ພາວະຕິດເຊື້ອ (Sepsis) ໃນອອສເຕຣເລັຍ.

Mia (supplied Helene Cochaud).jpg

Mia Wilkinson ເປັນສາວນ້ອຍອາຍຸ 14 ປີ ຈາກ Brisbane ຊຶ່ງເປັນໂຣກພາວະຕິດເຊື້ອ (Sepsis) ຕອນນາງອາຍຸສີ່ປີ. Credit: Supplied: Helene Cochaud.

ເຖິງແມ່ນວ່າ ມັນອາດເປັນອັນຕະຣາຍເຖິງຕາຍສໍາລັບຫຼາຍຄົນ, ແຕ່ເມື່ອຜູ້ຄົນກ່າວເຖິງພາວະຕິດເຊື້ອ (Sepsis), ພວກເຂົາອາດຮູ້ວ່າພວກເຂົາເຈົ້າກໍາລັງກ່າວເຖິງໂຣກ ທີ່ອາດເປັນອັນຕະຣາຍຕໍ່ຊີວິດ, ແຕ່ໃນການສົນທະນາສ່ວນໃຫຍ່ ກໍບໍ່ຮູ້ຫຼາຍກ່ຽວກັບໂຣກນັ້ນ. ແມ່ນແຕ່ຜູ້ຊ່ຽວຊານດ້ານການແພດ ກໍຍັງໃຊ້ເວລາດົນນານ ໃນການວິນິດສັຍໂຣກນີ້ ໃນຄົນເຈັບຢ່າງຖືກຕ້ອງ.


ພາວະຕິດເຊື້ອ (Sepsis) ໃນອອສເຕຣເລັຍ.

ພາວະຕິດເຊື້ອ (Sepsis) ແມ່ນໂຣກທີ່ສົ່ງຜົນກະທົບ ຕໍ່ຜູ້ຄົນຫຼາຍຫມື່ນຄົນ ໃນ.

ເຖິງແມ່ນວ່າ ມັນອາດເປັນອັນຕະຣາຍເຖິງຕາຍສໍາລັບຫຼາຍຄົນ, ນັກຖ່າຍຮູບຄົນຫນຶ່ງ ກໍາລັງພະຍາຍາມ ທີ່ຈະຍົກລະດັບຄວາມຮັບຮູ້ ກ່ຽວກັບ Sepsis ໂດຍການແບ່ງປັນເລື່ອງສ່ວນຕົວ ຂອງຄົນທີ່ລອດຊີວິດຈາກໂຣກນີ້.

Alex Anyfantis ລາຍງານ.

ເມື່ອຜູ້ຄົນກ່າວເຖິງພາວະຕິດເຊື້ອ (Sepsis), ພວກເຂົາອາດຮູ້ວ່າພວກເຂົາເຈົ້າກໍາລັງກ່າວເຖິງໂຣກ ທີ່ອາດເປັນອັນຕະຣາຍຕໍ່ຊີວິດ, ແຕ່ໃນການສົນທະນາສ່ວນໃຫຍ່ ກໍບໍ່ຮູ້ຫຼາຍກ່ຽວກັບໂຣກນັ້ນ.

ນີ້ອາດຈະເປັນເລື້ອງປົກກະຕິ ເນື່ອງຈາກວ່າບາງຄັ້ງ ແມ່ນແຕ່ຜູ້ຊ່ຽວຊານດ້ານການແພດ ກໍຍັງໃຊ້ເວລາດົນນານ ໃນການວິນິດສັຍໂຣກນີ້ ໃນຄົນເຈັບຢ່າງຖືກຕ້ອງ.

Dr Brian Abbenbroek ຜູ້ຈັດການໂຄງການຂອງ Sepsis Australia ແລະ Asia Pacific Sepsis Alliance, ຊ່ອຍອະທິບາຍ.

