ຄວາມບາດໝາງລະຫວ່າງ Donald Trump ແລະ Kevin Rudd.
Donald Trump ໄດ້ກ່າວຈູ່ໂຈມຕໍ່ ທູດ ປະຈໍາສະຫະຣັດ,ທ່ານ Kevin Rudd.
ຄຳເວົ້າ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບການດໍາລົງຕໍາແຫນ່ງ ຂອງທ່ານ Rudd ຖ້າທ່ານ Trump ຖືກເລືອກຕັ້ງຄືນໃຫມ່.
Rania Yallop ລາຍງານ.
ອະນາຄົດ ຂອງເອກອັຄຣັຖທູດ ອອສເຕຣເລັຍ ປະຈໍາສະຫະຣັດອາເມຣິກາ ໄດ້ຖືກຕັ້ງຄຳຖາມ-ຫຼັງຈາກທີ່ອະດີດປະທານາທິບໍດີ Trump ໄດ້ກ່າວກ່ຽວກັບທ່ານ Kevin Rudd.
"ລາວຈະບໍ່ຢູ່ທີ່ນັ້ນດົນ.... ຖ້າເປັນເຊັ່ນນັ້ນ. ຂ້າພະເຈົ້າ ບໍ່ຮູ້ຫຍັງຫຼາຍກ່ຽວກັບລາວ. ຂ້າພະເຈົ້າ ໄດ້ຍິນວ່າ ລາວເປັນຄົນໜ້າລັງກຽດຫນ້ອຍຫນຶ່ງ. ລາວບໍ່ແມ່ນດອກໄຟທີ່ແຈ້ງທີ່ສຸດ, ແຕ່ຂ້າພະເຈົ້າ ບໍ່ຮູ້ຫຍັງຫຼາຍກ່ຽວກັບລາວ. ແຕ່ຖ້າວ່າລາວ ມີຄວາມເປັນສັດຕູ ລາວກໍຈະຢູ່ທີ່ນັ້ນບໍ່ດົນ."
Trump ກໍາລັງກ່າວຕໍ່ເຄືອຂ່າຍ GB News ຂອງອັງກິດ-ແລະໄດ້ຖືກຖາມ ກ່ຽວກັບພັນທະມິດ AUKUS, ແລະທ່ານ Kevin Rudd.
Jared Mondschein, ຜູ້ອໍານວຍການຝ່າຍຄົ້ນຄວ້າທີ່ United States Studies Centre, ກ່າວວ່າ ທ່ານບໍ່ໄດ້ແປກໃຈກັບຄໍາເຫັນດັ່ງກ່າວ.
"ຂ້າພະເຈົ້າບໍ່ແປກໃຈເລີຍ. ຂ້າພະເຈົ້າຄິດວ່າ ຖ້າທ່ານເບິ່ງການສໍາພາດ, ທ່ານສາມາດເຫັນທ່ານ Nigel Farage, ຊຶ່ງເປັນເພື່ອນກັນກັບ ອະດີດປະທານາທິບໍດີ Trump, ໃນຫຼາຍດ້ານ, ໄດ້ຮັບຄຳຕອບແບບນັ້ນ ຈາກອະດີດປະທານາທິບໍດີ.
ແລ້ວເປັນຫຍັງທ່ານ Donald Trump ຈຶ່ງມີບັນຫາກັບທ່ານ Kevin Rudd?
ອະດີດນາຍົກຣັຖມົນຕີ ອອສເຕຣເລັຍ ໄດ້ວິພາກວິຈານ Donald Trump-ໂດຍລະບຸວ່າເປັນ 'ປະທານາທິບໍດີ ທີ່ສ້າງຄວາມເສັຍຫາຍຫລາຍທີ່ສຸດ ໃນປວັດສາດ' ຢ່າງເປີດເຜີຍ.
ໃນປີ 2020, ທ່ານ Rudd ໄດ້ກ່າວກັບ CNN ວ່າ ການປະພຶດ ຂອງອະດີດປະທານາທິບໍດີ Trump ແມ່ນເປັນສິ່ງທີ່ຍອມຮັບບໍ່ໄດ້.
"ເມື່ອໂລກ, ແລະໂລກປະຊາທິປະໄຕ, ເບິ່ງອາເມຣິກາ ແລະ Trump ໄດ້ສູນເສັຍການເລືອກຕັ້ງ, ພະຍາຍາມທີ່ຈະຍຶດຕິດອໍານາດ ໃນຊ່ວງປ່ຽນຣັຖບານ (Interregnum) ນີ້. ມັນເຮັດໃຫ້ໂລກ ມີຄວາມຮູ້ສຶກບໍ່ດີໂດຍທົ່ວໄປ. ຂ້າພະເຈົ້າຫວັງວ່າ ພັກ Republican ຈະມີຄວາມຮູ້ສຶກ ແລະໃຫ້ປະທານາທິບໍດີ ປະພຶດຄືກັນກັບຜູ້ໃຫຍ່ ທີ່ມີຄວາມຮັບຜິດຊອບ ແລະຈົນເຖິງເວລານີ້ ເພິ່ນບໍ່ໄດ້ເຮັດແບບນັ້ນ."
