ນັກຮຽນອອສເຕຣເລັຍກັບປັນຫາໃນການອ່ານໜັງສື.

Students attend a class at Alexandria Park Community School (AAP)

ນັກຮຽນໃນຫ້ອງຮຽນຂອງ ໂຮງຮຽນ ຮັຖບານ. Source: AAP

ລາຍງານຂອງສະຖາບັນ Grattan ໄດ້ເປີດເຜີຍວ່າ ນັກຮຽນອອສເຕຣເລັຍ ມີປັນຫາໃນການອ່ານໜັງສື ແລະຮຽກຮ້ອງໃຫ້ໂຮງຮຽນ ຮັບເອົາຄໍາແນະນໍາ ທີ່ເຂົາເຈົ້າກ່າວວ່າ ສາມາດຊ່ວຍໃນເລື້ອງການຮຽນບໍ່ດີຂອງນັກຮຽນ. ລາຍງານຍັງເຕືອນວ່າ ນັກຮຽນທີ່ມີປັນຫາໃນການອ່ານໜັງສື ມັກຈະຮຽນບໍ່ທັນໝູ່...ແລະອາດຈະສ້າງຄວາມເສັຍຫາຍໃຫ້ອອສເຕຣເລັຍຫຼາຍພັນລ້ານໂດລາ ໃນໄລຍະຍາວ.


ນັກຮຽນອອສເຕຣເລັຍກັບປັນຫາໃນການອ່ານໜັງສື.

ການຄົ້ນຄວ້າໃຫມ່ ໄດ້ເປີດເຜີຍວ່າ ນັກອອສເຕຣເລັຍ ມີປັນຫາໃນການອ່ານໜັງສື.

ລາຍງານຂອງສະຖາບັນ Grattan ກຳລັງຮຽກຮ້ອງໃຫ້ໂຮງຮຽນ ຮັບເອົາຄໍາແນະນໍາ ທີ່ເຂົາເຈົ້າກ່າວວ່າ ສາມາດຊ່ວຍໃນເລື້ອງການຮຽນບໍ່ດີຂອງນັກຮຽນ.

ລາຍງານເຕືອນວ່າ ນັກຮຽນທີ່ມີປັນຫາໃນການອ່ານໜັງສື ມັກຈະຮຽນບໍ່ທັນໝູ່...ແລະອາດຈະສ້າງຄວາມເສັຍຫາຍໃຫ້ອອສເຕຣເລັຍຫຼາຍພັນລ້ານໂດລາ ໃນໄລຍະຍາວ.

Mahnaz Angury ລາຍງານ.

ມັນໄດ້ຖືກບັນລະຍາຍວ່າເປັນ "ຄວາມເສົ້າສະຫຼົດໃຈທີ່ ປ້ອງກັນໄດ້".

ຫຼາຍສິບປີ ທີ່ມີຄວາມຂັດແຍ່ງ ກ່ຽວກັບວິທີສອນການອ່ານ...ໄດ້ນໍາໄປສູ່ ປະສິດທິພາບຕ່ຳໃນໂຮງຮຽນຂອງອອສເຕຣເລັຍ.

ລາຍງານ 'ຮັບປະກັນການອ່ານ (Reading Guarantee)' ຂອງສະຖາບັນ Grattan ເປີດເຜີຍວ່າ ໃນຫ້ອງຮຽນທົ່ວໄປຂອງອອສເຕຣເລັຍ ທີ່ມີນັກຮຽນ 24 ຄົນ, ແປດຄົນ ຈະບໍ່ມີຄວາມຊ່ຽວຊານດ້ານການອ່ານ.

ທ່ານນາງ Anika Stobart ຜູ້ຮ່ວມຂຽນລາຍງານກ່າວວ່າ ນັກຮຽນທີ່ດ້ອຍໂອກາດ ມີຜົນການຮຽນຕ່ຳກວ່າ ນັກຮຽນທີ່ມີໂອກາດສູງກວ່າ...ເຖິງແມ່ນວ່າ ນັກຮຽນທີ່ມີໂອກາດສູງກວ່າ ຫລາຍຄົນກໍຍັງລ້າຫຼັງຢູ່ເຊັ່ນກັນ.

"ເຄິ່ງຫນຶ່ງ ຂອງນັກຮຽນໃນເຂດພູມີພາກ ແລະຊົນນະບົດ ແມ່ນບໍ່ໄດ້ບັນລຸລະດັບຄະແນນຕາມຄາດຫມາຍໃນການອ່ານ ແລະນີ້ແມ່ນສູງຂຶ້ນ ໃນກຸ່ມນັກຮຽນຊາວພື້ນເມືອງ."

ຕອນນີ້ ສະຖາບັນແນະນໍາໃຫ້ ແລະລະບົບໂຮງຮຽນ ມຸ່ງຫມັ້ນວ່າຈະມີ "ການຮຽນທີ່ມີໂຄງສ້າງ", ຊຶ່ງແມ່ນການປະສົມປະສານ ຂອງການສອນໂດຍກົງ ແລະການອອກສຽງ (phonics)...ຫຼືວິທີອອກສຽງຂອງໂຕໜັງສື ແລະຄໍາສັບ...ແທນທີ່ຈະເປັນວິທີການທັງຫມົດຮວມກັນ ຊຶ່ງແມ່ນສິ່ງທີ່ສາສດາຈານ Therese Hopfenbeck ຈາກມະຫາວິທະຍາໄລ Melbourne ອະທິບາຍ.

