ການນຳນ້ຳເສັຍ ມາໃຊ້ຄືນໃຫມ່ຢ່າງປອດພັຍ

Cold drink water being poured into glass

ໃນອະນາຄົດ, ຈະແມ່ນແທ້ຫຼືບໍ່ວ່າ ເຮົາຈະຕ້ອງດື່ມນ້ຳທີ່ມາຈາກການ ນຳນ້ຳທີ່ໃຊ້ແລ້ວ ແຕ່ຜ່ານວິທີກັມຕ່າງໆ ? Credit: Level1studio/Getty Images

ໂລກກຳລັງພົບກັບວິກິດທາງການມີນ້ຳໃຊ້. ດ້ວຍການເພີ່ມຂຶ້ນຂອງປະຊາກອນ ແລະ ສະພາບພູມອາກາດ, ການມີນ້ຳສະອາດເພື່ອການດື່ມກິນ ແລະໃຊ້ ກໍນັບມີຈະມີປັນຫາ. ຫຼາຍໆປະເທດ ເລີ້ມຫາວິທີ ທີ່ຈະນຳນ້ຳທີ່ໃຊ້ແລ້ວມາເຮັດໃຫ້ບໍຣິສຸດ ແລະສາມາດນຳມາໃຊ້ໃນຄົວເຮືອນໄດ້.


ການນຳນ້ຳເສັຍ ມາໃຊ້ຄືນໃຫມ່ຢ່າງປອດພັຍ.

ເປັນເວລາຫລາຍກວ່າ 50 ປີແລ້ວ ທີ່ເມືອງຕ່າງໆທົ່ວໂລກ ໄດ້ດື່ມນ້ຳເສັຍ ທີ່ຖືກນຳມາໃຊ້ຄືນໃຫມ່ (Recycled Wastewater) ຢ່າງປອດພັຍ, ຈາກ Los Angeles ເຖິງ Barcelona ແລະ Cape Town.

ແຕ່ມີຫນ້ອຍເມືອງ ໃນອອສເຕຣເລັຍ ທີ່ໄດ້ເຮັດແບບນັ້ນ.

ແຕ່ດ້ວຍການປ່ຽນແປງ ຂອງສະພາບພູມອາກາດ ແລະຈໍານວນພົນລະເມືອງ ທີ່ເພີ່ມຂຶ້ນ ເຮັດໃຫ້ມີຄວາມກົດດັນເລື້ອງນ້ຳ. ຜູ້ຊ່ຽວຊານກ່າວວ່າ ມັນສາມາດເປັນທາງແກ້ໄຂ ໃນອະນາຄົດ, ດັ່ງທີ່ Abbie O’Brien ລາຍງານ.

ມັນແມ່ນປະເທດທີ່ເປັນເກາະນ້ອຍໆ ທີ່ມີບັນຫາໃຫຍ່ ເລື່ອງນ້ຳ.

Singapore ເປັນປະເທດທີ່ມີປະຊາກອນໜາແນ້ນ, ມີແຫລ່ງນ້ຳທັມມະຊາດຫນ້ອຍ ແລະມີທີ່ດິນຈໍາກັດ ສໍາລັບອ່າງເກັບນ້ຳ ແລະສະນັ້ນ ມັນຈຶ່ງເປັນໜຶ່ງຂອງບ່ອນ ທີ່ມີຄວາມກົດດັນເລື້ອງນ້ຳ ຫລາຍທີ່ສຸດ ໃນໂລກ.

ແຕ່ປະເທດນີ້ ຍັງເປັນຜູ້ນໍາຂອງໂລກ ໃນສິ່ງທີ່ເອີ້ນວ່າ ນ້ຳບໍຣິສຸດທີ່ນຳມາໃຊ້ໃຫມ່(Purified Recycled Water)-ນັ້ນຄື ການປ່ຽນນ້ຳເສັຍ ໃຫ້ເປັນນ້ຳດື່ມ ທີ່ປອດພັຍ ແລະສະອາດ.

ສາດສະດາຈານ Stuart Khan, ຫົວຫນ້າຝ່າຍວິສະວະກັມໂຍທາ ທີ່ມະຫາວິທະຍາໄລ Sydney, ອະທິບາຍ.