ຄວາມສໍາພັນ ທີ່ບໍ່ເປັນມິດນັ້ນ ເປັນທີ່ຮູ້ຈັກກັນ ກ່ອນທີ່ພັກ Labor ໄດ້ແຕ່ງຕັ້ງທ່ານ Kevin Rudd ໃຫ້ເຂົ້າຮັບຕໍາແຫນ່ງ ເອກອັຄຣັຖທູດສະຫະຣັດ ເມື່່ອປີກາຍນີ້.
ເມື່ອຖືກຖາມວ່າ ເປັນການສລາດຫຼືບໍ່ ທີ່ຈະແຕ່ງຕັ້ງທ່ານ Rudd ໃນບົດບາດນີ້, ນາຍົກຣັຖມົນຕີ ທ່ານ Anthony Albanese ໄດ້ກ່າວວ່າ ບັນຫານີ້ ບໍ່ຄວນຈະເປັນເລື້ອງທາງການເມືອງ.
"ເພາະວ່າຫນຶ່ງ ໃນສິ່ງທີ່ຂ້າພະເຈົ້າບໍ່ເຄີຍເຫັນມາກ່ອນ ໃນ 28 ປີໃນຫ້ອງນີ້, ມັນເປັນຄວາມພະຍາຍາມ ທີ່ຈະເຮັດໃຫ້ຕົວແທນ ຂອງອອສເຕຣເລັຍຢູ່ຕ່າງປະເທດ ເປັນເລື້ອງການເມືອງ ໃນປະເທດທີ່ສໍາຄັນເຊັ່ນນັ້ນ. ບໍ່ເຄີຍເຫັນ. ບໍ່ເຄີຍເຫັນມາກ່ອນ."
ນັບຕັ້ງແຕ່ໄດ້ເປັນເອກອັຄຣັຖທູດ, ທ່ານ Kevin Rudd ໄດ້ຊ່ວຍອໍານວຍຄວາມສະດວກ ໃຫ້ແກ່ພັນທະມິດ ລະຫວ່າງອອສເຕຣເລັຍ, ສະຫະຣາຊະອານາຈັກ, ແລະອາເມລິກາ, ທີ່ຮູ້ກັນໃນນາມ AUKUS.
ພັນທະມິດທີ່ຊັບຊ້ອນນັ້ນ ຈະເຫັນສະຫະຣັດ ຈັດຫາເຮືອດຳນ້ຳພະລັງງານນິວເຄລັຍ ຢ່າງໜ້ອຍສາມລຳ ໃຫ້ກັບອອສເຕຣເລັຍ.
ທ່ານ Mondschein ກ່າວວ່າ ວຽກງານຂອງທ່ານ Rudd ກ່ຽວກັບ AUKUS ໄດ້ເຮັດໃຫ້ທ່ານ ໄດ້ຮັບຮັບການສນັບສນູນ ໃນສະຫະຣັດ.
"ທ່ານກໍາລັງເຫັນ ສະມາຊິກສະພາ ອອກມາເວົ້າ ເພື່ອສນັບສນູນທ່ານ Kevin Rudd ເພາະວ່າກົດ ຫມາຍ ທີ່ຫນ້າອຶດອັດໃຈນີ້ ບໍ່ແມ່ນເລື່ອງງ່າຍ. ນີ້ແມ່ນການແບ່ງປັນເທັກໂນໂລຈີ ກໍາປັ່ນລົບ ທີ່ໃຊ້ພະລັງນິວ ເຄລັຍ ກັບອອສເຕຣເລັຍ ລະຫວ່າງສາມປະເທດ, ພ້ອມທັງການຮ່ວມມືດ້ານເທັກໂນໂລຈີອື່ນໆ ທີ່ກໍາລັງຈະເກີດຂຶ້ນ. ນີ້ບໍ່ແມ່ນເລື້ອງງ່າຍ. ນີ້ບໍ່ແມ່ນສິ່ງທີ່ຜູ້ນໍາສາມາດເຮັດໄດ້ດ້ວຍຕົວເອງ. ນີ້ແມ່ນສິ່ງທີ່ ຕ້ອງໄດ້ລົງເລິກໄປໃນເລື້ອງນັ້ນ ຊຶ່ງທັງຫມົດນັ້ນ ແມ່ນທ່ານ Kevin Rudd ໄດ້ເຮັດໃນຖານະນັກລົງທຶນ. ລາວໄດ້ເລິກເຂົ້າໄປໃນໃນເລື້ອງດັ່ງກ່າວ ກ່ຽວກັບກົດຫມາຍ ທີ່ເຮັດວຽກຮ່ວມກັບສະມາຊິກສະພາ ໃນຂອບເຂດ ກ່ຽວກັບກົດຫມາຍທີ່ທ້າທາຍ ແລະຊັບຊ້ອນນີ້ແທ້ໆ."
