"Shrinkflation" ແມ່ນຫຍັງ?

HOUSEHOLD SHOPPING STOCK

ສິນຄ້າທົ່ວໄປທີ່ທຸກຄົວເຮືອນຕ້ອງຊື້ ໃນການດຳລົງຊີວິດ. Credit: SAM MOOY/AAPIMAGE

"Shrinkflation" ແມ່ນການປະຕິບັດໂດຍ Supermarkets ທີ່ຫລຸດຂນາດ ຫຼືປະຣິມານຂອງສິນຄ້າລົງ....ແຕ່ລາຄາຍັງຄົງຄືເກົ່າ...ຫລືແມ່ນແຕ່ເພີ່ມຂຶ້ນ.... ເຊິ່ງເປັນການປະຕິບັດທີ່ແພ່ໄປທົ່ວອຸດສະຫະກັມ...ຣັຖບານ ກໍາລັງພະຍາຍາມເພີ່ມຄວາມເຂັ້ມແຂງ ໃຫ້ແກ່ລະບຽບລາຄາຕໍ່ຫນ່ວຍ (Unit Pricing Code) ເຮັດໃຫ້ປ້າຍລາຄາ ແລະບໍຣິມາດເຫັນງ່າຍ, ອ່ານງ່າຍ ແລະປຽບທຽບໄດ້... ພ້ອມທັງມີການລົງໂທດໃຫມ່ ສໍາລັບຕລາດເຫລົ່ານັ້ນ-ໃນການເຮັດສິ່ງທີ່ບໍ່ຖືກຕ້ອງ.


"Shrinkflation" ແມ່ນຫຍັງ?

Supermarkets ໄດ້ຮັບການແຈ້ງ ກ່ຽວກັບການປະຕິບັດ ທີ່ເອີ້ນວ່າ "Shrinkflation". ເຊິ່ງເປັນການປະຕິບັດທີ່ແພ່ໄປທົ່ວອຸດສະຫະກັມ...ເມື່ອຜລິດຕະພັນ ຖືກຫລຸດຂນາດ ຫຼືປະຣິມານລົງ....ແຕ່ລາຄາຍັງຄົງຄືເກົ່າ...ຫລືແມ່ນແຕ່ເພີ່ມຂຶ້ນ.

ເພື່ອຕໍ່ສູ້ກັບການປະຕິບັດເຫຼົ່ານີ້-ຣັຖບານ ກໍາລັງພະຍາຍາມເພີ່ມຄວາມເຂັ້ມແຂງ ໃຫ້ແກ່ລະບຽບລາຄາຕໍ່ຫນ່ວຍ (Unit Pricing Code) ເຮັດໃຫ້ປ້າຍລາຄາ ແລະບໍຣິມາດເຫັນງ່າຍ, ອ່ານງ່າຍ ແລະປຽບທຽບໄດ້...

ແລະສເນີການລົງໂທດໃຫມ່ ສໍາລັບຕລາດເຫລົ່ານັ້ນ-ໃນການເຮັດສິ່ງທີ່ບໍ່ຖືກຕ້ອງ.

Dijana Damjanovic ລາຍງານ.

ທ່ານອາດສັງເກດເຫັນ ໃນລະຫວ່າງການຊື້ສິນຄ້າ ທຸກອາທິດຂອງທ່ານ ວ່າຈໍານວນຂອງບາງສິ່ງ ທີ່ທ່ານຊື້ເຊັ່ນ ນົມ, ເຂົ້າຈີ່, chips, pasta ກໍາລັງມີຂນາດນ້ອຍລົງ.

ແຕ່ລາຄາສ່ວນຫລາຍ ຈະຄົງຢູ່ຄືເກົ່າ ຫລືອາດມີລາຄາແພງຫລາຍຂຶ້ນຊ້ຳອີກ.
ບໍຣິສັດຕ່າງໆ ເຮັດໃຫ້ຜລິດຕະພັນຂອງເຂົາເຈົ້ານ້ອຍລົງ ແລະລາຄາຂອງສິນຄ້າ ແພງຂຶ້ນ
ມື້ນີ້, ນາຍົກຣັຖມົນຕີ ໄດ້ປະກາດວ່າ ຈະອອກກົດຫມາຍທີ່ເຄັ່ງຄັດຫລາຍຂຶ້ນ ທີ່ຄວບຄຸມລາຄາຫນ່ວຍ ໃນຈຸດປະສົງ ທີ່ຈະຊ່ວຍກ່ຽວກັບງົບປະມານໃນຄອບຄົວ ຂອງລູກຄ້າຊາວອອສເຕຣເລັຍ.

