ວິທີໃໝ່ໃນການປິ່ນປົວບາດແຜຈາກໄຟໄຫມ້.

Severe burns victims could be treated with better skin grafts, after clinical trials of an advanced version of artificially-grown skin (Supplied).PNG

ຜູ້ເຄາະຮ້າຍຈາກໄຟໄຫມ້ຢ່າງຮຸນແຮງ ສາມາດໄດ້ຮັບການປິ່ນປົວ ດ້ວຍຜ່າຕັດປ່ຽນຜິວຫນັງ ທີ່ດີກວ່າ, ຫລັງຈາກການທົດລອງ ທາງຄລີນິກ ຂອງຜິວຫນັງທຽມ ທີ່ກ້າວໜ້າກວ່າ. Credit: Supplied/Alfred health

ນັກຄົ້ນຄວ້າຢູ່ໂຮງຫມໍ Alfred Hospital ໃນ Melbourne ກ່າວວ່າ ໂດຍການເອົາຕົວຢ່າງນ້ອຍໆ ຂອງຜິວຫນັງທີ່ບໍ່ໄດ້ຮັບຄວາມເສັຍຫາຍ ແລະຈຸລັງ (Cells) ເຫລົ່ານັ້ນມາປູກໃນຫ້ອງຟັກ (Incubator), ແລ້ວຈຸລັງເຫລົ່ານັ້ນ ຈະຖືກເອົາໄປໃສ່ໃນແຜ່ນ Hydrogel ແລະຕໍ່ໃສ່ຜິວຫນັງ. ແຕ່ມັນຍັງຂາດ Melanocytes ດັ່ງນັ້ນຈຶ່ງບໍ່ມີເມັດສີ (Pigmentation) ໃນເວລານີ້ ແລະຍັງບໍ່ມີຕ່ອມເຫື່ອ ແລະຮູຂົນນໍາອີກ. ທີ່ສຳຄັນແມ່ນຕ້ອງມີການຄົ້ນຄວ້າຕື່ມອີກ.


ວິທີໃໝ່ໃນການປິ່ນປົວບາດແຜຈາກໄຟໄຫມ້.

ຜູ້ເຄາະຮ້າຍຈາກໄຟໄຫມ້ຢ່າງຮຸນແຮງ ສາມາດໄດ້ຮັບການປິ່ນປົວ ດ້ວຍຜ່າຕັດປ່ຽນຜິວຫນັງ ທີ່ດີກວ່າ, ຫລັງຈາກການທົດລອງ ທາງ ຄລີນິກ ຂອງຜິວຫນັງທຽມ ທີ່ກ້າວໜ້າກວ່າ.

ການທົດລອງ ຂອງໂຮງຫມໍ Alfred Hospital ໃນ Melbourne ໄດ້ຮັບຜົນດີ ແລະການທົດລອງ ຈະຂຍາຍອອກໄປທົ່ວປະເທດ.

Asha Abdi ແລະ Ciara Hain ລາຍງານ.

Kate Sanderson ຕິດຢູ່ໃນໄຟໄຫມ້ປ່າ ໃນລະຫວ່າງການແຂ່ງຂັນ ແລ່ນທົນ (Marathon) ໃນປີ 2011.

ນາງໄດ້ຮັບບາດເຈັບ ຈາກໄຟໄໝ້ 60 ເປີເຊັນຂອງຮ່າງກາຍ, ໄດ້ສູນເສັຍຕີນເບື້ອງຊ້າຍເຄິ່ງຫນຶ່ງ, ແລະນິ້ວມືບາງນິ້ວຂອງນາງ ໄດ້ຕິດເຂົ້າກັນ.

ນາງເວົ້າວ່າ ນາງໄດ້ຮັບການຜ່າຕັດປ່ຽນຜິວຫນັງ ແບບປົກກະຕິ ເພື່ອປິ່ນປົວບາດແຜຂອງນາງ.

"ທຸກເທື່ອ ທີ່ເຂົາເຈົ້າເອົາມັນ, ຕົນໂຕເຈົ້າກໍຈະແດງ ເປັນເວລາຫລາຍມື້ ແລະເຂົາເຈົ້າ ບໍ່ສາມາດປູກມັນຄືນອີກ ເປັນເວລາ 3 ອາທິດ ແລະກໍມາເອົາມັນໄປອີກ. ດັ່ງນັ້ນ ມັນຈຶ່ງບໍ່ສະບາຍໃຈແທ້ໆ. ບໍ່ມີທາງເລືອກອື່ນເລີຍ. ຜູ້ຊ່ຽວຊານດ້ານສຸຂະພາບ ກໍາລັງພະຍາຍາມ ຊ່ວຍຊີວິດຂອງທ່ານ ເເລະນັ້ນ ເປັນທາງເລືອກດຽວທີ່ເຮົາມີ."

ບັດນີ້, Dr Heather Cleland ທ່ານຫມໍ Reconstructive Plastic Surgeon ກ່າວວ່າ ນາງຫວັງທີ່ຈະປ່ຽນວິທີ ທີ່ຈະປິ່ນປົວ ບາດແຜຈາກໄຟໄຫມ້.

