ການຂວ້ຳບາດ ຣັສເຊັຍ.
ຣັສເຊັຍ ເປັນປະເທດທີ່ຖືກຂວ້ຳບາດ ຫຼາຍທີ່ສຸດໃນໂລກ ໂດຍມີຫລາຍປະເທດ ຮວມທັງ ໄດ້ອອກຂໍ້ຈໍາກັດ ຕໍ່ບາງບຸກຄົນ ແລະບາງອົງການ ໃນຄວາມພະຍາຍາມ ທີ່ຈະສະກັດກັ້ນ ສົງຄາມ ຂອງປະທານາທິບໍດີ ຣັສເຊັຍ ທ່ານ Vladimir Putin ໃນ Ukraine.
ແຕ່ການທ້າທາຍ ເມື່ອບໍ່ດົນມານີ້ ຕໍ່ລະບົບການຂວ້ຳບາດ ທີ່ເປັນອິດສຣະ ຂອງອອສເຕຣເລັຍ ເຮັດໃຫ້ມີຜູ້ຊ່ຽວຊານ ຮຽກຮ້ອງ ໃຫ້ມີການຂວ້ຳບາດ ທີ່ເຂັ້ມງວດ ແລະບັງຄັບໃຊ້ໄດ້ຫລາຍຂຶ້ນ.
Lera Shvets ວິທຍຸ SBS ພາກພາສາ Russian ແລະ Jennifer Schererຂ່າວ SBS ລາຍງານ.
ຣັສເຊັຍ ເປັນປະເທດທີ່ໄດ້ຮັບການຂວ້ຳບາດຫຼາຍທີ່ສຸດໃນໂລກ, ໂດຍທີ່ອອສເຕຣເລັຍ ໃນບັນດາປະເທດ ທີ່ອອກມາດຕະການ ຕໍ່ບຸກຄົນແລະບາງອົງການຂອງຣັສເຊັຍ ຫລັງຈາກການ ຮຸກຮານ Ukraine ຢ່າງເຕັມຮູບແບບ.
ການຂວ້ຳບາດເຫຼົ່ານີ້ ກວມເອົາກົດລະບຽບຕ່າງໆ ລວມທັງການຫ້າມສົ່ງອອກ ແລະນໍາເຂົ້າ ສິນຄ້າຈໍານວນຫນຶ່ງ ຈາກຣັສເຊັຍ ພ້ອມທັງຈໍາກັດ ການເດີນທາງສໍາລັບບຸກຄົນ.
Doctor Christopher Michaelsen ຮອງສາດສະດາຈານ ດ້ານກົດຫມາຍ ແລະຄວາມຍຸຕິທັມ ຂອງມະຫາວິທະຍາໄລ New South Wales.
"ຈຸດປະສົງ ແມ່ນເພື່ອເຮັດໃຫ້ຊີວິດ ມີຄວາມຫຍຸ້ງຍາກຫຼາຍຂຶ້ນ ສໍາລັບຣັສເຊັຍ ແລະພະຍາຍາມ ທີ່ຈະຊຸກຍູ້ ໃຫ້ເຂົາເຈົ້າໄປສູ່ ການຍຸດຕິການຂັດແຍ້ງຢູ່ທີ່ນັ້ນ. ແລະໃນຕອນນີ້ ກໍກັບຄືນໄປປະຊຸມອີກ ເພື່ອຊອກຫາທາງອອກ ໃນການເຈລະຈາທາງການທູດ."
ຈົນເຖິງຕອນນີ້, ໄດ້ມີການທ້າທາຍຢ່າງຫນ້ອຍສາມຢ່າງ ທີ່ຮູ້ຈັກກັນດີ ຕໍ່ການຂວ້ຳບາດ ຂອງອອສເຕຣເລັຍ-ແລະທັງສາມກໍລົ້ມເຫລວ.