"ສິ່ງຫນຶ່ງ ທີ່ພວກເຮົາໄດ້ປະກາດ ແລະວ່າ ພວກເຮົາຈະອອກກົດຫມາຍ ສໍາລັບປີນີ້ ຄືການບັງຄັບ ໃຊ້ລະຫັດອາຫານ ແລະສິນຄ້າຕ່າງໆ. ມັນເປັນຄວາມສມັກໃຈ, ມັນຂຶ້ນກັບຄວາມຮ່ວມມືຂອງ Supermarkets ໃຫຍ່ ແຕ່ພວກເຮົາ ຈະມີຄຳສັ່ງໃຫ້ເຮັດ ແລະນັ້ນຫມາຍຄວາມວ່າ ຈະມີການລົງໂທດຫລາຍລ້ານໂດລາ ສໍາລັບການລ່ວງລະເມີດ ທີ່ຮ້າຍແຮງ.ສະນັ້ນ... "Shrinkflation" ແມ່ນ ເມື່ອຜລິດຕະພັນທີ່ມີນ້ຳໜັກ 500g ກາຍເປັນ 400g ແຕ່ມີລາຄາເທົ່າກັນ. ແລະຜູ້ຄົນສັງເກດເຫັນວ່າ ມັນເກີດຂຶ້ນ, ບໍຣິສັດຕ່າງໆ ເຮັດໃຫ້ຜລິດຕະພັນຂອງເຂົາເຈົ້ານ້ອຍລົງ ແລະລາຄາຂອງສິນຄ້າ ແພງຂຶ້ນ ແລະສະນັ້ນ... ມັນເອົາປຽບຊາວອອສເຕຣເລັຍ... ການປ່ຽນຫໍ່ຜລິດຕະພັນໃຫມ່ ບໍ່ຄວນຫມາຍຄວາມວ່າ ລູກຄ້າ ຈະຕ້ອງຈ່າຍເງິນຫຼາຍຂຶ້ນ ສໍາລັບສິນຄ້າທີ່ຫນ້ອຍກວ່າ."

ລາຍງານ ACCC ອາທິດແລ້ວນີ້ ກ່ຽວກັບພຶດຕິກັມ ຂອງ Supermarkets ພົບວ່າ "Shrinkflation" ກໍາລັງກາຍເປັນເລື່ອງທັມມະດາຫຼາຍຂຶ້ນ.

ເພື່ອຮັບມືກັບເລື່ອງນີ້-ຣັຖບານ ກໍາລັງຊອກຫາ ທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ກົດລະບຽບ ກ່ຽວກັບການກຳໜົດລາຄາ ຂອງຫນ່ວຍ (Unit Pricing Code)-ອະນຸຍາດໃຫ້ລູກຄ້າ ປຽບທຽບລາຄາຂອງສິນຄ້າ ຕາມນ້ຳຫນັກຫລືບໍລິມາດ ແລະແນະນໍາການລົງໂທດ ຫລາຍລ້ານໂດລາ ສໍາລັບການລ່ວງລະເມີດທີ່ຮ້າຍແຮງ.

ໃນອີກດ້ານຫນຶ່ງຂອງການເມືອງ, Peter Dutton ໄດ້ໃຊ້ເຫດຜົນທາງເສດຖະກິດ ໃນການສນັບສນູນ ການປະກາດຂອງຣັຖບານ.
ສິນຄ້າ ຖືກໂຄສະນາວ່າຫຼຸດລາຄາ...ຫລັງຈາກລາຄາເດີມໄດ້ຖືກຍົກໃຫ້ແພງຂຶ້ນ ກ່ອນໜ້ານີ້.
"ມີຕລາດອິດສຣະ ທີ່ດໍາເນີນການ ໃນປະເທດຂອງເຮົາ ແລະເຮົາ ສນັບສນູນມັນຫລາຍ ແຕ່ວ່າຕລາດອິດສຣະຕ້ອງດໍາເນີນການເພື່ອຜົນປໂຍດຂອງລູກຄ້າ ແລະເຮົາຢາກມີການແຂ່ງຂັນ ແລະເຮົາຕ້ອງການ ການແຂ່ງຂັນທີ່ຍຸດຕິທັມ ແລະທຸຣະກິດ ຕ້ອງມີຄວາມໂປ່ງໃສ ໃນການກຳໜົດລາຄາຂອງເຂົາເຈົ້າ ແລະໃນຜລິດຕະພັນ ທີ່ເຂົາເຈົ້າ ສເນີໃນຕລາດ. ແລະກົດຫມາຍ ກໍຊັດເຈນຫລາຍໃນປະເທດນີ້, ຖ້າຫາກທ່ານ ພະຍາຍາມຈະຫລອກລວງລູກຄ້າ, ຖ້າຫາກທ່ານ ພະຍາຍາມໃຫ້ຂໍ້ມູນຜິດພາດ, ຖ້າຫາກທ່ານ ພະຍາຍາມດໍາເນີນງານ ໃນການຮ່ວມມືກັນສໍ້ໂກງ, ການລົງໂທດກໍສໍາຄັນຫລາຍ. ຂ້າພະເຈົ້າຄິດວ່າ ບໍຣິສັດຕ້ອງລະມັດລະວັງ ຖ້າຫາກມັນເປັນ ສິ່ງທີ່ເຂົາເຈົ້າກໍາລັງເຮັດຢູ່."

