ຜົນກະທົບຈາກການຍຸດຕິການສົ່ງອອກ ແກະມີຊີວິດ.
ຊາວກະສິກອນຜູ້ລ້ຽງແກະ ຢູ່ຣັດ Western Australia ໄດ້ຮັບຄວາມຜົນກະທົບ ຢ່າງໜັກ ຕໍ່ຊີວິດການເປັນຢູ່ຂອງພວກເຂົາ ຈາກການສິ້ນສຸດ ທີ່ໃກ້ຈະມາເຖິງ ຂອງອຸດສາຫະກັມ ການສົ່ງອອກແກະມີຊີວິດ.
ຫຼັງຈາກມີເຫດການຫຼາຍຢ່າງ ທີ່ກ່ຽວຂ້ອງກັບແກະ ທີ່ຕິດຢູ່ໃນທະເລ ເປັນເວລາຫຼາຍເດືອນ,ຣັຖບານກາງ ກໍາລັງຈະຍຸດຕິການສົ່ງອອກແກະ ທີ່ມີຊີວິດ ແລະຈະສິ້ນສຸດ ການຄ້າທັງໝົດ ພາຍໃນເວລາບໍ່ເຖິງສີ່ປີ.
Christopher Tan ແລະ Sam Dover ລາຍງານ.
ຢູ່ໃນຟາມແຫ່ງນຶ່ງ ຢູ່ທາງພາກໃຕ້ ຂອງເມືອງ Perth ເປັນເວລາສອງຊົ່ວໂມງເຄິ່ງ, Scott Ewen ກໍາລັງຕຽມແກະຫຼາຍພັນໂຕ ເພື່ອສົ່ງໄປຍັງຕາເວັນອອກກາງ.
ມັນເປັນທຸຣະກິດ ທີ່ລາວແລະຄອບຄົວ ໄດ້ເພິ່ງພາມາຫຼາຍຊົ່ວຄົນ, ແຕ່ເວລາແມ່ນກຳລັງຈະໝົດລົງ ສໍາລັບອຸດສາຫະກັມ ການສົ່ງອອກສັດທີ່ມີຊີວິດ.
"ເປັນສິ່ງທີ່ເຮົາບໍ່ຮູ້ໃນຕອນນີ້, ແຕ່ວ່າ ພວກເຮົາຈະຕໍ່ສູ້ກັບເລື່ອງນີ້ ແລະຂ້າພະເຈົ້າຫມັ້ນໃຈວ່າ ພວກເຮົາ ອາດຈະເຮັດໃຫ້ການຕັດສິນໃຈນີ້ ປ່ຽນໄປ."
ຫຼັງຈາກມີເຫດການຕ່າງໆ ທີ່ກ່ຽວຂ້ອງກັບແກະ ທີ່ຕິດຄ້າງຢູ່ໃນທະເລເປັນເວລາຫຼາຍເດືອນ, ຣັຖບານກາງ ໄດ້ໃຫ້ຄໍາຫມັ້ນວ່າ ຈະຄ່ອຍໆຢຸດການສົ່ງອອກແກະ ທີ່ມີຊີວິດ ແລະຈະສິ້ນສຸດການຄ້າ ຢ່າງສິ້ນເຊີງ ພາຍໃນເວລາບໍ່ເຖິງສີ່ປີ.
ສ່ວນຫລາຍ ການສົ່ງອອກແກະທີ່ມີຊີວິດ ຈາກ ຈະຖືກສົ່ງມາຈາກຟາມໃນ West Australia ນີ້ຢູ່ໃນທ້ອງຖິ່ນປູກເຂົ້າສາລີ (Wheatbelt) ຂອງຣັດ.
ຊາວກະສິກອນກ່າວວ່າ ຕລາດຊີ້ນແກະພາຍໃນປະເທດ ແມ່ນມີຫຼາຍເກີນກໍານົດ,ແລະພວກເຂົາເຈົ້າ ອາສັຍຕລາດໃນຕາເວັນອອກກາງ.
ທີ່ປຶກສາ ດ້ານການບໍຣິຫານຟາມ, ທ່ານ Mark Allington, ກ່າວວ່າ ປະເທດເຫລົ່ານີ້ ໄດ້ເປັນຄູ່ຮ່ວມການຄ້າ ທີ່ໄວ້ວາງໃຈໄດ້ຕລອດມາ ສໍາລັບແກະ.
