ສັບປະດາຂອງການບໍຣິຈາກອາໄວຍະວະ.
ສໍາລັບຜູ້ທີ່ໂສກເສົ້າ ກັບສູນເສັຍຄົນໃນຄອບຄົວ, ການຕັດສິນໃຈທັນທີ ວ່າຈະບໍຣິຈາກອະໄວຍະວະ ຂອງຄົນທີ່ເຂົາເຈົ້າຮັກຫຼືບໍ່ນັ້ນ ອາດມີຄວາມຫຍຸ້ງຍາກໃຈ ແລະມີຄວາມກົດດັນ.
ດ້ວຍເຫດນີ້-ໃນຕອນຕົ້ນຂອງ Donate Life Week-ຊາວກໍາລັງຖືກຊຸກຍູ້ ໃຫ້ຈົດທະບຽນເປັນຜູ້ບໍຣິຈາກອະໄວຍະວະ ແລະແພຈຸລັງ (Tissue), ເພື່ອທີ່ຈະຊ່ວຍຊີວິດຂອງຄົນອື່ນໆ ອີກຫລາຍຄົນ.
Tys Occhiuzzi ລາຍງານ.
Mohammad Rezaee ກ່າວວ່າ ທຸກຄົນທີ່ຮູ້ຈັກພັນລະຍາຂອງລາວ, ຮູ້ຈັກຮອຍຍິ້ມຂອງນາງ.
'ນາງເປັນຄົນທີ່ເອື້ອເຟື້ອເຜື່ອແຜ່, ລາວເປັນຄົນໃຈກວ້າງ, ຊ່ວຍຜູ້ຄົນ,ເບິ່ງແຍງຜູ້ຄົນ. ຕາມຄວາມຈິງແລ້ວ, ທຸກຄົນຮູ້ຈັກ ນິດສັຍຂອງນາງດີ.'
Mohammad ໄດ້ແຕ່ງງານກັບພັນລະຍາຂອງລາວ, Arghavan Khazrai ໃນ Tehran, ກ່ອນທີ່ພວກເຂົາ ຈະມາຕັ້ງຖິ່ນຖານ ຢູ່ອອສເຕຣເລັຍໃນປີ 2012.
ຈາກນັ້ນ Arghavan ກໍໄດ້ເຮັດວຽກເປັນພະຍາບານແຂ້ວຢູ່ Melbourne, ແຕ່ຍັງມີຄວາມຝັນ ຢາກເປັນນາງແບບເຊັ່ນກັນ.
Mohammad ຊຸກຍູ້ໃຫ້ລາວຖ່າຍຮູບໂດຍມືອາຊີບຄັ້ງທໍາອິດ, ແຕ່ນາງຈະບໍ່ມີວັນໄດ້ເຫັນຮູບພາບເຫຼົ່ານັ້ນ ຕອນຖືກພິມ.
Mohammad ໄດ້ບອກກັບ SBS ວ່າ ພັນລະຍາ ແລະແມ່ຂອງລູກສອງຄົນຂອງເຂົາເຈົ້າ ໄດ້ມີອາການຊັກ ຊຶ່ງນຳໄປສູ່ພາວະຫົວໃຈຢຸດເຕັ້ນ ຕອນທີ່ລາວມີອາຍຸພຽງ 34 ປີ.
'ພວກເຂົາພານາງໄປໂຮງຫມໍ ແລະຂ້ອຍຍັງມີຄວາມຫວັງວ່າ ຈະມີບາງຢ່າງປ່ຽນແປງ, ແຕ່ທັນທີ ທີ່ຂ້ອຍໄປໂຮງຫມໍ ພວກເຂົາບອກຂ້ອຍວ່າ ໃນຊົ່ວເວລາຄືນດຽວ ສມອງຂອງລາວຕາຍ. ຮ່າງກາຍຂອງນາງແຂງແຮງ ແລະບໍ່ເປັນຫຍັງ, ແຕ່ແທ້ຈິງແລ້ວ, ນາງໄດ້ເສັຍຊີວິດແລ້ວ.'
ໃນເວລາແຫ່ງການສູນເສັຍນັ້ນ, Mohammad ໄດ້ຕັດສິນໃຈວ່າ ພັນລະຍາຂອງລາວ ຈະເປັນຜູ້ບໍຣິຈາກອະໄວຍະວະ.