"ພາວະຕິດເຊື້ອ (Sepsis) ແມ່ນການໂຕ້ຕອບຫຼາຍເກີນໄປ ຂອງຮ່າງກາຍ ຕໍ່ການຕິດເຊື້ອ. ປົກກະຕິແລ້ວ ເມື່ອມີການຕິດເຊື້ອຊະນິດໃດກໍຕາມ ຮ່າງກາຍຈະມີປະຕິກິຣິຍາ ໂດຍການອັກເສບ ເພື່ອຂ້າເຊື້ອໄວຣັສນັ້ນ. ໃນ ພາວະຕິດເຊື້ອ (Sepsis), ຂະບວນການນັ້ນ ບໍ່ໄດ້ປິດຕົວເອງລົງ, ມັນກາຍເປັນການທີ່ບໍ່ສາມາດຄວບຄຸມໄດ້ ແລະເລີ່ມທີ່ຈະທໍາລາຍອະໄວຍະວະຂອງມັນເອງ ແລະບາງຄັ້ງ ກໍແມ່ນແຂນຂາຂອງທ່ານ, ແລະມັນສາມາດ ນໍາໄປສູ່ຄວາມຕາຍໄດ້ໄວຫຼາຍ."

Dr Abbenbroek ອະທິບາຍວ່າ ມັນເຮັດວຽກແນວໃດ.

"ພາວະຕິດເຊື້ອ (Sepsis) ແມ່ນປະຕິກິຣິຍາ ຫຼືການຕໍ່ຕ້ານອາການອັກເສບ ຂອງຮ່າງກາຍທັງຫມົດ. ຊຶ່ງເປັນເລື່ອງປົກກະຕິ, ດັ່ງທີ່ຂ້າພະເຈົ້າໄດ້ກ່າວມາກ່ອນ, ໃນການພະຍາຍາມຂ້າເຊື້ອໂຣກຕ່າງໆ. ແຕ່ເນື່ອງຈາກວ່າ ນັ້ນບໍ່ສາມາດຄວບຄຸມໄດ້ ແລະມັນກໍ່ໃຫ້ເກີດບັນຫາເຊັ່ນການສົ່ງເລືອດໄປລ້ຽງອະໄວຍະວະສໍາຄັນ ແລະແຂນຂາ, ມັນສາມາດເຮັດໃຫ້ສິ່ງເຫຼົ່ານັ້ນຫຼົມເຫຼວ ແລະທ່ານອາດສູນເສັຍແຂນຂາ ຊຶ່ງມີຜົນກະທົບທີ່ຍາວນານ, ກັບອະໄວຍະວະລົ້ມເຫຼວ, ກັບບັນຫາທາງຈິດໃຈ ແລະບັນຫາອື່ນໆເຫຼົ່ານັ້ນ."

Helene Cochaud ນັກຖ່າຍຮູບ ໃນ Sydney, ກໍາລັງຈັດນິທັດສະການ ພ້ອມທັງຮູບພາບ ທີ່ເລົ່າເລື່ອງຂອງ 11 ຄົນທີ່ລອດຊີວິດຈາກໂຣກນີ້.

ຮູບພາບເຫຼົ່ານັ້ນ ຮວມເຖິງ ລາຍລະອຽດສ່ວນຕົວ ກ່ຽວກັບວິທີ ທີ່ພວກເຂົາ ໄດ້ຮັບຜົນກະທົບ ໃນເບື້ອງຕົ້ນຈາກ ພາວະຕິດເຊື້ອ (Sepsis) ແລະວິທີ ທີ່ຊີວິດຂອງເຂົາເຈົ້າ ຖືກປ່ຽນໄປໂດຍໂຣກນີ້ແນວໃດ.

"ເຊັ່ນດຽວກັບຄົນສ່ວນຫຼາຍ, ຂ້າພະເຈົ້າບໍ່ຮູ້ຫຍັງກ່ຽວກັບ Sepsis ກ່ອນທີ່ຂ້າພະເຈົ້າໄດ້ເຂົ້າໄປພົວພັນກັບໂຄງການ. ທີ່ມາຂອງໂຄງການແມ່ນຈາກ Australian Story (ໃນ ABC) ທີ່ເອີ້ນວ່າ "A Matter Of Minutes" ກ່ຽວກັບຜູ້ຊາຍຄົນຫນຶ່ງ ຊື່ວ່າ Mick O'Dowd. ແລະເລື່ອງລາວຂອງ Mick ໄດ້ເຮັດໃຫ້ຂ້າພະເຈົ້າ ປະທັບໃຈຫລາຍແທ້ໆ, ສິ່ງທີ່ລາວແລະຄອບຄົວຕ້ອງປະເຊີນ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ຕິດຕໍ່ກັບ Australia ເພື່ອຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບ Sepsis. ແລະຖ້າຫາກຂ້າພະເຈົ້າບໍ່ຮູ້ຫລາຍກ່ຽວກັບເລື່ອງນີ້, ຂ້າພະເຈົ້າຄິດວ່າ ອາດມີຄົນອື່ນຫລາຍຄົນ ທີ່ບໍ່ຮູ້ຄືກັນ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ຖາມເຂົາເຈົ້າວ່າ ຂ້າພະເຈົ້າສາມາດຊ່ອຍ ໃນການຊ່ວຍຍົກລະດັບຄວາມຮູ້ ໃນເລື້ອງນີ້ໄດ້ຫຼືບໍ່."

