ການສັ່ງຫ້າມກ່ຽວກັບສື່ສານມວນຊົນ

Social Med1.jpg

ກຸ່ມຜູ້ສນັບສນຸນຮ່າງກົດໝາຍກ່ຽວກັບການຈຳກັດອາຍຸໃນການເຂົ້າເຖິງ ສື່ສານມວນຊົນ.

ຣັຖບານກຳລັງກຽມ ສົ່ງຮ່າງກົດມາຍກ່ຽວກັບການເຂົ້າເຖິງ ສື່ສານມວນຊົນ ຂອງຜູ້ທີ່ມີອາຍຸນ້ອຍກວ່າ 16 ປີ. ຝ່າຍຄ້ານກໍເຫັນດີນຳ ເພາະມັນຈະເປັນການປົກປ້ອງເດັກນ້ອຍອອສເຕຣເລັຍ. ແຕ່ຜູ້ຊ່ຽວຊານກ່າວວ່າ ຖ້າຫາກຕ້ອງການຫຼີຫລ່ຽງຂໍ້ຫ້າມແທ້, ຜູ້ຄົນມີຫຼາຍວິທີທີ່ຈະເຮັດ ຊຶ່ງນາຍົກຣັຖມົນຕີ ຍອມຮັບວ່າ ບໍ່ມີລະບົບທີ່ສົມບູນແບບ. ແຕ່ກ່າວວ່າ ກົດຫມາຍເຫລົ່ານັ້ນ ກໍານົດຂອບເຂດ ສໍາລັບສັງຄົມ ແລະມັນຊ່ອຍໃຫ້ແນ່ໃຈວ່າ ຈະໄດ້ຮັບຜົນຮັບທີ່ຖືກຕ້ອງ.


ການສັ່ງຫ້າມກ່ຽວກັບສື່ສານມວນຊົນ.

ເດັກນ້ອຍ ອາຍຸຕ່ຳກວ່າ 16 ປີ ຈະຖືກຫ້າມບໍ່ໃຫ້ໃຊ້ ສື່ສານມວນຊົນ,ພາຍໃຕ້ຂໍ້ສເນີຂອງຣັຖບານ ທີ່ຈະຖືກນໍາເຂົ້າສູ່ສະພາໃນປີນີ້.

ຜູ້ສນັບສນູນ ຍິນດີກັບການເຄື່ອນໄຫວດັ່ງກ່າວ, ແຕ່ຜູ້ຊ່ຽວຊານໄດ້ເຕືອນວ່າ ອາດມີຜົນສະທ້ອນ ແລະຊ່ອງວ່າງ ທີ່ບໍ່ໄດ້ຕັ້ງໃຈໃນການສັ່ງຫ້າມນີ້.

ແລະຄໍາເຕືອນ, ເລື່ອງນີ້ຮວມເຖິງເລື່ອງກ່ຽວກັບຄວາມຕາຍ ແລະຄວາມຜິດປົກກະຕິຂອງການກິນ (Eating Disorders).

Rania Yallop ລາຍງານ.

ເມື່ອອາຍຸ 14 ປີ, Liv Evans ມີບັນຊີສື່ສານມວນຊົນ (Social Media Account) ເປັນເທື່ອທໍາອິດ.

ນາງບໍ່ໄດ້ໄປເຖິງວັນເກີດຄົບຮອບ 16 ປີຂອງນາງ.

"ມັນໄດ້ເລີ່ມຕົ້ນ ດ້ວຍການກັ່ນແກ້ງຢູ່ໂຮງຮຽນ, ແລະແລ້ວ ມັນໜັກຂຶ້ນດ້ວຍສື່ສານມວນຊົນ. ບໍ່ແມ່ນການກັ່ນແກ້ງ ທາງອິນເຕີເນັດ, ແຕ່ເປັນການລົງໄປສູ່ຄວາມດຳມືດ ຂອງສື່ສານມວນຊົນ ກ່ຽວກັບຮູບຮ່າງຂອງນາງ ແລະວິທີທີ່ຈະຊອກຫາຍຸດທະວິທີ ເພື່ອໃຫ້ດີຂຶ້ນ ໃນສິ່ງທີ່ນາງກໍາລັງເຮັດ. ແຕ່ໃນທີ່ສຸດແລ້ວ, ນັ້ນຄື ສິ່ງທີ່ເຮັດໃຫ້ນາງ ຊອກຫາວິທີ ທີ່ນາງສາມາດຈົບຊີວິດຂອງນາງໄດ້, ໃນສື່ສານມວນຊົນ."

