ຄວາມສາມາດໃນການຈ່າຍຄ່າເຊົ່າໃນ ອອສເຕຣເລັຍ.
ກໍາລັງປະເຊີນກັບວິກິດການ ຄວາມສາມາດໃນການຈ່າຍຄ່າເຊົ່າ ທີ່ຮ້າຍແຮງທີ່ສຸດໃນຮອບ 17 ປີ, ດ້ວຍລາຄາເຊົ່າທີ່ສູງຂຶ້ນ ເກີນກວ່າການເຕີບໂຕຂອງລາຍໄດ້ ຊຶ່ງສົ່ງຜົນກະທົບຕໍ່ຄົນນັບລ້ານ.
ລາຍງານຄວາມສາມາດໃນການຈ່າຍຄ່າເຊົ່າຂອງ PropTrack ຫຼ້າສຸດພົບວ່າ ຄອບຄົວທີ່ມີລາຍໄດ້ສເລັ່ຍ 110,000 ໂດລາຕໍ່ປີ ສາມາດຈ່າຍໄດ້ພຽງ 39 ເປີເຊັນຂອງເຮືອນທີ່ມີໃຫ້ເຊົ່າ ເທົ່ານັ້ນ.
Sydney Lang ລາຍງານ.
ມັນເປັນບັນຫາຮີບດ່ວນ ທີ່ມີຜົນກະທົບ ຕໍ່ຫຼາຍລ້ານຄົນ ໃນທົ່ວອອສເຕຣເລັຍ:ສະຖານະຂອງຄວາມສາມາດໃນການຈ່າຍຄ່າເຊົ່າ.
PropTrack ຂອງກຸ່ມ REA ໄດ້ເປີດຕົວດັດຊະນີ ຄວາມສາມາດໃນການຈ່າຍຄ່າເຊົ່າໃຫມ່, ເຊິ່ງເປັນການວັດແທກຢ່າງຮອບດ້ານ ກ່ຽວກັບຈໍານວນເຮືອນໃຫ້ເຊົ່າ ທີ່ມີລາຄາຖືກ ທີ່ຄົວເຮືອນອອສເຕຣເລັຍ ສາມາດເຊົ່າໄດ້.
ລາຍງານໄດ້ເປີດເຜີຍວ່າ ຄວາມສາມາດໃນການຈ່າຍຄ່າເຊົ່າ ແມ່ນຢູ່ໃນຈຸດຕ່ຳສຸດ ໃນຢ່າງຫນ້ອຍ 17 ປີ, ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ PropTrack ໄດ້ເລີ່ມຕົ້ນການບັນທຶກຂໍ້ມູນ.
ນັບຕັ້ງແຕ່ການແພ່ລະບາດ, ລາຄາເຊົ່າໄດ້ຖີບຕົວສູງຂຶ້ນ, ເຮັດໃຫ້ຫຼາຍຄົນບໍ່ສາມາດເຊົ່າເຮືອນ ຢ່າງທີ່ເຂົາເຈົ້າເຄີຍເຮັດໄດ້.
ນັກເສດຖະສາດອະວຸໂສຂອງ PropTrack, ທ່ານ Angus Moore ກ່າວວ່າ ຄ່າເຊົ່າທີ່ຖີບຕົວສູງຂຶ້ນນັ້ນ ແຊງໜ້າຄ່າແຮງງານຢ່າງຫຼວງຫຼາຍ ຊຶ່ງມີຄວາມແຕກຕ່າງເພີ່ມຂຶ້ນ ນັບຕັ້ງແຕ່ເກີດໂຣກລະບາດ.
"ເພື່ອເນັ້ນເຖິງຂນາດຂອງບັນຫາ ທີ່ພວກເຮົາກໍາລັງປະເຊີນຢູ່ ໃນຕລາດການຊົ່າໃນເວລານີ້, ລາຄາສເລັ່ຍ ທີ່ຄົວເຮືອນທີ່ມີລາຍຮັບປົກກະຕິ ໃນທົ່ວອອສເຕຣເລັຍ ທີ່ມີລາຍໄດ້ປະມານ 111,000 ໂດລາຕໍ່ປີ ສາມາດເຊົ່າໄດ້ ມີພຽງແຕ່ 39% ຂອງເຮືອນໃຫ້ເຊົ່າ ທີ່ລົງໂຄສະນາ ໃນໄລຍະເຄິ່ງຫຼັງຂອງປີທີ່ຜ່ານມາ."