ສິ່ງທ້າທາຍຫຼ້າສຸດ ແມ່ນມາຈາກບໍຣິສັດ Tigers Realm Coal ຂອງອອສເຕຣເລັຍ ຊຶ່ງໄດ້ຜລິດຖ່ານຫີນ ໃນຣັສເຊັຍ ແລະຂາຍໃຫ້ແກ່ຕລາດເອເຊັຍ ຕັ້ງແຕ່ ປີ 2017.
ບໍຣິສັດ ຖືໃບອະນຸຍາດສຳຫຼວດສອງໃບ ແລະເປັນເຈົ້າຂອງທ່າເຮືອ ໃນເຂດຂົ້ວໂລກເໜືອ ຂອງເມືອງ Chukotka.
Melissa Chen, ທະນາຍຄວາມອະວຸໂສທີ່ສູນຍຸຕິທັມສາກົນ ຂອງອອສເຕຣເລັຍ (the Australian Centre for International Justice) ກ່າວວ່າຕົນໄດ້ໂຕ້ຖຽງໃນສານ Federal Court ວ່າ ມັນ (ບໍຣິສັດ) ພຽງແຕ່ຜລິດແລະຂົນສົ່ງຖ່ານຫີນ ພາຍໃນຣັສເຊັຍເທົ່ານັ້ນ ແລະການເປັນເຈົ້າຂອງຜລິດຕະພັນ ສິ້ນສຸດລົງທີ່ທ່າເຮືອ-ແລະວ່າການຂວ້ຳບາດຂອງອອສເຕຣເລັຍ ແມ່ນມີເປົ້າຫມາຍ ທີ່ການຂົນສົ່ງຂ້າມແດນເທົ່ານັ້
"ສິ່ງທີ່ສານພົບ ແມ່ນການຕີຄວາມຫມາຍແຄບໆ ຂອງການຂົນສົ່ງຂອງ Tigers Realm ບໍ່ສາມາດຍຶດຖືໄດ້...ກິດຈະກັມເຫຼົ່ານັ້ນ ໃນຄວາມເປັນຈິງແລ້ວ ຖືກຍຶດຖືໄດ້ ໂດຍກົດຫມາຍການຂວ້ຳບາດ ຂອງອອສເຕຣເລັຍ"
ນັບແຕ່ນັ້ນມາ Tigers Realm ໄດ້ປະກາດແຜນການ ທີ່ຈະຂາຍຊັບສິນຂອງຣັສເຊັຍ ໃນມູນຄ່າປະມານ 76.3 ລ້ານໂດລາ (AUD) ໃຫ້ແກ່ APM Invest ຊຶ່ງເປັນບໍຣິສັດ ທີ່ຂຸດຄົ້ນບໍ່ແຮ່ ຂອງຣັສເຊັຍ ທີ່ເປັນເຈົ້າຂອງໂດຍ Mark Buzuk ທີ່ຖືກກ່າວຫາວ່າ ມີການເຊື່ອມໂຍງ ກັບຜູ້ມີອຳນາດ(Oligarchs) ຂອງຣັສເຊັຍຈໍານວນນຶ່ງ.
ນອກນັ້ນ ຍັງມີແຜນທີ່ຈະສົ່ງຊັບສິນຄືນໃຫ້ຜູ້ຖືຫຸ້ນອີກດ້ວຍ.
Clancy Moore, Chief Executive Officer ຂອງ Transparency International Australia.
"ພວກເຮົາຮູ້ວ່າ ຜູ້ຖືຫຸ້ນຄົນຫນຶ່ງ ແມ່ນນິຕິບຸກຄົນຂອງຣັສເຊັຍ ທີ່ໄດ້ຖືກຂວ້ຳບາດ ຈາກອອສເຕຣເລັຍ ທີ່ຮູ້ກັນໃນນາມ ກອງທຶນການລົງທຶນ ເພື່ອການພັດທະນາຂອງຣັສເຊັຍ...ມັນຍັງເປັນທຶນຊັບສິນ ຂອງຄວາມມັ່ງຄັ່ງ ອະທິປະໄຕ (Sovereign Wealth Fund) ແລະໄດ້ຖືກລະບຸວ່າເປັນກອງເງິນທຶນຂອງ Vladimir Putin."
