ການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນອອສເຕຣເລັຍ.

man has shingles disease

ຮູບຂອງໂຣກຕານເຕັ້ນ ຫຼືງູສວັດທີ່ເກີດຢູ່ໃນຫຼັງຂອງຊາຍຄົນນຶ່ງ. Source: iStockphoto / PonyWang/Getty Images

ໃນການສໍາຫຼວດໃໝ່ ໂດຍ GlaxoSmithKline ໄດ້ເປີດເຜີຍການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນບັນດາຄົນສູງອາຍຸ ຊາວອອສເຕຣເລັຍ ຊຶ່ງຫຼາຍຄົນຄິດວ່າ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ນັ້ນຮ້າຍແຮງ-ແຕ່ກໍຈະບໍ່ເກີດຂຶ້ນກັບພວກເຂົາ.


ການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນອອສເຕຣເລັຍ.

ການສໍາຫຼວດຄັ້ງໃຫມ່ ໄດ້ເປີດເຜີຍການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນບັນດາຄົນສູງອາຍຸ ຊາວ.

ໃນການສໍາຫຼວດ ໂດຍ GlaxoSmithKline ພົບວ່າ ຫຼາຍຄົນຄິດວ່າ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ນັ້ນຮ້າຍແຮງ-ແຕ່ກໍຈະບໍ່ເກີດຂຶ້ນກັບພວກເຂົາ.

ດັ່ງທີ່ Deborah Groarke ລາຍງານ, ນັ້ນບໍ່ໃກ້ກັບຄວາມຈິງແຕ່ຢ່າງໃດ.

"ຂ້າພະເຈົ້າ ຫາກໍໄດ້ເລີ່ມມີຕຸ່ມເປື່ອຍທີ່ແຂນ ແລະຫລັງຄໍ. ເລີ່ມມີອາການຄັນ-ຄັນຫຼາຍ...ສອງສາມມື້ຫລັງຈາກມີຕຸ່ມເປື່ອຍ, ຂ້າພະເຈົ້າໄດ້ໄປຫາຫມໍ ແລະເຂົາເຈົ້າໄດ້ກວດເຫັນ ໂຣກຕານເຕັ້ນຫຼືງູສວັດ (Shingles)."

ນັ້ນແມ່ນ Pamela ແມ່ຍິງທີ່ເປັນ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ຕອນອາຍຸ 50 ກວ່າໆ.

ນາງໄດ້ແບ່ງປັນເລື່ອງລາວຂອງນາງ ກັບ GlaxoSmithKline, ຜູ້ທີ່ໄດ້ເປີດໂຕເວັບໄຊທ໌ ທີ່ເອີ້ນວ່າ knowshingles.com.au ສໍາລັບ Shingles Awareness Week.

GSK ກ່າວວ່າ ໜ້ອຍຄົນ ທີ່ຈະຮູ້ວ່າ ເຂົາເຈົ້າມີຄວາມສ່ຽງ ຕໍ່ໂຣກນັ້ນພຽງໃດ.

Maxine ກໍເປັນຄົນນຶ່ງ ໃນບັນດາຄົນເຫຼົ່ານັ້ນ.

"ຂ້ອຍບໍ່ຮູ້ຫຍັງເລີຍ ກ່ຽວກັບ(Shingles) ນອກຈາກວ່າ ມັນສາມາດເກີດຂຶ້ນກັບຄົນມີອາຍຸ.ຂ້ອຍກໍບໍ່ຮູ້ ວ່າມັນສ້າງຄວາມເສັຍຫາຍຫຼາຍສໍ່າໃດ. ແລະຂ້ອຍຄິດວ່າຂ້ ອຍຈະນັດນາຍໝໍ,ພວກເຂົາຈະໃຫ້ຢາມະຫັດສະຈັນແກ່ຂ້ອຍ ແລະໂຣກກໍຈະໄດ້ຮັບການຮັກສາ....ແຕ່ມັນບໍ່ເປັນແບບນັ້ນ."

ຄວາມເຂົ້າໃຈຜິດ ກ່ຽວກັບໂຣກຕານເຕັ້ນຫຼືງູສວັດ (Shingles) ປາກົດວ່າມີຢ່າງກວ້າງຂວາງ.