ຄົວເຮືອນ ທີ່ມີລາຍຮັບສເລັ່ຍປະມານ 111,000 ໂດລາ ສາມາດຈ່າຍຄ່າເຊົ່າໄດ້ ທີ່ນ້ອຍທີ່ສຸດຂອງເຮືອນເຊົ່ານັບຕັ້ງແຕ່ປີ 2008.
ມີພຽງແຕ່ 39 ເປີເຊັນ ຂອງເຮືອນທີ່ລົງໂຄສະນາໃຫ້ເຊົ່າ ແມ່ນຖືວ່າລາຄາຖືກ,ສົມມຸດວ່າ ທ່ານກໍາລັງໃຊ້ຈ່າຍ 25 ເປີເຊັນ ຂອງລາຍຮັບຂອງທ່ານ ໃນການເຊົ່າເຮືອນ.
ຜົນກະທົບ ແມ່ນຮູ້ສຶກຫຼາຍທີ່ສຸດ ໃນ New South Wales, Tasmania ແລະ Queensland.
ຄອບຄົວລາຍໄດ້ທົ່ວໄປໃນຣັດ New South Wales ສາມາດຈ່າຍຄ່າເຊົ່າ ໄດ້ພຽງແຕ່ 28 ເປີເຊັນ.
ແລະຖ້າຫາກວ່າ ທ່ານຢູ່ໃນກຸ່ມລາຍຮັບທີ່ຕ່ຳກວ່າ, ຍົກຕົວຢ່າງວ່າ ລາຍໄດ້ $49,000 ຕໍ່ປີ, ການຊອກຫາເຮືອນເຊົ່າ ທີ່ມີລາຄາຖືກ ແມ່ນເກືອບຈະເປັນໄປບໍ່ໄດ້.
ທ່ານ Moore ກ່າວວ່າ ມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ຮັບການສນັບສນູນ ການເຊົ່າເຊັ່ນ: ການຊ່ວຍເຫຼືອຄ່າເຊົ່າຂອງ Commonwealth ເພື່ອເຮັດໃຫ້ການເຊົ່າເປັນໄປໄດ້ ສໍາລັບຜູ້ມີລາຍໄດ້ຕ່ຳ.
"ສະພາບການ ຂອງຄວາມທ້າທາຍ ຂອງຄວາມສາມາດໃນການຈ່າຍຄ່າເຊົ່າ ທີ່ພວກເຮົາກໍາລັງປະເຊີນຢູ່ໃນເວລານີ້ ກໍາລັງສົ່ງຜົນກະທົບ ຕໍ່ຄອບຄົວທີ່ມີລາຍໄດ້ຕ່ຳ. ສໍາລັບຄົວເຮືອນ ທີ່ມີລາຍໄດ້ 30 ເປີເຊັນໃຊ້ຈ່າຍປະມານ 67,000 ໂດລາຕໍ່ປີ,ສາມາດຈ່າຍຄ່າເຊົ່າພຽງແຕ່ 3% ຂອງເຮືອນເຊົ່າ ທີ່ໂຄສະນາ ໂດຍບໍ່ຈໍາເປັນຕ້ອງໃຊ້ຈ່າຍງົບປະມານຫຼາຍກວ່າ 25% ຂອງພວກເຂົາ. ເຫັນໄດ້ຢ່າງຊັດແຈ້ງວ່າ ທ້າທາຍຫລາຍ ແລະຂ້າພະເຈົ້າຄິດວ່າ ເຮັດໃຫ້ກໍລະນີນີ້ ມີຄວາມສໍາຄັນຕໍ່ນະໂຍບາຍການສນັບສນູນ ເຊັ່ນການຊ່ວຍເຫລືອ ໃຫ້ເຊົ່າຂອງ Commonwealth ສໍາລັບຄອບຄົວທີ່ມີລາຍໄດ້ຕ່ຳ. ເຖິງແມ່ນວ່າ ມັນເປັນທີ່ຫນ້າພໍໃຈ ທີ່ພວກເຮົາໄດ້ເຫັນການຊ່ວຍເຫລືອຄ່າເຊົ່າຂອງ Commonwealth ໄດ້ເພີ່ມຂຶ້ນໃນງົບປະມານຄັ້ງຫຼ້າສຸດ, ເນື່ອງຈາກຂນາດຂອງຄວາມທ້າທາຍທີ່ຄອບຄົວທີ່ມີລາຍໄດ້ຕ່ຳຕ້ອງປະເຊີນ ຂ້າພະເຈົ້າຄິດວ່າ ຂອບເຂດຂອງການຊ່ອຍເຫຼືອ ຄວນຈະໄປໄກກວ່ານີ້.
