ຄວາມກົດດັນ ເລື່ອງການເຊົ່າເຮືອນ

HOUSING STOCK

ເຮືອນທີ່ຖືກສ້າງໃໝ່ ທີ່ Schofields, ທາງຕາເວັນຕົກສ່ຽງເໜືອຂອງ Sydney. Credit: BIANCA DE MARCHI/AAPIMAGE

ຊາວອອສເຕຣເລັຍຫລາຍຄົນ ທີ່ໄດ້ຮັບເງິນຊ່ອຍເຫລືອຈາກ Centrelink ໃນຕອນນີ້ ກຳລັງປະເຊີນກັບຄວາມກົດດັນ ເລື່ອງການເຊົ່າເຮືອນ ທີ່ຮ້າຍແຮງ ຫຼືບໍ່ສາມາດຈ່າຍຄ່າເຊົ່າໄດ້ ແມ່ນແຕ່ຜູ້ທີ່ເຮັດວຽກເຕັມເວລາ ແລະໄດ້ຄ່າແຮງຂັ້ນຕ່ຳ ກໍຍັງຈະມີປັນຫາແບບດຽວກັນ. ລາຍງານໃຫມ່ ອະທິບາຍວ່າ ບັນຫານີ້ ສ່ວນຫລາຍຖືກຂັບເຄື່ອນໂດຍ ການເພີ່ມຂຶ້ນຂອງຄ່າເຊົ່າເຮືອນ ແລະການຂັບໄລ່ ທີ່ບໍ່ມີເຫດຜົນ (No-Grounds Evictions) ແລະກໍາລັງຮຽກຮ້ອງ ໃຫ້ມີການປະຕິຮູບຢ່າງຮີບດ່ວນ.


ຄວາມກົດດັນ ເລື່ອງການເຊົ່າເຮືອນ.

ຊາວອອສເຕຣເລັຍຫລາຍຄົນ ທີ່ໄດ້ຮັບການຊ່ອຍເຫລືອລາຍໄດ້ ໃນຕອນນີ້ ກຳລັງປະເຊີນກັບຄວາມກົດດັນ ເລື່ອງການເຊົ່າເຮືອນ ທີ່ຮ້າຍແຮງ ຫຼືບໍ່ສາມາດຈ່າຍຄ່າເຊົ່າໄດ້ ໃນທຸກເມືອງຫລວງ ແລະສູນກາງພູມີພາກ ທີ່ສຳຄັນໃນປະເທດ.

ລາຍງານໃຫມ່ ຂອງກຸ່ມສນັບສນູນທີ່ຢູ່ອາສັຍ Everybody's Homeອະທິບາຍວ່າ ບັນຫານີ້ ສ່ວນຫລາຍຖືກຂັບເຄື່ອນໂດຍ ການເພີ່ມຂຶ້ນຂອງຄ່າເຊົ່າເຮືອນ ແລະການຂັບໄລ່ ທີ່ບໍ່ມີເຫດຜົນ (No-Grounds Evictions) ແລະກໍາລັງຮຽກຮ້ອງ ໃຫ້ມີການປະຕິຮູບຢ່າງຮີບດ່ວນ.

Hannah Kwon ລາຍງານ.

ການເພີ່ມຂຶ້ນຂອງຄ່າເຊົ່າເຮືອນ ໄດ້ບັງຄັບໃຫ້ Kaitlyn, ຜູ້ທີ່ຕ້ອງເພິ່ງເງິນດູແລຄວາມພິການ (Disability Support Pension), ໃຫ້ຍ້າຍທີ່ຢູ່ເລື້ອຍໆ ຕລອດວັຍຜູ້ໃຫຍ່ຂອງລາວ.

"ມີຄວາມເຈັບປວດຫລາຍ ທີ່ມາຈາກຄວາມບໍ່ໝັ້ນຄົງ ຂອງທີ່ຢູ່ອາສັຍເປັນເວລາດົນນານ. ຕາມປົກກະຕິແລ້ວ ມັນຈະກໍ່ໃຫ້ເກີດຄວາມເຈັບປວດ ທີ່ຮຸນແຮງ ສໍາລັບຂ້ອຍ."

