ວັກຊີນປ້ອງກັນໂຣກທາງເດີນຫາຍໃຈຟຣີ

Respiratory syncytial virus RSV vaccine vial with syringe and stethoscope

ວັກຊີປ້ອງກັນ Respiratory syncytial virus ທີ່ກຳລັງຈະຖືກນຳໃຊ້ພາຍໃນປີໜ້າ. Source: iStockphoto / Manjurul/Getty Images

RSV ຍັງເປັນສາເຫດສໍາຄັນ ຂອງການເຂົ້າໂຮງຫມໍ ສໍາລັບເດັກນ້ອຍ ໃນອອສເຕຣເລັຍ. ມັນເປັນໄວຣັສທົ່ວໄປ ທີ່ຕາມປົກກະຕິແລ້ວ ມີອາການບໍ່ຮຸນແຮງ,ອາການຈະຄ້າຍຄືກັນກັບ ໄຂ້ຫວັດ ແລະ COVID-19, ແລະເດັກນ້ອຍສ່ວນຫລາຍ ຈະຕິດເຊື້ອ RSV ກ່ອນເຂົາຈະມີອາຍຸຮອດສອງປີ.ຕອນນີ້ ຣັຖບານ ວາງແຜນທີ່ຈະລົງທຶນ ຫຼາຍກວ່າ 174 ລ້ານໂດລາ ໃນໄລຍະສີ່ປີເພື່ອຊ່ວຍຕໍ່ສູ້ ກັບໄວຣັສ. ວັກຊີນຟຣີ ຈະມີໃຫ້ແກ່ເດັກນ້ອຍ ແລະຜູ້ຍິງທີ່ຖືພາ ໃນໄລຍະສາມເດືອນສຸດທ້າຍ ຂອງການຖືພາ ຈາກປີຫນ້າ.


ວັກຊີນປ້ອງກັນໂຣກທາງເດີນຫາຍໃຈຟຣີ.

ໂຄງການວັກຊີນຟຣີໃຫມ່ ຈາກຣັຖບານກາງ ຄາດວ່າຈະປົກປ້ອງ ຜູ້ຍິງທີ່ຖືພາ ແລະເດັກຈາກ Respiratory Syncytial Virus ຫລື RSV ທີ່ອາດເຮັດໃຫ້ຕາຍໄດ້.

Mark Butler, ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ມັນສາມາດຫລຸດການເຂົ້າໂຮງຫມໍ ຍ້ອນໂຣກນີ້ ໄດ້ເຖິງ 90 ເປີເຊັນ.

Tee Mitchell ແລະ Brianna Piazza ລາຍງານ.

ຣັຖບານກາງ ກໍາລັງປະກາດການໃຊ້ວັກຊີນທົ່ວປະເທດ ເພື່ອຊ່ວຍປົກປ້ອງຜູ້ຍິງທີ່ຖືພາ ແລະເດັກອ່ອນ ຈາກໄວຣັສ ທາງເດີນຫາຍໃຈ (Respiratory Syncytial Virus - RSV).

ມັນເກີດຂຶ້ນ ໃນຂນະທີ່ຜູ້ປ່ວຍ ໄດ້ເພີ່ມຂຶ້ນ 37 ພັນຄົນ ທົ່ວອອສເຕຣເລັຍ ໃນປີ 2024 ເມື່ອປຽບທຽບໃສ່ກັບປີກາຍ, ຊຶ່ງເຮັດໃຫ້ ຜູ້ຊ່ຽວຊານດ້ານສຸຂະພາບ ແລະພໍ່ແມ່ ເຊັ່ນ Louise Boyd ເປັນຫ່ວງ.

Spence ເດັກວັຍເຈັດເດືອນ ໄດ້ເຂົ້າໂຮງຫມໍ ເປັນເວລາເກົ້າມື້ ໃນປີນີ້ ດ້ວຍການຕິດເຊື້ອ ທີ່ປອດຢ່າງແຮງ ຫລັງຈາກລາວໄດ້ຕິດເຊື້ອ RSV.

