ທະນາຄານແຫ່ງຊາດ ຈະຖືກທົບທວນຄືນ ເປັນຄັ້ງທໍາອິດ ໃນຮອບສີ່ທົດສະວັດ.

The Reserve Bank of Australia head office in Sydney, Tuesday, July 5, 2022. The Reserve Bank of Australia board lifted the official cash rate to 1.35 per cent. (AAP Image/Dean Lewins) NO ARCHIVING

The Reserve Bank of Australia head office in Sydney. Source: AAP

ເພື່ອຈະໃຫ້ທະນາຄານແຫ່ງຊາດ ເປັນທະນາຄານ ທີ່ດີທີ່ສຸດ ໃນໂລກ, ຣັຖມົນຕີ ກະຊວງການຄັງ ຈຶ່ງປະກາດໃຫ້ມີການທົບທວນກ່ຽວກັບ ຄວາມຮັບຜິດຊອບ, ວັທນະທັມ, ການແຕ່ງຕັ້ງຄນະກັມການແລະເປົ້າຫມາຍເງິນເຟີ້ຂອງທະນາຄານ. ທ່ານ Angus Taylor ໂຄສົກກະຊວງການຄັງ ຂອງຝ່າຍຄ້ານ ກໍຍິນດີຕໍ່ການເຄື່ອນໄຫວດັ່ງກ່າວເຊັ່ນກັນ.


ທະນາຄານແຫ່ງຊາດ ອອສເຕຣເລັຍຈະຖືກທົບທວນຄືນຢ່າງເປັນທາງການ ເປັນຄັ້ງທໍາອິດໃນຮອບສີ່ທົດສະວັດ. ທີ່ຈະຕ້ອງໄດ້ກວດສອບ ແມ່ນດ້ານວັທນະທັມ, ການແຕ່ງຕັ້ງຄນະກັມການ ແລະ ເປົ້າຫມາຍເງິນເຟີ້.

ຣັຖມົນຕີ ກະຊວງການຄັງ ກ່າວວ່າ ສະຖາບັນ ດັ່ງກ່າວ ໄດ້ຮັບໃຊ້ ປະເທດເປັນຢ່າງດີ, ແຕ່ວ່າ ການທົບທວນທີ່ເປັນອິດສຣະ ແມ່ນກາຍເວລາມາແລ້ວ ແລະ ຈະໃຫ້ແນ່ໃຈວ່າ ອອສເຕຣເລັຍ ມີທະນາຄານກາງທີ່ "ມີປະສິດທິພາບທີ່ສຸດ" ຂອງໂລກ.. Krishani Dhanji..ອະທິບາຍ

ເມື່ອອັດຕາດອກເບ້ຍເພີ່ມຂຶ້ນ, ຜູ້ຫວັງຈະຊື້ເຮືອນ ກໍຮູ້ສຶກເຖິງຄວາມກະທົບນັ້ນ.

ແຕ່ໃນຂນະທີ່ເຮືອນຍັງຢູ່ໃນການປະມູນ, ຣັຖບານກໍບໍ່ໄດ້ເຊື່ອໃນການດໍາເນີນງານໃນທະນາຄານກາງ.

ຣັຖມົນຕີ ກະຊວງການຄັງ ທ່ານ Jim Chalmers ໄດ້ປະກາດການກວດສອບທະນາຄານແຫ່ງຊາດ, ເຊິ່ງເປັນຄັ້ງທໍາອິດນັບຕັ້ງແຕ່ຊຸມປີ 1980 ເປັນຕົ້ນມາ.

"ພວກເຮົາຕ້ອງການທີ່ຈະສ້າງຄວາມເຊື່ອຫມັ້ນໃນທະນາຄານແຫ່ງຊາດ ແລະ ທ່ານສ້າງຄວາມ ຫມັ້ນໃຈໃນສະຖາບັນ ໂດຍການກຽມພ້ອມ ທີ່ຈະປັບປຸງແລະປະຕິຮູບມັນ ແລະນັ້ນແມ່ນ ຈຸດປະສົງ ຂອງພວກເຮົາ ໃນທີ່ນີ້."

