,ແລະສິ່ງທີ່ຂ້າພະເຈົ້າຮຽກຮ້ອງ ແມ່ນໃຫ້ຣັຖບານ ສນັບສນູນງົບປະມານ ແກ່ຍຸດທະສາດນັ້ນ ໃນປີງົບປະມານນີ້. ມັນເປັນຍຸດທະສາດຫຼາຍງ່າມ ທີ່ຈະແກ້ໄຂບັນຫາທີ່ສໍາຄັນນີ້. ພວກເຮົາຮູ້ວ່າ ຄົນທີ່ມີນໍ້າຫນັກທີ່ຫຼາຍເກີນໄປ ຈະເຮັດໃຫ້ມີຫຼາຍພະຍາດຊໍາເຮື້ອເຊັ່ນ: ໂຣກຫົວໃຈວາຍ, Strokes, ໂຣກເບົາຫວານ, ໂຣກຄວາມອ້ວນ, ຄວາມຈຳເສື່່ອມ, ສິ່ງທັງຫມົດນີ້ ເຮັດໃຫ້ລະບົບໂຮງຫມໍ ແລະຣົດພະຍາບານ ຂອງພວກເຮົາຕ້ອງຮັບມືຢ່າງໜັກ. ພວກເຮົາ ຕ້ອງເຮັດບາງຢ່າງ ເພື່ອປ້ອງກັນບັນຫາ ແທນທີ່ຈະພະຍາຍາມແກ້ໄຂປັນຫາ ຈາກອີກດ້ານນຶ່ງຊຶ່ງເຫັນໄດ້ຊັດແຈ້ງວ່າ ບໍ່ໄດ້ຜົນ."
ເນື້ອເລື່ອງໂດຍ Ciara Hain and Dijana Damjanovic ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