ຄວາມສ່ຽງຂອງມະເຮັງຜິວຫນັງຢ່າງອື່ນ ທີ່ບໍ່ແມ່ນ Melanoma.
ອອສເຕຣເລັຍ ມີອັດຕາການເປັນໂຣກມະເຮັງຜິວຫນັງ ສູງທີ່ສຸດໃນໂລກ ໂດຍປົກກະຕິແລ້ວ Melanoma ແມ່ນປະເພດທີ່ຮ້າຍແຮງທີ່ສຸດ.
ແຕ່ການຄົ້ນຄວ້າໃຫມ່ ໄດ້ຄົ້ນພົບວ່າ ໃນໄລຍະ 20 ປີທີ່ຜ່ານມາ, ການເສັຍຊີວິດຈາກຄວາມສ່ຽງສູງ ຂອງມະເຮັງຜິວຫນັງຢ່າງອື່ນ ທີ່ບໍ່ແມ່ນ Melanoma ໄດ້ເພີ່ມຂຶ້ນເປັນສອງເທົ່າ.
Ciara Hain ລາຍງານ
"ຂ້ອຍຄິດວ່າ ມີໂອກາດທີ່ຂ້ອຍຈະຕາຍໄດ້, ຂ້ອຍຢ້ານຫລາຍ. ຂ້ອຍຈື່ໄດ້ວ່າ ຂ້ອຍນອນຢູ່ຕັ່ງ ກັບຄູ່ໝັ້ນຂອງຂ້ອຍ ແລະພວກເຮົາກໍໄດ້ແຕ່ຮ້ອງໄຫ້ດົນຫຼາຍ, ເປັນເວລາຫລາຍຊົ່ວໂມງ."
Joey ໄດ້ຖືກກວດພົບວ່າເປັນ Melanoma ເປັນເທື່ອທໍາອິດ ຕອນລາວມີອາຍຸໄດ້ 25 ປີ.
ລາວໄດ້ຖືກຍົກໃຫ້ເປັນຕົວຢ່າງ ໃນການຣົນນະຣົ ງຂອງ New South Wales ເພື່ອສ້າງຄວາມຮັບຮູ້ ກ່ຽວກັບໂຣກມະເຮັງຜິວຫນັງ ທີ່ອາດເຮັດໃຫ້ເຖິງຕາຍໄດ້ ເມື່ອປີກາຍນີ້.
ແຕ່ເຖິງແມ່ນວ່າ Melanoma ຕາມປົກກະຕິແລ້ວ ເປັນໂຣກມະເຮັງຜິວຫນັງທີ່ຮ້າຍແຮງທີ່ສຸດ ໃນອອສເຕຣເລັຍກໍຕາມ ແຕ່ກໍຍັງມີໂຣກມະເຮັງຜິວຫນັງ ປະເພດຫນຶ່ງທີ່ບໍ່ແມ່ນ Melanoma ທີ່ເຮັດໃຫ້ເກີດຄວາມເປັນຫ່ວງ.
Dr Andy Dettrick ຈາກ Sunshine Coast Health ຫົວໜ້າການຄົ້ນຄວ້າ ເມື່ອບໍ່ດົນມານີ້ ເປີດເຜີຍວ່າ ມີການເພີ່ມຂຶ້ນ
ຂອງການຕາຍ ຈາກໂຣກມະເຮັງຜິວຫນັງ ທີ່ບໍ່ແມ່ນ Melanoma (Non-Melanoma Skin Cancer).
"ຕົວຫຼັກ ໃນບັນດາເນື້ອງອກເຫຼົ່ານັ້ນ ຄືສອງເນື້ອງອກ ທີ່ເອີ້ນວ່າ Squamous Cell Carcinoma ຫຼື SCC ຫຼືຈຸລັງມະເຮັງຖານ (Basal Cell Carcinoma-B.C.C.). ພວກນີ້ ແມ່ນເຫັນຢູ່ທົ່ວໄປ, ພວກມັນເປັນມະເຮັງຂອງມະນຸດທົ່ວໄປ ແລະອອສເຕຣເລັຍ ກໍແມ່ນບ່ອນທີ່ພົບຫຼາຍສຸດໃນໂລກ, ຄວາມຈິງແລ້ວ ມັນເປັນເລື່ອງປົກກະຕິຫຼາຍ ຊຶ່ງຈະເກີດຂຶ້ນກັບ 2 ໃນ 3 ຊາວອອສເຕຣເລັຍ ຢ່າງຫນ້ອຍຫນຶ່ງຄັ້ງໃນຊີວິດຂອງພວກເຂົາ."
ນັກຄົ້ນຄວ້າ ທີ່ມະຫາວິທະຍາໄລ Sunshine Coast ໄດ້ພົບວ່າໃນຂນະທີ່ອັດຕາການປິ່ນປົວຢູ່ລະຫວ່າງ 91 ຫາ 95 ເປີເຊັນ ,ແຕ່ກໍມີກຸ່ມຍ່ອຍ ທີ່ພິສູດແລ້ວວ່າ ສາມາດເປັນອັນຕະຣາຍເຖິງຊີວິດ.
