ການປະຊຸມສຸດຍອດດ້ານການທະຫານ.
ຄວາມເຄັ່ງຕຶງທີ່ເພີ້ມຂຶ້ນ ໃນທະເລຈີນໃຕ້ ໄດ້ເປັນຫົວຂໍ້ໃຫຍ່ ຂອງກອງປະຊຸມຄວາມຫມັ້ນຄົງ ປະຈໍາປີທີ່ສິງກະໂປ.
ການກະທໍາຂອງກອງທັບຈີນ ຖືກວິພາກວິຈານໂດຍບັນດາເຈົ້າຫນ້າທີ່ ຈາກສະຫະຣັດ,ອອສເຕຣເລັຍ ແລະຟີລິບປິນສ໌-ໃນຂນະທີ່ນາຍພົນລະດັບສູງຂອງຈີນ ໄດ້ກ່າວຫາວ່າ ສະຫະຣັດພະຍາຍາມ ສ້າງສິ່ງທີ່ທ່ານເອີ້ນວ່າ "NATO ສະບັບ ເອເຊັຍ-ປາຊີຟິກ".
Biwa Kwan ລາຍງານ.
ນີ້ແມ່ນ ປີທີ 21 ຂອງມັນ, ກອງປະຊຸມສຸດຍອດ ການປ້ອງກັນປະຈໍາປີ ທີ່ສໍາຄັນຂອງເອເຊັຍ ໄດ້ເຮັດໃຫ້ຄຶດເຖິງ ອຸທິຍານພູ ທີ່ຫ່າງໄກ ຂອງ Shangri-La ທີ່ໄດ້ບັນຍາຍໄວ້ ໃນຫນັງສືເລື່ອງ Lost Horizon ທີ່ແຕ່ງໂດຍ James Hilton.
ກອງປະຊຸມນີ້ ເລີ່ມຂຶ້ນໂດຍ ນັກຍຸດທະສາດຂອງອັງກິດ John Chipman ຜ່ານການຄົ້ນຄ້ວາ ຈາກສະຖາບັນສາກົນ ເພື່ອການຄົ້ນຄວ້າ ຍຸດທະສາດ (the International Institute for Strategic Studies), ວິໄສທັດຂອງລາວ ສໍາລັບການພົບປະ ປະຈໍາປີ ຄືສ້າງການເຕົ້າໂຮມຂອງຣັຖມົນຕີປ້ອງກັນປະເທດ ບ່ອນທີ່ສາມາດມີຄວາມຂັດແຍ່ງໄດ້ຢ່າງເປີດເຜີຍ, ໂດຍມີຈຸດປະສົງ ເພື່ອຈິນຕະນາການ ແລະສ້າງເງື່ອນໄຂ ສໍາລັບຄວາມຫມັ້ນຄົງ ທາງດ້ານຍຸດທະສາດ.
ກອງປະຊຸມສຸດຍອດ ທີ່ໄດ້ຮັບການສນັບສນູນ ຈາກສິງກະໂປ-ຮຽກຮ້ອງບໍ່ໃຫ້ມີການເຫັນດີເຫັນພ້ອມ ຫຼືຖແລງການຂັ້ນສຸດທ້າຍ, ຊຶ່ງຊ່ອຍໃຫ້ມີການແລກປ່ຽນໂດຍກົງ ແລະເປັນທັມມະຊາດ ລະຫວ່າງເຈົ້າຫນ້າທີ່ຂັ້ນສູງ.
ປີນີ້, ມີບັນດາຣັຖມົນຕີ ແລະເຈົ້າຫນ້າທີ່ປ້ອງກັນປະເທດ ຈາກ 45 ປະເທດເຂົ້າຮ່ວມປະຊຸມ.
