ຄວາມສຳຄັນຂອງການບໍຣິຈາກອະໄວຍະວະ

Minak, twins Vivian and Sunny and Jasmine

Minak, twins Vivian and Sunny and Jasmine Source: SBS- Emma kellaway

Donate Life ກໍາລັງພະຍາຍາມຊຸກຍູ້ ໃຫ້ ຊາວອອສເຕຣເລັຍຈົດທະບຽນເປັນຜູ້ຣິຈາກອະໄວຍະວະຫລາຍຂຶ້ນ. ການແພ່ລາມຂອງ ໂຄວິດ ໄດ້ສົ່ງຜົນກະທົບຕໍ່ການບໍຣິຈາກ ແລະການປ່ຽນອະໄວຍະວະ. ແຕ່ສຳຣັບຜູ້ທີ່ໄດ້ຮັບການປ່ຽນອະໄວຍະວະແລ້ວ ມັນແມ່ນການໄດ້ຄືນຊີບອີກເທື່ອໜຶ່ງ.


ສໍາລັບຊາວ ອອສເຕຣເລັຍ ເກືອບ 2000 ຄົນທີ່ມີລາຍຊື່ຢູ່ໃນການລໍຖ້າປ່ຽນອະໄວຍະວະໃນເວລານີ້ ແມ່ນເລື່ອງຂອງຊີວິດ ແລະ ຄວາມຕາຍ.

COVID-19 ຍັງຄົງຂັດຂວາງໂອກາດຂອງພວກເຂົາໃນການລອດຊີວິດ ດ້ວຍການຫຼຸດລົງ 25 ເປີເຊັນຂອງການບໍຣິຈາກ ນັບຕັ້ງແຕ່ເລີ່ມຕົ້ນການລະບາດ.

ບໍຣິຈາກຊີວິດ (Donate Life) ກໍາລັງພະຍາຍາມປ່ຽນແປງສິ່ງນັ້ນ ໂດຍການຊຸກຍູ້ໃຫ້ ຊາວອອສເຕຣເລັຍ ຈົດທະບຽນເປັນ ຜູ້ບໍຣິຈາກອະໄວຍະວະຫລາຍ ຂຶ້ນ....Emma Kellaway ມີລາຍລະອຽດ:

ຂນະທີ່ Trent Jones ມາຮອດບ້ານ ຈາກການເຮັດວຽກ, ລູກສາວຝາແຝດ ຂອງລາວ ອາຍຸ 9 ປີ Vivian ແລະ Sunny ແລະ  Jasmine ອາຍຸ 5 ປີ, ມີຄວາມດີໃຈສເມີຕອນລາວກັບບ້ານ.

ສໍາລັບຄອບຄົວ ຫ້າຄົນ ທີ່ Melbourne, ຊີວິດມີຄວາມຫຍຸ້ງຢູ່. ລະຫວ່າງການ ຝຶກພາສາຍີ່ປຸ່ນ  ແລະ ການຝຶກ Gymnastics ແລະ Lacrosse ປະຈໍາອາທິດ, Sunny ແລະ Vivian ແມ່ນແຍກກັນບໍ່ອອກ.

"ຫຼາຍອາທິດຫຼັງຈາກທີ່ພວກເຮົາກັບຮອດບ້ານ ຂ້ອຍຮູ້ສຶກວ່ານາງຈະຕ່າງກັນຫນ້ອຍຫນຶ່ງ, ຮູ້ສຶກວ່າລາວເຫຼືອງ, ເປັນຄົນຂີ້ໄຫ້, ຈ່ອຍກວ່າປົກກະຕິ, ບໍ່ມັກມ່ວນ, ເມື່ອທຽບກັບ Vivian ຝາແຝດຂອງນາງ."

ຕອນອາຍຸພຽງແຕ່ຫົກອາທິດ, Sunny ກໍໄດ້ຖືກກວດພົບວ່າເປັນພະຍາດຕັບທີ່ຫາຍາກ.

Trent ແລະ ນາງ Minak ເມັຍຂອງລາວ ໄດ້ຮັບແຈ້ງວ່າ Sunny ຕ້ອງໄດ້ຮັບການຜ່າຕັດເພື່ອຈະຢູ່ລອດ.

"ພວກເຮົາບໍ່ເຄີຍໄດ້ຍິນມາກ່ອນ. ທ່ານຮູ້ບໍ, ທ່ານເລີ່ມຮຽນຮູ້ຈາກ Dr. Google ແລະລົມກັບຜູ້ຄົນ... Biliary Atresia ນັ້ນແມ່ນຫຍັງ?"