Tigers Realm ໄດ້ປະກາດວ່າ ຈະຈັດກອງປະຊຸມສາມັນຂຶ້ນ ໃນວັນທີ 28 ພຶດສະພາ ບ່ອນທີ່ຜູ້ຖືຫຸ້ນ ຈະລົງຄະແນນ ໃນມະຕິຕ່າງໆ ຮວມທັງການຂາຍທີ່ຈະຖືກສເນີ.
ນອກນັ້ນ ຍັງລະບຸໃນແຈ້ງການວ່າ: "ການຄືນທຶນໃດໆ ຈະເຮັດໄດ້ຕາມກົດຫມາຍ ທີ່ບັງຄັບໃຊ້ທັງຫມົດ, ລວມທັງມາດຕະການ ການຂວ້ຳບາດ".
"ເນື່ອງຈາກ ລັກສນະຂອງຄະດີນີ້ ແລະການຂາຍທີ່ອາດເປັນໄປໄດ້, ຂ້າພະເຈົ້າຄາດວ່າ ໜ່ວຍງານກຳກັບດູແລ ຂອງອອສເຕຣເລັຍ-ລວມທັງສຳນັກງານຂວ້ຳບາດ-ຈະສຳຫຼວດການຂາຍ ທີ່ສເນີ ແລະເບິ່ງລາຍລະອຽດຢ່າງຮອບຄອບ ແລະບ່ອນທີ່ເງິນກໍາລັງຈະໄປ."
ໃນຄໍາຖແລງຕໍ່ SBS, ຜູ້ຕ່າງຫນ້າຂອງກະຊວງການຕ່າງປະເທດ ແລະການຄ້າ ໄດ້ກ່າວເຖິງແມ່ນວ່າ ມັນບໍ່ໄດ້ອອກຄວາມຄິດຄວາມເຫັນ ກ່ຽວກັບເລື່ອງການປະຕິບັດຕາມ ໂດຍສະເພາະ, "ຣັຖບານກາງ ກໍາລັງພິຈາລະນາ ທາງເລືອກທີ່ກ່ຽວຂ້ອງທັງຫມົດ ກ່ຽວກັບການປະຕິບັດຕາມ" ແລະວ່າ "ຊຸດມາດຕະການການຂວ້ຳບາດ ແລະມາດຕະການການຄ້າຂອງພວກເຮົາ ໄດ້ຖືກອອກແບບ ເພື່ອໃຫ້ແນ່ໃຈວ່າ ທຸຣະກິດຂອງອອສເຕຣເລັຍ ບໍ່ໄດ້ສນັບສນູນ ການທຳສົງຄາມຂອງຣັສເຊັຍ ໃນທາງກົງ ຫລືທາງອ້ອມ."
ການຂວ້ຳບາດຕ່າງໆ ຕໍ່ຣັສເຊັຍ ໄດ້ຖືກນຳໃຊ້ ໃນໄລຍະສິບປີທີ່ຜ່ານມາ ນັບຕັ້ງແຕ່ ການຍຶດເອົາ Crimea ໃນປີ 2014.
Dr Michaelsen ກ່າວວ່າ ຣັສເຊັຍຮຽນຮູ້ທີ່ຈະປັບຕົວ.
"ພວກເຂົາເຈົ້າ ເອີ້ນນະໂຍບາຍນີ້ວ່າ ນະໂຍບາຍ Fortress Russia, ແລະມັນເປັນນະໂຍບາຍ ທີ່ໄດ້ພະຍາຍາມ ທີ່ຈະກະຈາຍການຄ້າ ຢ່າງຊັດເຈນ, ແລະໂດຍສະເພາະ ແມ່ນການສ້າງການຄ້າກັບຈີນ."