ປະທານາທິບໍດີ ຟີລິບປິນສ໌ ທ່ານ Ferdinand Romualdez Marcos Junior ໄດ້ກ່າວປາຖະກະຖາພິເສດ ຢ່າງກົງໄປກົງມາ ກ່ຽວກັບການປະເມີນ ຄວາມເປັນສັດຕູ ທີ່ເພີ້ມຂຶ້ນ ດ້ວຍຂໍ້ພິພາດ ໃນທະເລຈີນໃຕ້.
"ຖ້າຫາກວ່າ ໂດຍການກະທໍາໂດຍເຈດຕະນາ, ຫາກຊາວຟີລິບປິນ ບໍ່ແມ່ນແຕ່ເປັນທະຫານ ແຕ່ແມ່ນແຕ່ພົນລະເມືອງຊາວຟີລິບປິນ, ຖ້າຫາກວ່າ ພົນລະເມືອງຊາວຟີລິບປິນ ຖືກຂ້າໂດຍເຈດຕະນາ-ນັ້ນແມ່ນ ຂ້າພະເຈົ້າຄິດວ່າ, ມັນເກືອບຈະເປັນກັບສິ່ງທີ່ພວກເຮົາເອີ້ນວ່າ ເປັນການກະທໍາຂອງສົງຄາມ; ແລະສະນັ້ນ ພວກເຮົາຈະຕອບສນອງຕາມນັ້ນ."
ໃນປີທີ່ຜ່ານມາ ກອງປະຊຸມສຸດຍອດ ຍັງເປັນບ່ອນທີ່ໄດ້ມີການປະຊຸມສອງຝ່າຍ ຫຼາຍກວ່າ 100 ຄັ້ງ ເປັນເວລາສາມມື້, ເຊິ່ງອະນຸຍາດ ໃຫ້ບັນດາຣັຖມົນຕີ ໄດ້ພົບກັນ ແບບໜ້າຕໍ່ຫນ້າ.
ຣັຖມົນຕີປ້ອງກັນປະເທດຈີນ ທ່ານ Dong Jun ທີ່ຫາກໍໄດ້ຮັບຕໍາແຫນ່ງ ໃນເດືອນທັນວາ ໄດ້ພົບປະກັບຄູ່ປະຊຸມ ສະຫະຣັດ, ທ່ານ Lloyd Austin.
ມັນເປັນການພົບປະ ແບບໜ້າຕໍ່ໜ້າ ເທື່ອທໍາອິດ ໂດຍຣັຖມົນຕີປ້ອງກັນປະເທດຂອງທັງສອງປະເທດ ນັບແຕ່ປີ 2022-ເມື່ອຈີນໄດ້ປິດການສື່ສານລະຫວ່າາງທະຫານ, ຫຼັງຈາກທີ່ທ່ານນາງ Nancy Pelosi ໂຄສົກສະພາສະຫະຣັດ ໃນເວລານັ້ນ ໄດ້ໄປຢ້ຽມຢາມໄຕ້ຫວັນ.
ຫົວຂໍ້ສົນທະນາ ໄດ້ແກ່ການຝຶກຊ້ອມທາງທະຫານ ຂອງຈີນຢູ່ຮອບໄຕ້ຫວັນ, ການຮຸກຮານຢ່າງເຕັມຮູບແບບ ຂອງຣັສເຊັຍໃນຢູເຄຣນ, ຄວາມຂັດແຍ້ງໃນ Gaza,ແລະເສຣີພາບ ໃນການເດີນເຮືອ ໃນທະເລຈີນໃຕ້.
Mr Austin ກ່າວວ່າ ທ່ານມີຄວາມຍິນດີ ທີ່ທັງສອງປະເທດ ຈະເລີ້ມການສົນທະນາທາງໂທລະສັບ ລະຫວ່າງຜູ້ບັນຊາການທະຫານ ອີກໃນຫລາຍເດືອນຂ້າງຫນ້າ ໂດຍມີແຜນການ ທີ່ຈະຈັດຕັ້ງຄນະເຮັດວຽກ ດ້ານການສື່ສານ ໃນພາວະວິກິດ ໃນ ທ້າຍປີນີ້.