ການກວດສອບອິດສຣະ ຈະໃຊ້ຜູ້ຊ່ຽວຊານສາມຄົນ ເພື່ອເບິ່ງ ຄວາມຮັບຜິດຊອບ ແລະວັທນະທັມຂອງທະນາຄານ, ການແຕ່ງຕັ້ງຄນະກັມການແລະເປົ້າຫມາຍເງິນເຟີ້ຂອງທະນາຄານ.

ຜູ້ອຳນວຍການ, ທ່ານ Philip Lowe ໄດ້ຍິນດີຕໍ່ການກວດສອບ ແລະ ກ່າວວ່າທ່ານຈະຕອບ ຕໍ່ສິ່ງທີ່ພົບເຫັນຈາກການກວດສອບ.

"ການ ກວດສອບໄດ້ຮັບການຕ້ອນຮັບຈາກຄນະກຳມາທິການ ທະນາຄານແຫ່ງຊາດ ແລະ ພະນັກງານຂອງທະນາຄານ. ມັນເປັນໂອກາດທີ່ ເຮົາຈະໄດ້ທົບທວນນະໂຍບາຍການເງິນ ຂອງພວກເຮົາ ແລະ ເຮັດໃຫ້ແນ່ໃຈວ່າ ມັນເຫມາະສົມສໍາລັບ ຈຸດປະສົງສໍາລັບການທ້າທາຍ ໃນອະນາຄົດ."

ຣັຖມົນຕີ ກະຊວງການຄັງ  ທ່ານ Jim Chalmers ຢືນຢັນວ່າ ການກວດສອບນັ້ນ ແມ່ນການເບິ່ງໄປທາງໜ້າ.

"ຂ້າພະເຈົ້າບໍ່ຢາກໃຫ້ມັນເປັນການເຮັດເພື່ອໃຫ້ໂທດໃຜ ຫຼືໃຊ້ການຄາດເດົາເອົາ. ຂ້າພະເຈົ້າບໍ່ຢາກໃຫ້ມັນເປັນການແນໃສ່ສະເພາະການຫຼຽວເບິ່ງກັບຫລັງ, ການກ່າວໂທດ ການປ່ຽນແປງ. ດ້ວຍຄວາມຈິງໃຈແລ້ວ ຂ້າພະເຈົ້າຢາກໃຫ້ເປັນວິທີ ທີ່ພວກເຮົາມີທະນາຄານກາງ ທີ່ດີທີ່ສຸດໃນໂລກ ໃນອະນາຄົດໄດ້ແນວໃດ."

ທ່ານ Angus Taylor ໂຄສົກກະຊວງການຄັງ ຂອງຝ່າຍຄ້ານ ກໍຍິນດີຕໍ່ການເຄື່ອນໄຫວດັ່ງກ່າວເຊັ່ນກັນ.

"ພວກເຮົາໄດ້ເຫັນຄວາມຜິດພາດໃນການຄາດຄະເນ, ຄວາມຜິດພາດ ໃນການຊີ້ນໍາຈາກທະນາຄານແຫ່ງຊາດຫວ່າງມໍ່ໆມານີ້ ແລະການກວດສອບຈໍາເປັນ ຕ້ອງເບິ່ງ ສິ່ງເຫຼົ່ານັ້ນ. ຕ້ອງເຮັດໃຫ້ແນ່ໃຈ ວ່ານັກລົງທຶນ ແລະຜູ້ກູ້ຢືມ ມີຄວາມຫມັ້ນໃຈ ວ່າຕົນເອງໄດ້ຮັບໃນສິ່ງທີ່ສົມຄວນໄດ້ຮັບ."