ນັ້ນແມ່ນ Robb Evans, ພໍ່ຂອງ Liv.

ລາວເປັນຫນຶ່ງ ໃນຈໍານວນຜູ້ສນັບສນູນຫລາຍຄົນ ທີ່ໄດ້ຮຽກຮ້ອງໃຫ້ຈໍາກັດອາຍຸ ສຳລັບ.

ບັດນີ້ ຣັຖບານມີແຜນ ທີ່ຈະສັ່ງຫ້າມຜູ້ທີ່ມີອາຍຸຕ່່ຳກວ່າ 16 ປີ ຈາກການເຂົ້າເຖິງ ຖານສື່ສານມວນຊົນ (Social Media Platforms).

"ກົດຫມາຍເຫລົ່ານີ້ ຈະປົກປ້ອງນາງ. ບັດນີ້ Liv ບໍ່ສາມາດມີສຽງໄດ້, ແຕ່ຂ້າພະເຈົ້າຮູ້ວ່າ ນາງຢາກໃຫ້ມີການປ່ຽນແປງ ເພື່ອເດັກນ້ອຍຜູ້ຍິງຄົນອື່ນໆ ແລະຜູ້ທີ່ທົນທຸກ ຢູ່ກັບຄວາມຜິດປົກກະຕິຂອງການກິນ (Eating Disorders). ສື່ສານມວນຊົນ ເປັນສ່ວນສໍາຄັນຂອງສິ່ງນັ້ນ, ແລະມັນກໍຮ້າຍແຮງຂຶ້ນ ສໍາລັບລູກໆຂອງພວກເຮົາ. ສະນັ້ນ, ຂ້າພະເຈົ້າຈຶ່ງຮູ້ສຶກວ່າ ນີ້ເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດ."

ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ຄອບຄົວທົ່ວອອສເຕຣເລັຍ ມີຄວາມເປັນຫ່ວງ ກ່ຽວກັບສື່ສານມວນຊົນ.

"ສື່ສານມວນຊົນ ກໍາລັງທໍາຮ້າຍລູກໆຂອງພວກເຮົາ ແລະຂ້າພະເຈົ້າວ່າ ມັນຄວນຍຸດຕິໄດ້ແລ້ວ. ຂ້າພະເຈົ້າ ໄດ້ເວົ້າລົມກັບພໍ່ແມ່, ປູ່ຍ່າຕາຍາຍ, ປ້າອາ ແລະລຸງຫລາຍພັນຄົນ. ເຊັ່ນດຽວກັບຂ້າພະເຈົ້າ, ເຂົາເຈົ້າກໍ ເປັນຫ່ວງ ກັບຄວາມປອດພັຍ ຂອງລູກໆທາງອິນເຕີແນັດ."

ກົດຫມາຍ ທີ່ແນະນໍາການສັ່ງຫ້າມ ຈະຖືກສເນີຕໍ່ສະພາໃນປີນີ້.

ມັນຈະມີຜົນບັງຄັບໃຊ້ພາຍໃນ 12 ເດືອນ ຫລັງຈາກການຜ່ານກົດໝາຍ ແລະຈະນໍາໃຊ້ ກັບຜູ້ໃຊ້ສື່ສານມວນຊົນ ໃນປະຈຸບັນ ແລະໃນອະນາຄົດ.

ສຳນັກງານຂອງ eSafety Commissioner ຈະໃຫ້ການກຳກັບດູແລ ແລະບັງຄັບໃຊ້ການສັ່ງຫ້າມ, ຮວມທັງການກໍານົດຂັ້ນຕອນ ທີ່ສົມຄວນ ທີ່ບໍຣິສັດສື່ສານມວນຊົນ ສາມາດເຮັດໄດ້ ເພື່ອນໍາໃຊ້ການສັ່ງຫ້າມ.

ກັມມາທິການ ຈະສາມາດຄວບຄຸມ ສິ່ງທີ່ຖືກຄອບຄຸມໂດຍຄຳສັ່ງຫ້າມ, ແລະກຳນົດວ່າຖານ (Platforms) ຫລືກິດຈະກັມໃດໆ ທີ່ມີຄວາມສ່ຽງຕ່່ຳແລະສາມາດຖືກຍົກເວັ້ນ.