ແຕ່ Mr Austin ຍັງຖືກທ້າທາຍ ໂດຍຄນະຜູ້ແທນຈີນ (ນາຍພົນອາວຸໂສ ທ່ານ Cao Yanzhong) ຜູ້ທີ່ໄດ້ໃຊ້ໂອກາດຂອງ ຖາມແລະຕອບ (QnA) ວ່າການຂຍາຍພັນທະມິດ ທາງທະຫານຂອງ NATO ໄດ້ກໍ່ໃຫ້ເກີດວິກິດການ ໃນຢູເຄຣນ, ກ່ອນທີ່ຈະຖືກກ່າວອ້າງຊ້ຳອີກ ໂດຍນາຍພົນຈີນ ທ່ານ Jing Jianfeng ວ່າສະຫະຣັດ ຢາກສ້າງອົງການ NATO ສະບັບເອເຊັຍ-ປາຊີຟິກ.
Mr Austin ກ່າວວ່າ ທ່ານໄດ້ປະຕິເສດ ຕໍ່ການກ່າວອ້າງທັງສອງ.
"ດ້ວຍຄວາມເຄົາລົບ, ຂ້າພະເຈົ້າບໍ່ເຫັນພ້ອມກັບຈຸດຂອງທ່ານ ທີ່ວ່າການຂຍາຍໂຕຂອງ NATO ໄດ້ກໍ່ໃຫ້ເກີດວິກິດການຢູເຄຣນ. ວິກິດການຢູເຄຣນ ແມ່ນ(ຍ້ອງຍໍ)...ແຕ່ວ່າ ນີ້ໄດ້ເກີດຂຶ້ນ ຍ້ອນການຕັດສິນໃຈຂອງທ່ານ Putin. ກ່ຽວກັບເລື້ອງທີ່ວ່າ ພວກເຮົາກໍາລັງພະຍາຍາມສ້າງ NATO ໃນອິນໂດ-ປາຊີຟິກຫລືບໍ່,ຂ້າພະເຈົ້າຈະບອກທ່ານວ່າ ສິ່ງທີ່ພວກເຮົາກໍາລັງເຮັດຢູ່ນັ້ນ ແມ່ນສິ່ງທີ່ຂ້າພະເຈົ້າ ໄດ້ກ່າວໃນຕອນຕົ້ນຂອງຄໍາປາສັຍ. ປະເທດ ທີ່ມີຄວາມຄິດແບບດຽວກັນ, ທີ່ມີຄ່ານິຍົມຄ້າຍຄືກັນ ແລະວິໄສທັດທົ່ວໄປ ກ່ຽວກັບອິນໂດ-ປາຊີຟິກອັນດຽວກັນ ທີ່ເປັນອິດສຣະ ແລະເປີດກວ້າງ ກໍກໍາລັງເຮັດວຽກຮ່ວມກັນ ເພື່ອບັນລຸວິໄສທັດນັ້ນ. ແລະພວກເຮົາໄດ້ເສີມສ້າງຄວາມແໜ້ນແກ່ນ ຕໍ່ຄວາມສໍາພັນ ກັບບັນດາພັນທະມິດ ແລະຄູ່ຮ່ວມງານຂອງພວກເຮົາ. ແລະພວກເຮົາ ເຫັນປະເທດອື່ນໆເສີມສ້າງຄວາມແໜ້ນແກ່ນຕໍ່ຄວາມສໍາພັນຂອງພວກເຂົາ ກັບປະເທດຕ່ງໆໃນພູມີພາກ."