ຕອນນີ້ນາງອາຍຸ 38 ປີ, ນາງອາສັຍຢູ່ໃນເຮືອນແບ່ງເຊົ່າ (Sharehouse), ແລະເວົ້າວ່າ ນາງອາດຕ້ອງຈະເຊົ່າເຮືອນ ຕລອດຊີວິດ.

"ການຍ້າຍເຮືອນເທື່ອສຸດທ້າຍນີ້ ໄດ້ເຮັດໃຫ້ຂ້ອຍເສັຍເງິນ ສອງພັນຫ້າຮ້ອຍໂດລາ. ເພາະຄວາມພິການທາງຮ່າງກາຍ, ຂ້ອຍບໍ່ສາມາດຍ້າຍດ້ວຍຕົວເອງໄດ້. ເຖິງແມ່ນວ່າ ມີຫມູ່ເພື່ອນທີ່ຊ່ອຍເຫລືອ."

ເຊັ່ນດຽວກັບ Kaitlyn, ຊາວອອສເຕຣເລັຍຫລາຍຄົນ ທີ່ເພິ່ງພາເງິນຊ່ອຍເຫຼືອຄ່າເຊົ່າເຮືອນ (Rent Assistance) ຂອງ Commonwealth ຫລືມີຄ່າແຮງງານຂັ້ນຕ່ຳ ກໍມີຄວາມກົດດັນຢ່າງຮຸນແຮງ.

ໃນຂນະທີ່ຜູ້ທີ່ໄດ້ຮັບເງິນບຳນານຜູ້ສູງອາຍຸ (Aged Pension), ແລະເງິນບຳນານຄົນພິການ (Disability Pension) ຈະມີເງິນເຫລືອຢູ່ພຽງແຕ່ 8 ໂດລາຕໍ່ມື້.
Maiy Azize, ໂຄສົກຂອງ Everyone's Home ກ່າວວ່າ ນັ້ນແມ່ນຄວາມຈິງ, ແມ່ນແຕ່ຫລັງຈາກການປ່ຽນແປງດັດຊະນີ ເມື່ອບໍ່ດົນມານີ້ (ໃນວັນສຸກ 20 ເດືອນກັນຍາ), ຊຶ່ງໄດ້ເຫັນການເພີ່ມຂຶ້ນ ຂອງເງິນບຳນານ ຜູ້ສູງອາຍຸ (Aged Pension), JobSeeker ແລະເງິນບຳນານຄົນພິການ (Disability Pension).

"ສິ່ງທີ່ພວກເຮົາພົບແມ່ນວ່າ ທົ່ວອອສເຕຣເລັຍ, ບໍ່ມີເຂດໃດ ທີ່ຄົນມີລາຍໄດ້ຕ່ຳ ຈະສາມາດຈ່າຍຄ່າເຊົ່າເຮືອນໄດ້. ຖ້າຫາກທ່ານ ໄດ້ເງິນຊ່ອຍເຫຼືອ JobSeeker, ໃນເມືອງຫລວງ, ຄ່າເຊົ່າເຮືອນສເລັ່ຍແມ່ນ 124ເປີເຊັນ ຂອງລາຍໄດ້ຂອງທ່ານ. ສະນັ້ນ, ທ່ານຈຶ່ງບໍ່ສາມາດຈ່າຍຄ່າເຊົ່າເຮືອນໄດ້. ຖ້າຫາກທ່ານໄດ້ຮັບເງິນບຳນານຜູ້ສູງອາຍຸ (Aged Pension), JobSeeker ແລະເງິນບຳນານຄົນພິການ (Disability Pension), ມັນເປັນ90 ເປີເຊັນ ຂອງລາຍໄດ້ຂອງທ່ານ. ຖ້າຫາກທ່ານເຮັດວຽກເຕັມເວລາ ແລະທ່ານໄດ້ຮັບຄ່າຈ້າງຂັ້ນຕ່ຳ, ມັນຈະເປັນ 80 ເປີເຊັນ ຂອງລາຍໄດ້ຂອງທ່ານ. ສະນັ້ນ, ສິ່ງທີ່ເຮົາກໍາລັງເຫັນກໍຄື ວິກິດການດ້ານທີ່ຢູ່ອາສັຍ--ເຮົາໄດ້ເຫັນ ມັນປີນຂຶ້ນຂັ້ນໄດຂອງລາຍໄດ້ ໃນສອງສາມປີຜ່ານມານີ້ ແຕ່ເຮົາຍັງເຫັນວ່າ ຜູ້ຄົນທີ່ມີລາຍໄດ້ຕ່ຳທີ່ສຸດ ທີ່ພາດໂອກາດຫລາຍທີ່ສຸດ."

