ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ.
ມັນສ້າງຄວາມເຈັບປວດ, ມາພ້ອມກັບພາວະແຊກຊ້ອນຫຼາຍຢ່າງ ແລະເປັນເລື່ອງທັມມະດາຫຼາຍ.
(Shingles) ໄດ້ຖືກອະທິບາຍວ່າ ເປັນການເຈັບປວດ, ການແສບຮ້ອນ, ການສຽບແທງ ຫຼືຄ້າຍກັບອາການ Shock.
ແລະເຖິງແມ່ນວ່າ ເມື່ອທ່ານໄດ້ເຊົາຈາກພະຍາດນີ້ແລ້ວ, ແຕ່ກໍມີນຶ່ງໃນຫ້າຄົນ ທີ່ໄດ້ຮັບຄວາມເຈັບປວດ ຈາກ ໂຣກປະສາດຫລັງຈາກເຊື້ອ Herpes (Post-herpetic Neuralgia), ຄວາມເຈັບປວດ ຢ່າງຕໍ່ເນື່ອງ ຊຶ່ງອາດຈະໃຊ້ເວລາ ຈາກສອງສາມເດືອນ ຫາຫລາຍປີ ຫລັງຈາກນັ້ນ.
ແຕ່ຈາກເດືອນຫນ້າ (1 ພະຈິກ) ຈະມີຢາວັກຊີນ ໃຫ້ຄົນທີ່ມີສິດ ຜ່ານໂຄງການ ພູມຕ້ານທານແຫ່ງຊາດ.
Allan Lee ລາຍງານ.
ຖ້າຫາກທ່ານມີອາຍຸຫຼາຍກວ່າ 50 ປີ, ໂອກາດທີ່ໄວຣັສ ທີ່ເຮັດໃຫ້ເກີດງູສວັດ (Shingles) ໄດ້ແຝງໂຕ ຢູ່ໃນລະບົບປະສາດ ຂອງທ່ານແລ້ວ.
ໂຣກງູສວັດ (Shingles) ແມ່ນເກີດຈາກໄວຣັສດຽວກັນ ທີ່ເຮັດໃຫ້ເປັນໂຣກໝາກສຸກ (Chickenpox) ຊຶ່ງເອີ້ນວ່າ Herpes zoster.
ສາດສະດາຈານ Robert Booy ຜູ້ຊ່ຽວຊານດ້ານພະຍາດຕິດເຊື້ອ ຈາກມະຫາວິທະຍາໄລ Sydney.
"ໂຣກງູສວັດ (Shingles) ແມ່ນການຕິດເຊື້ອໄວຣັສ ທີ່ສົ່ງຜົນກະທົບຕໍ່ຜິວຫນັງຂອງລໍາໂຕ ຫຼືໃບຫນ້າໂດຍສະເພາະ. ມັນເກີດຂຶ້ນ ເພາະວ່າທ່ານເຄີຍເປັນໂຣກໝາກສຸກ (Chickenpox) ແລ້ວເຊື້ອໄວຣັສກໍແຝງໂຕ ຢູ່ໃນລະບົບປະສາດຂອງທ່ານ ເປັນເວລາຫລາຍປີ. ລະຫວ່າງອາຍຸ 50 ປີ ເກືອບທຸກຄົນ ມີໂຣກໝາກສຸກ (Chickenpox). ໂຣກງູສວັດ (Shingles) ມີຜົນກະທົບ ຕໍ່ຫນຶ່ງໃນສາມ ຂອງຊາວອົດ ໃນຊ່ວງຊີວິດຂອງເຂົາເຈົ້າ. ໂຣກງູສວັດ (Shingles) ແມ່ນພາວະທາງການແພດ ທີ່ຮ້າຍແຮງ. ມັນສົ່ງຜົນກະທົບ ຕໍ່ຜູ້ຄົນ ເພາະບໍ່ພຽງແຕ່ມັນຈະເຮັດ ໃຫ້ເກີດຄວາມເຈັບປວດຢ່າງສາຫັດ ແລະການບວມ ແລະເຈັບປວດ ໃນບໍຣິເວນເທົ່ານັ້ນ, ແຕ່ມັນອາດເຮັດໃຫ້ ເກີດຄວາມເຈັບປວດ ໃນໄລຍະຍາວນໍາອີກ."