"ລາວເລີ່ມມີບັນຫາເລື້ອງຫາຍໃຈ. ສະນັ້ນ, ພວກເຮົາ ຈຶ່ງໄດ້ພາລາວໄປໂຮງຫມໍ. ຕອນໄປໂຮງຫມໍ, ລາວໝົດຄວາມຮູ້ສຶກ, ພວກເຮົາຈຶ່ງຕ້ອງໂທຫາຣົດພະຍາບານ. ຣົດພະຍາບານ ໄດ້ພາລາວໄປໂຮງຫມໍ. ລາວຢູ່ໂຮງຫມໍເປັນເວລາສີ່ມື້. ຫລັງຈາກລາວໄດ້ອອກຈາກໂຮງຫມໍ, ລາວໄດ້ຢູ່ບ້ານບໍ່ຮອດມື້ດຽວຊ້ຳ ແລະແລ້ວອາການກໍເລີ່ມເສື່ອມໂຊມລົງອີກ. ຕ້ອງໄດ້ຮ້ອງໄດ້ຣົດພະຍາບານອີກ ແລະໄດ້ຖືກພາໄປໃສ່ທໍ່ທາງຮູດັງໃສ່ອັອກຊີເຈນທີ່ໄຫລໄວ ແລະໃສ່ນ້ຳທະເລທາງເສັ້ນເລືອດ ແລະໄດ້ໃຊ້ເວລາອີກຫ້າມື້ ຢູ່ທີ່ນັ້ນ. ສະນັ້ນ, ມັນຈຶ່ງບໍ່ແມ່ນເລື້ອງມ່ວນ."

ບໍ່ມີວັກຊີນ RSV ຟຣີ ສໍາລັບ Spencer - ແຕ່ອີກບໍ່ດົນ ມັນຈະປ່ຽນໄປສໍາລັບເດັກນ້ອຍຄົນອື່ນໆ ໃນສະຖານະການດຽວກັນ.

ຣັຖບານ ວາງແຜນທີ່ຈະລົງທຶນ ຫຼາຍກວ່າ 174 ລ້ານໂດລາ ໃນໄລຍະສີ່ປີເພື່ອຊ່ວຍຕໍ່ສູ້ ກັບໄວຣັສ.

ວັກຊີນຟຣີ ຈະມີໃຫ້ແກ່ເດັກນ້ອຍ ແລະຜູ້ຍິງທີ່ຖືພາ ໃນໄລຍະສາມເດືອນສຸດທ້າຍ ຂອງການຖືພາ ຈາກປີຫນ້າ.

ມັນເປັນໄວຣັສທົ່ວໄປ ທີ່ຕາມປົກກະຕິແລ້ວ ມີອາການບໍ່ຮຸນແຮງ,ອາການຈະຄ້າຍຄືກັນກັບ ໄຂ້ຫວັດ ແລະ COVID-19, ແລະເດັກນ້ອຍສ່ວນຫລາຍ ຈະຕິດເຊື້ອ RSV ກ່ອນເຂົາຈະມີອາຍຸຮອດສອງປີ.

ແຕ່ RSV ຍັງເປັນສາເຫດສໍາຄັນ ຂອງການເຂົ້າໂຮງຫມໍ ສໍາລັບເດັກນ້ອຍ ໃນອອສເຕຣເລັຍ.

Butler, ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ຣັຖບານໄດ້ຮັບຟັງ ການຮຽກຮ້ອງ ໃຫ້ມີການປົກປ້ອງ ຈາກພໍ່ແມ່ ແລະຜູ້ສນັບ ສນູນ.

"ທຸກໆລະດູຫນາວ, ເດັກນ້ອຍປະມານ 12,000 ຄົນໄດ້ເຂົ້າໂຮງຫມໍ ເນື່ອງຈາກ RSV ແລະຫລາຍກວ່າຫນຶ່ງສ່ວນສີ່ ຂອງເຂົາເຈົ້າ ຕ້ອງໃຊ້ເວລາຢູ່ໃນຫ້ອງດູແລພິເສດ (Intensive Care Unit). ລະດູຫນາວນີ້ ເປັນລະດູຫນາວທີ່ຫຍຸ້ງຍາກຫລາຍ ໂດຍມີຜູ້ປ່ວຍ RSV ຫລາຍກວ່າປີທີ່ຜ່ານມາ."

ຈໍານວນຄົນໄຂ້ RSV ໄດ້ເພີ່ມຂຶ້ນຈາກ 96 ພັນຄົນ ໃນປີ 2022 ເປັນຫລາຍກວ່າ 165 ພັນຄົນ ໃນປີນີ້.

Dr Danielle McMullen, ປະທານສະມາຄົມການແພດ ຂອງ (the Australian Medical Association) ກ່າວວ່າ ການເພີ່ມຂຶ້ນນັ້ນສະທ້ອນເຖິງ ແນວໂນ້ມໃນວົງກວ້າງ.