ໃນເລື້ອງການຕ່າງປະເທດອອສເຕຣເລັຍ ທ່ານ Penny Wong ໄດ້ຢືນຢັນວ່າ ທ່ານ Rudd ຈະຍັງຄົງເປັນເອກອັຄຣັຖທູດ ເຖິງແມ່ນວ່າທ່ານ Donald Trump ໄດ້ຮັບເລືອກຕັ້ງອີກເທື່ອນຶ່ງກໍຕາມ.
ສະມາຊິກສະພາສູງ Penny Wong ກ່າວວ່າ ວຽກງານຂອງທ່ານ Rudd ກ່ຽວກັບ AUKUS ເປັນຕົວຢ່າງຂອງຈຸດແຂງຂອງທ່ານ.
"ຂ້າພະເຈົ້າ ຈະຊີ້ທ່ານເຫັນ ໂດຍສະເພາະກ່ຽວກັບຄວາມອັດສະຈັນ ຂອງວຽກງານ ທີ່ໄດ້ເຮັດໃນ AUKUS ໃນໄລຍະທີ່ລາວໄດ້ເປັນທູດ. ລາວມີຄວາມກະຕືລືລົ້ນຢ່າງຍິ່ງ ໃນການພົວພັນ ກັບສະມາຊິກສະພາ ທັງສອງຝ່າຍຂອງການເມືອງ, ແລະລາວເປັນອະດີດນາຍົກຣັຖມົນຕີ, ອະດີດຣັຖມົນຕີການຕ່າງປະເທດ. ປະສົບການ ແລະທັກສະຂອງລາວຫມາຍຄວາມວ່າ ລາວຈະສາມາດເຮັດວຽກຢ່າງໃກ້ຊິດ ກັບໃຜກໍຕາມທີ່ຖືກເລືອກໂດຍຊາວອອສເຕຣເລັຍ ໂດຍຊາວອາເມຣິກັນໃຫ້ເປັນປະທານາທິບໍດີອາເມຣິກາ."
ທ່ານ Mondschein ກ່າວວ່າ ຄວາມສໍາພັນລະຫວ່າງສະຫະຣັດ ກັບອອສເຕຣເລັຍ ແມ່ນໃຫຍ່ກວ່າພຽງສອງຄົນນັ້ນ.
"ຖ້າ Donald Trump ຊນະ (ການເລືອກຕັ້ງ), ຂ້າພະເຈົ້າຄິດວ່າ ອາດຈະມີສິ່ງທ້າທາຍບາງຢ່າງຢູ່ ທີ່ນັ້ນ. ເຮົາອາດຈະໄດ້ຍິນຂ່າວປະເພດນີ້, ແຕ່ໂດຍລວມແລ້ວ, ຂ້າພະເຈົ້າຄິດວ່າ ສິ່ງຕ່າງໆ ຍັງມີແນວໂນ້ມໃນທາງບວກຢູ່."
ການເລືອກຕັ້ງຂອງສະຫະຮັດ ຈະມີຂຶ້ນໃນທ້າຍປີນີ້.
ເມື່ອ Donald Trump ຖືກເລືອກຕັ້ງໃນປີ 2016, ທ່ານ Kevin Rudd ໄດ້ບອກກັບ Sunrise ວ່າທ່ານຈະແຍກຄວາມແຕກຕ່າງຂອງທ່ານ ໄວ້ຕ່າງຫາກ.
"ມັນແມ່ນສິ່ງທີ່ມັນເປັນ; ມັກລາວຫຼືບໍ່ມັກລາວ. ປະຊາຊົນຊາວອາເມຣິກັນ ໄດ້ເລືອກເອົາ Trump ໃຫ້ເປັນປະທານາທິບໍດີ. ແລະນັ້ນ ສົ່ງຜົນກະທົບຕໍ່ເຮົາທຸກຄົນ. ສະນັ້ນ, ໃຫ້ເຮົາເຂົ້າໄປເບິ່ງ ເລິກກວ່າການເລືອກແລະຄວາມມັກ. ພວກເຮົາພຽງແຕ່ເຮັດວຽກຮ່ວມກັບປະທານາທິບໍດີ Trump."
ຖ້າທ່ານ Trump ຖືກເລືອກອີກເທື່ອນຶ່ງ, ອອສເຕຣເລັຍ ຈະຕ້ອງລໍຖ້າເບິ່ງວ່າ ທ່ານພ້ອມແລ້ວທີ່ຈະເຮັດແບບດຽວກັນຫຼືບໍ່.
ເນື້ອເລື່ອງໂດຍ Rania Yallop ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao