ສະຖານະການຫຼ້າສຸດຂອງຊີເຣັຍ.
ນາຍົກຣັຖມົນຕີ ຊີເຣັຍ ໄດ້ຕົກລົງ ທີ່ຈະມອບອໍານາດ ໃຫ້ແກ່ຣັຖບານSalvation Government ທີ່ນໍາໂດຍຄນະກະບົດ.
ກຳລັງຝ່າຍຕໍ່ຕ້ານ ທີ່ໂຄ່ນລົ້ມປະທານາທິບໍດີ Bashar al-Assad ກ່າວວ່າ ເຂົາເຈົ້າກຳລັງນິຣະໂທດກັມ (Amnesty) ໃຫ້ທະຫານທຸກຄົນ ທີ່ຖືກເກນ ເຂົ້າໄປຮັບໃຊ້ກອງທັບ ພາຍໃຕ້ອະດີດຜູ້ນຳ.
Ciara Hain ລາຍງານ.
ນາຍົກຣັຖມົນຕີ ຂອງປະທານາທິບໍດີຊີເຣັຍ Bashar al-Assad ທີ່ຖືກຂັບໄລ່ ໄດ້ຕົກລົງທີ່ຈະມອບອໍານາດ ໃຫ້ແກ່ຣັຖບານ Salvation Government ທີ່ນໍາໂດຍຄນະກະບົດ.
ມັນເກີດຂຶ້ນມື້ຫນຶ່ງ ຫລັງຈາກພວກກະບົດ ໄດ້ຍຶດເມືອງ Damascus ແລະ al-Assad ໄດ້ຫຼົບຫນີໄປ ປະເທດຣັສເຊັຍ.
ການໂອນຍ້າຍອໍານາດ ທີ່ໃກ້ຈະມາເຖິງ ຫລັງຈາກສົງຄາມກາງເມືອງ 13ປີ ແລະມັນເປັນການສິ້ນສຸດລົງ ຂອງການປົກຄອງຫລາຍກວ່າ 50 ປີຂອງຄອບຄົວ al-Assad.
ມັນເຮັດໃຫ້ຊາວຊີເຣັຍ ທີ່ຢູ່ໃນປະເທດ ແລະເປັນອົບພະຍົບຫລາຍລ້ານຄົນ ຢູ່ຕ່າງປະເທດ ມີຄວາມຫວັງ ແຕ່ບໍ່ແນ່ໃຈ ກ່ຽວກັບອະນາຄົດຂອງປະເທດ ຂອງເຂົາເຈົ້າ.
"ມັນມີການປ່ຽນແປງ. ບັດນີ້ ທ່ານສາມາດເຫັນຜູ້ຄົນອອກໄປຕາມ ຖນົນຫົນທາງ. ຜູ້ທີ່ຕົກຢູ່ໃນຄວາມຢ້ານກົວ ຢູ່ໃນບ້ານເປັນເວລາດົນນານ ກໍໄດ້ເລີ່ມອອກໄປນອກເຮືອນ, ໄປຊື້ສິ່ງຂອງ. ທຸກສິ່ງດີກວ່າແຕ່ກ່ອນ. ນີ້ຄື ສະພາບການທີ່ເປັນຢູ່. ພວກເຮົາບໍ່ຮູ້ຫຍັງອີກຕໍ່ໄປ. ພວກເຮົາ ພຽງແຕ່ຢາກມີຄວາມຫມັ້ນຄົງ ໃນທີ່ສຸດເທົ່ານັ້ນ."
ຢ່າງຫນ້ອຍ ມີພົນລະເມືອງສາມຄົນຖືກຂ້າຕາຍ ໃນລະຫວ່າງການປະທ້ວງຢູ່ພາກເຫນືອ ຂອງປະເທດຊີເຣັຍ, ໃນຂນະ ທີ່ຜູ້ຄົນອອກໄປຕາມຖນົນ ເພື່ອຮຽກຮ້ອງໃຫ້ຂັບໄລ່ກອງກຳລັງຊີເຣັຍ ທີ່ນໍາໂດຍຊາວKurdish.