ພາວະຕິດເຊື້ອ (Sepsis) ຍັງຄົງເປັນສາເຫດອັນດັບຫນຶ່ງ ຂອງການຕາຍໃນວັຍເດັກ ທີ່ປ້ອງກັນໄດ້-ຊຶ່ງເປັນຫນຶ່ງໃນສິ່ງ ທີ່ບໍ່ເປັນທີ່ຮູ້ກັນທົ່ວໄປ.

ກໍຣະນີພາວະຕິດເຊື້ອ (Sepsis) ຍັງສະແດງໃຫ້ເຫັນການເພີ່ມຂຶ້ນຢ່າງຫຼວງຫຼາຍ ໃນຊ່ວງລະດູຫນາວ.

Mia Wilkinson ເປັນສາວນ້ອຍອາຍຸ 14 ປີ ຈາກ Brisbane ຊຶ່ງເປັນໂຣກພາວະຕິດເຊື້ອ (Sepsis) ຕອນນາງອາຍຸສີ່ປີ.

Amy, ແມ່ຂອງນາງກ່າວວ່າ ພວກທ່ານຫມໍໄດ້ໃຊ້ເວລາຫລາຍມື້ ເພື່ອຊອກຫາສິ່ງຜິດປົກກະຕິຂອງນາງ.

"ຂ້ອຍໄດ້ພານາງໄປຫາທ່ານຫມໍ ໃນຕອນເຊົ້າຂອງວັນເສົາ ແລະພວກເຂົາເຈົ້າໄດ້ເວົ້າວ່າ 'ໂອ້, ແມ່ນກະເພາະອັກເສບ (Gastroenteritis)' ແລ້ວໃນຕອນບ່າຍວັນເສົາ, ຂ້ອຍໄດ້ພານາງໄປໂຮງຫມໍ. Mia ມີອາການອື່ນໆ. ນາງບໍ່ເຂົ້າໃຈຄວາມຄົນ ແລະ (ມີ) ອາການແປກໆຫລາຍຂຶ້ນ. ດັ່ງນັ້ນ, ຂ້ອຍຈຶ່ງພາລາວໄປໂຮງຫມໍ ແລ້ວເຂົາເຈົ້າຈຶ່ງຄິດວ່າ ເປັນໄຂ້ຫວັດໃຫຍ່ ແລະເປັນໂຣກກ້າມເນື້ອອັກເສບ ເຊິ່ງເປັນການອັກເສບທີ່ຂາ. ແລ້ວ (ຂ້ອຍ) ກໍໄດ້ພານາງກັບໄປພັກຜ່ອນທີ່ບ້ານ. ແລ້ວ ໃນວັນອາທິດ, ແລ້ວນາງກໍເຈັບຂາຫລາຍຂຶ້ນ ແລະຂ້ອຍຄິດວ່າ ມັນເປັນສ່ວນຫນຶ່ງຂອງການເປັນໄຂ້ຫວັດໃຫຍ່. ແລະແລ້ວ, ຕອນບ່າຍຂອງວັນອາທິດ, ນາງໄດ້ມີຜື່ນຂຶ້ນຢູ່ທີ່ຂາຂອງນາງ ດັ່ງນັ້ນ ຂ້ອຍຈຶ່ງໄດ້ພານາງກັບຄືນໄປໂຮງຫມໍ."