ການສຶກສາໃຫມ່ ຈາກ GlaxoSmithKline ພົບວ່າ ຄົນສ່ວນໃຫຍ່ ທີ່ເຂົາເຈົ້າໄດ້ສໍາຫຼວດ ບໍ່ຮູ້ຄວາມສ່ຽງຂອງເຂົາເຈົ້າ ທີ່ຈະເປັນໂຣກນີ້ ຫຼືຮູ້ ວ່າ ມັນຮ້າຍແຮງພຽງໃດ.

 ສາສດາຈານ Tony Cunningham ຜູ້ອໍານວຍການສູນຄົ້ນຄວ້າໄວຣັສ ທີ່ມະຫາວິທະຍາໄລ Sydney ເວົ້າວ່າ ແທ້ຈິງແລ້ວ ໂຣກຕານເຕັ້ນຫຼືງູສວັດ (Shingles) ແມ່ນເລື້ອງທັມມະດາ ເພາະວ່າພວກເຮົາຫຼາຍຄົນ ເຄີຍເປັນໂຣກໝາກສຸກ ຕັ້ງແຕ່ເປັນເດັກນ້ອຍ ຫຼືໃນວັຍໜຸ່ມ.

"ມັນເກີດຈາກໄວຣັສໂຣກໝາກສຸກ ແລະຈາກນັ້ນ ເມື່ອຄົນມີອາຍຸຫຼາຍຂຶ້ນ, ໄວຣັສນີ້ ຈະເກີດຂື້ນໃຫມ່ ແລະເຮັດໃຫ້ເກີດການຕິດເຊື້ອທີ່ຜິວຫນັງ. ຄົນທີ່ມີຄວາມສ່ຽງ ແມ່ນຜູ້ທີ່ມີອາຍຸຫຼາຍ ໂດຍສະເພາະຜູ້ທີ່ມີອາຍຸເກີນ 50 ປີ. ປະມານ ຫນຶ່ງໃນສາມຄົນ ໃນບາງຊ່ວງໃນຊີວິດຂອງເຂົາເຈົ້າ ຈະເປັນໂຣກຕານເຕັ້ນຫຼືງູສວັດ (Shingles) ນີ້."

ມີຢາວັກຊີນ ສໍາລັບ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ທີ່ເອີ້ນວ່າ Shingrix-ຊຶ່ງປົກກະຕິແລ້ວ ຈະມີຄ່າໃຊ້ຈ່າຍ $560 ຕໍ່ເຂັມ.

ໃນປີ 2023, ທ່ານ Mark Butler ຣັຖມົນຕີ ກະຊວງສາທາຣະນະສຸກ ໄດ້ປະກາດວ່າ ຈະບໍ່ມີຄ່າໃຊ້ຈ່າຍ ສຳລັບຢາວັກຊີນສໍາລັບບາງກຸ່ມ, ເຊັ່ນດຽວກັບຜູ້ທີ່ມີອາຍຸສູງກວ່າ 65 ປີ ຫລືຜູ້ທີ່ມີພູມຕ້ານທານບົກພ່ອງ (Immunocompromised).

"ພວກເຮົາ ເຫັນການເລີ່ມຕົ້ນ ຂອງໂຄງການສັກຢາວັກຊີນ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ທີ່ຄົບຖ້ວນທີ່ສຸດໃນໂລກ ສໍາລັບຜູ້ທີ່ມີອາຍຸຫຼາຍກວ່າ 65 ປີ ຈາກການລົງທຶນ 800 ລ້ານໂດລາ."

ຣັຖມົນຕີກະຊວງສາທາຣະນະສຸກກ່າວວ່າ ການນຳໃຊ້ຢາວັກຊີນ ຍັງດໍາເນີນຕໍ່ໄປ ໃນເດືອນນີ້ ໂດຍຈະມີຢາເພີ່ມຂຶ້ນ ອີກຫຼາຍແສນເຂັມລະຫວ່າງເດືອນມັງກອນ ຫາທ້າຍເດືອນມິຖຸນາ.

Dr Megan Campbell ຈາກ the National Aboriginal Community Controlled Health Organisation ໄດ້ບອກກັບ SBS News ວ່າ ປະຊາຊົນ First Nations ໄດ້ເຂົ້າຮ່ວມໃນໂຄງການສັກຢາວັກຊີນ ເຊັ່ນກັນ.