ເຂດນີ້ ບໍ່ໄດ້ຖືກຍຶດຄອງໂດຍກອງກຳລັງກະບົດ ທີ່ໄດ້ຍຶດເອົາເມືອງຫຼວງ, Damascus.
ສະພາຄວາມໝັນຄົງ ຂອງສະຫະປະຊາຊາດ ໄດ້ປະຊຸມກັນເພື່ອສົນທະນາ ກ່ຽວກັບສະຖານະການ ທີ່ກໍາລັງປ່ຽນແປງ ໃນປະເທດຊີເຣັຍ.
ມີການສື່ສານ ກ່ຽວກັບພາກຣັດ ທີ່ຈະຢຸດລົງຢ່າງກະທັນຫັນ, ໂດຍທີ່ບໍຣິການຫຼັກ ຂອງຣັຖບານບາງຢ່າງ ຖືກປິດລົງ-ເຮັດໃຫ້ມີບັນຫາ ຢູ່ເດີ່ນບິນ ແລະຊາຍແດນ.
ແຕ່ນັກການເມືອງ ຍັງເບິ່ງໃນແງ່ດີ ກ່ຽວກັບອະນາຄົດ ຂອງຊີເຣັຍ ແລະຣັຖບານຂອງມັນ.
ທ່ານ James Kariuki ຮອງເອກອັກຣາຊທູດ ຂອງປະເທດອັງກິດ ປະຈຳສະຫະປະຊາຊາດກ່າວວ່າ ມີການສນັບສນູນ ໃນການສ້າງຂັ້ນຕອນການເມືອງ ທີ່ມີສ່ວນຮ່ວມສໍາລັບອະນາຄົດ.
"ພວກເຮົາ ມີຄວາມຊັດເຈນວ່າ ອະນາຄົດຂອງຊີເຣັຍ ແມ່ນສໍາລັບປະຊາຊົນຊາວຊີເຣັຍ. ແລະພວກເຮົາຫວັງວ່າ ຈະໄດ້ຍິນຈາກທູດພິເສດ ກ່ຽວກັບວິທີ ທີ່ຈະສະຫນັບສະຫນູນເຂົາເຈົ້າ ໃນການສ້າງຂັ້ນຕອນການເມືອງ ທີ່ມີ່ສ່ວນຮ່ວມສໍາລັບອະນາຄົດ. ອະນາຄົດ ທີ່ພວກເຮົາໄດ້ລໍຖ້າ ແລະເຂົາເຈົ້າໄດ້ລໍຖ້າ ເປັນເວລາຫລາຍປີແລ້ວ. ທ່ານຄົງໄດ້ຍິນເລຂາການຕ່າງປະເທດຂອງຂ້າພະເຈົ້າເວົ້າ ໃນຕອນບ່າຍວ່າ ລະບົບການປົກຄອງຂອງ al-Assad ເປັນລະບົບການປົກຄອງທີ່ໂຫດຮ້າຍ. ນີ້ເປັນຊ່ວງເວລາ ສໍາລັບຊາວຊີເຣັຍ, ເປັນເວລາແຫ່ງຄວາມຫວັງ ແລະເວລາແຫ່ງຄວາມບໍ່ແນ່ນອນ. ພວກເຮົາ ລໍຄອຍທີ່ຈະໄດ້ຍິນຈາກທູດພິເສດ ກ່ຽວກັບວິທີ ທີ່ຈະຊ່ອຍເຫລືອເຂົາເຈົ້າ ໃນການສ້າງອະນາຄົດທາງການເມືອງ ນັ້ນແນວໃດ."
ກຸ່ມຕໍ່ຕ້ານ ທີ່ໂຄ່ນລົ້ມ al-Assad ໄດ້ປະກາດນິຣະໂທດກັມ ທົ່ວໄປ(General Amnesty) ສໍາລັບທະຫານທຸກຄົນ ທີ່ຖືກເກນເຂົ້າເປັນທະຫານ ພາຍໃຕ້ການປົກຄອງ ຂອງອະດີດຜູ້ນຳ.