'ຂ້ອຍກັງວົນວ່າ ບາງທີ Arghavan ບໍ່ພໍໃຈກັບການຕັດສິນໃຈນີ້ ເພາະວ່າ ມັນຍາກຫລາຍໃນເວລານັ້ນ ທີ່ຈະຕັດສິນໃຈ. ດ້ວຍເຫດນີ້ ຂ້ອຍຈຶ່ງເວົ້າວ່າ ມັນສໍາຄັນຫລາຍ ທີ່ຖ້າຫາກນາງໄດ້ຍິນຍອມໃນເລື້ອງນີ້ ຢ່າງຫນ້ອຍມັນຈະງ່າຍຂຶ້ນສໍາລັບຂ້ອຍ ທີ່ຈະຕັດສິນໃຈ. ແຕ່ຂ້ອຍຮູ້ວ່າ ນາງມີໃຈເພື່ອແຜ່ ແລະໃຈກ້ວາງ, ຊ່ວຍເຫລືອທຸກຄົນ, ຂ້ອຍຮູ້ວ່ານາງຈະມີຄວາມສຸກຫລາຍ ທີ່ຮ່າງກາຍຂອງນາງສາມາດຊ່ວຍຊີວິດ ຂອງຜູ້ຄົນໄດ້ສອງສາມຄົນ.'
ລາວເວົ້າວ່າ, ຜູ້ຮັບອະໄວຍະວະ ຫຼາຍເຖິງເຈັດຄົນ, ໄດ້ຮັບອະນາຄົດທີ່ເຂົາເຈົ້າຈະບໍ່ມີ, ຖ້າບໍ່ແມ່ນຍ້ອນການກະທໍາຂອງພັນລະຍາຂອງລາວ ທີ່ໃຫ້ແກ່ພວກເຂົາ ຫຼັງຈາກທີ່ນາງຕາຍ.
'ແຕ່ຍັງຂ້ອຍເຊື່ອວ່າ ລາວຢູ່ຮອບໆຂ້າງຂ້ອຍ...ຢູ່ໃນໂລກນີ້. ເຖິງແມ່ນວ່າ ຂ້ອຍບໍ່ເຫັນຄົນເຫຼົ່ານັ້ນ, ຂ້ອຍຮູ້ວ່າ ຮ່າງກາຍຂອງນາງ, ສິ່ງທີ່ຂ້ອຍຮັກຈາກຫົວໃຈຂອງຂ້ອຍ, ບາງສ່ວນເຫຼົ່ານັ້ນ ຍັງຢູ່ໃນໂລກນີ້.'
ໃນປັດຈຸບັນ ມີຊາວອອສເຕຣເລັຍປະມານ 1,800 ຄົນທີ່ລໍຖ້າ ການປ່ຽນອະໄວຍະວະ, ແລະອີກ 14,000 ຄົນກຳລັງຟອກໄຂ່ຫຼັງ ໃນການຮັກສາພາວະຫມາກໄຂ່ຫລັງລົ້ມເຫລວ.
ຂໍ້ມູນຈາກ Donate Life ສະແດງໃຫ້ເຫັນວ່າ 4 ໃນ 5 ຄົນຂອງຊາວອອສເຕຣເລັຍ ສນັບສນູນການບໍຣິຈາກ, ແຕ່ມີພຽງແຕ່ຫນຶ່ງໃນສາມເທົ່ານັ້ນ ທີ່ຈົດທະບຽນເປັນຜູ້ບໍຣິຈາກ.
ມັນໄດ້ນໍາໄປສູ່ການຂໍວິງວອນ ໃນຕອນເລີ່ມຕົ້ນຂອງ Donate Life Week, ໃຫ້ຊາວອອສເຕຣເລັຍ ລົງທະບຽນເປັນຜູ້ບໍຣິຈາກ ເພື່ອວ່າຄອບຄົວຂອງເຂົາເຈົ້າບໍ່ ຕ້ອງຕັດສິນໃຈຢ່າງລຳບາກ.
Lucinda Barry ແມ່ນ CEO ຂອງ Donate Life.