ທ່ານ Philip Lowe ຜູ້ອຳນວຍການ ໄດ້ກ່າວຢ້ຳອີກວ່າ ທ່ານຢາກເຫັນ ເງິນເຟີ້ ກັບສູ່ເປົ້າຫມາຍເຊິ່ງແມ່ນລະຫວ່າງ ສອງ ຫາ ສາມ ເປີເຊັນ, ໃນຂນະທີ່ມັນເພີ້ມຂຶ້ນຢ່າງໄວ ເນື່ອງຈາກຄວາມກົດດັນໃນທົ່ວໂລກ ແລະ ພາຍໃນປະເທດ.

ຜູ້ອຳນວຍການ ຍັງໄດ້ຣະບຸວ່າ ອັດຕາດອກເບັ້ຍ ຈະເພີ້ມຂຶ້ນຕື່ມອີກ, ເພື່ອຍັບຍັ້ງເງິນເຟີ້ທີ່ເພີ່ມຂຶ້ນນັ້ນ. ແຕ່ວ່ານັ້ນ ແມ່ນນຶ່ງຂອງການວິພາກວິຈານ ເມື່ອບໍ່ດົນມານີ້ ທີ່ທະນາຄານ ໄດ້ປະເຊີນ.

ທ່ານ Philip Lowe ໄດ້ຢືນຢັນໃນປີກາຍນີ້ ທີ່ສະໂມສອນ ສື່ມວນຊົນແຫ່ງຊາດ (National Press Club) ໃນເດືອນ ກຸມພາ ປີ 2021 ວ່າອັດຕາດອກເບ້ຍ ຈະບໍ່ເພີ່ມຂຶ້ນຈົນເຖິງປີ 2024.

"ພວກເຮົາບໍ່ໄດ້ຄາດຄຶດວ່າມັນຈະເປັນກ່ອນປີ 2024 ແລະມັນເປັນໄປໄດ້ທີ່ມັນຈະຊ້າກວ່ານີ້. ສະນັ້ນ ຂໍ້ຄວາມກໍຄື ອັດຕາດອກເບັ້ຍ ຈະຕ່ໍາລົງເປັນເວລາອີກດົນນານຢູ່."

ແຕ່ປີນີ້ທະນາຄານໄດ້ປັບລະດັບອັດຕາດອກເບັ້ຍສາມເທື່ອຕິດຕໍ່ກັນ.

ເທື່ອສຸດທ້າຍທີ່ RBA ໄດ້ ຖືກກວດສອບຢ່າງອິດສຣະ ແມ່ນໃນປີ 1981 ແລະ ຜູ້ຊ່ຽວຊານຮວມທັງ Chris Richardson ກ່າວວ່າ ມັນເກີນເວລາມາດົນແລ້ວ.

"ພວກເຮົາກໍາລັງມີການທົບທວນນີ້ ເພາະວ່າມັນເປັນເວລາ ຫຼາຍທົດສະວັດ ຕັ້ງແຕ່ພວກເຮົາໄດ້ມີຄັ້ງຫຼ້າສຸດ, ເພາະວ່າການຕັດສິນໃຈ ຂອງທະນາຄານແຫ່ງຊາດ ມີຄວາມສໍາຄັນຫຼາຍກວ່າທີ່ເຄີຍເປັນຈິງ, ເພາະວ່າ ການຕັດສິນໃຈເຫຼົ່ານັ້ນຖືກອະທິບາຍ ໃຫ້ປະຊາຊົນອອສເຕຣເລັຍ ໃນເວລານີ້ ມີຄວາມສໍາຄັນຫຼາຍກວ່າແຕ່ກ່ອນ."

ໃນມື້ນີ້, ຜູ້ອຳນວຍການ Lowe ກໍໄດ້ຍອມຮັບວ່າ ມັນເປັນນະໂຍບາຍ ການເງິນຂອງທະນາຄານເອງຊຶ່ງໄດ້ສົ່ງຜົນ ຕໍ່ສະພາບເສດຖະກິດໃນປັດຈຸບັນ.