ແຕ່ເຫັນໄດ້ຢ່າງແຈ່ມແຈ້ງວ່າ ການສນັບສນູນ ບໍ່ໄດ້ແກ້ໄຂໃນໂຕບັນຫາຫຼັກ–ນັ້ນແມ່ນການຂາດເຂີນຂອງເຮືອນໃຫ້ເຊົ່າ.
ທ່ານ Moore ກ່າວວ່າ ຈຳນວນເຮືອນເຊົ່າ ທີ່ຕ່ຳໃນທົ່ວປະເທດ ກໍາລັງສ້າງຄວາມກົດດັນເພີ່ມຂຶ້ນໃຫ້ກັບຜູ້ເຊົ່າ.
"ເຫດຜົນທີ່ພວກເຮົາກໍາລັງເຫັນ ເງື່ອນໄຂທີ່ທ້າທາຍເຊັ່ນນີ້ ສໍາລັບຄວາມສາມາດໃນການຈ່າຍຄ່າເຊົ່າ ໃນເວລານີ້ ແມ່ນວ່າ ບໍ່ມີເຮືອນໃຫ້ເຊົ່າພຽງພໍ ສໍາລັບຈໍານວນຄົນ ທີ່ກໍາລັງຊອກຫາເຊົ່າ. ຈຳນວນເຮືອນວ່າງໃຫ້ເຊົ່າ ແມ່ນຕ່ຳຢ່າງບໍ່ຫນ້າເຊື່ອ ທົ່ວປະເທດໃນເວລານີ້, ແລະນັ້ນ ແມ່ນການສ້າງຄວາມກົດດັນຫຼາຍ ຕໍ່ການເຊົ່າ.ເມື່ອທຽບໃສ່ກັບກ່ອນການລະບາດ ຄ່າເຊົ່າທີ່ໂຄສະນາໃຫ້ເຊົ່າຢູ່ realestate.com ໂດຍສເລັ່ຍ ໄດ້ເພີ່ມຂຶ້ນ 38 ເປີເຊັນທົ່ວປະເທດ. ນັ້ນເປັນການເຕີບໂຕ ທີ່ເຫລືອເຊື່ອ ໃນໄລຍະເວລາພຽງແຕ່ ສີ່ປີເທົ່ານັ້ນ."
ການເພີ່ມເຮືອນໃຫ້ເຊົ່າ ແມ່ນການແກ້ໄຂປັນຫາ, ອີງຕາມລາຍງານຂອງ PropTrack.
ມັນເປັນເປົ້າຫມາຍໄລຍະຍາວ ທີ່ຕ້ອງປຸກເຮືອນໃຫ້ຫລາຍຂຶ້ນ ໃນບ່ອນທີ່ຜູ້ຄົນຢາກອາສັຍຢູ່ ຊຶ່ງສາມາດຊ່ວຍແກ້ໄຂ ອັດຕາເຮືອນວ່າງທີ່ຕ່ຳຢ່າງເຫລືອເຊື່ອ ທີ່ເຫັນຢູ່ທົ່ວປະເທດ.
ທ່ານ Moore ກ່າວວ່າຣັຖບານສາມາດເຮັດໄດ້ຫລາຍກວ່ານັ້ນ ເພື່ອເຮັດໃຫ້ຮອດຈຸດໝາຍນັ້ນໄວຂຶ້ນ.