ຄວາມເຈັບປວດ ຈາກໂຣກງູສວັດ (Shingles) ນັ້ນສໍາຄັນ-ມັກຖືກບັນຍາຍວ່າ ເປັນຄວາມເຈັບປວດທີ່ຮ້າຍແຮງທີ່ສຸດ ທີ່ເຄີຍປະສົບມາ.
Wendy Dare ອາຍຸ 64 ປີ ເມື່ອໂຣກງູສວັດ (Shingles) ໄດ້ສົ່ງຜົນກະທົບຕໍ່ຊີວິດຂອງນາງ:
"ໃນສອງສາມມື້ທໍາອິດ, ລະດັບຄວາມເຈັບປວດ ແມ່ນບໍ່ແຮງ, ແລະຂ້ອຍຄົງບໍ່ບອກວ່າ ມັນເຮັດໃຫ້ຊຸດໂຊມໃດໆທັງນັ້ນ. ແຕ່ນັ້ນ ແມ່ນໃນຕອນຕົ້ນ. ໃນບໍລິເວນເໜືອຫນ້າເອິກຂອງຂ້ອຍ, ມັນເປັນຄວາມເຈັບປວດ ຄ້າຍກັບຖືກແທງ ແລະແສບຮ້ອນ. ທີ່ຈິງແລ້ວ, ມັນເປັນຄວາມເຈັບປວດທຸກຢ່າງ. ຂ້ອຍໄດ້ໄປຫານາຍໝໍຫຼາຍຄັ້ງ ເພາະການນອນເປັນເລື້ອງຍາກ, ໂດຍສະເພາະຖ້າຫາກວ່າ ມີສິ່ງຂອງມາສຳຜັດມັນ. ຢ່າງໃດກໍຕາມ, ສິ່ງທ້າທາຍ ແມ່ນການທີ່ສາມາດໃສ່ສິ່ງຕ່າງໆໄດ້. ຂ້ອຍຕ້ອງລະວັງກັບສິ່ງທີ່ຂ້ອຍນຸ່ງຫົ່ມ, ມັນຕ້ອງມີການຈັດການບໍ່ຫນ້ອຍ ແລະມັນສ້າງຄວາມຫຍຸ້ງຍາກ ເປັນເວລາດົນນານ."
ຄວາມເຂົ້າໃຈຜິດ ທີ່ເກີດຂຶ້ນເລື້ອຍໆ ແມ່ນຖ້າຜູ້ໃດ ໃຊ້ຊີວິດຢ່າງຖືກຕ້ອງຕາມສຸຂະອະນາມັຍ, ພວກເຂົາຈະມີຄວາມສ່ຽງຕໍ່ການເປັນໂຣກງູສວັດ (Shingles) ຕ່ຳ.
ນັ້ນບໍ່ແມ່ນຄວາມຈິງ.
ປະມານຫນຶ່ງໃນສາມຄົນ ຈະເປັນໂຣກງູສວັດ (Shingles) ໃນຊ່ວງນຶ່ງໃນຊີວິດຂອງພວກເຂົາ.
ຄວາມເຂົ້າໃຈຜິດອີກຢ່າງຫນຶ່ງ ແມ່ນວ່າ ທ່ານສາມາດເປັນໂຣກງູສວັດ (Shingles) ເທື່ອດຽວເທົ່ານັ້ນ ໃນຊີວິດຂອງທ່ານ.
ນັ້ນກໍບໍ່ເປັນຄວາມຈິງ ເຊັ່ນກັນ.
ສາດສະດາຈານ Booy ກ່າວວ່າ ເມື່ອຜູ້ຄົນມີອາຍຸສູງຂຶ້ນ, ພວກເຂົາເຈົ້າຈະມີຄວາມສ່ຽງຫລາຍຂຶ້ນ ຈາກ ໂຣກປະສາດຫລັງຈາກເຊື້ອ Herpes (Post-herpetic Neuralgia)-ຄວາມເຈັບປວດທີ່ສາມາດຢູ່ໄດ້ ເປັນເວລາຫລາຍປີ.