ໂຄສົກ ກະຊວງປ້ອງກັນປະເທດຈີນ ທ່ານ Wu Qian ກ່າວວ່າ ຈີນເລືອກທີ່ຈະແກ້ໄຂຄວາມຂັດແຍ່ງ ຜ່ານການເຈຣະຈາ ແຕ່ກໍມີຄວາມເປັນຫ່ວງ ກ່ຽວກັບ ການກະທໍາ ຂອງຟີລິບປິນ ແລະສະຫະຣັດ ໃນທະເລຈີນໃຕ້.
"ໃນບັນຫາທະເລຈີນໃຕ້, ຣັຖມົນຕີປ້ອງກັນປະເທດຈີນກ່າວວ່າ ຟີລິບປິນ, ທີ່ມີຄວາມກ້າຫານ ແລະໄດ້ຮັບການສນັບສນູນ ຈາກອໍານາດພາຍນອກ, ໄດ້ລະເມີດສັນຍາຂອງຕົນເອງ ແລະຍັງກະຕຸ້ນບັນຫານີ້ຕໍ່ໄປ. ໂດຍສະເພາະ ຝ່າຍສະຫະຣັດ ໄດ້ຕິດຕັ້ງລະບົບຂີປະນາວຸດ ລະດັບກາງ ໄປຍັງຟີລິບປິນ ພາຍໃຕ້ເຫດຜົນ ການຝຶກຊ້ອມທາງທະຫານ. ຈີນຄັດຄ້ານຢ່າງແຮງ ຕໍ່ການຕິດຕັ້ງ, ເຊິ່ງເປັນພັຍຂົ່ມຂູ່ທີ່ແທ້ຈິງ ຕໍ່ຄວາມປອດພັຍ ໃນພູມີພາກ. ພວກເຮົາຍັງມຸ່ງໝັ້ນທີ່ຈະແກ້ໄຂຄວາມຂັດແຍ່ງກັບຟີລິບປິນ ໂດຍຜ່ານການປຶກສາຫາລື ຢ່າງເທົ່າທຽມກັນ ແລະປະຕິບັດ ຕາມຄໍາສັນຍາທີ່ຜ່ານມາ. ເຖິງຢ່າງໃດກໍຕາມ, ຍັງມີຂີດຈໍາກັດ ໃນການກະຕຸ້ນຢ່າງຕໍ່ເນື່ອງ ແລະຮຸນແຮງຂຶ້ນ."
ໃນຂະນະດຽວກັນ ຣັຖມົນຕີປ້ອງກັນປະເທດ ທ່ານ Richard Marles ກໍໄດ້ພົບປະກັບຫົວຫນ້າປ້ອງກັນປະເທດ ຈີນທ່ານ Dong Jun.
ລາວໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບສອງເຫດການຫຼ້າສຸດ ທີ່ກ່ຽວຂ້ອງກັບກອງທັບຈີນ ແລະເຈົ້າຫນ້າທີ່ປ້ອງກັນປະເທດ ອອສເຕຣເລັຍ.
"ໃນຂນະທີ່ຈີນ ກ້າວຂຶ້ນສູ່ບົດບາດທີ່ໃຫຍ່ກວ່າ, ມັນຕ້ອງຍອມຮັບ ຄືກັບມະຫາອໍານາດອື່ນໆ ວ່າຈະມີການກວດສອບຫຼາຍກວ່າ ກ່ຽວກັບວິທີທີ່ ມັນໃຊ້ກໍາລັງຂອງຕົນ; ແລະຈະເລືອກ ເປັນພັນທະມິດກັບປະເທດໃດ. ການຍອມຮັບຂໍ້ຈຳກັດ ດັ່ງກ່າວ ເປັນປັດຈັຍສໍາຄັນ ຕໍ່ລະບຽບສາກົນ ທີ່ປະສົບຜົນສໍາເລັດ ແລະຍືນຍົງ"
ໃນທະເລເຫລືອງ ເມື່ອເດືອນແລ້ວນີ້ (4 ພຶດສະພາ) ເຮືອບິນລົບຂອງຈີນ ໄດ້ປ່ອຍໄຟຂຶ້ນ ຕໍ່ຫນ້າເຮືອບິນ ເຮລີຄອບເຕີທະຫານ ຂອງອອສເຕຣເລັຍ ທີ່ຂຶ້ນຈາກເຮືອHMAS Hobart ທີ່ຢູ່ໃນເຂດທີ່ບັງຄັບໃຊ້ ມາດຕະການຂວ້ຳບາດ ຂອງສະພາຄວາມຫມັ້ນຄົງ ສະຫະປະຊາຊາດ ຕໍ່ເກົາຫລີເຫນືອ.