"ນ້ຳບໍຣິສຸດ ທີ່ນຳມາໃຊ້ໃຫມ່ (Purified Recycled Water) ແມ່ນການນຳເອົານ້ຳ ຈາກໂຮງງານບຳບັດນ້ຳເສັຍ ທີ່ຂອງໂສໂຄກໄດ້ຮັບການບຳບັດແລ້ວ ຊຶ່ງຖ້າບໍ່ດັ່ງນັ້ນ ຈະຖືກປ່ອຍອອກໄປສູ່ສະພາບແວດລ້ອມ. ແຕ່ແທນທີ່ ຈະປ່ອຍມັນອອກໄປສູ່ສະພາບແວດລ້ອມ, ເຮົາຈະເອົາມັນຜ່ານໂຮງງານບຳບັດນ້ຳ ທີ່ກ້າວຫນ້າ ບ່ອນທີ່ມັນຖືກເຮັດໃຫ້ບໍຣິສຸດ ໃນລະດັບສູງ ເພື່ອວ່າມັນຈະສາມາດ ຖືກນຳກັບຄືນໄປເປັນນ້ຳດື່ມ ໄດ້ຢ່າງປອດພັຍ ແລະເຊື່ອຖືໄດ້."

ມັນເປັນລະບົບ ທີ່ປະຊາຊົນ Singapore ຍອມຮັບເປັນດົນນານແລ້ວ.

ປະເທດນີ້ ຍັງຜລິດເບັຍ ຈາກນ້ຳເສັຍ ທີ່ຜ່ານການບຳບັດແລ້ວ.

ສາດສະດາຈານ Khan ກ່າວວ່າ ຄວາມສໍາເລັດສ່ວນຫລາຍ ເປັນຜົນມາຈາກ ການຣົນນະຣົງຂໍ້ມູນ ທີ່ດໍາເນີນການຢ່າງດີ.

"Singapore ໃຫ້ຄວາມສຳຄັນ ຕໍ່ການສຶກສາໃນຊຸມຊົນຢ່າງຈິງຈັງຫລາຍ. ເຂົາເຈົ້າ ໄດ້ສ້າງສູນບໍຣິການຜູ້ຢ້ຽມຢາມ ໂຄງການນຳໃຊ້ນ້ຳຄືນໃຫມ່ ໃນປີ 2003, ຫລາຍກວ່າ 20 ປີມາແລ້ວ. ເຂົາເຈົ້າໄດ້ວາງແຜນ ທີ່ຈະພານັກຮຽນທຸກຄົນໃນ Singapore ຜ່ານສູນບໍຣິການຜູ້ຢ້ຽມຢາມນັ້ນ ເພື່ອຮຽນຮູ້ ກ່ຽວກັບການນໍາໃຊ້ນ້ຳຄືນໃຫມ່ ,ເພື່ອຮຽນຮູ້ ກ່ຽວກັບຄວາມຈໍາເປັນ ຂອງການໃຊ້ນ້ຳທີ່ຍືນຍົງໃນ Singapore."

ບັດນີ້ ຄວາມພະຍາຍາມຄ້າຍຄືກັນນີ້ ກໍາລັງດໍາເນີນການຢູ່ໃນ Sydney ເພື່ອໃຫ້ຄວາມຮູ້ ແກ່ຜູ້ຄົນ ກ່ຽວກັບໂອກາດໃນການໃຊ້ນ້ຳເສັຍ ທີ່ໃຊ້ຄືນໃຫມ່ (Recycled Wastewater).

ຈໍານວນພົນລະເມືອງທີ່ເພີ່ມຂຶ້ນ ແລະການປ່ຽນແປງ ຂອງສະພາບພູມອາກາດ ກໍາລັງສ້າງຄວາມກົດດັນ ໃຫ້ແກ່ນ້ຳໃນເມືອງຕ່າງໆທົ່ວໂລກ, ຮວມທັງອອສເຕຣເລັຍ.