"ໂຣກປະສາດຫລັງຈາກເຊື້ອ Herpes (Post-herpetic Neuralgia) ແມ່ນຄວາມເຈັບປວດ ທີ່ທ່ານໄດ້ຮັບ ຫຼັງຈາກເປັນໂຣກງູສວັດ (Shingles). ມັນໃຊ້ເວລາຢ່າງຫນ້ອຍສາມເດືອນ, ແລະໃນບາງຄົນ ອາດເປັນປີ,ປະມານ 10 ຫາ 20% ຂອງຄົນທີ່ເຄີຍເປັນໂຣກງູສວັດ (Shingles) ຈະເປັນ ໂຣກປະສາດຫລັງຈາກເຊື້ອ Herpes (Post-herpetic Neuralgia):ຄວາມເຈັບປວດ ຢູ່ບໍຣິເວນຜື່ນ(rash) ຂອງໂຣກງູສວັດ (Shingles). ຄວາມສ່ຽງນັ້ນຈະສູງຂຶ້ນກວ່າເກົ່າເມື່ອທ່ານມີອາຍຸສູງ. ດັ່ງນັ້ນ, ຖ້າຫາກວ່າທ່ານ ມີອາຍຸ ເຈັດສິບ-ແປດສິບປີ ແລະເປັນໂຣກງູສວັດ (Shingles), ທ່ານອາດຈະມີຄວາມສ່ຽງ 20% ທີ່ຈະໄດ້ຮັບຄວາມເຈັບປວດ ທີ່ກິນເວລາຫຼາຍເດືອນ ແລະບາງຄັ້ງ ກໍເປັນຫຼາຍປີ ຫຼັງຈາກການເປັນຜື່ນ(rash) ຈາກໂຣກງູສວັດ (Shingles)."
Giulia Jones, CEO ຂອງ Painaustralia, ເປັນຄນະສນັບສນູນ ທີ່ເຮັດວຽກເພື່ອປັບປຸງ ຄຸນນະພາບຊີວິດ ຂອງຄົນທີ່ໃຊ້ຊີວິດຢູ່ກັບ ຄວາມເຈັບປວດ.
ນາງກ່າວວ່າ ໂຣກງູສວັດ (Shingles) ໄດ້ສ້າງພາລະຄວາມເຈັບປວດ ຢ່າງຫຼາຍ ຕໍ່ຊຸມຊົນອອສເຕຣເລັຍ.
"ສະນັ້ນ, ບັນຫາກັບຄວາມເຈັບປວດ ແມ່ນເຮັດໃຫ້ຄວາມເປັນຄົນຫຼຸດລົງ. ມັນເຮັດໃຫ້ພວກເຂົາຕ້ອງກັບບ້ານ, ມັນເຮັດໃຫ້ພວກເຂົາ ຢ້ານທີ່ຈະເຄື່ອນໄຫວ ແລະເຮັດສິ່ງຕ່າງໆ. ແລະຂ້າພະເຈົ້າຄິດວ່າ ຜູ້ຄົນເຂົ້າໃຈດີວ່າ ໂຣກງູສວັດ (Shingles) ສາມາດສ້າງຄວາມເຈັບປວດ ໃຫ້ພວກເຂົາ. ມັນເຮັດໃຫ້ພວກເຂົາ ຕ້ອງຢູ່ໃນເຮືອນຫຼາຍຂຶ້ນ, ແລະພວກເຮົາຕ້ອງການ ທີ່ຈະເຫັນການປ່ຽນແປງ ຂອງລະບົບທີ່ສນັບສນູນ ສຸຂະພາບຂອງປະຊາຊົນ, ທີ່ຈະເພີ່ມຄວາມສາມາດ ຂອງເຂົາເຈົ້າ ໃນການມີສ່ວນຮ່ວມ, ມີຄວາມເຂັ້ມແຂງທາງດ້ານຮ່າງກາຍ, ສາມາດເຮັດວຽກໄດ້, ແລະເພື່ອຮັກສາຄວາມຫວັງຂອງເຂົາເຈົ້າ ໃຫ້ຍັງຢູ່. ດັ່ງນັ້ນ,ຂ້າພະເຈົ້າຈຶ່ງບໍ່ຢາກເຫັນ ຄົນອອກກິນເບ້ຍບໍານານແຕ່ຍັງໜຸ່ມຢູ່. ຂ້າພະເຈົ້າບໍ່ຢາກເຫັນ ຊີວິດຂອງຄົນເຮົາ ຖືກລົດນ້ອຍລົງ ໂດຍເງື່ອນໄຂເຊັ່ນນີ້, ແລະຊຸມຊົນຂອງພວກເຮົາ ຈະຍິນດີກັບສິ່ງຕ່າງໆ ທີ່ຈະປັບປຸງສິ່ງນັ້ນ ສໍາລັບພວກເຂົາໃຫ້ດີຂຶ້ນ"
ນັບແຕ່ວັນທີ 1 ພະຈິກ,ໂຄງການພູມຕ້ານທານແຫ່ງຊາດ (National Immunisation Program) ຈະຮັບເອົາ Shingrix ເພື່ອປ້ອງກັນ ໂຣກ ງູສວັດ (Shingles) ແລະ ໂຣກປະສາດຫລັງຈາກເຊື້ອ Herpes (Post-herpetic Neuralgia).