"ພວກເຮົາ ພຽງແຕ່ເຫັນໂຣກທາງເດີນຫາຍໃຈ ຈຳນວນຫລາຍ ໃນຊຸມຊົນໃນປີນີ້, ອັດຕາສູງຂອງໄອຫອບ (Whooping cough), ໄຂ້ຫວັດ, ຍັງມີຫຼາຍກໍຣະນີຂອງ COVID ຢູ່ໃນຊຸມຊົນ, ແລະອາດມີສາເຫດຫລາຍຢ່າງ ຢູ່ເບື້ອງຫລັງນັ້ນ. ບັດນີ້, ຄວາມເປັນປົກກະຕິ ໄດ້ກັບຄືນມາສູ່ຊຸມຊົນ, ພວກເຮົາເດີນທາງຫລາຍຂຶ້ນ, ແລະອາດມີພູມຕ້ານທານຫນ້ອຍລົງ ຕໍ່ໂຣກທາງເດີນຫາຍໃຈທົ່ວໄປບາງຢ່າງ ຫລັງຈາກ COVID. ແຕ່ເປັນສິ່ງເຕືອນໃຈທີ່ດີສເມີ ໃຫ້ຮັບການສັກວັກຊີນ ຕໍ່ຕ້ານໂຣກຕ່າງໆ ທີ່ເຮົາສາມາດຕິດໄດ້."

ເຖິງແມ່ນວ່າ ບາງຣັດມີໂຄງການ RSV ຂອງຕົນເອງແລ້ວ, ແຕ່ການສັກວັກຊີນ ໃຫ້ເດັກນ້ອຍ ໃນການປ້ອງກັນ RSV ອາດມີຄ່າໃຊ້ຈ່າຍປະມານ 300 ໂດລາ.

Mark Butler, ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ການເປີດບໍຣິການ ຈະຊ່ອຍຫລຸດຜ່ອນ ຄ່າໃຊ້ຈ່າຍສໍາລັບຄອບຄົວ-ແລະສາມາດຫລຸດຜ່ອນ ການເຂົ້າໂຮງຫມໍເນື່ອງຈາກ RSV ໄດ້ເຖິງ 90 ເປີເຊັນ.

Catherine Hughes ຜູ້ອໍານວຍການກໍ່ຕັ້ງຂອງ Immunisation Foundation ຍິນດີກັບໂຄງການນີ້ ວ່າເປັນໂຄງການນຳໜ້າໃນໂລກ.

"RSV ເປັນສາເຫດສໍາຄັນອັນດັບນຶ່ງ ທີ່ວ່າເປັນຫຍັງ ເດັກນ້ອຍອອສເຕຣເລັຍ ທີ່ມີອາຍຸຕ່ຳກວ່າຫ້າປີ ຈຶ່ງເຂົ້າໂຮງຫມໍທຸກປີ, ແລະການປະກາດໃນມື້ນີ້ ຈະຊ່ອຍບັນເທົາຄວາມເປັນຫ່ວງ ຕໍ່ຫລາຍຄອບຄົວທົ່ວ ປະເທດ. ໂຄງການນີ້ ອາດຈະປ້ອງກັນການເຂົ້າໂຮງຫມໍ ຂອງສິບພັນຄົນ ໃນແຕ່ລະປີ. ນັ້ນຄື ສິບພັນຄອບຄົວ ທີ່ບໍ່ຈໍາເປັນຕ້ອງຖ້າເບິ່ງ ໃນ ຂນະທີ່ລູກນ້ອຍຂອງເຂົາເຈົ້າ ດີ້ນລົນທີ່ຈະຫາຍໃຈ ຢູ່ໂຮງຫມໍ. ພວກເຮົາ ໄດ້ຮຽກຮ້ອງ ໃຫ້ຊາວອອສເຕຣເລັຍທຸກຄົນ ຮ່ວມມືກັນ ຕໍ່ສູ້ກັບRSV, ແລະພວກເຮົາ ຂອບໃຈຣັຖບານ ສໍາລັບການຮັບຟັງ ແລະລົງມືປະຕິບັດ."

ວັກຊີນ RSV ຍັງມີຜົນກະທົບ ຕໍ່ຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 50 ປີ, ແຕ່ເຂົາເຈົ້າ ຈະບໍ່ມີສ່ວນຮ່ວມ ໃນໂຄງການວັກຊີນແຫ່ງຊາດຟຣີ.

ຜູ້ຊ່ຽວຊານດ້ານສຸຂະພາບ ກໍາລັງຊຸກຍູ້ ກຸ່ມທີ່ມີຄວາມສ່ຽງ ໃຫ້ເວົ້າລົມກັບ G-P ຂອງເຂົາເຈົ້າກ່ຽວກັບວັກຊີນ.

ໂອກາດທີ່ສໍາຄັນ ສໍາລັບພໍ່ແມ່ເຊັ່ນ Louise Boyd.

"ຂ້ອຍດີໃຈຫລາຍ ທີ່ມັນຈະມີຢູ່ທົ່ວປະເທດ ແລະບໍ່ມີຄອບຄົວອື່ນ ທີ່ຕ້ອງປະເຊີນ ກັບສິ່ງທີ່ພວກເຮົາໄດ້ພົບມາ, ເພາະມັນແມ່ນເລື້ອງ ທີ່ບໍ່ມ່ວນເລີຍ."

ເນື້ອເລື່ອງໂດຍ Brianna Piazza and Tee Mitchell  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share