"ບັນດາປະເທດຕາເວັນອອກກາງ ມີການເຊື່ອມໂຍງທາງວັດທະນະທັມ ແລະສາສນາ ທີ່ຕິດພັນກັບຊີ້ນຢ່າງເລິກເຊິ່ງ. ນອກຈາກນີ້ ຄວາມສົດ, ພວກເຂົາໄວ້ວາງໃຈໃນຄວາມສົດ ຂອງຜລິດຕະພັນທີ່ມີຊີວິດ. ສະນັ້ນ ,ພວກເຮົາ ຈຶ່ງໄດ້ບອກພວກເຂົາວ່າພວກເຂົາຄວນເຮັດແນວໃດ ຊຶ່ງຂ້າພະເຈົ້າວາດພາບບໍ່ໄດ້ວ່າ ຈະເປັນແນວໃດ."
ອະນາຄົດ ຂອງການຄ້າສົ່ງອອກທີ່ມີຊີວິດ ມີຄວາມບໍ່ແນ່ນອນ ມາເປັນເວລາຫຼາຍປີແລ້ວ ແລະຊາວກະສິກອນກ່າວວ່າ ການຄາດຄະເນ ໄດ້ເຮັດໃຫ້ຄວາມຫມັ້ນໃຈ ໃນອຸດສາຫະກັມນັ້ນ ຫຼຸດລົງຫຼາຍ.
"ໃນໄລຍະຫ້າປີທີ່ຜ່ານມາ ລາຄາຂາຍແກະສະເລັ່ຍ ສໍາລັບລູກຄ້າທັງຫມົດຂອງພວກເຮົາ ແມ່ນປະມານ $105, ສໍາລັບແກະທຸກໂຕທີ່ຖືກຂາຍ. 12 ເດືອນຜ່ານມາ ແມ່ນ 45 ໂດລາ. ສໍາລັບ Scott ແລະເພື່ອນຊາວກະສິກອນທັງຫມົດຂອງລາວ, ຄ່າໃຊ້ຈ່າຍ ຂອງການດໍາເນີນທຸຣະກິດຂອງແກະ ໄດ້ເພີ່ມຂຶ້ນ 30 ເປີເຊັນ ໃນໄລຍະຫ້າປີທີ່ຜ່ານມາ ແລະພວກເຮົາ ຍັງຖືກກະທົບ ຈາກການຫຼຸດລົງ 60 ເປີເຊັນ ຂອງລາຄາຂາຍແກະ ໃນປີ 2023. ດັ່ງນັ້ນ,ສິ່ ງເຫຼົ່ານີ້ ຈຶ່ງກາຍເປັນການສູນເສັຍ ທຸຣະກິດ ທີ່ສໍາຄັນ ສໍາລັບທຸຣະກິດແກະ."
ແຕ່ ກຸ່ມສວັດດີການສັດ ກໍາລັງສເລີມສລອງໄຊຊະນະ ຈາກການຍຸດຕິການສົ່ງອອກທີ່ມີຊີວິດ.
Dr Sue Foster ຈາກ Vets Against Live Export ກ່າວວ່າ ການຍຸດຕິການຄ້າຈະຊ່ອຍເພີ່ມຄຸນນະພາບຊີວິດ ໃຫ້ແກ່ສັດ ຢ່າງຫລວງຫລາຍ.
"ຜົນທີ່ແກະຕາຍນັ້ນ ແມ່ນຄືກັນໃນຕອນທ້າຍ, ແຕ່ວິທີ ທີ່ແກະນັ້ນໄປຮອດທີ່ນັ້ນແນວໃດ ແມ່ນແຕກຕ່າງກັນຫຼາຍ. ອອສເຕຣເລັຍ ມີກົດຫມາຍສວັດດີການສັດ ທີ່ເຂັ້ມແຂງ ທີ່ຕ້ອງໄດ້ປະຕິບັດຕາມ. ໂຮງຂ້າສັດ ມີກົດລະບຽບທີ່ເຂັ້ມແຂງ ຢູ່ໃນປະເທດນີ້ ແລະສັດທີ່ຖືກຂ້າຕາຍຢູ່ທີ່ນີ້ ມີໄລຍະທາງການຂົນສົ່ງສັ້ນ ແລະຢູ່ພາຍໃຕ້ກົດຫມາຍ ສວັດດີການຂອງອອສເຕຣເລັຍ"
ເພື່ອຍຸດຕິການຄ້າ, ຣັຖບານກາງ ໄດ້ສເນີເງິນຈໍານວນ 107 ລ້ານໂດລາ ເພື່ອ ຂຍາຍໂຮງງານແປຮູບແກະ ໃນທ້ອງຖິ່ນ ເພື່ອພະຍາຍາມສົ່ງເສີມ ຄວາມສາມາດໃນການຊື້ຊີ້ນ ໃນທ້ອງຖິ່ນ.