Mr Albanese ກ່າວວ່າ ບໍຣິສັດເທັກໂນໂລຈີ ຈະຮັບຜິດຊອບ ໃນການບັງຄັບໃຊ້ຄຳສັ່ງຫ້າມ.

"ຖານສື່ສານມວນຊົນ (Social MediaPlatforms) ມີຫນ້າທີ່ຮັບຜິດຊອບ ທີ່ຈະສະແດງໃຫ້ເຫັນວ່າ ເຂົາເຈົ້າກໍາລັງເຮັດ ຕາມຂັ້ນຕອນທີ່ເໝາະສົມ ເພື່ອປ້ອງກັນການເຂົ້າເຖິງ. ຄວາມຮັບຜິດຊອບ ຈະບໍ່ຕົກເປັນຂອງພໍ່ແມ່ ຫລືຄົນຫນຸ່ມ-ຈະບໍ່ມີການລົງໂທດສໍາລັບຜູ້ໃຊ້."

ສາດສະດາຈານ ຝ່າຍວິທະຍາສາດ ຂໍ້ມູນທີ່ມະຫາວິທະຍາໄລ RMIT, Lisa McGivern, ກ່າວວ່າ ມັນຍັງບໍ່ຊັດເຈນວ່າ ການສັ່ງຫ້າມນັ້ນຈະທໍາງານແນວໃດ.

"ພວກເຮົາທຸກຄົນ ອາດຕ້ອງສາມາດຢືນຢັນອາຍຸຂອງເຮົາ ແລະສະແດງໃຫ້ເຫັນວ່າ ພວກເຮົາມີອາຍຸພໍ ທີ່ຈະໃຊ້ລະບົບເຫລົ່ານີ້. ຕົວຢ່າງເຊັ່ນ ອາດຮວມເຖິງການບັນຈຸ ID ເຂົ້າໃນເວັບໄຊທາງເຕັກນິກ. ອາດເປັນວ່າ ມີບາງສ່ວນທາງເຕັກນິກ ທີ່ຈະຖືກນຳມາໃສ່ໄວ້. ສະນັ້ນ, ໃນບາງກໍຣະນີ, ມີເທັກໂນໂລຈີໃຫມ່ ກ່ຽວກັບການພະຍາຍາມເບິ່ງຫນ້າ ຂອງຄົນ ແລະກໍານົດອາຍຸຂອງພວກເຂົາ, ແຕ່ເທັກໂນໂລຈີເຫລົ່ານັ້ນ ຍັງຢູ່ໃນລະຫວ່າງການພັດທະນາຢູ່."

ແຕ່ນາງໄດ້ເຕືອນວ່າ ອາດມີທາງອ້ອມທີ່ຈະຫຼີກເວັ້ນສິ່ງນີ້ໄດ້.

"ຈະມີວິທີທາງທີ່ກົງໄປກົງມາ ທີ່ຈະຫລີກລ່ຽງສິ່ງນີ້. ຍົກຕົວຢ່າງ, ຄົນຫນຸ່ມ ສາມາດເຂົ້າເຖິງບັນຊີຂອງຄົນອື່ນ ໃນຄອມພິວເຕີໃນບ້ານ ຫລືບາງທີ ໃຊ້ໂທລະສັບມືຖື ຂອງຫມູ່ເພື່ອນ, ຜູ້ທີ່ມີອາຍຸສູງ ແລະສາມາດເຂົ້າເຖິງບັນຊີນັ້ນ. ແນ່ນອນວ່າ ກົນໄກທີ່ເປັນໄປໄດ້ ອີກຢ່າງຫນຶ່ງ ຄືການໃຊ້ VPN, ຊຶ່ງຈະເຮັດໃຫ້ທ່ານຫລອກລະບົບ ໃຫ້ເຊື່ອວ່າ ທ່ານຢູ່ໃນເຂດທີ່ບໍ່ມີກົດນີ້, ວ່າທ່ານຢູ່ໃນປະເທດອື່ນ ນອກ, ແລະແລ້ວກໍສາມາດສ້າງບັນຊີທາງ online ໄດ້."

ນາຍົກຣັຖມົນຕີ ຍອມຮັບວ່າ ບໍ່ມີລະບົບທີ່ສົມບູນແບບ.