"ພວກເຮົາຮູ້ວ່າ ຜູ້ໃຫຍ່ຊາວ ແລະ Torres Strait Islander ມີທ່າອ່ຽງ ທີ່ຈະເປັນໂຣກນີ້ ແລະມັກຈະເປັນຕອນອາຍຸຍັງນ້ອຍ. ຢາວັກຊີນໃຫມ່ ມີຄວາມປອດພັຍ ແລະມີປະສິດທິຜົນຫຼາຍກວ່າ ວັກຊີນຫຼ້າສຸດ ທີ່ພວກເຮົາມີ. ແລະທີ່ສໍາຄັນ, ປະຊາຊົນຊາວພື້ນເມືອງ ແລະ Torres Strait Islander ສາມາດໄດ້ຮັບວັກຊີສອງເຂັມຟຣີ ຕັ້ງແຕ່ອາຍຸ 50 ປີ."

ສາສດາຈານ Cunningham ແນະນຳ ໃຫ້ທ່ານໂອ້ລົມກັບນາຍໝໍຂອງທ່ານ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles).

"ມັນສໍາຄັນ ທີ່ຈະຮູ້ເຖິງຄວາມສ່ຽງ ຂອງໂຣກຕານເຕັ້ນ ຫຼືງູສວັດ (Shingles) ນີ້ ແລະສົນທະນາ ກັບທ່ານຫມໍໃນທ້ອງຖິ່ນຂອງທ່ານ ແລະສົນທະນາໃນຄອບຄົວຂອງທ່ານ, ໂດຍສະເພາະ ກັບສະມາຊິກທີ່ມີອາຍຸຂອງຄອບຄົວ ທີ່ອາດຈະບໍ່ຮູ້ເຖິງຄວາມສ່ຽງຂອງໂຣກຕານເຕັ້ນ ຫຼື ງູສວັດ (Shingles) ນີ້."

ໃນຂນະດຽວກັນ Pamela ກ່າວວ່າ ແຜນການຂອງລາວ ຍັງຖືກລະງັບຢູ່ໃນຂນະທີ່ລາວຟື້ນໂຕຈາກອາການນີ້.

"ຂ້ອຍເຮັດວຽກສາມຊົ່ວໂມງ-ສາມມື້ຕໍ່ອາທິດ ຄືກັບວ່າຂ້ອຍຕ້ອງກັບບ້ານ ແລະມານອນ. ແລະບໍ່ມີຫຍັງຫລາຍ-ໂດຍສະເພາະກັບການບໍ່ສາມາດໃຊ້ແຂນຂ້າງນີ້-ບໍ່ມີຫຍັງຫລາຍ ທີ່ຂ້ອຍສາມາດເຮັດໄດ້. ມັນເຮັດໃຫ້ຫງຸດຫງິດໃຈ ແລະຄືວ່າຂ້ອຍຊ່ອຍເຫຼືອໂຕເອງບໍ່ໄດ້. ຂ້ອຍກຳລັງຈະອອກກິນເບັ້ຍບໍານານ ແລະເລີ່ມເດີນທາງ, ແຕ່ຫນ້າເສັຍໃຈ ທີ່ຂ້ອຍໄດ້ຕິດຢູ່ທີ່ນີ້ ໃນເວລານີ້ ຍ້ອນໂຣກຕານເຕັ້ນ ຫຼືງູສວັດ (Shingles) ກໍເພາະຄວາມເຈັບປວດນີ້ ຂ້ອຍຈຶ່ງຕິດຢູ່ທີ່ນີ້-ໃນເວລານີ້."

Maxine ຫວັງວ່າ ຈາກການສົນທະນາກ່ຽວກັບໂຣກນີ້, ການຮັບຮູ້ຈະໄດ້ຮັບການຍົກສູງຂຶ້ນ.

"ຂ້ອຍຢາກຈະບອກທຸກຄົນວ່າ ຂ້ອຍພຽງແຕ່ຢາກໃຫ້ເຂົາເຈົ້າຮູ້ວ່າ ມັນຮ້າຍແຮງປານໃດ. ຂ້ອຍຄອຍຖ້າທີ່ຈະກັບເຂົ້າມາໃນເຮືອນຄົວຂອງຂ້ອຍ ແລະຄົວກິນຕາມປົກກະຕິ, ການກັບຄືນໄປເຮັດສວນ, ພຽງແຕ່ມີຄວາມມ່ວນຊື່ນໃນການໄປຍ່າງ...ການໄປຍ່າງໃນແສງແດດຄົງຈະມີຄວາມສຸກດີ."

ເນື້ອເລື່ອງໂດຍ   Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share