Gareth Downing ຜູ້ອໍານວຍການ ຂອງສະຫະພັນຜູ້ບໍຣິໂພກ ອອສເຕຣເລັຍ (Consumers' Federation of Australia), ກ່າວວ່າ ເຖິງແມ່ນວ່າລະຫັດລາຄາຕໍ່ຫນ່ວຍ (Unit Pricing Code) ໄດ້ມີມາເປັນເວລາດົນນານແລ້ວ, ແຕ່ມັນບໍ່ມີຄວາມເຂັ້ມແຂງພໍ ທີ່ຈະປົກປ້ອງລູກຄ້າຢ່າງແທ້ຈິງ.

"ເລື້ອງນີ້ ຢູ່ພາຍໃຕ້ກົດລະບຽບບາງຢ່າງ ນັບຕັ້ງແຕ່ປີ 2009, ສະນັ້ນລະຫັດລາຄາຕໍ່ຫນ່ວຍ (Unit Pricing Code) ຈຶ່ງມີຜົນບັງຄັບໃຊ້ ຕັ້ງແຕ່ປີ 2009. ເຖິງແມ່ນວ່າ ຂໍ້ກຳໜົດຂອງລະຫັດ ແມ່ນການຄວບຄຸມ ທີ່ອີງໃສ່ຫຼັກການກໍຕາມ ມັນຈຶ່ງກຳໜົດໃຫ້ທ່ານ ສເນີຂໍ້ມູນ ໃນຮູບແບບທີ່ອ່ານໄດ້ງ່າຍ. ຫນ້າເສັຍດາຍ ທີ່ເຮົາເຫັນຂໍ້ມູນ ທີ່ບໍ່ສອດຄ່ອງກັນ, ອ່ານບໍ່ງ່າຍ ແລະບໍ່ງ່າຍທີ່ຈະເຂົ້າໃຈ. ການປ່ຽນແປງເຫລົ່ານີ້ ຫວັງວ່າ ຈະແກ້ໄຂບັນຫາຕ່າງໆ ແຕ່ມັນຈະມີການລົງໂທດ ສໍາລັບການບໍ່ສເນີຂໍ້ມູນນັ້ນ ຢ່າງຊັດເຈນ ແລະງ່າຍທີ່ຈະໃຊ້ສໍາລັບລູກຄ້າ."

ມາດຕະການດັ່ງກ່າວ ເກີດຂຶ້ນຫຼັງຈາກທີ່ ACCC ໄດ້ຮັບເງິນຈໍານວນ 30ລ້ານໂດລາ ເພື່ອກວດສອບ ຄວາມທຸດຈະຣິດໃນ Supermarkets ຫຼັງຈາກທີ່ໄດ້ຍິນວ່າ ວິທີກຳໜົດລາຄາ ທາງທຸຣະກິດ ມີຜົນກະທົບແນວໃດຕໍ່ລາຄາຂອງຜລິດຕະພັນ.

ມັນໄດ້ຍິນວ່າ, ອອສເຕຣເລັຍ ເປັນບ່ອນຂອງຂໍ້ມູນບິດເບືອນ ຂອງລາຄາ. ບ່ອນທີ່ສິນຄ້າ ຖືກໂຄສະນາວ່າຫຼຸດລາຄາ...ຫລັງຈາກລາຄາເດີມໄດ້ຖືກຍົກໃຫ້ແພງຂຶ້ນ ກ່ອນໜ້ານີ້.

ມັນຍັງພົບວ່າ Supermarkets ໃຫຍ່ ກໍາລັງໃຊ້ການກະທໍາ ທີ່ຕໍ່ຕ້ານການແຂ່ງຂັນ ທີ່ຮູ້ຈັກກັນວ່າທະນາຄານທີ່ດິນ (Land Banking). ນັ້ນຄືການຊື້ສະຖານທີ່ຖືຄອງ (Holding Sites) ເພື່ອປິດກັ້ນຜູ້ແຂ່ງຂັນ.

ກົດຫມາຍ ຄາດວ່າຈະຖືກນໍາໃຊ້ໃນປີນີ້.

ເນື້ອເລື່ອງໂດຍ Dijana Damjanovic  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share