Biliary Atresia ເປັນພະຍາດໃນວັຍເດັກຂອງຕັບ ທີ່ເກີດຈາກທໍ່ນ້ຳບີ ທໍ່ຫນຶ່ງຫຼືຫຼາຍກວ່ານັ້ນ ທີ່ແຄບຜິດປົກກະຕິ ຫຼືຕັນ ຫຼືບໍ່ມີເລີຍ- ສົ່ງຜົນໃຫ້ສ້າງຄວາມເສັຍຫາຍຕໍ່ອະໄວຍະວະ. ມັນເປັນສາເຫດທີ່ພົບເຫັນຫຼາຍທີ່ສຸດສໍາລັບການຜ່າຕັດຕັບໃນບັນດາເດັກນ້ອຍໃນປະເທດອອສເຕຣເລັຍ ແລະມັນເປັນສິ່ງທີ່ ພາໃຫ້ Sunny ໄດ້ຮັບການຜ່າຕັດຕັບ ຄັ້ງທໍາອິດຂອງນາງ ທີ່ມີອາຍຸພຽງແຕ່ ສອງປີ ເທົ່ານັ້ນ.

ແຕ່ບໍ່ດົນຫລັງຈາກນັ້ນ, ການປ່ຽນອະໄວຍະວະ ເທື່ອທໍາອິດຂອງນາງ ໄດ້ ລົ້ມເຫລວ ແລະ  Sunny ກໍໄດ້ ຖືກນຳມາລົງຊື່ໃນການລໍຖ້າອະໄວຍະວະອີກເທື່ອນຶ່ງ.

"ໃນເທື່ອທໍາອິດ, ບາງທີມີເວລາທີ່ຈະຈັດການກັບມັນແລະພວກເຮົາຈະພົບກັບຊ່ວງເວລາທີ່ສົມບູນແບບ, ຜູ້ບໍລິຈາກ ທີ່ສົມບູນແບບແລະຈັດຕໍ່ແຖວທໍ່ນ້ຳບີທັງຫມົດ, ແຕ່ວ່າເຮົາບໍ່ມີທາງເລືອກ."

ເປັນເວລາສາມອາທິດ ກ່ອນວັນເກີດປີທີສາມຂອງລາວ ເມື່ອໂອກາດ ທີ່ດີທີ່ສຸດໄດ້ມາຮອດ.

"ໂຊກດີສໍາລັບພວກເຮົາ, ມີອີກທາງເລືອກຫນຶ່ງໃນໄລຍະສາມອາທິດນັ້ນ, ສະນັ້ນຂ້າພະເຈົ້າຄິດວ່າໄດ້ຊ່ອຍຊີວິດ Sunny, ນັ້ນແມ່ນໂຊກດີຫຼາຍ."

ສິ່ງທີ່ຕອນນີ້ເປັນເລື່ອງທີ່ປະສົບຄວາມສໍາເລັດສໍາລັບ Sunny ແຕ່ຍັງ ເປັນເກມລໍຖ້າສໍາລັບຜູ້ທີ່ຍັງຢູ່ໃນລາຍຊື່ການລໍຖ້າ , ແລະ ໂອກາດສໍາລັບການປ່ຽນອະໄວຍະວະເຫຼົ່ານັ້ນ ໄດ້ຖືກຈໍາກັດຕື່ມອີກ ເນື່ອງຈາກ ການລະບາດຂອງໂຄວິດ. ການຂາດເຂີນພະນັກງານ ແລະ ຜູ້ປ່ວຍຈາກ COVID-19 ຈໍານວນຫຼາຍ ໄດ້ສົ່ງຜົນກະທົບຕໍ່ທຸກພາກສ່ວນຂອງຣະບົບສາທາຣະນະສຸກ.

ທ່ານຫມໍຜູ້ຊ່ຽວຊານ ດ້ານການດູແລຜູ້ປ່ວຍໜັກ ຂອງ ໂຮງຫມໍ Liverpool ທ່ານ Ramanathan Lakshmana ກ່າວວ່າ ຜົນກະທົບ ທີ່ສໍາຄັນ ຕໍ່ການບໍຣິຈາກອະໄວຍະວະ ນັ້ນແມ່ນມາຈາກຂໍ້ຈໍາກັດການເດີນທາງ ລະຫວ່າງຣັດ.

"ໃນການບໍຣິຈາກອະໄວຍະວະ, ພວກເຮົາຕ້ອງການທີມງານຈາກທົ່ວຣັດແລະລະຫວ່າງຣັດເພື່ອມາຊ່ວຍເຫຼືອໃນຂະບວນການນີ້, ຊຶ່ງມີຄວາມຫຍຸ້ງຍາກກັບການເດີນທາງພາຍໃນປະເທດຖືກຢັບຢັ້ງ."