ມັນເປັນຢາວັກຊີນທີ່ບໍ່ມີຊີວິດ, ເຊິ່ງຫມາຍຄວາມວ່າ ມັນບໍ່ສາມາດ ຜລິດ ພາຍໃນຮ່າງກາຍ ແລະເຮັດໃຫ້ເກີດໂຣກໄດ້, ເຖິງແມ່ນວ່າ ໃນຄົນທີ່ມີລະບົບພູມຕ້ານທານ ທີ່ອ່ອນແອ.
ຢາວັກຊີນ ໃຫ້ການປ້ອງກັນ 10 ປີ ແລະມີປະສິດທິພາບຫຼາຍຂຶ້ນ ຊຶ່ງເຮັດໃຫ້ຢາວັກຊີນ ມີຢູ່ໃນໂຄງການພູມຕ້ານທານແຫ່ງຊາດ (National Immunisation Program).
ໂຄງການພູມຕ້ານທານແຫ່ງຊາດ (National Immunisation Program)
ຈະອະນຸຍາດ ໃຫ້ຜູ້ທີ່ມີອາຍຸຫຼາຍກວ່າ 65 ປີ, ຄົນຊາວພື້ນເມືອງ ແລະTorres Strait Islander ທີ່ມີອາຍຸຫຼາຍກວ່າ 50 ປີທຸກຄົນ ເຂົ້າເຖິງShingrix ໄດ້, ແລະຜູ້ທີ່ມີພູມປ້ອງກັນບົກພ່ອງ (Immunocompromised) ທີ່ມີອາຍຸ 18 ປີ ແລະອາຍຸສູງກວ່າ ທີ່ມີເງື່ອນໄຂທີ່ມີ 'ຄວາມສ່ຽງສູງ' ຕໍ່ໂຣກງູສວັດ (Shingles).
Giulia Jones ຍິນດີຕໍ່ເລື້ອງນີ້.
"ນີ້ແມ່ນການເລີ່ມຕົ້ນທີ່ດີ ທີ່ເຮັດໃຫ້ຜູ້ຄົນ ສືບຕໍ່ດໍາເນີນຊີວິດ ການເຮັດວຽກ, ໃຫ້ຄອບຄົວເຂົາຢູ່ຮ່ວມກັນ ແລະມີຄວາມກະຕືລືລົ້ນ ແລະມີຄວາມພໍໃຈ ແລະເຕີບໃຫຍ່ໃນລຸ້ນຕໍ່ໄປ ທັງເປັນພະນັກງານທີ່ດີ. ພະຍາດອາດເກີດຂຶ້ນກັບຜູ້ຄົນ, ແຕ່ພວກເຮົາສາມາດເຮັດວຽກທີ່ດີ ກວ່າ ເທື່ອລະກ້າວ ໃນປະເທດນີ້ ເພື່ອຫຼີກລ້ຽງ ແລະປິ່ນປົວສິ່ງທີ່ເຮົາເຫັນ."
ຜູ້ຊ່ຽວຊານ ກໍາລັງຊຸກຍູ້ຄອບຄົວ ໃຫ້ເລີ່ມສົນທະນາກັບຄົນທີ່ເຂົາເຈົ້າຮັກ ເພື່ອສ້າງຄວາມຮັບຮູ້ ກ່ຽວກັບວ່າໂຣກງູສວັດ (Shingles) ສາມາດສ້າງຄວາມເຈັບປວດ ແລະເຮັດໃຫ້ຊຸດໂຊມສໍ່າໃດ.
ເນື້ອເລື່ອງໂດຍ Allan Lee ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