ກຸ່ມນີ້ ເປັນຜູ້ນໍາໃນການຣົນນະຣົງລະດັບຊາດ ເພື່ອຈັດການກັບຄວາມສາມາດ ໃນການຈ່າຍຄ່າເຮືອນ ໃນອອສເຕຣເລັຍ.

ຕາມລາຍງານ 'Priced Out' ຂອງເຂົາເຈົ້າ ເມື່ອບໍ່ດົນມານີ້ (ກັນຍາ 2024):

ອີງຕາມຄ່າເຊົ່າໃນເມືອງຫລວງ, ຜູ້ທີ່ໄດ້ຮັບຄ່າຈ້າງຂັ້ນຕ່ຳ ຈະມີເງິນເຫຼືອຢູ່ປະມານ 25 ໂດລາ ຕໍ່ມື້ ຫລັງຈາກຈ່າຍຄ່າເຊົ່າເຮືອນ. ໃນຂນະທີ່ຜູ້ທີ່ໄດ້ຮັບເງິນບຳນານຜູ້ສູງອາຍຸ (Aged Pension), ແລະເງິນບຳນານຄົນພິການ (Disability Pension) ຈະມີເງິນເຫລືອຢູ່ພຽງແຕ່ 8 ໂດລາຕໍ່ມື້.

ແລະຜູ້ທີ່ຮັບ JobSeeker ອາດບໍ່ມີຫຍັງເຫຼືອເລີຍ..ແລະຕ້ອງຊອກຫາເງິນເພີ່ມອີກ ຫລາຍກວ່າ 100 ໂດລາ ນອກເຫນືອໄປຈາກລາຍໄດ້ຂອງເຂົາເຈົ້າ.

ຢູ່ນອກເມືອງຫລວງ, ເຂດທີ່ມີລາຄາແພງທີ່ສຸດແມ່ນ Gold Coast, Sunshine Coast, Wollongong ແລະພາກເຫນືອຂອງ Western Australia.

ດ້ວຍວ່າ ມີຫລາຍຄົນຮັບເງິນຊ່ອຍເຫຼືອຈາກ Centrelink ຫລືຄ່າແຮງງານຂັ້ນຕ່ຳ ໃນເຂດເຫລົ່ານັ້ນ ພວກເຂົາຕ້ອງໃຊ້ເງິນຢ່າງຫນ້ອຍ ເຄິ່ງຫນຶ່ງຂອງລາຍໄດ້ເຂົາເຈົ້າ ໃນການເຊົ່າເຮືອນ.
ຜູ້ທີ່ຮັບ JobSeeker ອາດບໍ່ມີຫຍັງເຫຼືອເລີຍ..ແລະຕ້ອງຊອກຫາເງິນເພີ່ມອີກ ຫລາຍກວ່າ 100 ໂດລາ ນອກເຫນືອໄປຈາກລາຍໄດ້ຂອງເຂົາເຈົ້າ.
Kristin O'Connell, ໂຄສົກຂອງສູນຕໍ່ຕ້ານຄວາມຍາກຈົນ (Antipoverty Centre) ກ່າວວ່າ ມັນເປັນເລື່ອງ ທີ່ນາງຄຸ້ນເຄີຍຫລາຍ.

"ພວກເຮົາຮູ້ວ່າ ຜູ້ຮັບເງິນສວັດດີການ ໄດ້ດີ້ນລົນຢູ່ໃນຕລາດການເຊົ່າເຮືອນເອກກະຊົນ ມາເປັນເວລາດົນນານ. ແລະພວກເຮົາພົບວ່າ ມັນຮ້າຍແຮງຂຶ້ນ ໃນປີຫລືສອງປີ ທີ່ຜ່ານມາ. ແລະໃນຈຸດນີ້, ຫລາຍຄົນກໍາລັງຮອດຂີດຕ່ຳສຸດ ແລະຈົບລົງ ໂດຍບໍ່ມີບ້ານເຮືອນເລີຍ ເພາະສະພາບການທີ່ຮ້າຍແຮງ ທີ່ເກີດຂຶ້ນ."