ໃນເດືອນພະຈິກ (14 Nov 2023), ໄດ້ມີອີກຫນຶ່ງເຫດການ ຢູ່ນອກຝັ່ງທະເລ ຂອງຍີ່ປຸ່ນ, ຊຶ່ງໃນນັ້ນ ຣັຖບານອອສເຕຣເລັຍໄດ້ກ່າວວ່າ ກໍາປັ່ນຣົບຂອງຈີນ ໄດ້ສົ່ງຄື້ນ sonar ຊຶ່ງເຮັດໃຫ້ນັກມຸດນ້ຳຄົນນຶ່ງ ໄດ້ຮັບບາດເຈັບ.
ຈີນໄດ້ປິດການສື່ສານລະຫວ່າາງທະຫານ, ຫຼັງຈາກທີ່ທ່ານນາງ Nancy Pelosi ໂຄສົກສະພາສະຫະຣັດ ໃນເວລານັ້ນ ໄດ້ໄປຢ້ຽມຢາມໄຕ້ຫວັນ.
ເຈົ້າຫນ້າທີ່ຈີນ ໄດ້ປະຕິເສດວ່າ ການກະທຳໃດໆ ຂອງກອງທັບຂອງຕົນທີ່ "ອາດສົ່ງຜົນກະທົບຕໍ່ພວກນັກມຸດນ້ຳອອສເຕຣເລັຍ".
ໃນຜູ້ຟັງທີ່ຟັງຄໍາປາໄສ ຂອງນາຍ Marles, ແມ່ນເຈົ້າຫນ້າທີ່ ຈາກກອງທັບປົດປ່ອຍປະຊາຊົນຈີນ, (ພັນເອກອາວຸໂສ) Han wenGe ກ່າວວ່າ ໃນທັດສະນະຂອງລາວ, ຈີນບໍ່ໄດ້ເຮັດຫຍັງຜິດເລີຍ.
"ນັບຕັ້ງແຕ່ສົງຄາມເຢັນສິ້ນສຸດລົງ, ຈີນບໍ່ເຄີຍເຮັດສົງຄາມ ກັບປະເທດເພື່ອນບ້ານຂອງຕົນ. ໃນທາງກົງກັນຂ້າມ, ຈີນຮ່ວມມືກັບພັນທະມິດ ໃນທ້ອງຖິ່ນ ເພື່ອສ້າງຄວາມເຂົ້າໃຈເຊິ່ງກັນແລະກັນ ແລະຄວາມຈະເລີນຮຸ່ງເຮືອງ ທາງເສດຖະກິດ ໃນຮອບ 40 ປີທີ່ຜ່ານມາ. ແນ່ນອນ, ໃນຖານະທີ່ເປັນປະເທດເອກະຣາດ ຈີນມີສິດໃນການປົກປ້ອງ ຄວາມປອດພັຍແຫ່ງຊາດນີ້ ,ລວມທັງການຮວມດິນແດນ ແລະສິດທິພິເສດ ຕາມຄວາມເປັນຈິງທາງປວັດສາດ ແລະກົດຫມາຍສາກົນ."
ທ່ານ Marles ກ່າວວ່າ ຈິດວິນຍານຂອງການຮ່ວມມື ແມ່ນສິ່ງທີ່ຕ້ອງຈື່ໃສ່ໃຈ.