ເຂົາເຈົ້າພົບວ່າ ການຕາຍຈາກ SCC ໄດ້ເພີ່ມຂຶ້ນເປັນສອງເທົ່າ ໃນໄລຍະ 20 ປີທີ່ຜ່ານມາ ຈາກ 400 ເປັນ 800 ຄົນ.
ຜົນກະທົບທີ່ແທ້ຈິງ ຂອງການຕາຍເຫລົ່ານັ້ນ ເຊື່ອວ່າ ມັນຕ່ຳກວ່າຄວາມເປັນຈິງ ເພາະມັນບໍ່ໄດ້ຖືກບັນທຶກໄວ້ ໃນບັນຊີໂຣກມະເຮັງ.
ແຕ່ປະທານ ຄນະກັມມະການມະເຮັງຜິວຫນັງ ແຫ່ງຊາດ (National Skin Cancer Committee) ທ່ານນາງ Anne Cust ກ່າວວ່າ ການຖືກແສງແດດ ເປັນປັດຈັຍສໍາຄັນ.
"ຂ້າພະເຈົ້າຄິດວ່າ ມີຄວາມພໍໃຈບາງຢ່າງ ໃນໝູ່ປະຊາກອນ ອອສເຕຣເລັຍ ໂດຍສະເພາະຄົນລຸ້ນເກົ່າ ທີ່ຮູ້ສຶກວ່າຄວາມເສັຍຫາຍ ໄດ້ເກີດຂຶ້ນແລ້ວ ແລະສະນັ້ນ ເຂົາເຈົ້າຈຶ່ງ slip, slop, slap, seek ແລະ slide ຊຶ່ງເປັນຄຳຂວັນ ປ້ອງກັນມະເຮັງຜິວໜັງຂອງເຮົາ"
ທ່ານຫມໍກ່າວວ່າ ມີຄວາມແຕກຕ່າງກັນ ຈາກການເບິ່ງພຽງຢ່າງດຽວ ໃນການລະບຸ ປະເພດຂອງມະເຮັງຜິວຫນັງ.
Melanoma ສ່ວນຫຼາຍ ປາກົດເປັນຜື່ນແບນ ຫຼືນູນຂຶ້ນມາ ແລະມີສີນ້ຳຕານ ຫຼືສີດໍາ-ທ່ານຍັງອາດຈະສັງເກດເຫັນ ການປ່ຽນແປງ ໃນລັກສນະ ຂອງຂີ້ແມງວັນ ຫຼືໄຝ (Mole) ທີ່ມີຢູ່.
ຕາມປົກກະຕິແລ້ວ SCC ຈະເລີ່ມຕົ້ນເປັນຈຸດທີ່ມີເກັດ, ແລະໂດຍທົ່ວໄປແລ້ວ ຈະໃຫຍ່ຂຶ້ນ ແລະກາຍເປັນເນື້ອງອກ (Tumor) ທີ່ສີບໍ່ເຂັ້ມ, ບໍ່ຄືກັນກັບເມັດສີຈາກ Melanoma (Melanoma Pigmentation).
ດ້ວຍການແຊກແຊງໃນຕອນຕົ້ນ ແມ່ນໂອກາດທີ່ດີທີ່ສຸດ ໃນການປິ່ນປົວ ກ່ອນທີ່ມັນຈະແພ່ລາມ. ທ່ານນາງ Anne Cust ກ່າວວ່າ ຜູ້ຄົນ ຈໍາເປັນຕ້ອງຮູ້ເຖິງອັນຕະຣາຍ ທີ່ແສງແດດຂອງສາມາດກໍ່ໃຫ້ເກີດໄດ້.
"ການປ້ອງກັນແສງແດດ ເປັນສິ່ງສໍາຄັນ ສໍາລັບຄົນທຸກວັຍ ແລະຈາກທຸກພູມຫຼັງ. ດັ່ງນັ້ນ, ມັນເປັນສິ່ງສໍາຄັນ ທີ່ຈະໃສ່ຫມວກ, ທາຢາກັນແດດ, ໃສ່ເສື້ອແຂນຍາວ, ຢູ່ໃນຮົ່ມ ແລະໃສ່ແວ່ນຕາກັນແດດຂອງທ່ານ, ເຫັນໄດ້ຊັດເຈນວ່າ ຜູ້ຄົນມີລະດັບຄວາມສ່ຽງທີ່ແຕກຕ່າງກັນ."
ນັກຄົ້ນຄວ້າຫວັງວ່າ ການສຶກສາຄັ້ງຫຼ້າສຸດນີ້ ຈະປູທາງໃຫ້ມີການວິຈັຍແລະແຜນການປິ່ນປົວໃຫ້ດີຂຶ້ນ ເພື່ອຄົນໄຂ້ຈະໄດ້ຜົນປໂຍດທີ່ດີກວ່າ.
ເນື້ອເລື່ອງໂດຍ Phoebe Deas ແລະ Ciara Hain ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