"ໃນຂະບວນການຮຽນພາສາທັງຫມົດ, ນັກຮຽນສາມາດເຂົ້າໃຈຄຳເວົ້າຫຼາຍຄໍາ ໂດຍພຽງແຕ່ການອ່ານເລື່ອງຕ່າງໆ, ການອ່ານດ້ວຍຕົນເອງ ແລະພວກເຂົາເຈົ້າຈະຕ້ອງອ່ານ ແລະເຂົ້າໃຈດ້ວຍຕົນເອງ. ແຕ່ເຮົາຮູ້ວ່າ ນັກຮຽນບາງຄົນ ແລະນັກຮຽນບາງກຸ່ມ ຕ້ອງການຄວາມຊ່ອຍເຫລືອຕື່ມອີກຫນ້ອຍຫນຶ່ງ ເພື່ອຈະໄດ້ຊ່ອຍເຫລືອໃ ນການຖອດລະຫັດ (decoding) ແລະບາງເທື່ອ ນັ້ນຄືບ່ອນທີ່ເຮົາໃຊ້ການອອກສຽງ (phonics). ກະລຸນາຢ່າປ່ຽນທຸກຢ່າງ ໄປຫາການອອກສຽງ (phonics) ເທົ່ານັ້ນ. ພະຍາຍາມຊອກຫາຄວາມສົມດຸນທີ່ເໝາະສົມ."

ສະຖາບັນ ຍັງຮຽກຮ້ອງ ໃຫ້ມີເປົ້າຫມາຍທີ່ທະເຍີທະຍານໃຫມ່ ເພື່ອຍົກລະດັບຜູ້ອ່ານ ທີ່ມີຄວາມຊໍານານ ໃຫ້ໄດ້ 83 ເປີເຊັນ ໃນທົດສະວັດຫນ້າ ແລະ 90 ເປີເຊັນໃນໄລຍະຍາວ.

ສະຖາບັນ Grattan ກໍາລັງປະເມີນສິ່ງທີ່ເອີ້ນວ່າ ຄວາມລົ້ມເຫຼວນີ້...ຈະເຮັດໃຫ້ເສດຖະກິດຂອງອອສເຕຣເລັຍ ເສັຍຫາຍໄປ 40 ພັນລ້ານໂດລາ ຕລອດຊ່ວງຊີວິດຂອງນັກຮຽນ.

"ນັກຮຽນເຫຼົ່ານີ້ ຈະມີລາຍໄດ້ທີ່ຕ່ຳກວ່າ ຕລອດຊີວິດ ແຕ່ວ່າຣັຖບານ ຍັງຈະສູນເສັຍລາຍຮັບ ຈາກພາສີແລະຈ່າຍເພີ່ມຂຶ້ນ ສໍາລັບສຸຂະພາບ, ສວັດດີການ ແລະຄວາມຍຸຕິທັມ."

ລາຍງານຍັງພົບວ່າ ການຂາດເງິນງົບປະມານຢູ່ໂຮງຮຽນ ເປັນເຫດໃຫ້ນັກຮຽນທີ່ມີບັນຫາ ບໍ່ໄດ້ຮັບການ ສນັບສນູນ ທີ່ເຂົາເຈົ້າຕ້ອງການ ແລະກະຕຸ້ນໃຫ້ມີການຮຽກຮ້ອງ ໃຫ້ມີການລົງທຶນເພີ່ມຂຶ້ນ.

ຄໍາແນະນໍານີ້ ໄດ້ຖືກສະທ້ອນໂດຍ Jason Clare, ຣັຖມົນຕີກະຊວງສຶກສາທິການ, ຜູ້ທີ່ກໍາລັງຊຸກຍູ້ໃຫ້ມີບາດກ້າວຕື່ມອີກ.

"ພວກເຮົາຕ້ອງເຮັດໃຫ້ແນ່ໃຈວ່າ ໂຮງຮຽນຣັດຂອງພວກເຮົາ ໄດ້ຮັບການສນັບສນູນຢ່າງເຫມາະສົມ ແຕ່ພວກເຮົາ ຍັງຕ້ອງເຮັດໃຫ້ເງິນນັ້ນໄດ້ຜົນ. ພວກເຮົາຕ້ອງເຮັດໃຫ້ແນ່ໃຈວ່າ ພວກເຮົາລົງທຶນເງິນນັ້ນ ເຂົ້າໃນສິ່ງທີ່ພວກເຮົາຮູ້ວ່າໄດ້ຜົນ ໃນການຊ່ວຍໃຫ້ເດັກນ້ອຍທີ່ລ້າຫລັງ ໃຫ້ທັນໝູ່ ແລະການສອນຕື່ມພິເສດແມ່ນຫນຶ່ງໃນສິ່ງເຫລົ່ານັ້ນ."

ນັ້ນແມ່ນບາດກ້າວທີ່ສໍາຄັນ...ສໍາລັບນັກສຶກສາ ແລະເສດຖະກິດຂອງອອສເຕຣເລັຍ.

ເນື້ອເລື່ອງໂດຍ  Mahnaz Angury  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share