ຜູ້ສນັບສນູນກ່າວວ່າ ຈໍາເປັນຕ້ອງມີມາດຕະການຫລາຍຢ່າງ ເພື່ອແກ້ໄຂບັນຫານີ້, ຮວມທັງ ການເພີ່ມອັດຕາການຈ່າຍເງິນສນັບສນູນ ລາຍໄດ້, ພ້ອມທັງການປົກປ້ອງ ຜູ້ເຊົ່າທີ່ສອດຄ່ອງກັນທົ່ວປະເທດ, ປະຕິຮູບພາສີ ແລະມີທີ່ຢູ່ອາສັຍສັງຄົມ (Social Housing) ຫລາຍຂຶ້ນ.

Harry Millward ເປັນເລຂາທິການທົ່ວໄປຂອງ Renters and Housing Union.

"ການເພີ່ມສວັດດີການ ໃຫ້ຢູ່ໃນລະດັບທີ່ພໍຢູ່ໄດ້ ຈະເປັນການເລີ່ມຕົ້ນທີ່ດີ ໃນການຫລຸດຜ່ອນ ວິກິດຄ່າຄອງຊີບ. ຂ້າພະເຈົ້າຄິດວ່າ ພວກເຮົາຢາກເຫັນການສ້າງ, ຫລືຊື້ທີ່ຢູ່ອາສັຍສາທາຣະນະ, ຈົນກວ່າບໍ່ມີຄວາມຈໍາເປັນອີກຕໍ່ໄປ. ຕາບໃດ ທີ່ຍັງມີຄົນຢູ່ໃນລາຍຊື່ ຂອງການລໍຖ້າບ້ານເຮືອນສາທາຣະນະ, ນັ້ນກໍເປັນບັນຫາ. ຂ້າພະເຈົ້າຄິດວ່າ ການຮັບຮູ້ບ້ານເຮືອນວ່າ ເປັນສິດທິມະນຸດຊົນ, ຄວາມຕ້ອງການທີ່ພັກອາສັຍ ເປັນສິດທິມະນຸດຊົນ."

Mr Millward ກ່າວວ່າ ຍັງມີຂໍ້ຄວນພິຈາຣະນາ ອື່ນໆອີກເຊັ່ນກັນ.

ຂ້ອຍວ່າ ຄວາມຄຶດສ່ວນໃຫຍ່ຂອງ Everyone's Home ແມ່ນຖືກຕ້ອງ. ມີຫລາຍຢ່າງ ທີ່ເຮົາຈະເຫັນພ້ອມ ໃນເລື່ອງນີ້. ຂ້ອຍຄິດວ່າ ເຂົາເຈົ້າອາດກະຕືລືລົ້ນເກີນໄປ ທີ່ຈະຮັບເອົາບ້ານເຮືອນຂອງຊຸມຊົນ(Community housing) ແທນທີ່ຈະສ້າງບ້ານເຮືອນສາທາຣະນະ (Public housing). ບ້ານເຮືອນສາທາຣະນະ (Public housing) ມີລາຄາຖືກກວ່າແລະມີການປົກປ້ອງຫລາຍກວ່າ ສໍາລັບຜູ້ຄົນ. ມັນມີສັນຍາເຊົ່າ ທີ່ຍາວນານກວ່າ."

ກາງກ່າວວ່າ ມີຄວາມທະເຍີທະຍານ ທີ່ຈະສົ່ງເສີມການສ້າງບ້ານເຮືອນ 13,700 ຫລັງຜ່ານກອງທຶນ Housing Australia Future Fund. (ປະກາດວັນຈັນ 16 ກັນຍາ).

ແຕ່ນາຍົກຣັຖມົນຕີ Anthony Albanese ໄດ້ສະແດງຄວາມບໍ່ພໍໃຈ ທີ່ໂຄງການຊ່ອຍເຫລືອ ເພື່ອຊື້ (Help to Buy Scheme) ຍັງຄົງເປັນບັນຫາທາງການເມືອງຢູ່.