ໃນຂນະດຽວກັນ, ປະເທດ Türkiye ກ່າວວ່າ ມັນກໍາລັງເປີດປະຕູຊາຍແດນ ກັບປະເທດຊີເຣັຍ ເພື່ອຈັດການ ການກັບຄືນຢ່າງປອດພັຍ ແລະດ້ວຍຄວາມສມັກໃຈ ຂອງຜູ້ອົບພະຍົບຊາວຊີເຣັຍ ຫລາຍລ້ານຄົນ.
Olaf Scholz ນາຍົກຣັຖມົນຕີເຢັຍຣະມັນ ແລະປະທານາທິບໍດີຝຣັ່ງEmmanuel Macron ໄດ້ສົນທະນາ ກ່ຽວກັບຄວາມເປັນໄປໄດ້ ໃນການຮ່ວມມື ກັບຜູ້ນໍາຄົນໃຫມ່ຂອງຊີເຣັຍ.
Stephane Dujarric ໂຄສົກສະຫະປະຊາຊາດກ່າວວ່າ ຜູ້ທີ່ຢາກກັບຄືນບ້ານ ຕ້ອງເຮັດດ້ວຍຄວາມສມັກໃຈ.
"ພວກເຮົາ ຢາກເຫັນອະນາຄົດທີ່ດີທີ່ສຸດ ສໍາລັບຊາວຊີເຣັຍ, ອະນາຄົດທີ່ເຂົາເຈົ້າເລືອກເອງ, ອະນາຄົດທີ່ມີສ່ວນຮ່ວມ, ອະນາຄົດເຄົາຣົບສິດທິຂອງຄົນສ່ວນນ້ອຍ ດັ່ງທີ່ເຮົາຮູ້, ແລະດັ່ງທີ່ທ່ານຮູ້, ສະຖານະການກໍາລັງເຄື່ອນໄປຢ່າງວ່ອງໄວ. ຂ້າພະເຈົ້າຄິດວ່າ ສິ່ງຕ່າງໆຈະຊັດເຈນຂຶ້ນໃນໄວໆນີ້."
ໃນປະເທດຣັສເຊັຍ, ບ່ອນທີ່ Bashar al-Assad ໄດ້ຮັບອະນຸຍາດໃຫ້ລີ້ພັຍ,ປະຊາຊົນເວົ້າວ່າ ເຂົາເຈົ້າເຂົ້າໃຈວ່າ ເປັນຫຍັງລາວຈຶ່ງຢູ່ທີ່ນັ້ນ-ເນື່ອງຈາກຣັສເຊັຍ ສນັບສນູນພັນທະມິດຂອງຕົນ.
ຊາວເມືອງໄດ້ສະແດງຄວາມສນັບສນູນ ສໍາລັບການເຄື່ອນໄຫວນີ້, ໂດຍກ່າວວ່າ ມັນໄດ້ມີການວາງແຜນໄວ້ລ່ວງຫນ້
"ບາງທີ ລາວອາດຊອກຫາເງື່ອນໄຂທີ່ປອດໄພ ແລະຫມັ້ນຄົງ ສໍາລັບຕົນເອງ. ນີ້ເປັນເລື່ອງທັມມະດາ, ເມື່ອບຸກຄົນຊອກຫາຄວາມປອດພັຍບາງຢ່າງ. ຂ້າພະເຈົ້າຄິດວ່າ ມີອິດທິພົນຈາກພາຍນອກ. ຈຸດວິກິດບາງຢ່າງໄດ້ມາເຖິງ. ຂ້າພະເຈົ້າຄິດວ່າ ມັນບໍ່ແມ່ນເລື່ອງບັງເອີນ. ຖ້າຫາກມັນເປັນການຕັດສິນໃຈຂອງຣັດເຮົາ, ມັນອາດເປັນການຕັດສິນໃຈທີ່ຖືກຕ້ອງ. ຂ້າພະເຈົ້າ ເຊື່ອໃນຄວາມຄິດເຫັນ ຂອງນັກການເມືອງຂອງພວກເຮົາ."
ເນື້ອເລື່ອງໂດຍ Ciara Hain ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