ລາວເວົ້າວ່າ ແມ່ນວ່າພວກທ່ານຫມໍໄດ້ລະບຸໂຣກນີ້ແລ້ວ, ມັນກໍຍາກທີ່ຈະເຂົ້າໃຈ.

"ໃນຕອນນັ້ນ ມັນກໍຍາກທີ່ຈະເຂົ້າໃຈວ່າ Sepsis ແມ່ນຫຍັງ, ຂ້ອຍບອກພໍ່ແມ່ຂອງຂ້ອຍວ່າ ມັນແມ່ນຫຍັງ ແລະຂ້ອຍຈື່ໄດ້ວ່າ ພວກເຂົາໃຊ້ເວລາດົນເຕີບກ່ອນທີ່ຈະເຂົ້າໃຈ ວ່າມັນແມ່ນຫຍັງ. ມັນເປັນການຕິດເຊື້ອໄວຣັສ ຫຼືແບັກທີເຣັຍ, ທີ່ລະບົບພູມຕ້ານທານຂອງຮ່າງກາຍມີປະຕິກິຣິຍາຕໍ່ສິ່ງນັ້ນ ແລະຈະທຳງານເກີນກໍານົດ ແລະປິດອະໄວຍະວະລົງ ແລະກໍ່ໃຫ້ເກີດປັນຫາຫຼາຍຢ່າງ ທາງຮ່າງກາຍ."

ສາວນ້ອຍ Mia ຈຳເປັນຕ້ອງໄດ້ຮັບການຜ່າຕັດຫລາຍເທື່ອ ເພື່ອຊ່ວຍຊີວິດຂອງນາງ, ໂດຍທີ່ທ່ານຫມໍ ໄດ້ຕັດທັງແຂນ ແລະຂາຂອງນາງອອກ.

ນາງຕ້ອງໄດ້ຜ່ານຜ່າຊ່ວງເວລາຂອງການປັບໂຕ ໃຫ້ເຂົ້າກັບຊີວິດທີ່ຕ້ອງໃຊ້ແຂນຂາທຽມ.

ແຕ່ຕອນນີ້ ຄົນອາຍຸ 14 ປີທີ່ກ້າຫານ, ຜູ້ທີ່ເມື່ອບໍ່ດົນມານີ້ ນາງໄດ້ເຂົ້າຮ່ວມການແລ່ນແຂ່ງຂັນ 100 ແມັດ, ເວົ້າວ່າຄົນທີ່ຢູ່ອ້ອມຂ້າງນາງ ເຮັດໃຫ້ນາງຮູ້ສຶກວ່າ ເປັນພຽງສະມາຊິກອີກຄົນຫນຶ່ງ ໃນຊຸມຊົນ.

"ຂ້ອຍບໍ່ຮູ້ສຶກວ່າ ມີຫຍັງແຕກຕ່າງ (ກ່ຽວກັບຂ້ອຍ). ເພາະວ່າ ພວກເຂົາຍອມຮັບຂ້ອຍວ່າ ຂ້ອຍເປັນໃຜ ແລະພວກເຮົາເຂົ້າກັນໄດ້ດີ. ພວກເຂົາພຽງແຕ່ເຫັນຂ້ອຍ ເປັນຄົນໆນຶ່ງ. ບໍ່ແມ່ນຜູ້ທີ່ແຕກຕ່າງຈາກຄົນອື່ນ."

Dr Abbenbroek ກ່າວວ່າ ກໍຣະນີພາວະຕິດເຊື້ອ (Sepsis) ໃນອອສເຕຣເລັຍ ກໍາລັງສະແດງໃຫ້ເຫັນ ແນວໂນ້ມທີ່ຫນ້າເປັນຫ່ວງ.

"ກໍຣະນີຕົວຈິງຂອງມັນ ແມ່ນເພີ່ມຂຶ້ນດ້ວຍວ່າ Sepsis ແມ່ນ...ສິ່ງທີ່ຄົນເຮົາບໍ່ເຂົ້າໃຈດີປານໃດ. ການຄາດຄະເນສ່ວນໃຫຍ່ ສະແດງໃຫ້ເຫັນວ່າ ພວກເຮົາມີປະມານ 55,000 ກໍຣະນີຕໍ່ປີ ໃນເວລານີ້. ປະມານ 9,000ຄົນນັ້ນຈະຕາຍ. ແລະນັ້ນ ເທົ່າກັບປະມານເຈັດເທົ່າ ຂອງການເສັຍຊີວິດ ຈາກອຸບັດເຫດທາງຣົດ ຫລືສີ່ເທົ່າຂອງມະເຮັງທົ່ວໄປ ເຊັ່ນ: ມະເຮັງເຕົ້ານົມ ຫລືມະເຮັງຕ່ອມລູກໝາກ."