"ພວກເຮົາກໍບໍ່ກ່າວວ່າ ການປ່ຽນແປງທີ່ພວກເຮົາຈະອອກກົດຫມາຍນີ້ ຈະແກ້ໄຂທຸກຢ່າງໄດ້ທັນທີ. ຕົວຢ່າງເຊັ່ນ ພວກເຮົາມີກົດຫມາຍຫ້າມຜູ້ທີ່ອາຍຸຕ່່ຳກວ່າ 18 ປີຊື້ເຫຼົ້າ, ແຕ່ບາງຄັ້ງ ກໍມີການຝ່າຝືນໄດ້. ແຕ່ກົດຫມາຍເຫລົ່ານັ້ນ ກໍານົດຂອບເຂດ ສໍາລັບສັງຄົມຂອງເຮົາ ແລະມັນຊ່ອຍໃຫ້ແນ່ໃຈວ່າ ຈະໄດ້ຮັບຜົນຮັບທີ່ຖືກຕ້ອງ."

David Coleman, ໂຄສົກກະຊວງສື່ສານ ຂອງຝ່າຍຄ້ານ ໄດ້ສນັບສນູນການເຄື່ອນໄຫວນີ້.

"ພວກເຮົາຍິນດີຕ້ອນຮັບ ການປະກາດຂອງນາຍົກຣັຖມົນຕີໃນມື້ນີ້ ວ່າຣັຖບານ ຈະອອກກົດຫມາຍ ໃຫ້ມີອາຍຸຂັ້ນຕ່ຳ 16 ປີ. ມັນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດ, ແລະມັນເປັນສິ່ງທີ່ Peter Dutton ມຸ່ງໝັ້ນ ທີ່ຈະ ສນັບສນຸນ ໃນເດືອນມິຖຸນາ. ສະນັ້ນ, ມື້ນີ້ ພວກເຮົາຈຶ່ງຍິນດີຕ້ອນຮັບ. ພວກເຮົ າຢາກໃຫ້ແນ່ໃຈວ່າ ກົດຫມາຍນັ້ນເຂັ້ມແຂງ ແລະບໍ່ມີຊ່ອງວ່າງ, ແລະສິ່ງນີ້ ຈະປົກປ້ອງເດັກນ້ອຍອອສເຕຣເລັຍ ຢ່າງແທ້ຈິງ."

Dr Stephanie Wescott, ຈາກຄນະສຶກສາສາດ, ວັດທະນະທັມ ແລະສັງຄົມ ທີ່ Monash University ເຕືອນວ່າ ອາດມີຜົນສະທ້ອນ ທີ່ບໍ່ໄດ້ຕັ້ງໃຈ ຈາກ.

"ສໍາລັບຄົນຫນຸ່ມຫລາຍຄົນ, ໂດຍສະເພາະຄົນຫນຸ່ມທີ່ມີເອກະລັກຂອງຊົນກຸ່ມນ້ອຍ, ສື່ສານມວນຊົນ ເປັນສິ່ງສໍາຄັນສໍາລັບເຂົາເຈົ້າ. ມັນເປັນບ່ອນທີ່ເຂົາເຈົ້າສາມາດຕິດຕໍ່ກັນ, ເປັນສັງຄົມຂອງເຂົາ ແລະເຮັດໃນສິ່ງທີ່ເປັນເອກະລັກຫລາຍຢ່າງຂອງເຂົາ. ສະນັ້ນ, ການລົບລ້າງສິ່ງທີ່ສໍາຄັນ ແລະການເຊື່ອມຕໍ່ສໍາລັບເຂົາເຈົ້າ ອາດຈະສົ່ງຜົນເສັຍ ຕໍ່ຜູ້ຄົນໃນຊຸມຊົນເຫລົ່ານັ້ນ."

ຖ້າຫາກເລື່ອງນີ້ ໄດ້ເຮັດໃຫ້ເກີດບັນຫາສຳລັບທ່ານ ຫລືບາງຄົນທີ່ທ່ານຮູ້ຈັກ, ທ່ານສາມາດຂໍຮັບການສນັບສນູນ ຈາກ The Butterfly Foundation ທີ່ 1800 33 46 73, ຫລື Lifeline ທີ່ 13 11 14.

ເນື້ອເລື່ອງໂດຍ Rania Yallop  ຂ່າວ SBS News

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share