"ສິ່ງທີ່ພັກ Greens ກໍາລັງເຮັດກໍຄື ເຂົາເຈົ້າເລື່ອນການອອກສຽງ ໃນເລື່ອງຕ່າງໆ. ສິ່ງທີ່ໄດ້ເຮັດ ຄືການເລື່ອນການເປີດໂຄງການ ບ້ານເຮືອນສາທາຣະນະ, ຊຶ່ງແມ່ນສິ່ງທີ່ເຮົາຕ້ອງການ. ພວກເຮົາໄດ້ປະກາດວ່າ ຈະສ້າງ 13,700 ຫຼັງໃນງວດທໍາອິດ ໃນວັນຈັນທີ່ຜ່ານມານີ້. ມັນຄວນຖືກສ້າງແລ້ວ. ຜູ້ຄົນອາດໄດ້ອາສັຍຢູ່ໃນນັ້ນແລ້ວ ໃນຕອນນີ້ ຖ້າຫາກບໍ່ມີການຫລິ້ນເກມ ທີ່ຍັງດໍາເນີນຕໍ່ໄປ."

ສະມາຊິກສະພາສູງ Nick McKim ຂອງພັກ Greens ກ່າວວ່າ ພັກ Laborຕ້ອງທໍາງານກັບພັກ Greens ເພື່ອໃຫ້ແນ່ໃຈວ່າ ກົດຫມາຍຂອງເຂົາເຈົ້າ ຈະບໍ່ເຮັດໃຫ້ບ້ານເຮືອນ ມີລາຄາແພງຂຶ້ນ.

"ຄວາມສາມາດ ໃນການຈ່າຍຄ່າເຮືອນ ບໍ່ເຄີຍຮ້າຍແຮງກວ່ານີ້ ໃນອອສເຕຣເລັຍ. ກົດຫມາຍຂອງ Labor ຈະເຮັດໃຫ້ມັນຮ້າຍແຮງຂຶ້ນ ອີກ. ເຮົາບໍ່ສາມາດ ເຈຣະຈາກັບຕົວເອງໄດ້. ພັກແຮງງານ ຄວນມາລົມກັບພວກເຮົາ ແລະພະຍາຍາມ ຫາທາງແກ້ໄຂວິກິດ ດ້ານທີ່ຢູ່ອາສັຍ"

ສໍາລັບຜູ້ຄົນຢ່າງ Kaitlyn, ການປະຕິຮູບ ບໍ່ສາມາດມາເຖິງໃນໄວພໍ.

"ການຂຶ້ນຄ່າເຊົ່າເຮືອນ ຕ້ອງຖືກລະງັບທັນທີ. ຣັຖບານ ຕ້ອງຢຸດການເພີ່ມຄ່າເຊົ່າເຮືອນ...ຄ່າເຊົ່າເຮືອນເພີ່ມຂຶ້ນເລື້ອຍໆ ໃນຂນະທີ່ຄຸນນະພາບຂອງເຮືອນທີ່ຂ້ອຍອາສັຍຢູ່ ຍັງບໍ່ເພີ່ມຂຶ້ນ. ສະນັ້ນ, ຂ້ອຍບໍ່ໄດ້ອາສັຍຢູ່ ໃນບ່ອນທີ່ດີກວ່າ ເມື່ອຕອນຫົກເດືອນກ່ອນ ແລະເພື່ອນບ້ານຂອງຂ້ອຍກໍຄືກັນ. ມີສິ່ງອໍານວຍຄວາມສະດວກຫລາຍຢ່າງ ທີ່ບໍ່ໄດ້ມາກັບການເຊົ່າ. ມັນຄືກັບວ່າ ບໍ່ມີຫຍັງດີຂຶ້ນ. ການສ້ອມແປງ ຖືກລະເລີຍ. ຄໍາຂໍຮ້ອງ ເລື່ອງການບໍາລຸງຮັກສາ ຈະບໍ່ຖືກເອົາໃຈໃສ່. ແຕ່ຄ່າເຊົ່າເຮືອນ ຍັງເພີ່ມຂຶ້ນເລື້ອຍໆ....ແລະນັ້ນບໍ່ຍຸດຕິທັມ."

ເນື້ອເລື່ອງໂດຍ Hannah Kwon  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share