ການສົ່ງກຳລັງທະຫານ ໄປ Ukraine,
ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ຣັຖບານ Labor ຈະພິຈາຣະນາ ການສົ່ງກຳລັງທະຫານ ໄປ Ukraine ຖ້າຫາກມີ ການຂໍການ ສນັບສນູນ ຈາກອອສເຕຣເລັຍ.
ມັນເກີດຂຶ້ນ ໃນຂນະທີ່ທັງສອງຝ່າຍການເມືອງ ສະແດງການ ສນັບສນູນຕໍ່ Ukraine ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ຄວາມສໍາພັນກັບສະຫະຣັດອາເມຣິກາ ຈະເສື່ອມໂຊມລົງກໍຕາມ.
Tee Mitchell ລາຍງານ.
ໃນການເຄື່ອນໄຫວທີ່ສໍາຄັນ, ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ອອສເຕຣເລັຍ ເປີດຮັບແນວຄິດ ທີ່ຈະສົ່ງກຳລັງທະຫານ ເຂົ້າໄປໃນ Ukraine ເພື່ອສົ່ງເສີມເຂດການຮັກສາສັນຕິພາບ ທີ່ເປັນໄປໄດ້.
"ມີການສົນທະນາ ໃນຂນະນີ້ ກ່ຽວກັບຄວາມສາມາດ ຂອງການຮັກສາຄວາມສງົບ ແລະຈາກທັດສະນະຂອງຣັຖບານ ຂອງຂ້າພະເຈົ້າ, ພວກເຮົາ ພ້ອມທີ່ຈະພິຈາຣະນາ ຂໍ້ສເນີຕ່າງໆ. ອອສເຕຣເລັຍ ເຄີຍມີບົດບາດສໍາຄັນ ໃນເຂດຕ່າງໆ, ຮວມທັງໃນອາຟຣິກາ, ໃນ Cyprus, ໃນເຂດຮັກສາຄວາມສງົບອື່ນໆ. ພວກເຮົາ ຢາກເຫັນສັນຕິພາບໃນUkraine. ແຕ່ພວກເຮົາຢາກໃຫ້ແນ່ໃຈວ່າ ການກະທໍາທີ່ຜິດກົດຫມາຍ ແລະຜິດສິນທັມ ຂອງຣັສເຊັຍ ຈະບໍ່ເປັນຜົນສຳເຣັດ."
ມັນເກີດຂຶ້ນ ໃນຂນະທີ່ເຈົ້າຫນ້າທີ່ ທຳນຽບຂາວ ເປີດເຜີຍວ່າ ສະຫະຮັດອາເມຣິກາ ຈະຢຸດຄວາມຊ່ອຍເຫລືອ ທາງທະຫານ ຂອງສະຫະຣັດອາເມຣິກາຕໍ່ Ukraine ຊົ່ວຄາວ ທ່າມກາງຄວາມເສື່ອມໂຊມ ຂອງຄວາມສໍາພັນ ລະຫວ່າງສອງປະເທດ.
ຄວາມແຕກແຍກ ກໍເກີດຂຶ້ນໃນອອສເຕຣເລັຍເຊັ່ນກັນ, ໂດຍທີ່ Peter Dutton ຜູ້ນໍາຝ່າຍຄ້ານ ໄດ້ຄັດຄ້ານ ການໃຊ້ກອງທັບ ຮັກສາຄວາມສງົບ ທີ່ອາດເປັນໄປໄດ້.
"ໃນເລື່ອງທີ່ວ່າ ເຮົາຄວນມີກອງກຳລັງໃນ Ukraine ຫລືບໍ່, ຂ້າພະເຈົ້າບໍ່ສນັບສນູນສິ່ງນັ້ນ. ຂ້າພະເຈົ້າຄິດວ່າ ຊາວຢູໂຣບ ມີຫນ້າທີ່ນັ້ນ ແລະສິ່ງທີ່ປະທານາທິບໍດີ Trump ໄດ້ຊີ້ບອກກໍຄື ຊາວຢູໂຣບ ຕ້ອງເຮັດຫລາຍກວ່າເກົ່າ ໃນການປົກປ້ອງຢູໂຣບ."
ເຖິງແມ່ນວ່າ Mr Dutton ຈະມີຈຸດຢືນທີ່ເຂັ້ມແຂງ ໃນການສນັບສນູນ ປະທານາທິບໍດີ Zelenskyy ແລະການເປັນຜູ້ນໍາຂອງ Ukraine ກໍຕາມ.
"ສິ່ງທີ່ເຫັນໄດ້ຢ່າງຊັດແຈ້ງກໍຄື ໂລກຈໍາເປັນຕ້ອງຮ່ວມໄມ້ຮ່ວມມືກັນ ຢູ່ຂ້າງຫລັງ ຂອງປະທານາທິບໍດີ Zelenskyy ເພື່ອຕໍ່ສູ້ກັບຜະເດັດການຄາດຕະກອນ Vladimir Putin, ແລະ Vladimir Putin ບໍ່ມີຄວາມເຄົາຣົບ ຕໍ່ຊີວິດຂອງມະນຸດ, ລາວໄດ້ສະແດງໃຫ້ເຫັນໃນສິ່ງນັ້ນ."