"ຂ້າພະເຈົ້າຄິດວ່າ ການພັດທະນານີ້ ແມ່ນສິ່ງທີ່ທ່ານເອີ້ນວ່າ ຂອງວິເສດໃນການຜ່າຕັດ ບາດແຜຈາກໄຟໄຫມ້. ຜູ້ຄົນໄດ້ພະຍາຍາມ, ແລະພວກເຮົາໄດ້ເປັນສ່ວນໜຶ່ງ ຂອງຄວາມພະຍາຍາມນີ້ເປັນເວລາຫລາຍປີ, ທີ່ຈະສ້າງຜິວຫນັງຊີວະພາບ ທີ່ທຳໜ້າທີ່ຢ່າງມີປະສິດທິພາບ ຫລືອາດດີກວ່າ ການເອົາຜິວຫນັງຂອງຄົນໄຂ້ເອງ. ມັນໄດ້ໃຊ້ເວລາຫລາຍກວ່າ50 ປີແທ້ໆ."

 ນັກຄົ້ນຄວ້າຢູ່ໂຮງຫມໍ Alfred Hospital ໃນ Melbourne ກ່າວວ່າ ໂດຍການເອົາຕົວຢ່າງນ້ອຍໆ ຂອງຜິວຫນັງທີ່ບໍ່ໄດ້ຮັບຄວາມເສັຍຫາຍ ແລະຈຸລັງ (Cells) ເຫລົ່ານັ້ນມາປູກໃນຫ້ອງຟັກ (Incubator), ແລ້ວຈຸລັງເຫລົ່ານັ້ນ ຈະຖືກເອົາໄປໃສ່ໃນແຜ່ນ Hydrogel ແລະຕໍ່ໃສ່ຜິວຫນັງ.

ການໃຊ້ຈຸລັງ (Cells) ຂອງຄົນໄຂ້ເອງ ຈະຫລຸດຄວາມສ່ຽງ ຂອງການປະຕິເສດ (Rejection) ຊຶ່ງມາຈາກການໃຊ້ຜິວຫນັງທີ່ບໍຣິຈາກ.

ທີມນີ້ ກໍາລັງດໍາເນີນການທົດລອງທາງຄລີນິກ ເພື່ອທົດສອບຄວາມປອດພັຍ ແລະປະສິດທິພາບ ຂອງຜິວຫນັງທີ່ຜ່ານວິດສະວະກັມ ໃນຄົນທີ່ມີບາດແຜຈາກໄຟໄຫມ້ ຢ່າງຫນ້ອຍ 20 ເປີເຊັນຂອງຮ່າງກາຍ.

Dr Cleland ກ່າວວ່າ ການທົດລອງທາງຄລີນິກເຫລົ່ານັ້ນ ໄດ້ສະແດງໃຫ້ເຫັນ ສັນຍານທີ່ດີ ຂອງອະນາຄົດ ຂອງການປິ່ນປົວບາດແຜຈາກໄຟໄຫມ້.

"ພວກເຮົາ ໄດ້ປິ່ນປົວຜູ້ປ່ວຍສອງຄົນແລ້ວ ແລະເຖິງແມ່ນວ່າ ມັນເປັນການເລີ້ມຕົ້ນ ໃນການທົດລອງທາງຄລີນິກ ທີ່ພວກເຮົາກໍາລັງດໍາເນີນການຢູ່, ແຕ່ພວກເຮົາ ມີຄວາມພໍໃຈຫລາຍ ກັບຜົນຮັບຕົວຈິງຂອງຄົນໄຂ້ ທີ່ໄດ້ຮັບບາດເຈັບ ຈາກໄຟໄຫມ້ຢ່າງຮ້າຍແຮງ."

ການພັດທະນາຂອງຜິວຫນັງ ຈາກວິດສະວະກັມ ໄດ້ເລີ່ມຕົ້ນໃນປີ 1970.

ການເຮັດຊໍ້າກ່ອນຫນ້ານີ້ ໃຊ້ພຽງແຕ່ຊັ້ນນອກຂອງຜິວຫນັງເທົ່ານັ້ນ ແລະໃຊ້ຮ່ວມກັບ ການປ່ຽນຜິວຫນັງແບບປົກກະຕິ.

ແລະເຖິງແມ່ນວ່າ ຄວາມກ້າວຫນ້າທາງການແພດ ໄດ້ຜ່ານມາຫຼາຍແລ້ວ, ແຕ່ຍັງມີວຽກງານ ທີ່ຕ້ອງເຮັດອີກຫຼາຍ.

Shiva Akbarzadeh ຈາກຫ້ອງທົດລອງວິສະວະກັມຊີວະວິທະຍາ ຜິວຫນັງ ຂອງ Alfred (Alfred Skin Bio-engineering Laboratory) ກ່າວວ່າ ເຖິງແມ່ນວ່າ ເບື້ອງຕົ້ນຂອງການທົດລອງນັ້ນ ເປັນທາງບວກ, ແຕ່ຍັງມີຂໍ້ຈໍາກັດບາງຢ່າງ ທີ່ນັກຄົ້ນຄວ້າ ກໍາລັງພະຍາຍາມປັບປຸງ.

"ມັນຍັງຂາດ Melanocytes ດັ່ງນັ້ນຈຶ່ງບໍ່ມີເມັດສີ (Pigmentation) ໃນເວລານີ້ ແລະຍັງບໍ່ມີຕ່ອມເຫື່ອ ແລະຮູຂົນນໍາອີກ. ດັ່ງນັ້ນ, ເຖິງແມ່ນວ່າ ມັນເຮັດຫນ້າທີ່ເປັນຜິວຫນັງ ແຕ່ການປ່ຽນຜິວຫນັງ ແບບທັມມະດາ ໃນດ້ານການປິດບາດແຜ-ຄວນມີການຄົ້ນຄວ້າຕື່ມອີກ."

ບັດນີ້ ນັກຄົ້ນຄວ້າຈະຂຍາຍການທົດລອງທົ່ວປະເທດ.

ເນື້ອເລື່ອງໂດຍ Asha Abdi and Ciara Hain  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share