ລາວແນະນໍາວິທີງ່າຍໆບາງຢ່າງ ທີ່ຜູ້ຄົນສາມາດເຮັດໄດ້ ກ່ຽວກັບການປ້ອງກັນ Sepsis ຫຼືການກະທໍາອື່ນ ເພື່ອໃຫ້ແນ່ໃຈວ່າ ເຂົາເຈົ້າຈະປ້ອງກັນການຕິດເຊື້ອໃດໆ ທີ່ອາດຈະເກີດຂຶ້ນໄດ້.

"ພາວະຕິດເຊື້ອ (Sepsis) ສາມາດປ້ອງກັນໄດ້, ເຊິ່ງເປັນເລື້ອງດີທີ່ຈະຮູ້.ແຕ່ມັນແມ່ນກ່ຽວກັບການກະທຳຕອນທໍາອິດ, ນັ້ນກໍແມ່ນ ການຖາມຄໍາຖາມ, ມັນອາດຈະເປັນ Sepsis, ຖ້າຫາກວ່າ ທ່ານມີຄວາມກັງວົນ. ນອກຈາກນັ້ນ, ພຽງແຕ່ເຮັດໃຫ້ແນ່ໃຈວ່າ ທ່ານມີສຸຂະອະນາໄມດີ, ສຸຂາພິບານດີ, ມີການສັກຢາປ້ອງກັນ. ໂດຍທົ່ວໄປແລ້ວ, ສິ່ງຕ່າງໆ ທີ່ສາມາດປ້ອງກັນການຕິດເຊື້ອ ຈາກສະພາບແວດລ້ອມ ທີ່ເປິເປື້ອນ ແລະສິ່ງຕ່າງໆແບບນັ້ນ, ການຮັກສາຄວາມສະອາດປະຈໍາວັນທັມມະດາ ກໍສາມາດຫຼຸດໂອກາດ ຂອງການຕິດເຊື້ອໄດ້ແທ້ໆ ແລະດັ່ງນັ້ນ ຈຶ່ງຫຼຸດໂອກາດຂອງ (Sepsis)."

ນັກຖ່າຍຮູບ Helene Cochaud ເຫັນວ່າ ໃນຊ່ວງເວລາທີ່ຍາກລຳບາກທີ່ສຸດ ທີ່ຜູ້ຄົນເລີ່ມສະແດງໃຫ້ເຫັນວ່າ ພວກເຂົາສາມາດມີພະລັງໄດ້ຢ່າງແທ້ຈິງ.

ໃນຂນະທີ່ນາງກໍາລັງຮວບຮວມຮູບພາບ ແລະເລື່ອງລາວສໍາລັບການສະແດງຂອງນາງ, ນາງປລາດໃຈຫລາຍ ທີ່ຜູ້ຄົນໄດ້ພົບຄວາມເຂັ້ມແຂງ ຂອງຄວາມຕ້ອງການ ທີ່ຈະເອົາຊນະການທ້າທາຍ ທີ່ເຂົ້າມາໃນຊີວິດ.

"ຜູ້ລອດຊີວິດທຸກຄົນ ແລະຜູ້ທີ່ສູນເສັຍຄົນທີ່ຮັກໄປຍ້ອນ Sepsis ແມ່ນຄົນທີ່ເຂັ້ມແຂງ, ມີແຮງຈູງໃຈ, ມີຄວາມທົນທານຢ່າງບໍ່ຫນ້າເຊື່ອ, ຜູ້ທີ່ໄດ້ຜ່ານຄວາມເຈັບປວດມາຫຼາຍ ແຕ່ຍັງເຂັ້ມແຂງ, ມີປະສິດທິຜົນສະມາຊິກຂອງສັງຄົມ."

ເນື້ອເລື່ອງໂດຍ Alex Anyfantis ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share