ແຕ່ ຣັຖມົນຕີກະຊວງກະສິກັມຂອງ Western Australia, Jackie Jarvis, ເຊື່ອວ່າ ການຫ້າມສົ່ງອອກທີ່ມີຊີວິດ ຈະເຮັດໃຫ້ເສດຖະກິດຂອງຣັດ ເສັຍຫາຍ 123 ລ້ານໂດລາຕໍ່ປີ.
ຣັຖມົນຕີກະຊວງກະສິກັມ ຂອງຣັຖບານກາງ, ທ່ານ Murray Watt, ກ່າວວ່າ ເງິນສນັບສນູນການປ່ຽນຜ່ານ ມູນຄ່າ 107 ລ້ານໂດລາ ຈະໃຫ້ຄວາມໝັ້ນໃຈ ແກ່ຜູ້ຜລິດແກະ.
ຊາວກະສິກອນໃນທີ່ນີ້ ເວົ້າວ່າ ການຍຸດຕິການສົ່ງອອກ ທີ່ມີຊີວິດ ບໍ່ແມ່ນພຽງແຕ່ຄວາມກະທົບ ທາງດ້ານເສດຖະກິດເທົ່ານັ້ນ ແຕ່ເປັນຜົນກະທົບທາງດ້ານສັງຄົມເຊັ່ນກັນ.
ເຂົາເຈົ້າເຕືອນວ່າ ຫຼາຍຄອບຄົວ ຈະອອກຈາກເຂດຊົນນະບົດ, ແລະເລັ່ງການຫຼຸດລົງຂອງຊຸມຊົນໃນຊົນນະບົດ.
Scott Ewen ກ່າວວ່າ ລາວຫວັງວ່າ ຣັຖບານກາງ ຈະປ່ຽນການຕັດສິນໃຈ ຂອງຕົນ, ແຕ່ລາວກໍາລັງພະຍາຍາມ ທີ່ຈະວາງແຜນສໍາລັບອະນາຄົດ, ບໍ່ວ່າຈະມີຄວາມບໍ່ແນ່ນອນປານໃດກໍຕາມ.
"ການດໍາເນີນງານສ່ວນຕົວຂອງ ເຄີຍຜ່ານການຫຼຸດລົງມາແລ້ວ,ຍົກເວັ້ນປີນີ້ ສໍາລັບແກະທີ່ກໍາລັງຈະຂຶ້ນເຮືອ ເພາະວ່າເຮືອ ບໍ່ມາຍ້ອນກົດລະບຽບຂອງຣັຖບານ. ດັ່ງນັ້ນ, ປີນີ້ຂ້າພະເຈົ້າ ຈຶ່ງໄດ້ຂາຍພຽງແຕ່ຫນຶ່ງສ່ວນສາມ ຂອງສິນຄ້າ ທີ່ຂ້າພະເຈົ້າຕ້ອງຂາຍທາງເຮືອ. ໃນແຜນການ ຂ້າພະເຈົ້າ ໄດ້ປ່ຽນສ່ວນຫນຶ່ງຂອງຝູງແກະ ຂອງຂ້າພະເຈົ້າ ໄປຫາຕລາດປະສົມ ເພື່ອພະຍາຍາມແນໃສ່ ຕລາດຊີ້ນທ້ອງຖິ່ນ ຢູ່ທີ່ນີ້, ແຕ່ຂ້າພະເຈົ້າ ບໍ່ແມ່ນກະສິກອນພຽງຜູ້ດຽວ ທີ່ໄດ້ເຮັດແບບນັ້ນ. ສະນັ້ນ, ມັນອາດຈະມີຊີ້ນຫຼາຍ ໃນຕລາດໃນທ້າຍລະດູ ແລະເຮົາທຸກຄົນຈະແຂ່ງຂັນກັນ."
ຕອນນີ້ ຊາວກະສິກອນ ຕ້ອງຕັດສິນໃຈຢ່າງລຳບາກ ກ່ຽວກັບວ່າ ຈະຫຼຸດຈໍານວນແກະ ຂອງເຂົາເຈົ້າລົງ ແລະປ່ຽນໄປປູກພືດເຊັ່ນ: canola ຫຼືເຂົ້າສາລີ.
ແຕ່ບໍ່ແມ່ນຟາມທັງຫມົດ ຈະເຫມາະສົມກັບການປູກພືດ ແລະຊາວກະສິກອນບາງຄົນ ກໍາລັງປະເຊີນກັບການຕັດສິນໃຈ ທີ່ຈະຕ້ອງຂາຍ ແລະຍ້າຍໜີ.
ເນື້ອເລື່ອງໂດຍ Sam Dover ແລະ Christopher Tan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່