ໃນໄລຍະສອງປີທີ່ຜ່ານມາ, ການບໍຣິຈາກອະໄວຍະວະ ໃນອອສເຕຣເລັຍ ໄດ້ຫລຸດລົງ 25 ເປີເຊັນ ແລະ ຈໍານວນຄົນທີ່ໄດ້ຮັບການປ່ຽນອະໄວຍະວະ ໄດ້ຫລຸດລົງ 19 ເປີເຊັນ.

ສາດສະດາຈານ Helen Opdam ຜູ້ອໍານວຍການດ້ານການແພດ ແຫ່ງຊາດ ຂອງໜ່ວຍງານປ່ຽນອະໄວຍະວະ (The National Medical Director of the Organ Transplant Authority) ກ່າວວ່າ ບໍ່ເຄີຍມີເວລາ ທີ່ສໍາຄັນກວ່ານີ້ ທີ່ຈະລົງທະບຽນບໍຣິຈາກອະໄວຍະວະແຫ່ງຊາດ.

"ການຈົດທະບຽນແມ່ນມີຄວາມສໍາຄັນຫຼາຍ ເພາະມັນຈະເຮັດໃຫ້ຊັດເຈນຕໍ່ຄອບຄົວຂອງທ່ານໃນການຕັດສິນໃຈຂອງທ່ານກ່ຽວກັບການບໍຣິຈາກອະໄວຍະວະ."

ການເປັນຜູ້ບໍຣິຈາກນັ້ນ, ຄົນຜູ້ຈໍາເປັນຕ້ອງຕາຍຢູ່ໂຮງຫມໍ, ປົກກະຕິແລ້ວແມ່ນຈະໃຊ້ເຄື່ອງຊ່ອຍຫາຍໃຈ. ມີພຽງປະມານ 2 ເປີເຊັນຂອງຄົນທີ່ເສັຍຊີວິດ ໃນໂຮງຫມໍເທົ່ານັ້ນ ທີ່ໄດ້ກົງຕາມຕາມຂໍ້ກຳໜົດເຫຼົ່ານີ້, ເຊິ່ງເຮັດໃຫ້ເປັນໄປໄດ້ ທີ່ທ່ານຈະຕ້ອງການ ການຜ່າຕັດປ່ຽນອະໄວຍະວະ ໃນຊີວິດຂອງທ່ານ ຫຼາຍກວ່າການເປັນຜູ້ບໍຣິຈາກ ໃນບັ້ນປາຍຂອງຊີວິດທ່ານ.

"ເຮົາທຸກຄົນມີແນວໂນ້ມວ່າຈະຕ້ອງການການຜ່າຕັດປ່ຽນອະໄວຍະວະຫຼາຍກວ່າການເປັນຜູ້ບໍຣິຈາກ. ສະນັ້ນມັນຈຶ່ງສໍາຄັນແທ້ໆ, ຖ້າເຮົາຢາກເຂົ້າເຖິງການປ່ຽນອະໄວຍະວະສໍາລັບຕົວເຮົາເອງແລະຄົນທີ່ເຮົາຮັກ, ເຮົາຈະຕ້ອງເຕັມໃຈທີ່ຈະເປັນຜູ້ບໍຣິຈາກຄືກັນ."

ການມີຄົນຮັກຢູ່ໃນລາຍຊື່ການລໍຖ້າການປ່ຽນອະໄວຍະວະ ເປັນຄວາມ ຮູ້ສຶກທີ່ຄຸ້ນເຄີຍກັບ Ikram Ahmed ອາຍຸ 21 ປີ.

Hossain ນ້ອງຊາຍຂອງ Ikram ຕ້ອງທົນທຸກທໍລະມານ ຍ້ອນຫມາກໄຂ່ຫຼັງລົ້ມເຫຼວ ແລະຕ້ອງໄດ້ລໍຖ້າສີ່ປີ ກ່ອນທີ່ຈະໄດ້ຮັບການປ່ຽນອະໄວຍະວະ ແລະກໍໄດ້ປ່ຽນຊີວິດຂອງລາວນຳ.

ສໍາລັບຄອບຄົວສິບຄົນທີ່ອາສັຍ ໃນ ເມືອງ Melbourne ການລໍຄອຍໄດ້ສິ້ນສຸດລົງດ້ວຍໂທຣະສັບໃນຕອນເຊົ້າຂອງມື້ໜຶ່ງ.