ຜູ້ນໍາໃນ the United Kingdom, France ແລະອື່ນໆ ໄດ້ບອກວ່າ ເຂົາເຈົ້າສາມາດສົ່ງກຳລັງທະຫານ ແລະຍົນ ເພື່ອຢັບຢັ້ງການຮຸກຮານຄືນໃຫມ່ຂອງຣັສເຊັຍ.
ການປ່ຽນແປງທົ່ວໂລກ ໃນດ້ານການເມືອງ ກໍໄດ້ກະຕຸ້ນໃຫ້ມີການໂຕ້ຖຽງກັນ ກ່ຽວກັບການປ້ອງກັນ ທີ່ໃກ້ເຮືອນຫຼາຍຂຶ້ນ, ໂດຍສະເພາະ ໃນຂນະທີ່ປະເທດຈີນ ດໍາເນີນການຝຶກຊ້ອມໃນທະເລ Tasman.
ການສົ່ງເງິນເບື້ອງຕົ້ນ ໃນເດືອນແລ້ວນີ້ ຊຶ່ງເປັນສ່ວນຫນຶ່ງ ຂອງການຕົກລົງຂອງ AUKUS ມູນຄ່າ $368 ພັນລ້ານ-ເຖິງແມ່ນວ່າ ມີຄໍາຖາມຫລັງຈາກປະທານາທິບໍດີ Trump ໄດ້ອອກຄວາມຄິດເຫັນ.
"ນັ້ນຫມາຍຄວາມວ່າແນວໃດ?" TRUMP ຖາມນັກຂ່າວ.
"AUKUS, ພັນທະມິດດ້ານທະຫານຂອງອອສເຕຣເລັຍ, ສະຫະຣັດອາເມຣິກາ ແລະປະເທດອັງກິດ." ນັກຂ່າວຕອບ.
"ໂອ້, ພວກເຮົາຈະສົນທະນາກ່ຽວກັບເລື່ອງນັ້ນ." TRUMP ກ່າວ.
ເຖິງແມ່ນ ຈະມີຄວາມເປັນຫ່ວງ ໃນບາງສ່ວນ, ນາຍົກຣັຖມົນຕີ Albanese ກ່າວວ່າ ລາວບໍ່ມີຄວາມສົງສັຍ ກ່ຽວກັບຄວາມເຂັ້ມແຂງຂອງມິດຕະພາບ ຂອງສະຫະຣັດອາເມຣິກາ ແລະອອສເຕຣເລັຍ.
ການໃຊ້ຈ່າຍຂອງ AUKUS ແມ່ນສ່ວນຫນຶ່ງຂອງຄໍາສັນຍາຂອງ Labor ທີ່ຈະຍົກລະດັບ ການໃຊ້ຈ່າຍຂອງການທະຫານ ໃຫ້ເຖິງ 2.3 ເປີເຊັນ ຂອງ GDP ໃນປີ 2033.
ແລະໃນອາທິດນີ້, ຝ່າຍຄ້ານ ໄດ້ເປີດເຜີຍນະໂຍບາຍໃຫມ່ ທີ່ສັນຍາວ່າຈະຊື້ຍົນ F-35 ໃຫມ່ 28 ລໍາ ໃນລາຄາ 3 ພັນລ້ານໂດລາ.
ແຕ່ Pat Conroy, ຣັຖມົນຕີກະຊວງ Defence Industry and Capability Delivery, ໄດ້ປະຕິເສດ ຄວາມເປັນຫ່ວງກ່ຽວກັບຄ່າໃຊ້ຈ່າຍ.
"ການຊື້ເທື່ອສຸດທ້າຍ ຂອງ Joint Strike Fighters, 32 ລຳໃນກໍຣະນີນີ້, ໂດຍ Romania ໃນທ້າຍປີກາຍນີ້, ມີລາຄາ 11.5 ພັນລ້ານໂດລາ, ບໍ່ແມ່ນ3 ພັນລ້ານໂດລາ ດັ່ງທີ່ Peter Dutton ກ່າວວ່າ ເປັນສິ່ງທີ່ລາວຕ້ອງການ. ສະນັ້ນ, ຄຳເວົ້າຂອງຂ້າພະເຈົ້າ ຕໍ່ຜູ້ຄົນແມ່ນວ່າ: ຖ້າຫາກທ່ານບໍ່ສາມາດໃຫ້ຂໍ້ມູນງ່າຍໆ ຢ່າງຖືກຕ້ອງ ໃນການປ້ອງກັນ, ທ່ານຈະບໍ່ສາມາດ ໄວ້ວາງໃຈໄດ້ ໃນການປົກປ້ອງປະເທດຊາດ."
ເບິ່ງຄືວ່າ ເຮົາຈະໄດ້ຍິນຕື່ມອີກ ກ່ຽວກັບທ່າທີ ດ້ານການທະຫານ, ການຊື້ ແລະການໃຊ້ຈ່າຍ ຂອງອອສເຕຣເລັຍ ໃນອີກບໍ່ເທົ່າໃດອາທິດ.
ເນື້ອເລື່ອງໂດຍ Tee Mitchell ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