"ໃນໄລຍະຍາວ, ວິທີດຽວ ທີ່ພວກເຮົາຈະແກ້ໄຂ ປັນຫາຄວາມສາມາດໃນການຈ່າຍຄ່າເຊົ່າ ແມ່ນການສ້າງເຮືອນໃຫ້ຫຼາຍຂຶ້ນ, ໂດຍພື້ນຖານແລ້ວ ບັນຫາທີ່ພວກເຮົາກໍາລັງປະເຊີນຢູ່ໃນເວລານີ້ ແມ່ນບໍ່ມີເຮືອນເຊົ່າພຽງພໍ ແລະດັ່ງນັ້ນ ວິທີດຽວ ທີ່ພວກເຮົາສາມາດແກ້ໄຂໄດ້ ແມ່ນການປຸກເຮືອນຫຼາຍຂຶ້ນ. ໃນທຳນອງດຽວກັນ, ພວກເຮົາກໍເຫັນວ່າ ຣັຖບານມຸ່ງເນັ້ນ ຕໍ່ຄນະຣັຖບານ ໃນການມີເປົ້າຫມາຍ ທີ່ຈະສ້າງບ້ານເຮືອນໃຫ້ໄດ້ 1.2 ລ້ານຫລັງ ໃນໄລຍະຫ້າປີ ແຕ່ໃນເວລານີ້ ແລະຄວາມໄວຂອງການກໍ່ສ້າງ, ພວກເຮົາຈະບໍ່ບັນລຸເປົ້າໝາຍ, ແລະອາດຈະຕ້ອງເຮັດຫລາຍກວ່ານັ້ນ."
ຄວາມສາມາດໃນການຈ່າຍຄ່າເຊົ່າໃນ Victoria, ເຖິງແມ່ນວ່າໄດ້ຕົກຕ່ຳລົງໃນມໍ່ໆມານີ້, ແຕ່ກໍຍັງສູງທີ່ສຸດ.
ຫຼາຍກວ່າເຄິ່ງຫນຶ່ງ ຂອງເຮືອນເຊົ່າ ແມ່ນສາມາດເຂົ້າເຖິງໄດ້ ສໍາລັບຄົວເຮືອນທີ່ມີລາຍໄດ້ປານກາງ.
ໂດຍທີ່ມີລາຍໄດ້ສເລັ່ຍ ຂອງຄົວເຮືອນຂອງປະເທດ ເພີ່ມຂຶ້ນ 19 ເປີເຊັນ ນັບແຕ່ປີ 2018-19 ເປັນຕົ້ນມາ, ແຕ່ລາຄາການເຊົ່າສເລັ່ຍ ໄດ້ເພີ່ມຂຶ້ນເຖິງ 38 ເປີເຊັນຫລັງຈາກການລະບາດ, ຊ່ອງວ່າງລະຫວ່າງລາຍໄດ້ ແລະຄ່າໃຊ້ຈ່າຍຂອງບ້ານເຮືອນຈຶ່ງກວ້າງຂຶ້ນ.
Michael Fotheringham ຈາກ Australian Housing and Urban Research Institute ເຄີຍບອກກັບ SBS ວ່າ ບໍ່ມີຂໍ້ສເນີໃດ ທີ່ຈະແກ້ໄຂຄວາມຫຍຸ້ງຍາກພຽງເວລາຂ້າມຄືນໄດ້-ແຕ່ຕ້ອງດຳເນີນການຢ່າງຮີບດ່ວນ.
"ເວລາທີ່ດີທີ່ສຸດ ທີ່ຈະກ່າວເຖິງເລື່ອງນີ້ ແມ່ນ 20 ປີກ່ອນ. ເວລາທີ່ດີທີ່ສຸດ ຕໍ່ໄປແມ່ນໃນມື້ນີ້. ມັນເຖິງເວລາແລ້ວ ທີ່ພວກເຮົາບໍ່ສາມາດຊຸກຍູ້ສິ່ງນີ້ຕື່ມອີກ ເພາະວ່າ ມັນຈະຮຸນແຮງຫຼາຍຂຶ້ນເລື້ອຍໆ. ພວກເຮົາ ມີບັນຫາໃຫຍ່ ກ່ຽວກັບການຂາດທີ່ຢູ່ອາສັຍ ແລະຄວາມສາມາດໃນການຈ່າຍຄ່າເຊົ່າ ໃນປະເທດນີ້. ແລະເຮົາຕ້ອງດຳເນີນການຢ່າງຈິງຈັງ."
ເນື້ອເລື່ອງໂດຍ Sydney Lang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