IKRAM  ກ່າວວ່າ: "ຂ້ອຍຈື່ໄດ້ພຽງແຕ່ວ່າຂ້ອຍຕື່ນຂຶ້ນມາຍ້ອນສຽງຮ້ອງອັນດັງຂອງແມ່ຂ້ອຍ. ແລະຂ້ອຍກໍໄດ້ແລ່ນໄປຫາລາວ. ຂ້ອຍຄຶດວ່າມີຫຍັງເກີດຂຶ້ນ? ແລະລາວໄດ້ແລ່ນໄປຫາຫ້ອງຂອງ Hossain ແລະພະຍາຍາມປຸກລາວໃຫ້ຕື່ນແລະເຫັນໄດ້ຢ່າງຊັດເຈນວ່າບອກໃຫ້ Hossain ຮູ້ວ່າລາວກຳລັງຈະໄດ້ຮັບການຜ່າຕັດປ່ຽນຫມາກໄຂ່ຫລັງ. ສະນັ້ນສຳຣັບພວກເຮົາ, ຂ້ອຍຄິດວ່າມັນເປັນຄືກັນກັບວ່າເຮົາທຸກຄົນໄດ້ຮ້ອງອອກມາດ້ວຍຄວາມຕື່ນເຕັ້ນແລະຄວາມດີໃຈທີ່ສຸດ."

ຫລັງຈາກໄດ້ເຫັນນ້ອງຊາຍຂອງລາວໃຊ້ຊີວິດໃນການເຕີບໃຫຍ່ ດ້ວຍການທຽວເຂົ້າທຽວອອກ ຈາກໂຮງຫມໍແລ້ວ, ບັດນີ້ Ikram ເຮັດຫຼາຍກວ່າການຈົດທະບຽນເພື່ອ ຈ່າຍໄປທາງໜ້າ (“Pay It Forward”).

ປະຈຸບັນນີ້ໃນສົກຮຽນ ສຸດທ້າຍຂອງນາງ ທີ່ກຳລັງຮຽນເປັນນາງພະຍາບານ, ນາງ Ikram ກ່າວວ່າແມ່ນ ພະຍາບານ ທີ່ຊ່ວຍຊີວິດຂອງນ້ອງຊາຍຂອງນາງ ເປັນຜູ້ດົນໃຈນາງ.

IKRAM AHMED ກ່າວ່າ:  "ຂ້ອຍພຽງແຕ່ຢາກຈະເຮັດບາງຢ່າງສໍາລັບຊາວອອສເຕຣເລັຍທີ່ພວກເຂົາໄດ້ເຮັດເພື່ອນ້ອງຂອງຂ້ອຍ. ແລະຊ່ວຍຄອບຄົວອື່ນໆໃນແບບດຽວກັນກັບທີ່ພວກເຮົາທຸກຄົນໄດ້ຮັບການຊ່ວຍເຫຼືອ, ເພາະຄວາມຈິງແລ້ວ, ມັນເປັນຊ່ວງເວລາທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງພວກເຮົາ, ເມື່ອຮູ້ວ່າລາວໄດ້ຮັບການຜ່າຕັດ, ຮູ້ວ່າລາວມີທີມງານທີ່ຍິ່ງໃຫຍ່ໃນການດູແລລາວ, ເບິ່ງແຍງລາວແລະຊ່ວຍລາວອດຂະບວນການທັງຫມົດນີ້."

ໃນປະຈຸບັນນີ້ມີ ຊາວອອສເຕຣເລັຍ ເກືອບ 2000 ຄົນ ທີ່ລໍຖ້າໂທຣະສັບ ຂອງເຂົາເຈົ້າເພື່ອຈະໄດ້ຮັບການປ່ຽນອະໄວຍະວະ .

Donatelife ກໍາລັງພະຍາຍາມໃຫ້ ຊາວອອສເຕຣເລັຍ 100,000 ຄົນ ໃຊ້ ເວລາຫນຶ່ງນາທີ ໃນການລົງທະບຽນບໍຣິຈາກ ອະໄວຍະວະ.

ສໍາລັບ Trent ແລະ Ikram, ມັນເປັນຫນຶ່ງນາທີ ທີ່ໄດ້ສ້າງຄວາມ ແຕກຕ່າງຕລອດຊີວິດ.

TRENT ກ່າວວ່າ:  "ຂ້ອຍຢາກໃຫ້ຄົນເຫຼົ່ານັ້ນຮູ້ວ່າ ນັ້ນແມ່ນການໃຫ້ໂອກາດຕໍ່ Sunny'

IKRAM  ກ່າວ: "ການຈົດທະບຽນຂອງທ່ານໃນຖານະຜູ້ບໍຣິຈາກອະໄວຍະວະຫຼືແພຈຸລັງ ສາມາດມີຜົນກະທົບອັນໃຫຍ່ຫຼວງຕໍ່ຊີວິດຂອງຄົນ. ແລະສິ່ງນີ້ສາມາດເຮັດໄດ້ໂດຍການຊ່ອຍເຫລືອຄົນອື່ນ, ເຊັ່ນດຽວກັບ ນ້ອງຊາຍຂອງຂ້ອຍໃຫ້ປະສົບກັບຄວາມສຸກອັນລຽບງ່າຍຂອງຊີວິດປະຈໍາວັນ."

ເນື້ອເລື່ອງໂດຍ   Emma Kellaway  ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ


Share