'ສໍາລັບຄອບຄົວ ໃນສະຖານະການແບບນີ້, ມັນເປັນຊ່ວງເວລາທີ່ຮ້າຍແຮງທີ່ສຸດ ໃນຊີວິດຂອງເຂົາເຈົ້າ ແລະດັ່ງນັ້ນ ຖ້າຫາກວ່າ ທ່ານໄດ້ຈົດທະບຽນເປັນຜູ້ບໍຣິຈາກ, ນັ້ນຫມາຍຄວາມວ່າ ຄອບຄົວຂອງທ່ານ ບໍ່ຈໍາເປັນຕ້ອງຕັດສິນໃຈນັ້ນ. ພວກເຂົາ ພຽງແຕ່ເຮັດຕາມຄວາມຕ້ອງການ ໃນຕອນທ້າຍຂອງຊີວິດຂອງທ່ານ. ສະນັ້ນ, ທ່ານຈະເອົາຄວາມກົດດັນບາງຢ່າງນັ້ນ ອອກຈາກຄອບຄົວ ໂດຍການຈົດທະບຽນ.'
Donate Life ຍັງພະຍາຍາມ ທີ່ຈະຍົກລະດັບຄວາມຮັບຮູ້ ໃນບັນດາຊຸມຊົນຫຼາຍສາສນາ ແລະຫຼາຍວັດທະນະທັມ.
ທ່ານນາງ Barry ກ່າວວ່າ ທຸກໆສາສນາທີ່ສໍາຄັນ ສນັບສນູນ ການບໍຣິຈາກອະໄວຍະວະ ແລະແພຈຸລັງ (Tissue).
'ບໍ່ຮູ້ວ່າ ເຮົາຈະຕ້ອງການ ການປ່ຽນອາໄວຍະວະ ໃນບາງຈຸດຂອງຊີວິດເຮົາຫລືບໍ່, ແລະສິ່ງນັ້ນ ສາມາດເກີດຂຶ້ນໄດ້ກັບທຸກຊຸມຊົນໃນອອສເຕຣເລັຍ. ສະນັ້ນ, ພວກເຮົາ ຕ້ອງການໃຫ້ທຸກຊຸມຊົນ ເວົ້າເຖິງການບໍຣິຈາກ, ຈົດທະບຽນ ຖ້າຫາກວ່າ ພວກເຂົາຕ້ອງການເປັນຜູ້ບໍຣິຈາກ, ແລະພວກເຮົາ ຍັງຮູ້ວ່າ ການທີ່ມີອາໄວຍະວະທີ່ເໝາະສົມທີ່ສຸດ ແມ່ນມັກຈະມາ ຈາກຄົນທີ່ມີພູມຫຼັງວັດທະນະທັມຂອງທ່ານ.'
ຕອນນີ້ Mohammad ກໍາລັງລ້ຽງດູ Hannah ອາຍຸ 7 ປີແລະ Jana ອາຍຸ 3ປີ-ດ້ວຍຮູ້ວ່າ ຄວາມເພື່ອແຜ່ ຂອງພັນລະຍາຂອງລາວ ຊ່ອຍເຫລືອລາວຢ່າງຫຼວງຫຼາຍ.
ລາວອະທິບາຍເຖິງຄວາມຮູ້ສຶກທີ່ດີ ແລະຄວາມຮູ້ບຸນຄຸນ ດ້ວຍການໄດ້ຮັບຈົດຫມາຍ ຈາກຜູ້ຮັບຫມາກໄຂ່ຫລັງ ຂ້າງນຶ່ງຂອງ Arghavan.
“ເວົ້າຕາມຄວາມຈິງແລ້ວ ຂ້ອຍຮ້ອງໄຫ້ ແລະຂ້ອຍດີໃຈຫລາຍ ທີ່ພວກເຮົາ ສາມາດຊ່ອຍເຫລືອບາງຄົນໄດ້. ຂ້ອຍແນ່ໃຈວ່າ Arghavan ກໍຈະມີຄວາມສຸກເຊັ່ນດຽວກັນ, ແລະຂ້ອຍແນ່ໃຈວ່າ ພວກເດັກນ້ອຍຈະພູມໃຈ ເມື່ອພວກເຂົາເຕີບໃຫຍ່ ແລະເຂົ້າໃຈ, ພວກເຂົາຈະພູມໃຈກັບແມ່ຂອງພວກເຂົາ.'
ເນື້ອເລື່ອງໂດຍ Tys Occhiuzzi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