Sydney ຕ້ອງເພິ່ງປະຣິມານນ້ຳຝົນ ປະມານ 85 ເປີເຊັນ, ແລະອີກ 15ເປີເຊັນ ແມ່ນມາຈາກການ ກັ່ນນ້ຳທະເລ (Desalination).

James Harrington ຜູ້ຈັດການໂຄງການນ້ຳ Sydney ກ່າວວ່າ ໃນໄລຍະຄວາມແຫ້ງແລ້ງ ໃນປີ 2017 ເຖິງ 2020, ລະດັບເຂື່ອນໄດ້ຫລຸດລົງ 50 ເປີເຊັນ.

"ພວກເຮົາ ຢູ່ໃນຈຸດປ່ຽນ ທີ່ພວກເຮົາຕ້ອງເລີ່ມຕົ້ນເບິ່ງວ່າ ອະນາຄົດຂອງນ້ຳຂອງພວກເຮົາ ຈະເປັນແນວໃດ, ໂດຍທີ່ນ້ຳໃນເຂື່ອນຂອງເຮົາ ຈະບົກຢ່າງໄວ ໃນຄວາມແຫ້ງແລ້ງ. ສະນັ້ນ ເຮົາຕ້ອງເລີ່ມຕົ້ນເບິ່ງອະນາຄົດວ່າ ເຮົາຈະເຮັດຫຍັງໄດ້ແດ່ ເພື່ອຮັບປະກັນເລື້ອງນ້ຳຂອງເຮົາ?"

ນ້ຳບໍຣິສຸດ ທີ່ນຳມາໃຊ້ໃຫມ່ (Purified Recycled Water) ກໍາລັງຖືກພິຈາຣະນາວ່າ ເປັນທາງອອກ ທີ່ອາດເປັນໄປໄດ້ໃນອະນາຄົດ.

ຂັ້ນຕອນນັ້ນ ກໍາລັງຖືກທົດລອງ ແລະທົດສອບຢູ່ໂຮງງານບຳບັດນ້ຳເສັຍທີ່ Quakers Hill ຢູ່ພາກຕາເວັນຕົກສ່ຽງເຫນືອ ຂອງ Sydney ແລະສາທາຣະນະຊົນ ກໍາລັງຖືກເຊື້ອເຊີນ ໃຫ້ເຂົ້າຮ່ວມໃນໂຄງການນີ້.

James Harrington ກ່າວວ່າ ສູນຄົ້ນຄວ້ານ້ຳບໍຣິສຸດ ທີ່ນຳມາໃຊ້ໃຫມ່ (Purified Recycled Water) ຊຶ່ງເປີດເມື່ອທ້າຍປີ 2023 ມີວັດຖຸປະສົງຫຼັກສາມຢ່າງ:

"ທໍາອິດ, ເພື່ອທົດສອບເທັກໂນໂລຈີ ແລະພິສູດວ່າ ມັນທໍາງານໄດ້ດີປານໃດ ໃນກໍຣະນີຂອງເຮົາ. ສອງ, ເພື່ອອະນຸຍາດໃຫ້ຜູ້ມີສ່ວນຮ່ວມ, ຊຸມຊົນ ແລະລູກຄ້າ ເຂົ້າມາທຳຄວາມເຂົ້າໃຈ ວ່າເທັກໂນໂລຈີແມ່ນຫຍັງ. ແລະທ້າຍສຸດ, ເພື່ອໃຫ້ທີມປະຕິບັດການຂອງພວກເຮົາ ມີໂອກາດຝຶກຝົນ ແລະຮຽນຮູ້ ຢູ່ໃນສະຖານທີ່ທົດສອບ. ພວກເຮົາ ມັກໃຫ້ຄົນທົ່ວໄປ ມາທີ່ນີ້ ແລະເວົ້າລົມກັບພວກເຮົາ ກ່ຽວກັບເທັກໂນໂລຈີ ແລະວຽກງານທັງຫມົດ ເພື່ອເຮັດໃຫ້ແນ່ໃຈວ່າ ນ້ຳນັ້ນປອດພັຍ ແລະເຊື່ອຖືໄດ້."