ພວກນັກຊ່ຽວຊານແນະນໍາວ່າ ຄວາມພະຍາຍາມຂອງ Tigers Realm ທີ່ຈະທ້າທາຍ ຕໍ່ການຂວ້ຳບາດ ອາດຈະເນັ້ນເຖິງ ຊ່ອງວ່າງໃນຂໍ້ບັງຄັບຂອງອອສເຕຣເລັຍ.
ນຶ່ງໃນນັ້ນ ແມ່ນ ດຣ. Anton Moiseinko, ອາຈານສອນອາວຸໂສດ້ານກົດຫມາຍ ທີ່ມະຫາວິທະຍາໄລແຫ່ງຊາດ ອອສເຕຣເລັຍ.
"ຖ້າບໍ່ມີຂໍ້ຫ້າມທີ່ຊັດເຈນ ກ່ຽວກັບການມີສ່ວນຮ່ວມ ໃນກິດຈະກັມການຜລິດ ຫຼືອຸດສາຫະກັມປະເພດນັ້ນ, ເຖິງແມ່ນວ່າ ຜລິດຕະພັນເຫຼົ່ານັ້ນ ຈະບໍ່ເຄີຍຖືກສົ່ງໄປອອສເຕຣເລັຍ ແຕ່ຖືກຂາຍບ່ອນອື່ນໃນ ຕລາດໂລກ."
ຮ່າງກົດຫມາຍສະບັບປັບປຸງທີ່ຜ່ານ ເມື່ອເດືອນແລ້ວນີ້ ເພື່ອຊີ້ແຈງກ່ຽວກັບຊ່ອງວ່າງ ທີ່ຖືກເປີດເຜີຍ ໃນລະຫວ່າງການທ້າທາຍອື່ນໆ ໂດຍບຸກຄົນ ຈາກຣັສເຊັຍ ທີ່ຖືກຂວ້ຳບາດ ຮວມເຖິງ Oleg Deripaska ຊຶ່ງເປັນຜູ້ມີອຳນາດ (Oligarch) ທີ່ຖືກອອສເຕຣເລັຍຂວ້ຳບາດ ເນື່ອງຈາກຖືກກ່າວຫາວ່າ ມີການເຊື່ອມໂຍງກັບ Vladimir Putin.
Melissa Chen ອີກເທື່ອນຶ່ງ.
"ການຂາດຄວາມຮັບຜິດຊອບ ສາມາດເຮັດໃຫ້ເກີດການ ບໍ່ຖືກລົງໂທດໄດ້ແທ້... ຖ້າບໍ່ມີການບັງຄັບໃຊ້ມາດຕະການ ທາງກົດຫມາຍເຫຼົ່ານີ້ ແລ້ວ ກໍບໍ່ມີແຮງຈູງໃຈ, ບໍ່ມີຄວາມຢ້ານກົວ, ສໍາລັບບຸກຄົນອື່ນໆ ທີ່ອາດຈະຊອກຫາ ການລະເມີດກົດຫມາຍເຫຼົ່ານັ້ນ ເຊັ່ນກັນ."
ການຂວ້ຳບາດທີ່ເຂັ້ມງວດ ຈະຖືກເຫັນວ່າ ເປັນປັດຈັຍສໍາຄັນ ໃນການຢັບຢັ້ງ ບັນດາບໍລິສັດ ແລະບຸກຄົນ ບໍ່ໃຫ້ມີການພົວພັນກັບ Kremlin.
SBS ໄດ້ຕິດຕໍ່ຫາ Tigers Realm Coal ເພື່ອຂໍຄວາມເຫັນ, ແຕ່ບໍ່ໄດ້ຕອບຄໍາຖາມຂອງ SBS.
ເນື້ອເລື່ອງໂດຍ Lera Shvets ວິທຍຸ SBS ພາກພາສາ Russian ແລະJennifer Scherer ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