"ຂ້າພະເຈົ້າຂໍຂອບໃຈເພື່ອນຮ່ວມງານ ຈາກປະເທດຈີນ ທີ່ໄດ້ປະກອບສ່ວນ. ຖ້າຫາກວ່າ ນັ້ນເປັນຄໍາຖແລງ ໃນການສນັບສນູນລະບຽບຕາມກົດສາກົນ, ນັ້ນແມ່ນຍິນດີຕ້ອນຮັບ ຢ່າງແທ້ຈິງ. ຈຸດດຽວ ທີ່ພວກເຮົາພະຍາຍາມທີ່ຈະເຮັດ ໃນທີ່ນີ້ ແມ່ນວ່າລະບຽບຕາມກົດສາກົນ, ຊຶ່ງໄດ້ມີມາຕັ້ງແຕ່ ການສິ້ນສຸດລົງ ຂອງສົງຄາມໂລກຄັ້ງທີສອງ ແລະໄດ້ພັດທະນາຕໍ່ໄປ-ໄດ້ເປັນພື້ນຖານ ຂອງຄວາມສງົບ ແລະຄວາມໝັ້ນຄົງ ໃນພູມີພາກຂອງເຮົາ, ແຕ່ທີ່ສໍາຄັນ ແມ່ນເປັນພື້ນຖານຂອງຄວາມຈະເລີນຮຸ່ງເຮືອງ ທາງເສດຖະກິດ ແລະການເຕີບໂຕ ພາຍໃນພູມີພາກຂອງເຮົາ ແລະຈີນ ໄດ້ຮັບຜົນປໂຍດຈາກສິ່ງນັ້ນ. ອອສເຕຣເລັຍໄດ້ຮັບຜົນປໂຍດຈາກສິ່ງນັ້ນ."
ປະທານາທິບໍດີຢູເຄຣນ ທ່ານ Volodymyr Zelenskyy ຍັງໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດເຊັ່ນກັນ-ຊຶ່ງເປັນການເດີນທາງໄປເອເຊັຍ ຄັ້ງທີສອງຂອງລາວ ນັບຕັ້ງແຕ່ການຮຸກຮານ ຂອງຣັສເຊັຍໃນ Ukraine ໃນເດືອນກຸມພາ 2022.
ລາວໄດ້ປະຊຸມສອງຝ່າຍກັບຜູ້ນໍາ-ລວມທັງປະທານາທິບໍດີອິນໂດເນເຊັຍ Prabowo Subianto-ລາວເວົ້າວ່າ ລາວໄດ້ມາຮ່ວມກອງປະຊຸມສຸດຍອດ ເປັນສ່ວນຕົວ ເພື່ອຮວບຮວມການສນັບສນູນ ຈາກພາກພື້ນ ເອເຊັຍ-ປາຊີຟິກ ສໍາລັບກອງປະຊຸມສຸດຍອດ ສັນຕິພາບທີ່ຈະມາເຖິງ ໃນປະເທດ Switzerland ໃນທ້າຍເດືອນນີ້ (ວັນທີ15-16).
"ສັນຕິພາບໃນ Ukraine ນັ້ນແມ່ນສິ່ງທີ່ປະຊາຊົນຂອງພວກເຮົາຕ້ອງການ. ນັ້ນຄື ສິ່ງທີ່ປະຊາຊົນເຮົາຕ້ອງການ ແລະແນ່ນອນສໍາລັບຂ້າພະເຈົ້າ ມັນສໍາຄັນຫຼາຍທີ່ຈະໄດ້ຍິນສຽງຂອງທ່ານ, ສຽງຂອງປະເທດໃຫຍ່ຂອງທ່ານ, ຂອງສັງຄົມຂອງທ່ານໃນກອງປະຊຸມສຸດຍອດສັນຕິພາບໃນປະເທດ Switzerland."
ເນື້ອເລື່ອງໂດຍ Biwa Kwan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