ໃນລະຫວ່າງການລະບາດໃຫຍ່, ທະນາຄານແຫ່ງຊາດໄດ້ຫຼຸດອັດຕາດອກເບັ້ຍເງິນສົດລົງຕ່ຳ ເປັນປວັດການ ເຊິ່ງຢູ່ທີ່ 0.1 ເປີເຊັນ.

ແຕ່ເຖິງແມ່ນວ່າ ທະນາຄານແຫ່ງຊາດ ຕ້ອງການຈະປ້ອງກັນ ຕໍ່ຜົນ ກະທົບທີ່ຮ້າຍແຮງເຊິ່ງອາດເກີດຂຶ້ນໄດ້, ທ່ານ Philip Lowe ກ່າວວ່າ ພວກເຂົາເຈົ້າບໍ່ໄດ້ຄາດການວ່າເສດຖະກິດ ແລະ ຄອບຄົວ ຈະສາມາດຟື້ນໂຕຄືນໄດ້ໄວປານໃດ.

"ແຕ່ຂ້າພະເຈົ້າ ຮັບຮູ້ວ່າ, ເຖິງແມ່ນວ່າ ວິທີການນັ້ນ ໄດ້ຊ່ວຍ ຫລີກເວັ້ນຈາກຮອຍແຜໃນຣະຍະຍາວ ທີ່ສ້າງຄວາມເສັຍຫາຍບາງຢ່າງ, ແຕ່ມັນກໍໄດ້ສົ່ງຜົນຕໍ່ຄວາມກົດດັນ ຕໍ່ເງິນເຟີ້ ທີ່ເຮົາກໍາລັງປະສົບຢູ່ ໃນເວລານີ້; ໃນຕອນນີ້ ພວກເຮົາຕ້ອງເເກ້ໄຂຮັບມື ຕໍ່ສິ່ງນັ້ນ."

ທ່ານ Chris Richardson ກ່າວວ່າ ການສື່ສານ ໂດຍທະນາຄານ ຕໍ່ ສາທາຣະນະຊົນ ຄວນຈະໃຫ້ມັນຊັດເຈນກວ່າເກົ່າ.

"ມັນບໍ່ໄດ້ລະເລີຍແຕ່ມັນຜິດ, ແລະມັນກໍຍອມຮັບວ່າແມ່ນແທ້. ນີ້ແມ່ນ ວິກິດທີ່ເຄື່ອນໄຫວໄວທີ່ສຸດເທົ່າທີ່ ອອສເຕຣເລັຍເຄີຍເຫັນມາ, ມັນເປັນເຣື້ອງຍາກທີ່ ຈະຄາດການສິ່ງເຫຼົ່ານັ້ນ, ແຕ່ ບາງທີ ມັນຄວນຈະໄດ້ຖືກສື່ສານທີ່ ແຕກຕ່າງກັນ ຫນ້ອຍຫນຶ່ງ ແລະ ຄວາມບໍ່ແນ່ນອນ ບາງຢ່າງອາດຈະຖືກ ອະທິບາຍໄດ້ດີກວ່າ, ພວກເຮົາບໍ່ຄິດວ່າ ພວກເຮົາຈະຕ້ອງຂຶ້ນອັດຕາດອກເບ້ຍ ເປັນເວລາຫຼາຍປີ, ແຕ່ວ່າມັນກໍອາດ ຈະເກີດຂຶ້ນໄດ້, ຖ້າຫາກວ່າມີການຟື້ນຕົວໄວຂຶ້ນ ແລະ ສິ່ງອື່ນໆເກີດຂຶ້ນ."

ລາຍງານມີກຳໜົດຈະກັບຄືນມາໃນ ເດືອນມີນາປີຫນ້າ.

ເນື້ອເລື່ອງໂດຍ      Krishani Dhanji     ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ


Share