ໂດຍທີ່ຄວາມຫມັ້ນຄົງຂອງນ້ຳ ເປັນການທ້າທາຍທົ່ວໂລກ, ປະມານ 60ເມືອງ ກໍາລັງຊອກຫາແນວຄິດ ກ່ຽວກັບນ້ຳເສັຍ ທີ່ໃຊ້ຄືນໃຫມ່ (Recycled Wastewater), ຊຶ່ງອາດຈະເພີ່ມຂຶ້ນເຖິງ ກວ່າສາມສິບເມືອງທີ່ໄດ້ນໍາຂັ້ນຕອນດັ່ງກ່າວມາໃຊ້ແລ້ວ.

Perth ກໍເປັນນຶ່ງໃນຈຳນວນເມືອງເຫຼົ່ານັ້ນ.

ບໍ່ຄືກັບ Sydney, ເມືອງຫລວງຂອງ Western Australia ບໍ່ມີເຂື່ອນ ຂນາດໃຫຍ່, ແລະຕ້ອງເພິ່ງພານ້ຳໃຕ້ດິນແທນ, ຊຶ່ງ Professor Khan ກ່າວວ່າ ໄດ້ບົກລົງ ໃນໄລຍະສາມທົດສະວັດ ທີ່ຜ່ານມາ.

" Western Australia ໄດ້ເປັນຜູ້ນຳໃນເລື້ອງນີ້ ຍ້ອນຄວາມຈໍາເປັນ. ສະນັ້ນ ຂ້າພະເຈົ້າຄິດວ່າ ຜູ້ຄົນໃນເມືອງ Perth ຮັບຮູ້ວ່າ ການປ່ຽນແປງຂອງສະພາບອາກາດ ໄດ້ສົ່ງຜົນກະທົບຕໍ່ຄວາມຫມັ້ນຄົງຂອງນ້ຳ ຂອງເຂົາເຈົ້າ. Perth ໄດ້ພັດທະນາໂຄງການ ທີ່ເຂົາເຈົ້າເອີ້ນວ່າ ໂຄງການຕື່ມນ້ຳໃຕ້ດິນ (Groundwater Replenishment Scheme) ເປັນເວລາດົນນານແລ້ວ. [ມັນ]ກ່ຽວຂ້ອງ ກັບການເອົານໍ້າຈາກໂຮງງານບຳບັດນໍ້າເສັຍ...ເຮັດໃຫ້ນໍ້າບໍຣິສຸດ ໂດຍຜ່ານຂະບວນການບຳບັດນໍ້າທີ່ກ້າວຫນ້າ, [ລວມທັງ] Reverse Osmosis, ການຂ້າເຊື້ອດ້ວຍ Ultraviolet (Ultraviolet Disinfection), ແລະຈາກນັ້ນ ກໍເອົານໍ້ານັ້ນ ກັບຄືນໄປໃນອ່າງເກັບນ້ຳໃຕ້ດິນ ທີ່ສໍາຄັນ. ແລະບັດນີ້ ອ່າງເກັບນ້ຳໃຕ້ດິນເຫລົ່ານັ້ນ ມີສ່ວນຫນຶ່ງຂອງນ້ຳທີ່ເກີດຂຶ້ນຕາມທັມມະຊາດ, ແຕ່ຍັງມີນ້ຳບໍຣິສຸດ ທີ່ນຳມາໃຊ້ໃຫມ່ (Purified Recycled Water) ນໍາອີກ. ແລະແລ້ວ ນັ້ນຈະກາຍເປັນແຫຼ່ງນ້ຳດື່ມຂອງເຂົາເຈົ້າ ໃນອະນາຄົດ."

ຜູ້ຊ່ຽວຊານ ໄດ້ເນັ້ນຫນັກວ່າ ການເຮັດໃຫ້ນ້ຳເສັຍ ເປັນນ້ຳບໍຣິສຸດແມ່ນວິທີທີ່ປອດພັຍ ແລະສລາດ ໃນການຈັດຫາແຫຼ່ງນ້ຳໃນອະນາຄົດ.

ເນື້ອເລື່ອງໂດຍ  Abbie O’Brien ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share